ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ,
ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.
ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່,
www.sermonsfortheworld.com, ສ່ວນອີກຫຼາຍ
ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ
46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ
ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້,
ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ
ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.
ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ
ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.
ວິທີນໍາວິນຍານໄປຫາພຣະຄຣິດ-
|
ພຣະເຢຊູຊົງກ່າວວ່າຄົນຜູ້ໜຶ່ງຈະຕ້ອງກັບໃຈໃໝ່-ມີການກັບໃຈ-ບໍ່ດັ່ງນັ້ນເຂົາກໍຈະ ບໍ່ສາມາດໄປສະຫວັນໄດ້, ພາສາກຣີກແປຄໍາວ່່າ “ກັບໃຈ”ແມ່ນ “epistrepho”ໝາຍເຖິງ “ການຫັນກັບ” ອັນນີ້ບໍ່ແມ່ນການອະທິຖານຕາມຄໍາອະທິຖານຂອງຄົນບາບຫຼືການຍົກມືຂຶ້ນ, ນີ້ແມ່ນການປ່ຽນແປງຂອງໃຈທີ່ພຣະເຈົ້າຊົງມອບໃຫ້ກັບຄົນບາບຕອນທີ່ບັງເກີດໃໝ່, ພຣະ ເຢຊູຊົງກ່າວຕໍ່ນິໂຄເດມັສວ່າ “ຖ້າທ່ານບໍ່ໄດ້ບັງເກີດໃໝ່ທ່ານຈະເຫັນອານາຈັກຂອງພຣະເຈົ້າບໍ່ໄດ້”(ໂຢຮັນ 3:3), ອີກຄັ້ງທີ່ພຣະເຢຊູຊົງກ່າວວ່າ “ທ່ານຈະຕ້ອງບັງເກີດໃໝ່”(ໂຢຮັນ 3:7), ນີ້ແມ່ນພື້ນຖານການປ່ຽນແປງຂອງໃຈ, ພຣະຄໍາພີກ່າວວ່າ “ຖ້າຜູ້ໃດຢູ່ໃນພຣະ ຄຣິດ ຜູ້ນັ້ນກໍເປັນຄົນທີ່ຖືກສ້າງໃໝ່ແລ້ວ, ສິ່ງເກົ່າໆກໍລ່ວງໄປ ເບິ່ງແມ້ ສິ່ງສາລະພັັດກາຍເປັນສິ່ງໃໝ່ທັງນັ້ນ”(2 ໂກລິນໂທ 5:17), ນີ້ບໍ່ແມ່ນພຽງອະທິຖານຕາມຄໍາອະທິຖານຂອງຄົນບາບ, ນີ້ແມ່ນການກັບໃຈໃໝ່! ໃນເຊົ້ານີ້ຂ້າພະເຈົ້າຢາກຈະເວົ້າເຖິງເລື່ອງການໃຫ້ ຄໍາແນະນໍາເພື່ອພາຄົນບາບສູ່ການກັບໃຈໃໝ່ໃນພຣະຄຣິດ. ແມ່ນຫຍັງຄືການກັບໃຈ? ພວກເຮົາຢາກໃຫ້ຫຍັງເກີດຂຶ້ນ? ຄົນບາບຕ້ອງການການກັບໃຈ,ບໍ່ແມ່ນການຕັດສິນໃຈ, ນັບຕັ້ງແຕ່ຊາລສ໌ຟິນນີ(1792-1875) “ລັດທິຕັດສິນໃຈນິຍົມ”ໄດ້ເຂົ້າມາແທນທີ່ຂອງການກັບໃຈໃໝ່ຢູ່ໃນຫຼາຍຄຣິສຕະຈັກທົ່ວໂລກ, ຜູ້ຄົນເປັນລ້ານໆຄົນໄດ້ຕັດສິນໃຈແຕ່ບໍ່ແມ່ນການກັບໃຈໃໝ່. ແມ່ນຫຍັງຄື“ການຕັດສິນໃຈນິຍົມ?” ແມ່ນຫຍັງຄືການກັບໃຈໃໝ່? ນີ້ແມ່ນຄວາມໝາຍຈາກໜັງສື ການຖີ້ມຄວາມເຊື່ອປັດຈຸບັນນີ້ທີ່ຂຽນໂດຍດຣ.ໄຮເມີກັບພໍ່ຂອງຂ້າພະເຈົ້າ ດຣ.ເຄແກນ. ການຕັດສິນໃຈນິຍົມແມ່ນການເຊື່ອວ່າບຸກຄົນໜຶ່ງລອດໄດ້ໂດຍການອອກມາຂ້າງໜ້າ,ການຍົກມືຂື້ນ,ການເວົ້າຄໍາອະທິຖານ, ການເຊື່ອຫຼັກຄໍາສອນໜຶ່ງ,ການເຮັດຂໍ້ຜູກມັດກັບພຣະເຈົ້າ ຫຼືຮູບແບບພາຍນອກອື່ນໆ,ການກະທໍາຂອງມະນຸດຊື່ງມີຄວາມໝາຍເທົ່າກັນ ແລະການພິສູດການອັດສະ ຈັນທີ່ຢູ່ພາຍໃນການກັບໃຈ, ມັນຄືການເຊື່ອວ່າບຸກຄົນໜື່ງລອດໂດຍການເປັນຕົວແທນຂອງການຕັດສິນໃຈພາຍນອກ, ການເຊື່ອວ່າການປ່ຽນແປງໜຶ່ງໃນການກະທໍາຂອງມະນຸດສະແດງວ່າຄົນຜູ້ນັ້ນລອດແລ້ວ. ການຕັດສິນໃຈແມ່ນວຽກຂອງມະນຸດທີ່ທຸກຄົນສາມາດເຮັດໄດ້ທຸກເວລາ, ການກັບໃຈໃໝ່ ແມ່ນການກະທໍາທີ່ອັດສະຈັນເຊິ່ງປ່ຽນແປງຊີິວິດຂອງບຸກຄົນໜຶ່ງ ແລະຈຸດໝາຍນິລັນດອນຕະຫຼອດໄປ. ການໄດ້ການຕັດສິນໃຈໜື່ງງ່າຍກວ່າການນໍາຈິດວິນຍານໜື່ງສູ່ການກັບໃຈໃໝ່,ນັກເທດສາມາດມີຈໍານວນຄົນທີ່ມີ“ການຕັດໃຈ”ຫຼາຍເພື່ອຈະນັບມັນ, ທ່ານສາມາດໄດ້ຮັບການຕັດສິນໃຈທຸກບ່ອນ,ທຸກເວລາ, ທ່ານສາມາດອະທິຖານຄໍາອະທິຖານຂອງຄົນບາບກັບຄົນຢູ່ໜ້າບ້ານຂອງເຂົາ, ຢູ່ເທິງຍົນ ຫຼືຢູ່ບ່ອນອື່ນໆອີກ, ທ່ານສາມາດນັບພວກເຂົາໄດ້ແຕ່ທ່ານອາດຈະບໍ່ໄດ້ພົບເຂົາອີກເລີຍ,ພວກເຂົາເຮັດການຕັດສິນໃຈແຕ່ບໍ່ໄດ້ປະສົບກັບການກັບໃຈ. ສໍາລັບການກັບໃຈໃໝ່,ຄົນສ່ວນຫຼາຍຈະຕ້ອງມາທີ່ຄຣິສຕະຈັກ ແລະຟັງຂ່າວປະ ເສີດຫຼາຍໆເທື່ອກ່ອນທີ່ພວກເຂົາຈະເຂົ້າໃຈມັນ ແລະວາງໃຈໃນພຣະເຢຊູ, ບາງຄົນມາ ຄຣິສຕະຈັກເປັນເວລາຫຼາຍເດືອນ,ບາງຄົນເປັນປີກ່ອນທີ່ພວກເຂົາຈະກັບໃຈໃໝ່. ເພື່ອນໍາຜູ້ຄົນມາຫາພຣະຄຣິດນັ້ນທ່ານຈະຕ້ອງເວົ້າກັບພວກເຂົາເປັນການສ່ວນຕົວ, ກັບຕົວທ່ານເອງຫຼັງຈາກທີ່ພວກເຂົາຕອບຮັບການເຊື້ອເຊີນຂອງທ່ານ, ຈົ່ງພາພວກເຂົາໄປອີກບ່ອນໜຶ່ງທີ່ທ່ານຈະສົນທະນາກັບເຂົາ, ຢ່າໄປນໍາພວກເຂົາໃຫ້ອະທິຖານໄວແບບອັດຕະ ໂນມັດ, ການອະທິຖານຄໍາອະທິຖານຂອງຄົນບາບບໍ່ແມ່ນອັນດຽວກັນກັບການວາງໃຈໃນ ພຣະເຢຊູ, ການຍົກມືຂຶ້ນ, ການຍ່າງອອກມາຂ້າງໜ້າ ຫຼືການຮັບບັບຕິດສະມາບໍ່ແມ່ນອັນດຽວກັນກັບການວາງໃຈໃນພຣະເຢຊູ, ການເຮັດສິ່ງເຫຼົ່ານັ້ນບໍ່ໄດ້ພິສູດວ່່າບຸກຄົນນັ້ນໄດ້ວາງໃຈໃນພຣະເຢຊູແລ້ວ, ການວາງໃຈພຣະເຢຊູຄືບາງສິ່ງບາງຢ່່າງທີ່ແຕກຕ່າງກັນ,ບໍ່ຄືໃຜ ແລະສະເພາະເຈາະຈົງ,ການວາງໃຈພຣະເຢຊູຄືການວາງໃຈໃນພຣະເຢຊູ. ການນໍາຄົນໜຶ່ງມາເຊື່ອວາງໃຈໃນພຣະຄຣິດ ແລະປະສົບກັບການກັບໃຈໃໝ່ທີ່ແທ້ຈິງຕ້ອງໃຊ້ເວລາ, ຄວາມພະຍາຍາມ, ຄວາມເຂົ້າໃຈທີ່ເລິກເຊິ່ງ, ຄໍາອະທິຖານແລະພຣະຄຸນຂອງພຣະເຈົ້າ, ດຣ.ໄຮເມີກັບດຣ.ເຄແກນໄດ້ໃຫ້ຄໍາແນະນໍາແກ່ຜູ້ຄົນສໍາລັບການກັບໃຈ ໃໝ່ເປັນເວລາຫຼາຍກວ່າສາມສິບປີ, ນີ້ຄືບາງສິ່ງບາງຢ່າງທີ່ພວກເຂົາໄດ້ຮຽນຮູ້ມາ. 1. ໜຶ່ງ ພວກສິດຍາພິບານຈະຕ້ອງຟັງພວກຄົນບາບ. ຢ່າຖືວ່າ-ຄືກັບທີ່ພວກນັກເທດຂ່່າວປະເສີດທຸກຄົນເຮັດ-ທີ່ວ່າຄົນບາບເຂົ້າໃຈຂ່າວປະເສີດແລ້ວ, ທ່ານຈະຕ້ອງຟັງເຂົາ ແລະຄົ້ນຫາວ່າເຂົາເຊື່ອແນວໃດ, ເບື້ອງຫຼັງສາສະໜາຂອງລາວແມ່ນຫຍັງ? ລາວເຊື່ອກ່ຽວກັບພຣະເຢຊູແນວໃດແດ່? ລາວຄິດວ່າພຣະເຢຊູເປັນວິນຍານໜຶ່ງບໍ? ລາວຄິດວ່າພຣະເຢຊູຊົງຢູ່ໃນໃຈຂອງລາວແລ້ວບໍ? ລາວຄິດວ່າພຣະເຢຊູຊົງໃຈຮ້າຍກັບລາວບໍ? ລາວຄິດວ່າລາວຕົນເອງຈະໄປສະຫວັນຫຼືບໍ? ຈົ່ງຮຽນຮູ້ວ່າເຂົາຄິດແນວໃດ,ແລ້ວຈົ່ງສະແດງໃຫ້ເຂົາເຫັນຄວາມຈິງແລະນໍາເຂົາມາຫາພຣະຄຣິດແທ້. ຄົນບາບມີຊີວິດແນວໃດແດ່? ມີອັນໃດຢຶດເຂົາໄວ້ຈາກການດໍາເນີນຊີວິດຄຣິສຕຽນບໍ-ຮູບໂປ້,ການລ່ວງປະເວນີ ຫຼືການຂັດຂວາງຈາກສະມາຊິກຄອບຄົວ? ພວກຄົນບາບບໍ່ຈໍາເປັນຕ້ອງເຮັດໃຫ້ຕົນເອງສົມບູນແບບເພື່ອທີ່ຈະລອດໄດ້-ພວກເຂົາເຮັດບໍ່ໄດ້, ແຕ່ບາງຄົນທີ່ຍັງດື້ດ້ານ ແລະຢືດຕິດບາບໃຫຍໆບໍ່ແມ່ນການເຊື່ອວາງໃຈພຣະຄຣິດ, ເຂົາວາງໃຈໃນຕົວເອງແທນ. ຖ້າທ່ານບໍ່ຟັງພວກຄົນບາບ,ທ່ານກໍຈະບໍ່ສາມາດຊ່ວຍເຂົາໄດ້, ຈົ່ງຄົ້ນຫາວ່າເປັນຫຍັງຄົນບາບຈື່ງມາລົມກັບທ່ານ, ແມ່ນຫຍັງຄືສິ່ງທີ່ເຂົາຢາກໃຫ້ພຣະເຢຊູເຮັດເພື່ອເຂົາ?ເປັນຫຍັງລາວຈື່ງມາ? ມີຄົນໜຶ່ງເວົ້າວ່າລາວຢາກໃຫ້ພຣະເຢຊູເອົາວຽກໃຫ້ລາວ, ແຕ່ນັ້ນບໍ່ແມ່ນຄວາມລອດ! ຖ້າແມ່ນວ່າພຣະເຢຊູໃຫ້ລາວໄດ້ວຽກລາວກໍຈະຍັງຫຼົງຫາຍຢູ່ດີ, ຄົນນັ້ນຈະຕ້ອງຢາກໃຫ້ຄວາມບາບຂອງຕົນໄດ້ຮັບການອະໄພໂດຍພຣະໂລຫິດຂອງພຣະເຢຊູ. 2. ສອງ ພວກຄົນບາບເຮັດຜິດພາດຫຼາຍຢ່າງກ່ຽວກັບພຣະເຢຊູຄຣິດ. ຄົນບາບຄິດກ່ຽວກັບພຣະເຢຊູແນວໃດແດ່? ຈົ່ງຖາມເຂົາວ່າ “ຕອນນີ້ພຣະເຢຊູຢູ່ໃສ?” ພຣະຄໍາພີກ່າວວ່າພຣະເຢຊູຊົງຢູ່ໃນສະຫວັນ “ຢູ່ເບື້ອງຂວາພຣະຫັດຂອງພຣະເຈົ້າ” ພຣະບິດາ(ໂຣມ 8:34) ແຕ່ພວກແບັບຕິດທີ່ຫຼົງຫາຍສ່ວນຫຼາຍຄິດວ່າພຣະເຢຊູຊົງຢູ່ໃນໃຈຂອງພວກເຂົາແລ້ວ ຫຼືວ່າພຣະອົງຊົງເປັນວິນຍານໜຶ່ງທີ່ລອຍຢູ່ໃນອາກາດ, ທ່ານບໍ່ສາ ມາດມາຫາພຣະເຢຊູໄດ້ຖ້າທ່ານບໍ່ຮູ້ວ່າພຣະອົງຢູ່ໃສ. ຈົ່ງຖາມຄົນບາບວ່າ “ພຣະເຢຊູແມ່ນໃຜ?” ມີຫຼາຍຄົນຄິດວ່າພຣະອົງເປັນພຽງມະນຸດຄົນໜື່ງ, ເປັນໜຶ່ງໃນຄູຜູ້ຍິ່ງໃຫຍ່ແຫ່ງປະຫວັດສາດ,ແຕ່“ພຣະເຢຊູ”ອົງນັ້ນບໍ່ສາມາດຊ່ວຍໃຜໃຫ້ລອດໄດ້, ບາງຄົນຄິດວ່າພຣະອົງຊົງເປັນວິນຍານໜຶ່ງ ຫຼືວ່າພຣະເຢຊູຊົງເປັນພຣະວິນຍານບໍລິສຸດ, ແຕ່ພຣະຄຣິດບໍ່ແມ່ນວິນຍານໜຶ່ງ, ຫຼັງຈາກທີ່ພຣະເຢຊູຊົງຟື້ນຄືນຈາກຕາຍ,ພຣະຄໍາພີກ່າວວ່າ: “ຝ່າຍເຂົາທັງຫລາຍສະດຸ້ງຕົກໃຈຢ້ານຄິດວ່າເຫັນຜີ ພຣະອົງຈຶ່ງກ່າວແກ່ພວກເຂົາວ່າ"ທ່ານທັງຫລາຍວຸ້ນວາຍໃຈເຮັດຫຍັງ ເປັນຫຍັງຄວາມຄິດສັບສົນຈຶ່ງເກີດຂຶ້ນໃນໃຈຂອງທ່ານທັງຫລາຍ ຈົ່ງເບິ່ງມືຂອງເຮົາແລະຕີນຂອງເຮົາວ່າເປັນເຮົາເອງ, ຈົ່ງຄຳຕົວເຮົາເບິ່ງ ເພາະວ່າຜີບໍ່ມີເນື້ອໜັງແລະກະດູກເໝືອນທ່ານເຫັນເຮົາມີຢູ່ນັ້ນ" ເມື່ອກ່າວຢ່າງນັ້ນແລ້ວພຣະອົງຊົງສະແດງພຣະຫັດແລະພຣະບາດໃຫ້ເຂົາເຫັນ ເມື່ອພວກເຂົາຍັງບໍ່ປົງໃຈເຊື່ອເພາະເປັນເລື່ອງໜ້າຍິນດີຢ່າງເຫລືອເຊື່ອ ແລະກຳລັງປະຫລາດໃຈຢູ່ ພຣະອົງຈຶ່ງຖາມພວກເຂົາວ່າ "ຢູ່ນີ້ພວກທ່ານກໍມີອາຫານກິນແດ່ບໍ?" ເຂົາກໍເອົາປາປິ້ງອັນໜຶ່ງກັບຮວງເຜິ້ງອັນໜຶ່ງມາຖວາຍພຣະອົງ ພຣະອົງຊົງຮັບປະທານຕໍ່ໜ້າພວກເຂົາ”(ລູກາ 24:37-43) ຫຼັງຈາກທີ່ພຣະອົງຊົງຟື້ນຄືນຈາກຕາຍພຣະເຢຊູຊົງກິນເຂົ້າ, ວິນຍານກິນເຂົ້າບໍ່ໄດ້, ວິນຍານບໍ່ມີເນື້ອໜັງແລະກະດູກຄືທີ່ພຣະເຢຊູມີ, ແລະວິນຍານອັນໜຶ່ງ-ແມ່ນແຕ່ພຣະວິນຍານບໍລິສຸດ- ກໍບໍ່ມີພຣະໂລຫິດທີ່ຈະລ້າງບາບອອກໄປໄດ້! ຈົ່ງຖາມຄົນບາບເບິ່ງວ່າ “ພຣະເຢຊູຊົງໃຈຮ້າຍກັບເຈົ້າບໍ?” ພວກຄາທໍລິກຫຼາຍຄົນກັບຄົນອື່ນໆຄິດວ່າພຣະອົງເປັນແບບນັ້ນ, ພວກເຂົາເຊື່ອໃນ “ພຣະຄຣິດ”ຜູ້ໃຈຮ້າຍ-ຊື່ງບໍ່ແມ່ນພຣະເຢຊູແຫ່ງພັນທະສັນຍາໃໝ່, ພຣະຄໍາພີກ່າວວ່າພຣະເຢຊູຊົງຮັກຄົນບາບ, ພຣະອົງຊົງຍົກໂທດໃຫ້ໂຈນທີ່ຢູ່ເທິງໄມ້ກາງແຂນແລະຜູ້ຍິງທີ່ຖືກຈັບຂໍ້ຫາລ່ວງປະເວນີ, ຄົນບາບຈະສາມາດເຊື່ອວາງໃຈໃນຄົນທີ່ໃຈຮ້າຍກັບລາວໄດ້ແນວໃດ? ຈົ່ງອະທິບາຍຄວາມບໍ່ຖືກຕ້ອງເຫຼົ່ານີ້ ແລ້ວຊີ້ຄົນບາບໄປຫາພຣະເຢຊູແທ້. 3. ສາມ ພວກຄົນບາບເຮັດຜິດພາດຫຼາຍຢ່າງກ່ຽວກັບຄວາມລອດ. ມີຄວາມຜິດພາດຢູ່ສາມປະເພດຫຼັກໆກ່ຽວກັບຄວາມລອດ, ຫຼາຍຄົນຄິດວ່າຖ້າພວກເຂົາຫາກເຮັດໜຶ່ງໃນສິ່ງເຫຼົ່ານີ້,ພວກເຂົາກໍຈະລອດ- ຫຼືຖ້າພວກເຂົາເຮັດໜຶ່ງໃນສິ່ງເຫຼົ່ານີ້ກໍພິສູດວ່າພວກເຂົາລອດແລ້ວ, ນີ້ຄືສາມສິ່ງຫຼັກໆທີ່ພວກຄົນບາບວາງໃຈແທນທີ່ຂອງການວາງໃຈໃນພຣະຄຣິດ. ການປະຕິບັດທາງກາຍ: ພິທີບັບຕິດສະມາ,ການກ້າວອອກມາ,ການຍົກມື,ການເຮັດຂໍ້ຜູກມັດກັບຄວາມເປັນພຣະເຈົ້າ, ການເລີກເຮັດບາບບາງອັນ(ອັນນີ້ບໍ່ແມ່ນການກັບໃຈຕາມພຣະຄໍາພີຊື່ງຄືການປ່ຽນແປງຂອງຈິດໃຈ) ຫຼືການເວົ້າຄໍາອະທິຖານຂອງຄົນບາບ,ນີ້ ແມ່ນການກະທໍາຂອງມະນຸດຊື່ງບໍ່ສາມາດຊ່ວຍໃຜໃຫ້ລອດໄດ້, ພຣະຄໍາພີກ່່າວວ່່າ “ບໍ່ແມ່ນໂດຍການກະທໍາທີ່ຊອບທໍາຊື່ງພວກເຮົາເຮັດນັ້ນ, ແຕ່ອີງຕາມພຣະເມດຕາຂອງພຣະອົງທີ່ພຣະອົງຊົງຊ່ວຍພວກເຮົາ”(ຕີໂຕ 3:5). ການປະຕິບັດທາງໃຈ: ການມີຄວາມຄິດທີ່ຖືກຕ້ອງ ຫຼືການເຊື່ອຄວາມຈິງໃນພຣະຄໍາພີກ່ຽວກັບພຣະເຢຊູ ຫຼືກ່ຽວກັບຄວາມລອດ, ພວກຄົນບາບມັກເວົ້າວ່າ “ຂ້ອຍເຊື່ອວ່າ ພຣະເຢຊູຊົງຕາຍເທິງໄມ້ກາງແຂນແທນຂ້ອຍ”ແຕ່ຄົນເປັນລ້ານໆຄົນກໍເຊື່ອຄວາມຈິງຂໍ້ນັ້ນ, ແມ່ນແຕ່ພະຍາມານກໍເຊື່ອວ່າພຣະເຢຊູຊົງເປັນພຣະບຸດຂອງພຣະເຈົ້າຜູ້ຕາຍເທິງໄມ້ກາງແຂນແລະຟື້ນຄືນມາອີກ, ມັນເຫັນແລ້ວ, ພຣະຄໍາພີກ່າວວ່າ “ພວກຜີປີສາດ(ພະຍາມານ)ກໍເຊື່ອເຊັ່ນກັນແລະຢ້ານຈົນຕົວສັ່ນ”(ຢາໂກໂບ 2:19), ຄົນບາບຈະຕ້ອງວາງໃຈເຊື່ອໃນ ພຣະເຢຊູເອງ,ບໍ່ແມ່ນຄວາມຈິງກ່ຽວກັບພຣະອົງ. ການປະຕິບັດທາງອາລົມຄວາມຮູ້ສຶກ: ຄວາມຮູ້ສຶກແລະປະສົບການຕ່າງໆ,ການສະແຫວງຫາ “ຄວາມໝັ້ນຄົງ”ຫຼາຍກວ່າສະແຫວງຫາພຣະຄຣິດ ຫຼືຄວາມຮູ້ສຶກດີກວ່າໃນຊີວິດ, ຄວາມຮູ້ສຶກມີຂື້ນມີລົງ, ທຸກຄົນມີຄວາມຄິດທແລະຄວາມຮູ້ສຶກທີ່ດີ, ທຸກຄົນມີຄວາມຄິດແລະຄວາມຮູ້ສຶກທີ່ບໍ່ດີ, ຄົນບາບຮູ້ຈັກເລື່ອງນີ້ດີ, ເຂົາມີຄວາມຮູ້ສຶກເຫຼົ່ານີ້ເອງ, ຖ້າທ່ານວາງໃຈໃນຄວາມຮູ້ສຶກຂອງຕົນເອງ, ທ່ານກໍຈະຄິດວ່າທ່ານລອດແລ້ວແລະແລ້ວກໍຫຼົງຫາຍ,ຫຼົງຫາຍແລະແລ້ວກໍລອດ,ຊີວິດທັງຊີວິດຂອງທ່ານ, ຄວາມລອດມີພຽງໃນພຣະເຢຊູເທົ່ານັ້ນບໍ່ແມ່ນໃນຄວາມຮູ້ສຶກ, ເພງເກົ່າໄດ້ກ່າວວ່າ: ຄວາມຫວັງຂອງຂ້າບໍ່ໄດ້ສ້າງຂຶ້ນເໜືອສິ່ງໃດ ຈົ່ງອະທິບາຍຂໍ້ຜິດພາດໃຫ້ມັນຖືກຕ້ອງ ແລ້ວຊີ້ຄົນບາບໄປຫາພຣະເຢຊູໂດຍກົງເລີຍ,ສໍາລັບການຍົກໂທດບາບໂດຍພຣະໂລຫິດຂອງພຣະອົງ. ມີຄວາມຄິດຜິດໆຫຼາຍຢ່າງທີ່ເອີຍເຖິງພຣະຄຣິດ,ແຕ່ພວກເຂົາ “ວາງພຣະອົງລົງກ້ອງ”ຫຼື “ສົ່ງພຣະອົງຜ່ານທາງ”ສິ່ງອື່ນ, ບາງຄົນຄິດວ່າຖ້້າທ່ານຫາກບັບຕິດສະມາ,ທ່ານກໍຈະໄດ້ຮັບຄວາມລອດໃນພຣະຄຣິດ, ເລື່ອງນີ້ໄດ້ວາງພຣະຄຣິດລົງ “ຢູ່ກ້ອງ”ແລະ “ຜ່ານທາງ”ນໍ້າຂອງພິທີບັບຕິດສະມາ, ມີຫຼາຍຄົນຄິດວ່າຖ້າທ່ານເວົ້າຕາມຄໍາອະທິຖານຂອງຄົນບາບທ່ານກໍຈະລອດ ແລະຄໍາອະທິຖານຄືສິ່ງດຽວກັນກັບການວາງໃຈໃນພຣະເຢຊູ, ດັ່ງນັ້ນພວກເຂົາຈື່ງໃຫ້ຜູ້ຄົນອະທິຖານ ແລະນັບພວກເຂົາໃນເມື່ອໜ້ອຍຄົນໃນພວກເຂົາທີ່ວາງໃຈໃນພຣະເຢຊູແລະໄດ້ຮັບການປ່ຽນແປງ, ນັ້ນຄືການວາງພຣະຄຣິດລົງ“ຢູ່ກ້ອງ”ແລະ “ຜ່ານທາງ”ຄໍາອະທິຖານ, ພຣະຄໍາພີກ່າວວ່າ “ພຣະເຢຊູຄຣິດເອງ”ຊົງເປັນສີລາມູມເອກ(ເອເຟໂຊ 2:20),ບໍ່ແມ່ນຄໍາຕ່າງໆຂອງຄໍາອະທິຖານຂອງຄົນບາບ, ຈົ່ງຊີ້ນໍາຄົນບາບໃຫ້ວາງໃຈໃນພຣະເຢຊູຄຣິດພຣະອົງເອງ. ຂ້າພະເຈົ້າເຄີຍເຫັນຜູ້ຄົນແລ່ນຈາກຄວາມຜິດພາດອັນນີ້ໄປຫາອັນນັ້ນ, ພວກເຂົາເລິ່ມຕົ້ນໂດຍການສະແຫວງຫາຄວາມຮູ້ສຶກ, ເທື່ອໜ້າພວກເຂົາກໍເວົ້າວ່າ “ຂ້ອຍບໍ່ໄດ້ມີຄວາມຮູ້ສຶກ, ຂ້ອຍພຽງແຕ່ເຊື່ອວ່າພຣະຄຣິດຊົງຕາຍເພື່ອຂ້ອຍ” ຄົນບາບຍ້າຍຈາກຄວາມຜິດພາດແຫ່ງການສະແຫວງຫາຄວາມຮູ້ສຶກໄປຫາຄວາມຜິດພາດແຫ່ງການວາງໃຈໃນຄວາມຈິງກ່ຽວກັບພຣະເຢຊູ, ຈົ່ງໄລ່ຄົນບາບອອກຈາກບ່ອນຫລົບໄພແຫ່ງການຕົວະ ແລະ ຊີ້ນໍາເຂົາໄປຫາພຣະຄຣິດ. 4. ສີ່ ພວກຄົນບາບຕ້ອງການການສໍານຶກຜິດເລື່ອງບາບແຫ່ງໃຈຂອງພວກເຂົາ. ຄົນບາບຈະຕ້ອງສໍານຶກບາບແຫ່ງໃຈຂອງຕົນ, ທຸກຄົນຕ້ອງຍອມຮັບວ່າຕົນເປັນຄົນບາບໂດຍທາງໃດໜຶ່ງ, ທຸກຄົນຍອມຮັບວ່າພວກເຂົາບໍ່ສົມບູນແບບ,ວ່່າພວກເຂົາໄດ້ເຮັດບາງຢ່າງທີ່ຜິດ, ຂ້າພະເຈົ້າບໍ່ໄດ້ກໍາລັງເວົ້າເຖິງເລື່ອງນັ້ນ. ຂ້າພະເຈົ້າບໍ່ໄດ້ກໍາລັງເວົ້າເຖິງຄວາມຮູ້ສຶກຕົວຂອງຄວາມເປັນຈິງຫຼືບາບທີ່ເຈາະຈົງ ແມ່ນຄົນບາບໄດ້ເຮັດບາບຫຼາຍຢ່າງ, ແຕ່ການຄິດເຖິງແຕ່ບາບເຫຼົ່ານັ້ນຈະບໍ່ຊ່ວຍເຂົາໄດ້, ຖ້າທ່ານໄປຕາມລາຍການຂອງບາບທີ່ເຈາະຈົງ,ຄົນບາບກໍຈະຄິດວ່າ “ຂ້ອຍບໍ່ໄດ້ເຮັດສິ່ງເຫຼົ່ານັ້ນດັ່ງນັ້ນຂ້ອຍຈື່ງຕ້ອງລອດ” ບໍ່ດັ່ງນັ້ນເຂົາກໍຈະຄິດວ່າ “ຂ້ອຍຈະຢຸດເຮັດສິ່ງເຫຼົ່ານັ້ນ ແລະອັນນັ້ນຈະສະແດງວ່າຂ້ອຍລອດແລ້ວ” ຄວາມບາບເຂົ້າໄປເລິກກວ່ານັ້ນ, ທຸກຄົນເປັນຄົນບາບຢູ່ຂ້າງໃນ,ດ້ວຍທໍາມະຊາດບາບທີ່ສືບມາຈາກອາດາມ, ທຸກຄົນມີໃຈຊົ່ວ, ພຣະຄໍາພີກ່າວວ່າ “ໃຈກໍເປັນຕົວຫລອກລວງເໜືອກວ່າສິ່ງໃດ ແລະມັນເຊື່ອມສາມລົງ”(ເຢເຣມີຢາ 17:9) ຄົນບາບທຸກຄົນເປັນຄົນເຫັນແກ່ຕົວຢູ່ຂ້າງໃນ, ຄົນບາບທຸກຄົນຕໍ່ສູ້ພຣະເຈົ້າໃນໃຈຂອງຕົນ, ອັນນີ້ເລິກກວ່າບາບທີ່ສະເພາະເຈາະຈົງທີ່ບຸກຄົນໜຶ່ງເຄີຍເຮັດມາ, ສິ່ງທີ່ພວກເຂົາເຮັດອອກມາຈາກສິ່ງທີ່ເຂົາເປັນ, ເລິກກວ່າທຸກສິ່ງທີ່ຄົນບາບເຮັດ,ໃຈຂອງເຂົາ,ຕົວຕົນຂອງເຂົາລ້ວນແຕ່ບາບແລະຜິດ, ຄົນບາບຈະຕ້ອງຮູ້ສຶກບາບໃນໃຈຂອງຕົນເອງ, ຈົ່ງບອກເຂົາເລື່ອງບາບໃນໃຈຂອງເຂົາໃນຄໍາເທດສະໜາຂອງທ່ານ ແລະເມື່ອທ່ານສົນທະນາກັບຜູ້ນັ້ນຫຼັງຈາກຈົບເທດສະໜາ. ຄົນບາບບໍ່ສາມາດປ່ຽນໃຈຂອງຕົນເອງໄດ້, ກໍຄືກັບແບ້ບໍ່ສາມາດປ່ຽນຕົວເອງໄປເປັນແກະໄດ້, ນັ້ນແຫຼະຄືຄວາມໝາຍທີ່ວ່າເຂົາເປັນຄົນຫຼົງຫາຍ ແລະບໍ່ສາມາດຊ່ວຍຕົວເອງໄດ້, ເຂົາບໍ່ສາມາດວາງໃຈໃນພຣະເຢຊູດ້ວຍຕົວເອງໄດ້, ມີພຽງພຣະເຈົ້າເທົ່ານັ້ນທີ່ສາ ມາດດຶງເຂົາມາຫາພຣະເຢຊູໄດ້, ພຣະຄຣິດຊົງກ່າວວ່າ “ບໍ່ມີໃຜມາເຖິງເຮົາໄດ້ ນອກຈາກ ພຣະບິດາຜູ້ຊົງໃຊ້ເຮົາມາຈະຊັກນໍາເຂົາ”(ໂຢຮັນ 6:44), ນີ້ເອີ້ນວ່າ “ຂ່າວປະເສີດແທ້ຈິງ”- ຄົນບາບຈະຕ້ອງມາຫາພຣະຄຣິດ,ແຕ່ເຂົາເຮັດບໍ່ໄດ້. ເຂົາບໍ່ສາມາດເຮັດອັນໃດເພື່ອຈະຊ່ວຍຕົວເອງໃຫ້ລອດໄດ້, ຄືກັບທີ່ພຣະຄໍາພີກ່າວວ່າ: “ຄວາມລອດເປັນຂອງພຣະເຢໂຮວາ”(ໂຢນາ 2:9)ຄົນບາບຈະຕ້ອງເປັນຄືກັບທີ່ເອຊາຢາເວົ້າ “ວິບັດແກ່ຂ້າພະເຈົ້າ! ເພາະຂ້າພະເຈົ້າພິນາດແລ້ວ”(ເອຊາຢາ 6:5) ຈົ່ງສະແດງໃຫ້ລາວຮູ້ຈັກບາບແຫ່ງໃຈຂອງລາວ, ຈົ່ງສະແດງໃຫ້ລາວຮູ້ວ່າລາວບໍ່ສາມາດຊ່ວຍຕົນເອງໄດ້, ຈົ່ງບອກລາວວ່າລາວຕ້ອງການ ພຣະເມດຕາ, ແລ້ວລາວອາດຈະມາຫາພຣະຄຣິດກໍເປັນໄດ້. 5. ຫ້າ ຖ້າຄົນບາບສໍານຶກເລື່ອງບາບຂອງໃຈຂອງເຂົາ,ຈົ່ງພະຍາຍາມນໍາເຂົາມາເຖິງພຣະຄຣິດ. ຂ້າພະເຈົ້າບໍ່ໄດ້ນໍາຜູ້ໃດທີ່ມາຫາລົມກັບຕົນມາເຖິງພຣະຄຣິດເລີຍ! ບາງຄົນເປັນຄົນຢາກຮູ້ຢາກເຫັນ, ພວກເຂົາບໍ່ໄດ້ຢາກທີ່ຈະໄດ້ຮັບການອະໄພບາບຂອງເຂົາ, ບາງຄົນມາພຽງເພາະພວກເຂົາເຫັນຄົນອື່ນມາ, ບາງຄົນບໍ່ມີຄວາມຮູ້ສຶກເລື່ອງບາບຂອງຕົນ ແລະບໍ່ມີຄວາມຕື່ນຕົວທີ່ພຣະເຈົ້າມອບໃຫ້, ການນໍາຄົນໃນຄໍາອະທິຖານໃຫ້ວາງໃຈໃນພຣະຄຣິດຊື່ງເປັນການຫລອກລວງຈະເປັນພຽງການນໍາພວກເຂົາສູ່ການກັບໃຈໃໝ່ທີ່ຜິດໆເທົ່ານັ້ນ,ຕອນໃດທີ່ເບິ່ງຄືວ່່າຄົນນັ້ນອາດຈະວາງໃຈໃນພຣະເຢຊູ? ຄົນບາບຈະຕ້ອງເປັນຄົນ “ເບື່ອໜ່າຍຕົນເອງ”ຄືກັບທີ່ຜູ້ຍິງຄົນໜຶື່ງໃນຄຣິສຕະຈັກຂອງເຮົາເວົ້າ, ເຂົາຈະຕ້ອງ “ຍອມແພ້ຕໍ່ຕົນເອງ” ເຂົາຈະຕ້ອງ “ມາເຖິງຈຸດຈົບຂອງຕົວເອງ”ເອຊາຢາກໍມາເຖິງຈຸດຈົບຂອງຕົວເອງເມື່ອລາວເວົ້າວ່າ “ວິບັດແກ່ຂ້າພະເຈົ້າ ເພາະຂ້າພະເຈົ້າພິນາດແລ້ວ”(ເອຊາຢາ 6:5) ແລ້ວການວາງໃຈໃນພຣະເຢຊູກໍງ່າຍກວ່ານັ້ນຫຼາຍ, ເຂົາບໍ່ຕ້ອງພະຍາຍາມທີ່ຈະຮຽນຮູ້ບາງສິ່ງບາງຢ່າງ, ເຂົາຕ້ອງການພຣະຄຣິດເພື່ອຊ່ວຍເຂົາໃຫ້ລອດ. ຄົນບາບຈະຕ້ອງວາງໃຈໃນພຣະເຢຊູເອງ, ຈົ່ງພາຄົນບາບໄປຫາພຣະເຢຊູໂດຍກົງ ແລະການຍົກໂທດບາບໂດຍພຣະໂລຫິດຂອງພຣະອົງ, ທ່ານອາດຈະນໍາຄົນໜືຶ່ງໃນຄໍາອະທິຖານທີ່ງ່າຍໆເຊັ່ນວ່າ “ພຣະເຢຊູ ຂ້ານ້ອຍເຊື່ອວາງໃຈໃນພຣະອົງ, ຂໍຊົງລ້າງຄວາມບາບຂອງຂ້ານ້ອຍອອກໄປດ້ວຍພຣະໂລຫິດຂອງພຣະອົງເຖີດ” ຫຼືອາດຈະບໍ່ມີຄໍາອະທິ ຖານເລີຍ,ພຽງແຕ່ການຫັນໄປຫາພຣະເຢຊູໂດຍກົງເພື່ອການຍົກໂທດຜ່ານທາງພຣະໂລຫິດຂອງພຣະອົງ, ຄົນບາບບໍ່ຈໍາເປັນຕ້ອງອະທິຖານຕາມຄໍາອະທິຖານ, ຄົນບາບບໍ່ຈໍາເປັນຕ້ອງເຮັດພາບຂອງພຣະເຢຊູຢູ່ໃນຈິດໃຈຂອງຕົນ,ຖ້ອຍຄໍາຕ່າງໆບໍ່ຈໍາເປັນຕ້ອງ “ຖືກຕ້ອງ” ບາງຄົນທ່ອງຈໍາ-ແລະເວົ້າຊໍ້າໄປມາ-ຄໍາທີ່“ຖືກຕ້ອງ” ແຕ່ບໍ່ໄດ້ວາງໃຈໃນພຣະເຢຊູ, ໂຈນເທິງໄມ້ກາງແຂນບໍ່ໄດ້ເວົ້າຄໍາທີ່ສົມບູນແບບ, ລາວເວົ້າວ່າ “ພຣະອົງເຈົ້າຂ້າ ຂໍພຣະອົງຊົງລະນຶກເຖິງຂ້ານ້ອຍແດ່ເມື່ອພຣະອົງສະເດັດເຂົ້າໃນອານາຈັກຂອງພຣະອົງ”(ລູກາ 23:42) ແຕ່ລາວຮູ້ດີວ່່າລາວເປັນຄົນບາບທີ່ໝົດຫວັງ ແລະລາວໄດ້ກັບມາຫາພຣະຄຣິດ, ມັນງ່າຍໆແບບນັ້ນ! ພຣະອົງເຈົ້າກ່່າວຕໍ່ລາວວ່າ “ວັນນີ້ເຈົ້າຈະຢູ່ກັບເຮົາໃນເມືອງສຸກກະເສີມ”(ລູກາ 23:43), ການວາງໃຈໃນພຣະຄຣິດເອງສໍາຄັນຫຼາຍກວ່າການເວົ້າຄໍາຕ່າງໆ. 6. ຫົກ,ຫຼັງຈາກທີ່ທ່ານໄດ້ເວົ້າກັບຄົນບາບແລ້ວ,ຈົ່ງຖາມຄໍາຖາມງ່າຍໆກັບລາວສອງສາມຂໍ້. ຈົ່ງຖາມລາວວ່າ “ເຈົ້າໄດ້ເຊື່ອວາງໃຈພຣະເຢຊູແລ້ວບໍ?”ຖ້າລາວເວົ້າວ່າ “ບໍ”ຈົ່ງເວົ້າກັບລາວອີກ, ຖ້າລາວເວົ້າວ່າ “ເຈົ້າ”ຈົ່ງຖາມລາວວ່່າລາວວາງໃຈພຣະເຢຊູຕອນໃດ,ຖ້າລາວຫາເວົ້າວ່າ “ຂ້ອຍໄດ້ວາງໃຈໃນພຣະອົງຕະຫຼອດຊີວິດຂອງຂ້ອຍ” ຫຼື “ຂ້ອຍໄດ້ວາງ ໃຈພຣະອົງດົນມາແລ້ວ” ລາວກໍຍັງບໍ່ໄດ້ກັບໃຈໃໝ່. ຖ້າລາວເວົ້າວ່າ “ຂ້ອຍເຊື່ອວາງໃຈໃນພຣະຄຣິດຕອນນີ້”ຈົ່ງຖາມລາວວ່າລາວເຮັດແນວໃດ, ຈົ່ງພະຍາຍາມໃຫ້ລາວອະທິບາຍການກະທໍາແຫ່ງການວາງໃຈຂອງລາວໂດຍຄໍາເວົ້າຂອງລາວເອງ, ຜູ້ຄົນສາມາດທ່ອງຈໍາ “ຄໍາຕ່າງໆຂອງຄຣິສຕະຈັກ”ພວກເຂົາຟັງແລະກໍເວົ້າຊໍ້າໄປມາເຖິງແມ່ນວ່າເຂົາຈະບໍ່ລອດກໍຕາມ, ແມ່ນຫຍັງຄືສິ່ງທີ່ຄົນບາບເຮັດໃນການວາງໃຈຂອງລາວ? ລາວເຊື່ອບາງສິ່ງບາງຢ່າງກ່ຽວກັບພຣະຄຣິດບໍ? ລາວວາງໃຈໃນຄວາມຮູ້ສຶກບໍ? ຫຼືລາວໄດ້ເຊື່ອວາງໃຈໃນພຣະເຢຊູເອງເລີຍ? ຈົ່ງຖາມລາວວ່າ “ພຣະເຢຊູໄດ້ເຮັດຫຍັງແດ່ເພື່ອເຈົ້າ?” ຖ້າຄົນນັ້ນບໍ່ໄດ້ເວົ້າເຖິງ ການທີ່ພຣະຄຣິດຊົງຍົກໂທດບາບຂອງເຂົາໂດຍພຣະໂລຫິດຂອງພຣະອົງ,ແຕ່ເວົ້າກ່ຽວກັບຄວາມຄິດຂອງຕົນ ຫຼືຄວາມຮູ້ສຶກຕ່າງໆ ຫຼືຄວາມດີ, ລາວກໍຍັງບໍ່ລອດ!. ຈົ່ງຖາມລາວວ່າ “ຖ້າເຈົ້າຕາຍໃນມື້ນີ້ ເຈົ້າຈະໄດ້ໄປສະຫວັນຫຼືໄປນາລົກ?” ຖ້າລາວເວົ້າວ່່າ“ສະຫວັນ”ຈົ່ງຖາມລາວວ່າເປັນຫຍັງ,ລາວຈະເວົ້າກັບພຣະເຈົ້າແນວໃດຖ້າພຣະ ເຈົ້າຫາກຖາມລາວວ່າເປັນຫຍັງພຣະອົງຈື່ງຄວນພາເຈົ້າໄປສະຫວັນ? ຖ້າຄົນນັ້ນເວົ້າເຖິງເລື່ອງຄວາມດີຫຼືບາງຢ່າງນອກເໜືອພຣະຄຣິດກັບພຣະໂລຫິດຂອງພຣະອົງ, ລາວກໍຍັງບໍ່ລອດ! ແລ້ວຈົ່ງຖາມລາວວ່າ “ປີໜຶ່ງຕໍ່ຈາກນີ້ໄປ,ຖ້າເຈົ້າມີຄວາມຄິດທີ່ບໍ່ດີ ແລ້ວເຈົ້າຕາຍໄປເຈົ້າຈະໄດ້ໄປໃສ?”ຖ້າລາວຕອບວ່າ “ນາລົກ” ລາວກໍເພິ່ງພາຄວາມດີບໍ່ແມ່ນເພິ່ງພຣະ ຄຣິດ, ແລ້ວຈົ່ງຖາມລາວວ່າ “ໜຶ່ງປີຕໍ່ຈາກນີ້, ຖ້າເຈົ້າອອກໄປຈາກຄຣິສຕະຈັກແລະບໍ່ກັບມາອີກເລີຍ ແລະໄປຢູ່ກັບຜູ້ຍິງ(ຫຼືຜູ້ຊາຍ)ໂດຍບໍ່ໄດ້ແຕ່ງງານກັນ,ມີເພດສໍາພັນກັບນາງແລະ ເຈົ້າຫລິ້ນຢາທຸກມື້,ເຈົ້າຍັງຈະໄດ້ເປັນຄຣິສຕຽນອີກຫຼືບໍ?” ຖ້າລາວຕອບວ່າ “ເຈົ້າ”ລາວກໍຍັງບໍ່ເຄີຍຈັດການບັນຫາເລື່ອງຄວາມບາບ ແລະກໍຍັງຫຼົງຫາຍຢູ່. ມັນເປັນສິ່ງທີ່ສໍາຄັນທີ່ຈະຖາມລາວບໍ່ພຽງແຕ່ເວົ້າວ່າ “ຂ້ອຍເຊື່ອວາງໃຈໃນພຣະເຢຊູແລ້ວ”ແຕ່ຈົ່ງອະທິບາຍສິ່ງທີ່ລາວເຮັດກັບພຣະເຢຊູໃນວິນາທີຂອງການເຊື່ອວາງໃຈ,ທ່ານຢາກຈະຟັງຊ່ວງເວລາແຫ່ງການເຊື່ອວາງໃຈ,ບໍ່ແມ່ນເລື່ອງຊີວິດທັງໝົດຂອງລາວ ຫຼືທຸກຢ່າງທີ່ເກີດຂຶ້ນໃນວັນນັ້ນ, ຂ້າພະເຈົ້າບໍ່ໄດ້ຊອກຫາຄວາມຄິດທີ່ພິເສດຫຼືຄວາມຮູ້ສຶກ, ແຕ່ອົງປະກອບເລື່ອງບາບຂອງລາວ ແລະການອະໄພບາບນັ້ນໂດຍພຣະໂລຫິດຂອງພຣະ ຄຣິດຜ່ານທາງການກະທໍາແຫ່ງການເຊື່ອວາງໃຈໃນພຣະຄຣິດເອງຈະຕ້ອງຢູ່ຫັ້ນ, ລາຍລະ ອຽດຂອງປະສົບການອາດຈະແຕກຕ່າງສໍາລັບຜູ້ຄົນທີ່ແຕກຕ່າງກັນ, ຂ້າພະເຈົ້າຊອກຫາຂອງແທ້,ສໍາລັບຄວາມເປັນຈິງໃນສິ່ງທີ່ຄົນຜູ້ໜຶ່ງເວົ້າ. ຖ້າຄົນໜຶ່ງຫາກເຮັດຜິດ,ຈົ່ງເຮັດໃຫ້ມັນຖືກຕ້ອງແລະເວົ້າກັບລາວອີກ,ແຕ່ຄົນທີ່ເຮັດຜິດແລ້ວເຮັດຜິດອີກຈົ່ງສະແດງໃຫ້ລາວເຫັນວ່າລາວບໍ່ໄດ້ຈິງໃຈກ່ຽວກັບການກັບໃຈ, ຄົນທີ່ພຣະເຈົ້າຊັກນໍາໃຫ້ມາເຖິງຄວາມລອດຈະຟັງບົດເທດສະໜາ ແລະຄໍາແນະນໍາຂອງທ່ານ ຄົນທີ່ບໍ່ຟັງຈະບໍ່ກັບໃຈໃໝ່. ຢ່າໄປທໍ້ແທ້ຖ້າຄົນໜຶ່ງປາກົດວ່າບໍ່ລອດຫຼັງຈາກທີ່ທ່ານເວົ້າກັບເຂົາແລ້ວ, ມີໜ້ອຍຄົນທີ່ຈະກັບໃຈຄັ້ງແລກທີ່ພວກເຂົາໄດ້ຍິນຂ່າວປະເສີດ,ແຕ່ຄົນສ່ວນຫຼາຍຈະບໍ່, ຄົນສ່ວນຫຼາຍຈະຕ້ອງມາອີກໆກ່ອນທີ່ພວກເຂົາຈະເຊື່ອວາງໃຈໃນພຣະຄຣິດ. ຈົ່ງເຊັກເບິ່ງແຕ່ລະຄົນຫຼາຍກວ່່າເທື່ອໜຶ່ງ, ຢ່າບັບຕິດສະມາຄົນທັນທີ, ຈົ່ງຂໍໃຫ້ພວກເຂົາຖ້າຢ່າງໜ້ອຍປີໜຶ່ງ ແລະໜ້າຈະສອງປີຈະດີກວ່າໃນສະພາບການຖີ້ມຄວາມເຊື່ອຂອງຄຣິສຕະຈັກຕ່າງໆໃນຍຸກຂອງພວກເຮົາ, ໜ້າຈະສອງປີຫຼືສາມປີຈະດີກວ່າ, ເຮັດໃຫ້ທ່ານມີເວລາທີ່ຈະເຫັນຖ້າວ່າຄວາມເຊື່ອຂອງພວກເຂົາຂອງແທ້, ທ່ານສາມາດເຊັກບຸກຄົນໜຶ່ງໃນແບບທີ່ຕ່າງກັນໃນຊ່ວງເວລານັ້ນ, ທ່ານສາມາດຖາມຄໍາພະຍານຂອງເຂົາໄດ້-ນອກໂມງນະມັດສະການ, ທ່ານສາມາດຖາມເຂົາຕໍ່ຫຼາຍອາທິດຫຼືຫຼາຍເດືອນ, ຄົນທີ່ບໍ່ໄດ້ວາງໃຈໃນພຣະຄຣິດຈະລືມ “ຄໍາພະຍານ”ທີ່ພວກເຂົາແຕ່ງຂຶ້ນມາ ແລະຈະເຮັດຜິດພາດຫຼັງປີໜຶ່ງຫຼືສອງປີ, ພວກເຂົາພຽງແຕ່ຕ້ອງການຈະ “ຜ່ານ”ແລະຮັບການເຫັນດີ,ແຕ່ພວກເຂົາບໍ່ໄດ້ເຊື່ອວາງໃຈໃນພຣະເຢຊູ, ຄົນອື່ນໆສາມາດທ່ອງຈໍາຄໍາບາງຄໍາ ແລະເວົ້າຊໍ້າໄປມາໄດ້,ແຕ່ ເມື່ອທ່ານພວກເຂົາໃນທາງທີ່ແຕກຕ່າງກັນຊ່ວງເວລາທີ່ຕ່າງກັນພວກເຂົາກໍຈະບໍ່ຮູ້ວ່າຈະເວົ້າຫຍັງເພາະພວກເຂົາບໍ່ມີປະສົບການສ່ວນຕົວຂອງການເຊື່ອວາງໃຈໃນພຣະເຢຊູ. ຈົ່ງເບິ່ງນິໄສແລະພຶດຕິກໍາຂອງເຂົາ, ຄົນທີ່ອອກໄປຈາກຄຣິສຕະຈັກຂອງທ່ານ ແລະປະຕິເສດທີ່ຈະຟັງທ່ານສະແດງວ່າເຂົາບໍ່ໄດ້ຈິງຈັງກ່ຽວກັບຄວາມບາບ ແລະບໍ່ໄດ້ວາງ ໃຈໃນພຣະເຢຊູ, ຄົນທີ່ມີນິໄສບໍ່ດີຕໍ່ເນືຶ່ອງກ່ຽວຕໍ່ຄຣິສຕະຈັກ ແລະຊີວິດຄຣິສຕຽນສະແດງວ່າເຂົາບໍ່ໄດ້ຈິງຈັງກ່ຽວກັບຄວາມບາບແລະບໍ່ໄດ້ວາງໃຈໃນພຣະຄຣິດ. 7. ເຈັດ, ຈົ່ງຈື່ການທົດສອບທີ່ແທ້ຈິງຂອງການຮັບໃຊ້ໃຫ້ຄໍາປຶກສາ. ການທົດສອບທີ່ແທ້ຈິງຂອງການຮັບໃຊ້ໃຫ້ຄໍາປຶກສາຄືແບບນີ້: ທ່ານສາມາດບອກໄດ້ບໍວ່າຄົນນັ້ນບໍ່ໄດ້ເຊື່ອວາງໃຈໃນພຣະຄຣິດ ແລະຍັງບໍ່ໄດ້ກັບໃຈໃນວັນນັ້ນ? ທ່ານສາມາດບອກຄົນນັ້ນໄດ້ບໍວ່າເຂົາຈະຕ້ອງກັບມາແລະສົນທະນາກັບທ່ານອີກກ່ຽວກັບຄວາມລອດຂອງເຂົາ? ຂ້າພະເຈົ້າບໍ່ຮູ້ຈັກສິດຍາພິບານຄົນໃດທີ່ເຮັດແບບນີ້,ນັ້ນແຫຼະທີ່ວ່າເປັນຫຍັງຄຣິສຕະຈັກຕ່າງໆຂອງເຮົາຈື່ງເຕັມໄປດ້ວຍຄົນທີ່ບໍ່ລອດ, ລວມທັງຄູໂຮງຮຽນວັນອາທິດ,ພວກຜູ້ຊ່ວຍ,ເມຍຂອງສິດຍາພິບານ ແລະສິດຍາພິບານເອງ, ພວກສິດຍາພິບານທີ່ຢືນຢັນໃນການອະທິຖານຄໍາອະທິຖານກັບທຸກຄົນທີ່ຕອບສະໜອງຕໍ່ການເຊື້ອເຊີນຂອງພວກເຂົາ, ພວກເຂົາເຮັດແບບນີ້ເພື່ອທີ່ເຂົາຈະສາມາດນັບຈໍານວນຂອງຄົນທີ່ບັບຕິດສະມາ ເກືອບບໍ່ມີຈັກຄົນທີ່ຮັບບັບຕິດສະມາໄດ້ຮັບຄວາມລອດ, ພວກເຂົາຍັງຄົງບໍ່ສັດຊື່ຕໍ່ຄຣິສຕະຈັກເພາະພວກເຂົາບໍ່ໄດ້ບັງເກີດໃໝ່, ຄົນພວກນີ້ບໍ່ແມ່ນ “ຄົນທີ່ຖອຍຫຼັງ” ພວກເຂົາເປັນຄົນທີ່ບໍ່ລອດເພາະນັກເທດບໍ່ເຄີຍໃຊ້ເວລາເພື່ອເຮັດໃຫ້ແນ່ໃຈວ່າພວກເຂົາກັບໃຈໃໝ່ແລ້ວ ບໍ່ວ່າທ່ານຈະສາມາດບອກຄົນນັ້ນວ່່າເຂົາຍັງບໍ່ລອດແລະຈໍາເປັນຕ້ອງກັບມາອີກຄືການທົດສອບທີ່ແທ້ຈິງຂອງການຮັບໃຊ້ໃຫ້ຄໍາປຶກສາຫຼືບໍ, ທ່ານມັກບໍຜູ້ຄົນທີ່ “ຮັກການສັນລະເສີນຂອງມະນຸດຫຼາຍການສັນລະເສີນຂອງພຣະເຈົ້າ”(ໂຢຮັນ 12:43) ບໍ່ດັ່ງນັ້ນທ່ານເວົ້າຄວາມຈິງບໍ່ວ່າຄົນຈັກມັກຫຼືບໍ່ມັກກໍຕາມ? ນີ້ແມ່ນຫົນທາງຂອງການເວົ້າວ່າ: ເຈົ້າເຊື່ອໃນການກັບໃຈໃໝ່ແທ້ບໍ-ການວາງໃຈໃນພຣະຄຣິດແທ້ເຊິ່ງມີຜົນໃນຊີວິດຄຣິສຕຽນແທ້? ຖ້າທ່ານຫາກຢືນຢັນໃນການນໍາທຸກຄົນໃນການອະທິຖານ ຫຼືໃນການຍົກມືຂອງເຂົາຂຶ້ນ ຫຼືເຊັນກາດທ່ານກໍເປັນພວກ “ຕັດສິນໃຈ” ທ່ານບໍ່ໄດ້ສົນໃຈເລື່ອງຈິດວິນຍານມະນຸດທີ່ພຣະເຈົ້າສົ່ງມາໃຫ້ທ່ານ. ຂ້າພະເຈົ້າຫວັງວ່າຈະມີບາງຄົນເຊື່ອໃນການກັບໃຈທີ່ແທ້ຈິງ, ຂ້າພະເຈົ້າຫວັງວ່າພວກທ່ານບາງຄົນຈະເຫັນຄວາມຈໍາເປັນທີ່ຈະໃຊ້ເວລາກັບແຕ່ລະຄົນ, ເພື່ອເຮັດໃຫ້ແນ່ໃຈວ່າເຂົາເຊື່ອວາງໃຈພຣະຄຣິດ ແລະກັບໃຈໃໝ່ແທ້, ນັ້ນແຫຼະຄືສິ່ງທີ່ສິດຍາພິບານຜູ້ສັດຊື່ເຮັດ. ຜູ້ລ້ຽງທີ່ສັດຊື່ເປັນຫ່ວງລູກແກະ, ຂ້າພະເຈົ້າຫວັງວ່າທ່ານຈະເຮັດໃຫ້ດີທີ່ສຸດເພື່ອໃຫ້ແນ່ໃຈວ່າຄົນຂອງທ່ານໄດ້ເຊື່ອວາງໃຈໃນພຣະເຢຊູແລະຮັບການປ່ຽນແປງ. ພວກທ່ານອາດຈະຄິດວ່າຂ້າພະເຈົ້າເວົ້າເຖິງລາຍລະອຽດໃນເລື່ອງນີິ້ຫຼາຍເກີນໄປ,ການກັບໃຈໃໝ່ນັ້ນມັນເປັນບັນຫາທໍາມະດາເຊິ່ງບໍ່ໄດ້ຮຽກຮ້ອງຕ້ອງການຄວາມຄິດຫຼາຍ,ແຕ່ຈະເປັນແນວໃດຖ້າທ່ານໝໍບໍ່ຮຽກຮ້ອງຕ້ອງການຄວາມຊ່ຽວຊານເພື່ອທີ່ຈະຮູ້ຈັກລາຍລະອຽດຂອງວິທີການເກີດຂອງເດັກນ້ອຍ? ຈະເກີດຫຍັງຂື້ນຖ້າພວກເຂົາຫາກເຮັດແບບດຽວກັນ ຫຼືບໍ່ໄດ້ລ້າງມືຂອງເຂົາ ຫຼືບໍ່ຮູ້ວ່າຈະເຮັດແນວໃດກັບກົ້ນຂອງເດັກເກີດໃໝ່? ຖ້າພວກເຮົາປະຕິບັດຕໍ່ເດັກທີ່ເກີດໃໝ່ຄືກັບພວກເຮົາເຮັດໃນການຊ່ວຍຈິດວິນຍານ,ເດັກນ້ອຍເປັນລ້ານໆຄົນຈະຕາຍໂດຍບໍ່ຈໍາເປັນ-ເພາະຕອນນີ້ມີຈິດວິນຍານເປັນລ້ານດວງຕາຍໂດຍບໍ່ ຈໍາເປັນແລະຕົກນາລົກເພາະພວກເຮົາບໍ່ໄດ້ໃຊ້ເວລາພໍໃນການເຮັດໃຫ້ແນ່ໃຈໃນເລື່ອງການກັບໃຈໃໝ່ຂອງເຂົາ ຫຼືສອນພວກເຂົາວ່າຈະເຮັດແນວໃດໃນໂຮງຮຽນພຣະຄໍາພີແລະໂຮງ ຮຽນສາສະໜາສາດຂອງເຮົາ-ບ່ອນທີ່ເລື່ອງນີ້ບໍ່ຖືກສອນອີກຕໍ່ໄປແລ້ວ!!! ຂ້າພະເຈົ້າຈະຂໍອ່ານຄໍາເວົ້າເລື່ອງ “ແລ້ວພຣະເຢຊູກໍມາ”ໂດຍອອສວໍເຈ.ສະມິດກັບດົນຕຣີໂດຍໂຮເມີໂຣດຮິບເວີ,ເມື່ອພຣະເຢຊູເຂົ້າມາໃນຊີວິດຂອງທ່ານ, ພຣະໂລຫິດຂອງ ພຣະອົງຊົງຊໍາລະທ່ານອອກຈາກບາບທຸກຢ່າງ, ພຣະໂລຫິດຂອງພຣະອົງທີ່ຫຼັ່ງໄຫຼເທິງໄມ້ກາງແຂນຍັງຄົງມີລິດທີ່ຈະຊໍາລະບາບຂອງທ່ານໄດ້, ແລະພຣະເຢຊູຊົງຟື້ນຄືນມາຈາກຕາຍເພື່ອມອບຊີວິດນິລັນດອນໃຫ້ທ່ານ, ພຽງແຕ່ຈົ່ງເຊື່ອວາງໃຈໃນພຣະເຢຊູແລະພຣະອົງຈະຊົງອະໄພບາບຂອງທ່ານແລະມອບຊີວິດອັນຕະຫຼອດໄປເປັນນິດໃຫ້ທ່ານ, ຂ້າພະເຈົ້າຫວັງວ່າທ່ານຈະກັບມາກິນເຂົ້າແລງກັບພວກເຮົາອີກຕອນ 6:15 ໃນຄືນນີ້, ດຣ.ໄຮເມີຈະເທດສະໜາບົດເທດຂ່າວປະເສີດເລື່ອງ “ຜູ້ຊາຍຕາບອດຄົນໜຶ່ງໄດ້ຮັບການຮັກສາໃຫ້ຫາຍດີໂດຍພຣະເຢຊູ” ຈົ່ງແນ່ໃຈວ່າທ່ານຈະກັບມາຕອນ 6:15 ແລະຢູ່ກິນເຂົ້າກັບພວກເຮົາຫຼັງຈາກທີ່ດຣ.ໄຮເມີເທດ. ຄົນໜຶ່ງນັ່ງຄົນດຽວຂ້າງຖະໜົນກໍາລັງຂໍທານ |
ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452. (ຈົບຄຳເທດສະໜາ) ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ ບັນເລງເພງກ່ອນຄໍາເທດສະໜາໂດຍ:ເບັນຈາມິນ ຄິນເຄດກຣິຟຟິດ: ໂຄງຮ່າງບົດເທດສະໜາ ວິທີນໍາວິນຍານໄປຫາພຣະຄຣິດ- HOW TO LEAD A SOUL TO CHRIST – ຄໍາເທດສະໜາແຕ່ງໂດຍ: ດຣ.ຊີ.ແອວ.ເຄແກນ 1. ໜຶ່ງ ພວກສິດຍາພິບານຈະຕ້ອງຟັງພວກຄົນບາບ. 2. ສອງ ພວກຄົນບາບເຮັດຜິດພາດຫຼາຍຢ່າງກ່ຽວກັບພຣະເຢຊູຄຣິດ. ໂຣມ 8:34; 3. ສາມ ພວກຄົນບາບເຮັດຜິດພາດຫຼາຍຢ່າງກ່ຽວກັບຄວາມລອດ. ຕີໂຕ 3:5;
4. ສີ່ ພວກຄົນບາບຕ້ອງການການສໍານຶກຜິດເລື່ອງບາບແຫ່ງໃຈຂອງພວກເຂົາ. 5. ຫ້າ ຖ້າຄົນບາບສໍານຶກເລື່ອງບາບຂອງໃຈຂອງເຂົາ,ຈົ່ງພະຍາຍາມນໍາເຂົາ 6. ຫົກ ຫຼັງຈາກທີ່ທ່ານໄດ້ເວົ້າກັບຄົນບາບແລ້ວ,ຈົ່ງຖາມຄໍາຖາມງ່າຍໆກັບ 7. ເຈັດ ຈົ່ງຈື່ການທົດສອບທີ່ແທ້ຈິງຂອງການຮັບໃຊ້ໃຫ້ຄໍາປຶກສາ. ໂຢຮັນ 12:43. |