ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ,
ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.
ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່,
www.sermonsfortheworld.com, ສ່ວນອີກຫຼາຍ
ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ
46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ
ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້,
ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ
ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.
ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ
ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.
ການກັບໃຈໃໝ່ທີ່ແທ້ຈິງຂອງດຣ.ຈອນ ຊວງ(ຄໍາເທດສະໜາທີ່ເທດໃນຊ່ວງກາງເທດສະການລະດູໃບໄມ້ລົ່ນຂອງຈີນ) ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ “ເພາະຖ້າຜູ້ໃດຈະໄດ້ສິ່ງຂອງໝົດທັງໂລກ ແຕ່ຕ້ອງສູນເສຍຈິດວິນຍານຂອງຕົນ ຜູ້ນັ້ນຈະໄດ້ປະໂຫຍດອັນໃດ”(ມາລະໂກ 8:36) |
ວັນທີ 4 ເດືອນມີຖຸນາປີ 2018 ເປັນວັນຄົບຮອບຊາວເກົ້າປີຂອງ “ການສັງຫານໝູ່ທີ່ຈັດຕຸລັດທຽນອັນເມິນ”ເປັນເວລາຫົກອາທິດໃນປີ 1989 ນັກຮຽນຈີນຫຼາຍພັນຄົນໄດ້ເດີນຂະບວນດ້ວຍຄວາມສະຫງົບເພື່ອຮຽກຮ້ອງເສລີພາບທາງຄວາມຄິດເພິ່ມຕື່ມ, ແລ້ວໃນຕອນເຊົ້າຂອງວັນທີ 4 ມີຖຸນາ,ກອງທັບຂອງລັດຖະບານໄດ້ເປີດສາກຍິງຜູ້ປະທ້ວງທີ່ບໍ່ມີອາວຸດ, ຂ້າຄົນເປັນພັນໆຄົນແລະເຮັດໃຫ້ມີຜູ້ບາດເຈັບຫຼາຍພັນຄົນ, ຮົງ ຢູຈຽນແນມເບິ່ງຄວາມຮຸນແຮງຢ່າງເປີດເຜີຍໃນປັກກິ່ງຜ່ານທາງໂທລະພາບຕອນທີ່ລາວເປັນນັກຮຽນແລກ ປ່ຽນຢູ່ທີ່ມະຫາວິທະຍາໄລເພັນຊີລວາເນຍ, ລາວບອກວ່າການສັງຫານໝູ່ຢູ່ຈັດຕຸລັດທຽນອັນເມິນໄດ້ເຮັດໃຫ້ລາວຕັ້ງຄໍາຖາມໃນວິທະຍາສາດແລະການເມືອງຂອງລາວ ແລະໄດ້ເຮັດໃຫ້ລາວກາຍມາເປັນຄຣິສຕຽນ. ລາວບອກວ່າການສັງຫານໝູ່ທີ່ທຽນອັນເມິນໄດ້ຊ່ວຍລາວກັບຄົນອື່ນໆໃຫ້ເຫັນຄວາມບາບແລະຄວາມຕ້ອງການພຣະຄຣິດຂອງພວກເຂົາ “ຂ້ອຍຄິດວ່າພຣະເຈົ້າຊົງໃຊ້ມັນເພື່ອບຸກເບີກທາງ ແລະຕຽມໃຈຂອງຄົນຈີນ”(World Magazine, June 6, 2009, p. 38) “ທຸກຢ່າງເພື່ອພຣະເຢຊູ” ຮ້ອງຂໍຊໍ້າ! ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ ວາລະສານ World ໄດ້ກ່າວວ່າ: ການເຕີບໃຫຍ່ຂອງຄຣິສຕຽນໃນປະເທດຈີນໄດ້ລະເບີດຂຶ້ນກວ່າ 20 ປີທີ່ຜ່ານມາ, ພວກຜູ້ຊ່ຽວຊານໄດ້ອ້າງເຖິງການເພິ່ມຂຶ້ນຢ່າງໄວວາແລະການເພິ່ມຈໍານວນຂຶ້ນຂອງບັນດານັກຄິດຜູ້ມີອິດທິພົນທີ່ໄດ້ຮັບເອົາພຣະຄຣິດ(ເຫຼັ້ມດຽວກັນ) ໃນປີ1949 ເມື່ອພວກຄອມມູນິດເຂົ້າຄວບຄຸມປະເທດຈີນ,ມີຄຣິສຕຽນຊາວຈີນພື້ນເມືອງໜ້ອຍກວ່າ 1ລ້ານຄົນ, ປັດຈຸບັນນີ້ຄາດຄະເນ່ວ່າມີຄຣິສຕຽນຢູ່ປະເທດຈີນຫຼາຍກວ່າ 160 ລ້ານຄົນ! ຕອນນີ້ຢູ່ປະເທດຈີນມີຄຣິສຕຽນໄປໂບດວັນອາທິດຫຼາຍກວ່່າຢູ່ໃນປະເທດອາເມ ລິກາ, ຄານາດາ, ສະຫະລາຊະອານາຈັກແລະອອສເຕຣເລຍລວມກັນອີກ! ດຣ.ຊີ.ແອວ.ເຄແກນ ນັກສະຖິຕິຄາດຄະເນ່ວ່າປັດຈຸບັນນີ້ຢູ່ປະເທດຈີນມີຫຼາຍກວ່າ 700 ຄົນທີ່ກັບໃຈໃໝ່ມາເປັນຄຣິສຕຽນທຸກໆຊົ່ວໂມງ,ຕະຫຼອດ 24 ຊົ່ວໂມງ, “ທຸກຢ່າງເພື່ອພຣະເຢຊູ”ຮ້ອງຂໍຊໍ້າອີກເທື່ອໜຶ່ງ! ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ ປະຫວັດສາດຂອງຊາວຄຣິສຕຽນໃນປະເທດຈີນຄວນຈະເປັນເລື່ອງທີ່ໜ້າສົນໃຈຫຼາຍຕໍ່ພວກຄຣິສຕຽນທົ່ວທຸກແຫ່ງ, ກະແສມິດຊັນນາຣີສະໄໝໃໝ່ໃນປະເທດຈີນໄດ້ເລີ່ມຕົ້ນຂຶ້ນດ້ວຍໂຣເບີດ ມໍຣິສັນ(1782-1834), ມໍຣິສັນຖືກສົ່ງໄປປະເທດຈີນໂດຍສະມາຄົມລອນດອນມິດຊັນນາຣີໃນປີ 1821,ໄດ້ຮັບການຊ່ວຍເຫຼືອໂດຍໝູ່ຮ່ວມງານຂອງລາວຊື່ວິລລ່ຽມ ໄມ, ລາວໄດ້ແປພຣະຄໍາພີິທັງເຫຼັ້ມເປັນພາສາຈີນໃນປີ1821,ໃນຊ່ວງ 27 ປີທີ່ຢູ່ປະເທດຈີິນຂອງລາວມີພຽງຊາວຈີນສອງສາມຄົນທີ່ຮັບບັບຕິດສະມາ- ແຕ່ພວກເຂົາທຸກຄົນຍັງຄົງເປັນຄຣິສຕຽນທີ່ສັດຊື່,ການແປພຣະຄໍາພີພາສາຈີນແລະການພິມໃບປິວຂ່າວປະເສີດ ຂອງມໍຣິສັນໄດ້ກາຍເປັນຮາກຖານຂອງຄຣິສຕຽນຂ່າວປະເສີດຢູ່ໃນປະເທດຈີນ. ໃນປີ 1853 ທ່ານໝໍໍຄົນອັງກິດຊື່ ເຈມສ໌ຮັດສັນເທເລີ ໄດ້ຂີ່ເຮືອໃບໄປປະເທດຈີນ ໃນປີ 1860 ລາວໄດ້ກໍ່ຕັ້ງການຮັບໃຊ້ China Inland Mission (ງານຮັບໃຊ້ພາຍໃນແຜ່ນດິນຈີນ)ປັດຈຸບັນຮູ້ຈັກກັນໃນຊື່ Overseas Missionary Fellowship (ການສາມັກຄີທໍາມິດຊັນນາຣີໃນຕ່າງແດນ)ດ້ວຍການຮ່ວມມືຂອງດຣເທເລີຊາວຄຣິສຕຽນໄດ້ແຜ່ຂະຫຍາຍໄປທົ່ວພາຍໃນປະເທດຈີນ, ຮັດສັນ ເທເລີໄດ້ເສຍຊີວີດໃນເມືອງຊາງຊາໃນປີ 1905.. ໃນປີ 1901 ຈອນ ຊວງໄດ້ເກີດອອກມາ,ລາວເປັນທີ່ຮູ້ຈັກໃນຖານະນັກປະກາດຂ່າວປະເສີດຜູ້ຍິ່ງໃຫຍ່ໃນປະຫວັດສາດຂອງຈີນ, ຫຼາຍພັນຄົນທີ່ກັບໃຈໃໝ່ພາຍໃຕ້ຄໍາເທດສະໜາຂອງລາວຍັງຄົງສັດຊື່ຕໍ່ພຣະຄຣິດຫຼັງຈາກທີ່ພວກຄອມມູນິດເຂົ້າຄວບຄຸມໃນປີ1949, ໃນຊ່ວງ 60 ປີທີ່ຜ່ານມາຈໍານວນຊາວຄຣິສຕຽນໃນປະເທດຈີນໄດ້ເພິ່ມທະວີຂຶ້ນໃນການຟື້ນຟູທີ່ໃຫຍ່ທີ່ສຸດຂອງຊາວຄຣິສຕຽນໃນປະຫວັດສາດສະໄໝໃໝ່,ໃນເຊົ້ານີ້ຂ້າພະເຈົ້າຈະຂໍເວົ້າເຖິງເລື່ອງລາວທີ່ໂດດເດັ່ນຂອງດຣ.ຈອນ ຊວງ, ຂ້າພະເຈົ້າຈະຂໍເລິ່ມຕົ້ນໂດຍການເອົາໂຄງຮ່າງຊີວິດຂອງລາວຈາກດຣ.ເອລຈິນ ເອັສ.ມໍເຢີ. ຈອນ ຊວງ(1901-1944)ນັກປະກາດຂ່າວປະເສີດຊາວຈີນທີ່ມີຊື່ສຽງລະດັບຊາດ,ເກີດໃນເມືອງຮິງຮວາແຂວງຟູຈຽນປະເທດຈີນ,ລູກຊາຍຂອງສິດຍາພິບານເມໂຕດິສ, [ມີການກັບໃຈໃໝ່ທີ່ຜິດໆຕອນອາຍຸເກົ້າປີ]ເປັນນັກສຶກສາທີ່ອັດສະລິຍະຢູ່ທີ່ມະຫາວິທະຍາໄລເວສລີຢັນ,ມະຫາວິທະຍາໄລລັດໂອໄຮໂອ ແລະໂຮງຮຽນສາສະໜາສາດຢູນຽນ, ຈົບປະລິນຍາເອກວິຊາເຄມີສາດ, ກັບໄປປະເທດຈີນເພື່ອປະກາດຂ່າວປະເສີດຫຼາຍກວ່າທີ່ຈະສອນວິທະຍາສາດ, ໃຊ້ເວລາສິບຫ້າປີໃນການເທດສະໜາຂ່າວປະເສີດທົ່ວປະ ເທດຈີນ ແລະປະເທດອ້ອມແອ້ມດ້ວຍລິດອໍານາດແລະມີອິດທິພົນ(Elgin S. Moyer, Ph.D., Who Was Who in Church History, Moody Press, 1968 edition, p. 394) “ທຸກຢ່າງເພື່ອພຣະເຢຊູ” ຮ້ອງອີກເທື່ອໜຶ່ງ! ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ ນັ້ນແມ່ນໂຄງຮ່າງຫຍໍ້ໆຊີວິດຂອງດຣ.ຈອນ ຊວງ,ຂ້າພະເຈົ້າບໍ່ເຊື່ອວ່າລາວລອດແລ້ວຕອນອາຍຸໄດ້ເກົ້າປີ, ຂ້າພະເຈົ້າບໍ່ເຊື່ອວ່າລາວລອດແລ້ວຈົນຮອດເດືອນກຸມພາປີ 1927. ດຣ.ຊວງເອງກ່າວວ່າລາວຍັງບໍ່ລອດຈົນລາວໄດ້ພົບກັບວິກິດການຝ່າຍວິນຍານຢູ່ໃນອາເມລິກາຕອນອາຍຸ 26 ປີ, ຕອນທີ່ລາວອາຍຸເກົ້າປີການຟື້ນຟູໄດ້ເກີດຂຶ້ຶ້ນຢູ່ເມືອງຮິງຮວາ, ພາຍໃນເດືອນດຽວກໍມີຄົນຍອມຮັບໂດຍຄວາມເຊື່ອໃນພຣະຄຣິດປະມານ3,000 ຄົນ, ໃນວັນສຸກທີ່ດີວັນໜຶ່ງລາວໄດ້ຍິນຄໍາເທດສະໜາເລື່ອງ “ພຣະເຢຊູໃນສວນເກັດເສມານີ” ນັກເທດໄດ້ປຽບທຽບເພື່ອໃຫ້ເຫັນຄວາມແຕກຕ່າງລະຫວ່າງພວກສາວົກທີ່ກໍາລັງຫຼັບກັບພຣະເຢຊູທີ່ບໍ່ມີຄວາມຢ້ານ, ມີຫຼາຍຄົນຮ້ອງໄຫ້ດ້ວຍຄວາມໂສກເສົ້າໃນຕອນທ້າຍຂອງ ຄໍາເທດສະໜາ, ໃນທ່າມກາງຄົນທີ່ໂສກເສົ້າເສຍໃຈນັ້ນກໍຄືຈອນ ຊວງລູກຊາຍຂອງນັກເທດເມໂຕດິສຊາວຈີນອາຍຸເກົ້າປີ, ເບິ່ງຄືວ່າຈອນ ຊວງໄດ້ “ມອບຊີວິດ”ຂອງຕົນເພື່ອ ພຣະຄຣິດ, ແຕ່ຍັງບໍ່ໄດ້ຮັບຄວາມລອດແທ້ໃນເວລານັ້ນ, ກໍຄືກັບອະດີດສິດຍາພິບານຂອງຂ້າພະເຈົ້າຢູ່ທີ່ຄຣິສຕະຈັກແບັບຕິດຈີນ ດຣ.ທິໂມທີ ລິນ (ຊື່ງພໍ່ຂອງເພິ່ນກໍເປັນນັກເທດເຊັ່ນດຽວກັນ) ຈອນ ຊວງໄດ້ເລິ່ມເທດສະໜາແລະຊ່ວຍພໍ່ຂອງລາວຕອນອາຍຸສິບສາມປີ, ເຊັ່ນດຽວກັນກັບດຣ.ລິນ ລາວຍັງບໍ່ໄດ້ປະສົບກັບການກັບໃຈໃໝ່ທີ່ແທ້ຈິງ, ຈອນ ຊວງເປັນນັກຮຽນທີ່ສະຫຼາດຫຼາຍ ແລະຮຽນຈົບມັດທະຍົມເປັນທີ່ໜຶ່ງຂອງຫ້ອງ, ໃນຊ່ວງນີ້ລາວເປັນທີ່ຮູ້ຈັກໃນຖານະ “ສິດຍາພິບານໂຕນ້ອຍ” ແຕ່ເຖິງແມ່ນວ່າທັງຄວາມກະຕືລືລົ້ນແລະກິດຈະກໍາຂອງລາວໃຈຂອງລາວກໍຍັງບໍ່ພໍໃຈຢູ່ດີ, ວຽກທີ່ລາວເຮັດໃນການຮັບໃຊ້ລາວໄດ້ອະທິ ບາຍມັນຄືກັບ “ສະຫງ່່າງາມຄືກັບຂົນຂອງນົກເຕັ້ນຊິວ, ສົມບູນຄືກັບໃບໄມ້ໝົດທັງຕົ້ນ ແຕ່ບໍ່ມີການເດັດໝາກໄມ້ສົດຈັກໝາກເພື່ອຖວາຍແກ່ພຣະເຢຊູເຈົ້າ”(Leslie T. Lyall, A Biography of John Sung, China Inland Mission, 1965 edition, p. 15) ໃນປີ 1919 ຊວງຕອນອາຍຸ 18 ປີໄດ້ຕັດສິນໃຈທີ່ຈະໄປອາເມລິກາ ແລະຖືກຮັບເຂົ້າຮຽນຢູ່ທີິ່ມະຫາວິທະຍາໄລເວສລີຢັນລັດໂອໄຮໂອດ້ວຍພ້ອມດ້ວຍການສອນພິເສດຟຣີ, ລາວເລິ່ມຫຼັກສູດການແພດແລະສາສະໜາສາດກ່ອນ ແຕ່ກໍຢຸດຮຽນຊົ່ວຄາວຫຼັກສູດສາສະໜາສາດ ແລະຕັດສິນໃຈຮຽນພິເສດຄະນິດສາດກັບເຄມີສາດ, ລາວໄປໂບດປົກກະຕິ ແລະຕັ້ງກຸ່ມຂ່າວປະເສີດທ່າມກາງພວກນັກສຶກສາ, ແຕ່ໃນຊ່ວງເທີມສຸດທ້າຍຂອງລາວລາວກໍເລິ່ມບໍ່ສົນໃຈການຮຽນພຣະຄໍາພີ ແລະການອະທິຖານ ແລະລັກກາຍໜຶ່ງໃນເຈ້ຍເສັງຂອງລາວ, ລາວຮຽນຈົບປະລິນຍາພ້ອມດ້ວຍກຽດນິຍົມໃນປີ 1923 ເປັນໜຶ່ງໃນສີ່ຄົນແຖວໜ້າຂອງຈໍານວນນັກຮຽນສາມຮ້ອຍຄົນ, ລາວໄດ້ຮັບຫຼຽນຄໍາແລະເງິນສົດໃນສາຄາຟີສິກກັບເຄມີ, ລາວຖືກເລືອກໃຫ້ເປັນພີ່ນ້ອງເບຕ້າແຄບປ້າສະມາຄົມນັກວິຊາການຊັ້ນແນວໜ້າແຕ່ພຽງຜູ້ດຽວ ແລະໄດ້ຮັບກະແຈຄໍາກາແຫ່່ງຄວາມແຕກຕ່າງໃນທຶນການສຶກສາ. ຕອນນີ້ລາວໄດ້ຮັບທຶນການສຶກສາຈາກມະຫາວິທະຍາໄລຫຼາຍແຫ່ງ,ລວມທັງມະຫາ ວິທະຍາໄລຮາເວີດ, ລາວໄດ້ຮັບເອົາທຶນປະລິນຍາໂທວິທະຍາສາດຢູ່ມະຫາໄລລັດໂອໄຮໂອ, ລາວຮຽນຈົບໂທໃນເວລາພຽງເກົ້າເດືອນ! ຈາກນັ້ນລາວກໍຖືກສະເໜີທຶນຮຽນສາຂາແພດສາດທີ່ຮາເວີດ, ລາວຖືກສະເໜີທຶນຮຽນອີກອັນໜຶ່ງເພື່ອຮຽນຢູ່ໂຮງຮຽນພຣະຄໍາພີ, ລາວຮູ້ສຶກວ່າລາວຄວນຈະຮຽນສາສະໜາສາດ, ແຕ່ຊື່ສຽງທີ່ມາເຖິງລາວໄດ້ດັບຄວາມປາດຖະໜາຂອງລາວທີ່ຈະເປັນຜູ້ຮັບໃຊ້, ລາວຈື່ງໄດ້ຮຽນປະລິນຍາເອກໃນສາຂາເຄມີສາດທີ່ມະຫາວິທະຍາໄລລັດໂອໄຮໂອແທນ, ລາວຮຽນຈົບປະລິນຍາເອກພຽງເວລາຊາວເອັດເດືອນ! ສະນັ້ນລາວຈື່ງກາຍເປັນຄົນຈີນຄົນທໍາອິດທີ່ຮຽນຈົບປະລິນຍາເອກໃນສະຫະລັດ, ລາວຖືກອະທິບາຍເຖິງຢູ່ໃນໜັງສືພິມວ່າເປັນ “ນັກຮຽນທີ່ໂດ່ງດັງທີ່ສຸດຂອງລັດໂອໄຮໂອ” “ແຕ່ເລິກໆໃນໃຈຂອງລາວບໍ່ໄດ້ມີສັນຕິສຸກ, ຄວາມວຸ້ນວາຍຝ່າຍວິນຍານທີ່ເພິ່ມຂຶ້ນສະແດງໃຫ້ເຫັນຢູ່ໃນຊ່ວງເວລາແຫ່ງການສຶມເສົ້າເກີດຂຶ້ນເລິກຂ້າງໃນ”(Lyalເຫຼັ້ມດຽວກັນໜ້າ22) ໃນຊ່ວງນີ້ລາວໄດ້ຮັບອິດທິພົນຈາກສາສະໜາສາດສາຍເສລີ ແລະຄໍາສອນຂອງເຂົາເຈົ້າເລື່ອງ “ຂ່າວປະເສີດສັງຄົມ” ສາສະໜາສາດສາຍເສລີສອນວ່່າພຣະເຢຊູເປັນຂຸນນາງທີ່ເປັນແບບຢ່າງ, ແຕ່ບໍ່ແມ່ນພຣະຜູ້ຊ່ວຍໃຫ້ລອດ, ສໍາລັບຂ້າພະເຈົ້າເບິ່ງຄືວ່າຈອນ ຊວງຄິດເຖິງເລື່ອງພຣະເຢຊູໃນຖານະພຽງແຕ່ “ຂຸນນາງທີ່ເປັນແບບຢ່າງ”ຕອນລາວອາຍຸເກົ້າປີ ແລະຍ້ອນເຫດຜົນນັ້ນລາວຈື່ງມີການກັບໃຈໃໝ່ທີ່ຜິດໆຍ້ອນກັບໄປຕອນນັ້ນ, ແຕ່ ພຣະເຈົ້າກໍຍັງຄົງເອີ້ນລາວຢູ່, ແລງວັນໜຶ່ງໃນຂະນະທີ່ລາວນັ່ງຢູ່ຄົນດຽວລາວຄືວ່າໄດ້ຍິນສຽງຂອງພຣະເຈົ້າເວົ້າກັບລາວວ່າ “ຖ້າຜູ້ໃດຈະໄດ້ສິ່ງຂອງໝົດທັງໂລກ ແຕ່ຕ້ອງສູນເສຍຈິດວິນຍານຂອງຕົນ ຜູ້ນັ້ນຈະໄດ້ປະໂຫຍດອັນໃດ?” ວັນຕໍ່ມາລາວໄດ້ສົນທະນາກັບສາສະດາຈານເມໂຕດິສສາຍເສລີຄົນໜຶື່ງ,ລາວບອກກັບສາສະດາຈານຄົນນັ້ນວ່າ ຕອນທໍາອິດລາວມາປະເທດອາເມລິກາເພື່ອຮຽນສາສະໜາສາດ, ສາສະດາຈານໄດ້ທ້າທາຍລາວໃຫ້ໄປນິວຢອກເພື່ອໄປຮຽນເລື່ອງສາສະໜາແບບສາຍເສລີສຸດໆທີ່ໂຮງຮຽນສາສະໜາສາດຢູນຽນ, ດ້ວຍຄວາມລັງເລໃຈບໍ່ດົນລາວກໍໄດ້ຕັດ ສິນໃຈທີ່ຈະໄປ, ທີ່ໂຮງຮຽນຢູນຽນລາວກໍໄດ້ຮັບທຶນຮຽນເຕັມ ແລະສະຫວັດດີການບ່ອນຢູ່ອາໄສທີ່ດີ, ຕໍ່ມາລາວກໍເວົ້າວ່າລາວບໍ່ສົນໃຈໃນງານຮັບໃຊ້ ພຽງແຕ່ຢາກຮຽນສາສະໜາປີໜຶ່ງເພື່ອໃຫ້ພໍ່ຂອງລາວພໍໃຈ ແລ້ວກໍກັບໄປເຮັດອາຊີບນັກວິທະຍາສາດ, ໃຈຂອງລາວເຕັມໄປດ້ວຍຄວາມວຸ້ນວາຍແລະຄວາມມືດມົນ. ໃນລະດູໃບໄມ້ລົ່ນຂອງປີ 1926 ດຣ.ຈອນ ຊວງໄດ້ເສັງເຂົ້າທີ່ໂຮງຮຽນສາສະໜາສາດຢູນຽນ, ດຣ.ເຮັນຣີ່ສໂລນ ຄອັຟຟິນພວກເສລີສຸດໆຫາກໍໄດ້ຮັບການແຕ່ງຕັ້ງໃຫ້ເປັນປະທານ, ໃນທ່າມກາງພວກສາສະດາຈານເປັນພວກທີ່ບໍ່ຍອມໃຜງ່າຍໆຄືກັບດຣ.ເຮັນຣີ່ເອເມີສັນ ຟອສດິກ ຜູ້ຂຽນໜັງສືຶຫຼາຍເຫຼັ້ມຕໍ່ສູ້ຄຣິສຕຽນທີ່ເຊື່ອພຣະຄໍາພີ, ລາວຂຽນໜັງສືເຊັ່ນວ່າ“ການໃຊ້ພຣະຄໍາພີສະໄໝໃໝ່” ແລະ “ຄວາມເປັນລູກຜູ້ຊາຍຂອງເຈົ້ານາຍ”ຄໍາບັນຍາຍທີ່ມີຊື່ສຽງທີ່ສຸດຂອງຟອສດິກແມ່ນ“ພວກເນັ້ນຮາກຖານເດີມຈະຊະນະບໍ?”(1922) ຟອສດິກເທດສະໜາຕໍ່ຕ້ານການຟື້ນຂຶ້ນມາຈາກຕາຍທັງຮ່າງກາຍຂອງພຣະຄຣິດ ແລະຄວາມແທ້ຈິງຂອງພຣະຄໍາພີທຸກອາທິດທາງລາຍການວິທະຍຸຂອງລາວ, ໂຮງຮຽນພຣະຄໍາພີເປັນບ່ອນວິພາກວິຈານພຣະຄໍາພີຢ່າງເພັດຮ້ອນ ແລະການປະຕິເສດເລື່ອງສາສະໜາສາດຂ່າວປະເສີດ“ສິ່ງໃດໃນພຣະຄໍາພີຊື່ງບໍ່ສາມາດພິສຸດໄດ້ຢ່າງຖືກຕ້ອງຕາມຫຼັກວິທະຍາ ສາດຖືກປະຕິເສດວ່າບໍ່ສົມຄວນທີ່ຈະເຊື່ອວ່າປະຖົມມະການຖືກຈັດຂຶ້ນບໍ່ເປັນຕາມປະຫວັດ ສາດແລະຄວາມເຊື່ອໃນການອັດສະຈັນທີ່ບໍ່ຖືກຕາມຫຼັກວິທະຍາສາດ, ພຣະເຢຊູໃນປະ ຫວັດສາດຖືກນໍາສະເໜີໃນອຸດົມຄະຕິເພື່ອລຽນແບບໃນຂະນະທີ່ຄຸນຄ່າທົດແທນຂອງການຕາຍຂອງພຣະອົງເທິງໄມ້ກາງແຂນ ແລະການຟື້ນຄືນຈາກຕາຍທາງຮ່າງກາຍຂອງພຣະອົງຖືກປະຕິເສດ, ການອະທິຖານຖືວ່າເປັນເໝືອນກັບການເສຍເວລາ, (ບໍ່ເຫັນດ້ວຍກັບ)ມຸມມອງແບບນີ້ໄດ້ກາຍເປັນເລື່ອງທີ່ໜ້າສົງສານ ຫຼືການດູໝິ່ນ”(Lyallເຫຼັ້ມດຽວກັນໜ້າ 29-30) ດຣ.ຈອນ ຊວງໄດ້ໂດດເຂົ້າໄປໃນການສຶກສາເລື່ອງສາສະໜາສາດເສລີຂອງຕົນດ້ວຍສຸດກໍາລັງທັງໝົດຂອງສະຕິປັນຍາຂອງລາວ, ໃນຊ່ວງປີນັ້ນລາວເສັງໄດ້ຄະແນນສູງ ແຕ່ລາວໄດ້ຫັນຫຼັງຈາກການເປັນຄຣິສຕຽນໃນຂະນະທີ່ລາວຮຽນເລື່ອງສາສະໜາພຸດ ແລະລັດທິເຕົາ, ລາວເລິ່ມຕົ້ນບົດສວດໃນຄໍາພີຂອງສາສະໜາພຸດຢູ່ໃນຫ້ອງຄົນດຽວຂອງລາວ, ຫວັງວ່າການປະຕິເສດຕົວເອງຈະນໍາສັນຕິສຸກມາສູ່ໃຫ້ລາວ ແຕ່ບໍ່ເລີຍ, ລາວຂຽນວ່າ “ຈິດວິນຍານຂອງຂ້ອຍວົນວຽນຢູ່ໃນຖິ່ນແຫ້ງແລ້ງກັນດານ” ຊີວິດຂອງລາວສຸດຈະເຫຼືອທົນ, ລາວຂຽນວ່າ “ຂ້ອຍບໍ່ສາມາດນອນຫຼືກິນເຂົ້າໄດ້...ໃຈຂອງຂ້ອຍເຕັມໄປດ້ວຍການບໍ່ມີຄວາມສຸກເລິກໆພາຍໃນ” ພວກເຈົ້າໜ້າທີ່ໃນໂຮງຮຽນສັງເກດວ່າລາວຢູ່ໃນສະພາບຂອງການສຶມເສົ້າຕະຫຼອດເວລາ. ໃນສະພາບອາລົມນີ້ລາວຈື່ງໄດ້ໄປກັບນັກຮຽນຄົນອື່ນໆເພື່ອຟັງດຣ.I. M. Haldeman ພວກເນັ້ນຮາກຖານເດີມທີ່ເຊື່ອພຣະຄໍາພີ, ສິດຍາພິບານຂອງຄຣິສຕະຈັກເຟິສແບັບຕິດແຫ່ງນິວຢອກຊິດຕີ້, ດຣ. Haldeman ມີຊື່ສຽງເພາະການເວົ້າວ່າ “ຄົນທີ່ປະຕິເສດການເກີດຈາກຍິງພົມມະຈັນກໍປະຕິເສດພຣະຄໍາພີຂອງຊາວຄຣິສຕຽນ” ດຣ.ຮໍແມນຢູ່ໃນຄວາມຂັດແຍ້ງໂດຍກົງກັບແຮຣີ່ ເອເມີສັນ ຟອສດິກແລະໂຮງຮຽນສາສະໜາສາດຢູນຽນ, ຈອນ ຊວງໄດ້ໄປຟັງລາວເທດສະໜາຍ້ອນຄວາມຢາກຮູ້ຢາກເຫັນ, ແຕ່ດຣ.ຮໍແມນບໍ່ໄດ້ເທດສະໜາໃນຄືນນັ້ນ, ພັດມີຍິງສາວອາຍຸສິບຫ້າປີເປັນພະຍານແທນ, ລາວອ່ານພຣະຄໍາພີ ແລະເວົ້າເຖິງການຕາຍແທນຂອງພຣະຄຣິດເທິງໄມ້ກາງແຂນ, ຊວງເວົ້າວ່າລາວຮູ້ສຶກໄດ້ເຖິງການສະຖິດຢູ່ນໍາຂອງພຣະເຈົ້າໃນການນະມັດສະການນັ້ນ, ໝູ່ຂອງລາວທີ່ມາຈາກໂຮງ ຮຽນພຣະຄໍາພີພາກັນເຍີ້ຍແລະຫົວຂວັນ, ແຕ່ລາວເອງພັດກັບໄປຮ່ວມການນະມັດສະການຕອນແລງອີກສີ່ເທື່ອຕິດຕໍ່ກັນ “ທຸກຢ່າງເພື່ອພຣະເຢຊູ” ຮ້ອງອີກເທື່ອໜຶ່ງ. ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ ລາວເລີ່ມຕົ້ນອ່ານປະຫວັດຂອງພວກຄຣິສຕຽນເຊັ່ນ: ຈອນເວສລີ, ຈອຊ ວິດຟິວ ແລະນັກເທດຜູ້ຍິ່ງໃຫຍ່ຄົນອື່ນໆ, ເພື່ອຄົນຫາລິດເດດທີ່ລາວຮູ້ສຶກຢູ່ໃນການນະມັດສະການຂ່າວປະເສີດທີ່ຄຣິສຕະຈັກເຟິສແບັບຕິດນັ້ນ, ຢູ່ຫ້ອງຮຽນຊ່ວງໜຶ່ງໃນໂຮງຮຽນພຣະຄໍາພີຜູ້ບັນຍາຍໄດ້ເວົ້າຕໍ່ສູ້ຢ່າງເຂັ້ມແຂງຕໍ່ການຕາຍແທນຂອງພຣະຄຣິດເທິງໄມ້ກາງແຂນ, ຈອນ ຊວງໄດ້ຢືນຂຶ້ນຕອນທ້າຍຂອງການບັນຍາຍ ແລະຕອບຜູ້ບັນຍາຍຕໍ່ໜ້ານັກຮຽນທີ່ຕົກໃຈ. ສຸດທ້າຍໃນວັນທີ 10 ເດືອນກຸມພາປີ 1927 ລາວກໍໄດ້ປະສົບກັບການກັບໃຈໃໝ່ທີ່ແທ້ຈິງ, “ລາວເຫັນຄວາມບາບທັງໝົດໃນຊີວິດຂອງລາວທີ່ແຜ່ອອກໄປຕໍ່ໜ້າລາວ,ຕອນ ທໍາອິດເບິ່ງຄືວ່າບໍ່ມີທາງທີ່ຈະກໍາຈັດຄວາມບາບຂອງລາວໄດ້ ແລະວ່າລາວຈະຕ້ອງຕົກນາ ລົກ, ລາວພະຍາຍາມທີ່ຈະລືມບາບຂອງຕົນແຕ່ກໍເຮັດບໍ່ໄດ້, ພວກມັນແທງໃຈຂອງລາວ, ແລ້ວລາວກໍຫັນກັບມາສູ່ເລື່ອງລາວທີ່ໄມ້ກາງແຂນໃນລູກາ 23 ແລະໃນຂະນະທີ່ລາວອ່ານ ເລື່ອງນັ້ນໄດ້ກາຍມາມີຊີວິດ...ເບິ່ງຄືວ່າລາວໄປຢູ່ໃກ້ຕີນໄມ້ກາງແຂນນັ້ນແລະຂໍຮ້ອງໃຫ້ຊໍາ ລະລ້າງຈາກຄວາມບາບທຸກຢ່າງຂອງລາວໃນພຣະໂລຫິດອັນປະເສີດ(ຂອງພຣະຄຣິດ)...ລາວສືບຕໍ່ຮ້ອງໄຫ້ ແລະອະທິຖານຈົນຮອດທ່ຽງຄືນ, ແລ້ວລາວ(ຄືວ່າໄດ້ຍິນ)ສຽງໜຶ່ງເວົ້າກັບລາວວ່າ ‘ລູກຊາຍເອີຍ ບາບຂອງເຈົ້າໄດ້ຮັບການອະໄພແລ້ວ’ແລະນໍ້າໜັກບາບທຸກຢ່າງຂອງລາວເບິ່ງຄືວ່າຕົກລົງມາຈາກບ່າຂອງລາວ...ລາວເຕັ້ນໄປດ້ວຍຕີນຂອງລາວພ້ອມກັບຮ້ອງວ່າ ‘ຮາເລລູຢາ’”(Lyall ເຫຼັ້ມດຽວກັນໜ້າ 33-34)ລາວແລ່ນຮ້ອງສັນລະເສີນພຣະເຈົ້າໄປທົ່ວຮໍພັກ, ຕອນນີ້ລາວເລິ່ມເວົ້າກັບທຸກຄົນກ່ຽວກັບຄວາມຕ້ອງການພຣະຄຣິດຂອງພວກເຂົາ, ລວມທັງໝູ່ໃນຫ້ອງຂອງລາວ ແລະພວກຄູຢູ່ໂຮງຮຽນພຣະຄໍາພີ, ລາວບອກແມ່ນແຕ່ກັບແຮຣີ່ເອເມີສັນ ຟອສດິກວ່່າລາວຈໍາເປັນຕ້ອງໄດ້ຮັບຄວາມລອດ “ທຸກຢ່າງເພື່ອພຣະເຢຊູ” ຮ້ອງອີກເທື່ອໜຶ່ງ! ທຸກຢ່າງເພື່ອພຣະເຢຊູ! ທຸກຢ່າງເພື່ອພຣະເຢຊູ!ທັງວັນແລະເວລາຂອງຂ້າ ປະທານຂອງໂຮງຮຽນພຣະຄໍາພີຄິດວ່່າລາວເສຍສະຕິຍ້ອນຄວາມພະຍາຍາມໄດ້ທຶນການສຶກສາ ແລະເຮັດໃຫ້ລາວຍອມທີ່ຈະເປັນໂລກຈິດພາຍໃນໃນໂຮງໝໍໂລກຈິດ,ລາວໃຊ້ເວລາຫົກເດືອນຖືກກັກຂັງຢູ່ໃນໂຮງໝໍໂລກຈິດ, ພວກເຂົາໃຫ້ລາວໃສ່ເສືອທີ່ມັດຕິດກັນ ໃນຊ່ວງເວລານັ້ນລາວໄດ້ອ່ານພຣະຄໍາພີຕັ້ງແຕ່ຕົ້ນຈົນຈົບສີ່ສິບຮອບ, “ໂຮງໝໍໂລກຈິດຈື່ງກາຍເປັນວິທະຍາໄລສາສະໜາສາດທີ່ແທ້ຈິງຂອງຈອນ ຊວງ”(Lyall ໜ້າ 38),ສຸດທ້າຍລາວກໍຖືກປ່ອຍອອກມາໃນສະພາບທີ່ລາວພ້ອມຈະກັບໄປປະເທດຈີນ - ແລະບໍ່ກັບມາທີ່ອາເມລິກາອີກ, ຈອນ ຊວງໄດ້ຕັດຄວາມສໍາພັນຂອງຕົນກັບໂຮງຮຽນສາສະໜາສາດຢູນຽນຕອນທີ່ລາວເຜົາໜັງສືສາສະໜາສາດເສລີຂອງລາວໂດຍເອີ້ນພວກມັນວ່າ “ໜັງສືຂອງພວກຜີປີສາດ” ໃນການເດີນກັບໄປປະເທດຈີນຂອງລາວ,ລາວຮູ້ດີວ່າລາວສາມາດໄດ້ຮັບຕໍາແໜ່ງເປັນສາສະດາຈານຂອງວິຊາເຄມີໃນມະຫາວິທະຍາໄລບາງແຫ່ງຂອງຈີນໄດ້, “ວັນໜຶ່ງໃນຂະນະທີ່ພາຊະນະໃກ້ຈະເຖິງຈຸດຈົບຂອງການເດີນທາງຂອງມັນ, ຈອນ ຊວງລົງໄປທີ່ຫ້ອງຜູ້ໂດຍສານໃນເຮືອຂອງລາວ, ຈັບເອົາຫີບໃບປະກາດຕ່າງໆ,ຫຼຽນຕ່າງໆ ແລະກະແຈແຫ່ງຄວາມເປັນພີ່ນ້ອງຂອງຕົນອອກມາແລ້ວໂຍນມັນລົງໄປ(ລົງໄປທະເລ)ທຸກຢ່າງຍົກເວັ້ນໃບປະກາດປະລິນຍາເອກຂອງລາວຊື່ງລາວເອົາໄວ້ເພື່ອໃຫ້ພໍຂອງລາວພໍໃຈ”(Lyall ໜ້າ40). ດຣ.ຈອນ ຊວງໄດ້ກ້າວລົງຈາກເຮືອຢູ່ຊຽງໄຮໃນລະດູໃບໄມ້ລົ່ນປີ 1927 ເພື່ອເປັນນັກປະກາດຂ່າວປະເສີດທີ່ມີຊື່ສຽງທີ່ສຸດຄົນໜື່ງໃນປະຫວັດສາດຈີນ, ລາວມັກຖືກເອີ້ນວ່າເປັນ “ເວສລີແຫ່ງປະເທດຈີນ”ຈອນ ຊວງໄດ້ກາຍເປັນນັກເທດຂ່່າວປະເສີດທີ່ມີລິດອໍານາດ, ຫຼາຍກວ່າ 100,000 ຄົນໄດ້ກັບໃຈໃໝ່ໃນປະເທດຈີນພາຍໃຕ້ການເທດສະໜາພາຍໃນສາມປີຂອງລາວ! ລາວຍັງໄດ້ເທດໃນປະເທດພະມ້າ, ກໍາປູເຈຍ, ສິງກະໂປ, ເກົາຫຼີ, ອິນໂດນີເຊຍກັບຟີລິບປິນ, ລາວມັກຈະເທດໂດຍມີຜູ້ແປແມ່ນແຕ່ໃນປະເທດຈີນເພາະພາສາທ້ອງຖິ່ນຂອງລາວຄົນສ່ວນຫຼາຍບໍ່ຮູ້ຈັກຢ່າງກວ້າງຂວາງ, ຄືກັບຈອຊ ວິດຟິວ ຈອນ ຊວງໄດ້ໃຫ້ຄໍາປຶກສາສ່ວນຕົວກັບຄົນສ່ວນຫຼາຍທີ່ຕອບສະໜອງຕໍ່ຄໍາເທດສະໜາຂອງລາວ “ພວກຄຣິສຕຽນຢູ່ປະເທດຈີນແລະໄຕ້ຫວັນໃນປັດຈຸບັນນີ້ເປັນໜີ້ການຮັບໃຊ້ຂອງຊວງຫຼາຍ, ລາວເປັນໜຶ່ງໃນຂອງຂວັນທີ່ຍິ່ງໃຫຍ່ທີ່ສຸດທີ່ຢູ່ຕາເວັນອອກອັນຫ່າງໄກໃນສະຕະວັດທີຊາວ”(T. Farak, in J. D. Douglas, Ph.D., Who’s Who in Christian History, Tyndale House, 1992, p. 650)ປະຫວັດຫຍໍ້ທີ່ດີທີ່ສຸດຂອງດຣ.ຈອນ ຊວງຖືກຂຽນໂດຍສາສະດາຈານ ວິລລ່ຽມ ອີ.ສຊູເບີດໃນໜັງສືທີ່ຊື່ວ່າ “ຂ້ອຍຈື່ຈອນ ຊວງໄດ້” ມີິຢູ່ທີ່ www.strategicpress.org ກົດທີ່ນີ້ເພື່ອຊື້ຊີວະປະຫວັດຂອງອາຈານສຊູເບີດ, ກົດທີ່ນີ້ເພື່ອຊື້ຊີວະປະຫວັດຂອງດຣ. ຈອນ ຊວງ ຂຽນໂດຍLeslie Lyall (ບໍ່ດີເທົ່າຂອງສຊູເບີດແຕ່ໜ້າສົນໃຈຖ້າມີການວິຈານໜ້ອຍໜຶ່ງ) ກົດທີ່ນີ້ເພື່ອຊື້ບັນທຶກປະຈໍາວັນຂອງດຣ. ຈອນ ຊວງ ຊື່ວ່າ “ການເດີນທາງທີີ່ເທື່ອໜຶ່ງເຄີຍຫລົງທາງ” ກົດທີ່ນີ້ເພື່ອອ່ານບົດຄວາມວິກີພິເດຍເລື່ອງ ດຣ.ຊວງ. ລາວເສຍຊີວິດດ້ວຍໂລກມະເຮັງໃນປີ 1944 ຕອນອາຍຸໄດ້ສີ່ສິບສອງປີ. “ເພາະຖ້າຜູ້ໃດຈະໄດ້ສິ່ງຂອງໝົດທັງໂລກ ແຕ່ຕ້ອງສູນເສຍຈິດວິນຍານຂອງຕົນ ຜູ້ນັ້ນຈະໄດ້ປະໂຫຍດອັນໃດ”(ມາລະໂກ 8:36) ມັນຄືຄໍາອະທິຖານຂອງຂ້າພະເຈົ້າວ່າພວກທ່ານຈະປະສົບກັບການກັບໃຈໃໝ່ທີ່ແທ້ຈິງຄືກັບດຣ. ຊວງພົບ, ຂ້າພະເຈົ້າອະທິຖານວ່າພຣະເຈົ້າຈະຊົງສໍາແດງໃຫ້ທ່ານເຫັນເຖິງຄວາມວ່າງເປົ່າຂອງຊີວິດນີ້ ແລະທີ່ວ່າພຣະເຈົ້າຈະພາທ່ານມາພາຍໃຕ້ການສໍານຶກອັນເລິກຊື້ງເລື່ອງບາບ ແລະວ່່າພຣະເຈົ້າຈະຊົງຊັກນໍາທ່່ານມາຫາພຣະຄຣິດເພື່ອຊໍາລະຈາກຄວາມຜິດບາບໂດຍທາງພຣະໂລຫິດໄຖ່ບາບຂອງພຣະອົງ, ເມື່ອທ່ານວາງໃຈໃນພຣະເຢຊູທ່ານກໍຈະບັງເກີດໃໝ່ ແລະມີຊີວິດໃໝ່ທີ່ອັດສະຈັນໃນພຣະອົງ, ແລະຂ້າພະເຈົ້າຂໍອະທິຖານວ່າທ່່ານຈະກັບມາອີກໃນຄືນນີ້ຕອນ 6:15 ເພື່ອຟັງຄໍາເທດສະໜາອີກອັນໜຶ່ງທີ່ຊື່ວ່າ “ກັບດຣ.ຈອນ ຊວງ ທີ່ໂຮງຮຽນສາສະໜາສາດເສລີ” (ກົດທີ່ນີ້ເພື່ອອ່ານເບິ່ງ)ເອແມນ. ຂໍເຊີິນຢືນຂຶ້ນແລ້ວຮ້ອງເພງບົດທີໜຶ່ງໃນເຈ້ຍເພງຂອງທ່ານ “ພຣະເຢຊູຊົງຈ່າຍໝົດແລ້ວ” ຂ້າຍິນພຣະຜູ້ຊ່ວຍວ່າ “ແທ້ຈິງກໍາລັງເຈົ້ານ້ອຍ” |
ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452. (ຈົບຄຳເທດສະໜາ) ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ ບັນເລງເພງກ່ອນຄໍາເທດສະໜາໂດຍ:ເບັນຈາມິນ ຄິນເຄດກຣິຟຟິດ: |