ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ,
ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.
ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່,
www.sermonsfortheworld.com, ສ່ວນອີກຫຼາຍ
ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ
46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ
ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້,
ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ
ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.
ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ
ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.
ວິທີການສ້າງສາວົກຂອງພຣະຄຣິດCHRIST’S METHOD OF MAKING DISCIPLES ໂດຍດຣ. ອາ.ແອວ.ໄຮເມີ ຈູເນຍ |
ກະລຸນາເປີດໜັງສືມັດທາຍ 10:1 ຢູ່ໜ້າທີ 1008 ໃນພຣະທໍາສະກໍຟິວສຶກສາ,ຂໍ ໃຫ້ເບິ່ງສ່ວນທີໜຶ່ງຂອງຂໍ້ 1: “ແລະເມື່ອພຣະອົງຊົງເອີ້ນສາວົກສິບສອງຄົນຂອງພຣະອົງ...” ຄໍາວ່າ “ສາວົກ”ຖືກແປມາຈາກພາສາກຣີກຄໍາວ່າ “mathétés” ຄໍານີ້ໃນພັນທະສັນຍາໃໝ່ເລັ່ງໃສ່ບຸກຄົນທີ່ໄດ້ຮຽນຮູ້ຈາກຄູອາຈານແລະຕິດຕາມຄູອາຈານນັ້ນ, ມັນໄດ້ປະຍຸກໃຊ້ກັບພວກຜູ້ຊາຍສິບສອງຄົນຜູ້ໄດ້ຕິດຕາມພຣະເຢຊູ. ມັນຄືຈຸດປະສົງຂອງຂ້າພະເຈົ້າທີ່ຈະຊີ້ໃຫ້ພວກທ່ານເຫັນວິທີທີ່ພຣະເຢຊູຊົງເອີ້ນ ພວກຜູ້ຊາຍສິບສອງຄົນນີ້, ແລະວິທີທີ່ພຣະອົງຊົງອົບຮົມພວກເຂົາກ່ອນທີ່ພວກເຂົາຈະໄດ້ ຮັບການບັງເກີດໃໝ່, ເຊິ່ງບໍ່ແມ່ນວິທີທາງທີ່ພາກັນເຮັດຢູ່ໃນຄຣິສຕະຈັກສ່ວນຫຼາຍຂອງເຮົາໃນປັດຈຸບັນນີ້, ຕັ້ງແຕ່ພວກເພັນຕາຄອສທີ່ເວົ້າພາສາແປກໆຈົນຮອດພວກຄູສອນພຣະຄໍາພີເນັ້ນຮາກຖານເດີມ-ທຸກອັນທີ່ຂ້າພະເຈົ້າຮູ້ຈັກເຮັດແບບດຽວກັນ, ພວກເຂົາມັກພາຄົນຢູ່ຕາມແຈຖະໜົນແລະເວົ້າບາງສິ່ງບາງຢ່າງເຊັ່ນວ່າ “ເຈົ້າຢາກຈະໄປສະຫວັນບໍ?”ພວກເຂົາພະຍາຍາມກົດດັນຄົນໃໝ່ຈົນສ່ວນຫຼາຍຈະເວົ້າວ່າ “ເຈົ້າແມ່ນແລ້ວ” ແລ້ວຜູ້ຊະນະວິນຍານກໍຈະເວົ້າວ່າ “ໃຫ້ອະທິຖານແບບນີ້ກັບຂ້ອຍເດີ”ຄົນໃໝ່ທີ່ງົງໆປາກຄໍາດຽວກັນທີ່ “ຜູ້ຊະນະວິນຍານ”-ຜູ້ຊື່ງຕໍ່ມາຈະເວົ້າບາງສິ່ງທີ່ຄືກັບໂຈເອວອອສທີນເວົ້າຕອນຈົບຄໍາເທດສະໜາຂອງລາວ “ພວກເຮົາເຊື່ອວ່າຖ້າທ່ານເວົ້າຕາມຄໍາອະທິຖານນັ້ນ,ທ່ານກໍໄດ້ຮັບການບັງເກີດ ໃໝ່” ຢູ່ຕາມຄຣິສຕະຈັກຕ່າງໆພວກເຂົາກໍຈະຂຽນຊື່ແລະເບີໂທຂອງຄົນທີ່ພວກເຂົາອະທິ ຖານນໍາ-ແລ້ວສອງສາມວັນຕໍ່ມາ,ພວກເຂົາກໍຈະສົ່ງບາງຄົນເພື່ອໄປ “ຕິດຕາມຜົນ”ກັບພວກທີ່ເຂົາເອີ້ນວ່າພວກກັບໃຈໃໝ່ແລ້ວ, ໃນປະສົບການຂອງຂ້າພະເຈົ້າມັນຍາກຫຼາຍທີ່ຈະເຮັດໃຫ້ເກີດຄຣິສຕຽນທີ່ແທ້ຈິງໄດ້! ບຸກຄົນທີ່ພວກເຂົາອະທິຖານນໍານັ້ນປົກກະຕິແລ້ວຈະບໍ່ລອດ ພວກເຂົາມັກຈະໄປລີ້ຈາກ“ຜູ້ຊະນະວິນຍານ”ຫຼືຮ້ອງໃສ່ໃຫ້ລາວ “ອອກໄປ” ເມື່ອພວກທ່ານພະຍາຍາມທີ່ຈະຕິດຕາມຜົນຂອງພວກເຂົາພວກເຂົາກໍຈະຕອບສະໜອງບໍ່ຄ່ອຍດີປານໃດ! ແມ່ນຫຍັງຄືຂໍ້ຜິດພາດກັບວິທີນີ້? ປົກກະຕິມັກຈະບໍ່ໄດ້ຜົນ! ຄວາມຈິງມັນຍາກຫຼາຍທີ່ຈະໄດ້ຜົນ, ຂ້າພະເຈົ້າເປັນນັກເທດແບັບຕິດເປັນເວລາຫົກສິບປີມາແລ້ວ ນັ້ນແມ່ນປະສົບການຂອງຂ້າພະເຈົ້າ, ເປັນຫຍັງມັນຈື່ງບໍ່ “ເກີດຜົນ”? ເປັນຫຍັງມັນຈື່ງສ້າງພວກສາວົກບໍ່ໄດ້? ມັນເປັນເພາະພວກເຮົາສ່ວນຫຼາຍຍັງບໍ່ໄດ້ຄິດພຽງພໍຕໍ່ວິທີທາງທີ່ພຣະເຢຊູຊົງສ້າງພວກສາວົກ! ນັ້ນແຫຼະຄືເຫດຜົນ! ພວກທ່ານອາດຈະຄິດວ່າຂ້າພະເຈົ້າກໍາລັງເທດສະໜາເລື່ອງ “ຄວາມລອດແບບ ພຣະເຈົ້າ” ແຕ່ບໍ່ແມ່ນເລີຍ, ຂ້າພະເຈົ້າບໍ່ໄດ້ສອນໃນສິ່ງທີ່ຈອນແມັກອາເທິີກັບພໍວອສເຊີສອນ,ເພື່ອທີ່ຈະຮູ້ວ່າເປັນຫຍັງຂ້າພະເຈົ້າຈື່ງປະຕິເສດ“ຄວາມລອດແບບພຣະເຈົ້າ” ເຊີນ ອ່ານໃນສິ່ງທີ່ຂ້າພະເຈົ້າເວົ້າເຖິງມັນໃນໜັງສືຂອງພວກເຮົາທີ່ຊື່ວ່າ Preaching to a Dying Nationໜ້າ117-119, ໜັງສືທັງເຫຼັ້ມສາມາດອ່ານຟຣີທາງເວັບໄຊຂອງພວກເຮົາ www.realconversion.comຄວາມລອດເກີດຂື້ນໂດຍທາງການເຊື່ອວາງໃຈໃນພຣະເຢຊູ ແລະການຖືກຊໍາລະໂດຍພຣະໂລຫິດຂອງພຣະອົງ. ຈົ່ງຊີ້ໃຫ້ຂ້າພະເຈົ້າເບິ່ງບ່ອນໜຶື່ງໃນຂ່າວປະເສີດທັງສີ່ເຫຼັ້ມວ່າມີບ່ອນໃດທີ່ພຣະເຢຊູຊົງນໍາຜູ້ຄົນໃຫ້ເວົ້າຕາມ “ຄໍາອະທິຖານຂອງຄົນບາບ” ແລ້ວຈາກນັ້ນກໍຕິດຕາມຜົນພວກ ເຂົາ, ພວກທ່ານບໍ່ສາມາດຊີ້ໃຫ້ຂ້າພະເຈົ້າເຫັນແມ່ນແຕ່ອັນດຽວບ່ອນທີ່ພຣະເຢຊູຄຣິດຊົງເຮັດແບບນັ້ນ! ພຣະອົງມັກຈະ“ຕິດຕາມຜົນ” ກ່ອນ, ພຣະອົງຈະໃຫ້ເຂົາຮູ້ເຖິງສິ່ງທີ່ພວກເຂົາໄດ້ຮັບກ່ອນ! ນັ້ນຄືວິທີທີ່ພຣະເຢຊູເຮັດໃຫ້ຄົນຂອງພຣະອົງກັບໃຈໃໝ່! ພຣະອົງຊົງຮູ້ດີວ່າພວກເຂົາຈໍາເປັນຕ້ອງໄດ້ຍິນຄວາມຈິງທີ່ຍາກຂອງການເປັນສາວົກກ່ອນ - ກ່ອນທີ່ພວກເຂົາຈະວາງໃຈໃນພຣະອົງແທ້ ແລະໄດ້ຮັບຄວາມລອດ! “ແຕ່”ບາງຄົນອາດຈະເວົ້າວ່າ “ຄວາມຈິງທີ່ໜັກໜ່ວງຈະເຮັດໃຫ້ພວກເຂົາຢ້ານ”ແນ່ນອນຄວາມຈິງອັນໜັກໜ່ວງຈະເຮັດໃຫ້ພວກເຂົາສ່ວນຫຼາຍຢ້ານ! ພວກສາວົກຂອງ ພຣະເຢຊູຫຼາຍຄົນໄດ້ປະຖີ້ມພຣະອົງ, ພຣະອົງບໍ່ໄດ້ຂໍຮ້ອງໃຫ້ພວກເຂົາຢູ່, ພຣະອົງກ່າວຕໍ່ ພວກສິບສອງຄົນວ່າ “ພວກທ່ານກໍຈະໄປຈາກເຮົາເຊັ່ນກັນບໍ?”(ໂຢຮັນ 6:67. ບໍ່ແມ່ນທຸກຄົນຈະໄປ! ຄົນທີ່ຢູ່ແລະຮຽນຮູ້ຈະກາຍເປັນສາວົກທີ່ແຂງເໝືອນກ້ອນຫີນຂອງພຣະຄຣິດແລະທະຫານແຫ່ງໄມ້ກາງແຂນ! ດຣ.ໄອແຊັກວັດໄດ້ເວົ້າເຖິງປະເພດຜູ້ປະກາດຂ່າວປະເສີດທີ່ເກົ່າແກ່ກວ່າໃນສະຕະ ວັດທີ 18 ວ່າ: ຂ້າເປັນທະຫານແຫ່ງໄມ້ກາງແຂນ,ເດີນຕາມພຣະເຢຊູເຈົ້າ ພວກເຮົາບໍ່ສາມາດຄາດຫວັງໃຫ້ຄົນໃໝ່ໂດດໄປຂ້າງໜ້າສູ່ບັນຮົບໜອງເລືອດເພື່ອ ພຣະຄຣິດໄດ້, ມັນຈະເປັນເລື່ອງງ່າຍຖ້າພວກເຂົາຈະເຮັດ, ແຕ່ຂ້າພະເຈົ້າບໍ່ໄດ້ເປັນຄຣິສຕຽນແບບນັ້ນ, ຂ້າພະເຈົ້າຕ້ອງໄດ້ຮຽນຮູ້ກ່ອນວ່າຄຣິສຕຽນທີ່ແບກກາງແຂນຄືຄຣິສຕຽນແທ້ຂ້າພະເຈົ້າຕ້ອງພົບກັບຄວາມຍາກຂອງການເປັນສາວົກກ່ອນທີ່ຈະເຊື່ອວາງໃຈໃນພຣະເຢຊູ ກ່ອນທີ່ຂ້າພະເຈົ້າຈະກາຍເປັນທະຫານແຫ່ງໄມ້ກາງແຂນ, ແລະພວກທ່ານກໍເຊັ່ນກັນ! ສິ່ງທີ່ຂ້າພະເຈົ້າຫາກໍເວົ້າບໍ່ໄດ້ຮັບການຝຶກຝົນໂດຍຄຣິສຕະຈັກສ່ວນຫຼາຍໃນປັດຈຸ ບັນນີ້, ຢ່າງໃດກໍ່ຕາມມັນກໍຄືຄວາມຈິງ,“ແນ່ນອນຖ້າຫວັງມີໄຊຂ້າຕ້ອງຕໍ່ສູ້ ຂໍພຣະອົງຊ່ວຍ ຊູແຮງ” ອັນນັ້ນແມ່ນບົດເພງທີ່ນັກຂຽນຜູ້ປະກາດຂ່າວປະເສີດທີ່ຍິ່ງໃຫຍ່ທີ່ສຸດແຫ່ງສະຕະ ວັດທີ 18 ແຕ່ງຂຶ້ນ, ນັ້ນແລະແມ່ນສິ່ງທີ່ຄົນເປັນໝື່ນຄົນຢືນຢູ່ເທິງຫິມະທີ່ເລິກຮ້ອງເພງກ່ອນທີ່ຈອຊວິດຟິວ ຫຼືຈອນເວສລີຈະເທດສະໜາ! ແຕ່ພວກທ່ານຄົງບໍ່ໄດ້ຍິນເພງນັ້ນຮ້ອງກັນຢູ່ຕາມການນະມັດສະການສ່ວນຫຼາຍໃນປັດຈຸບັນນີ້! ຂ້າພະເຈົ້າຄິດວ່ານັ້ນອາດຈະເປັນສາເຫດທີ່ປົກກະຕິຈະມີໜ້ອຍເພງໃນເລື່ອງ “ການຕໍ່ສູ້ຂອງຄຣິສຕຽນ”ຢູ່ໃນປື້ມເພງທີ່ພວກເຮົາໃຊ້ໃນປັດຈຸບັນນີ້, ເພງທີ່ເອີ້ນມາສູ້ຮົບຂອງຄຣິສຕຽນແລະການສ້າງສາວົກທີ່ຈິງຈັງແມ່ນໄດ້ຮັບຄວາມນິຍົມໜ້ອຍໃນຕອນນີ້ໜ້ອຍກວ່າທີ່ເຄີຍເປັນໃນສະຕະວັດທີ 18 ຕອນທີ່ໄອແຊັກວັດແຕ່ງເພງ“ຂ້າເປັນທະຫານແຫ່ງໄມ້ກາງແຂນ?” ເຊິ່ງໄດ້ພາເຮົາສູ່ຂໍ້ຄວາມແຫ່ງຂ່າວປະເສີດ, ຕອນໃດທີ່ພຣະເຢຊູເລິ່ມເທດສະໜາຂ່າວປະເສີດຕໍ່ພວກສາວົກຂອງພຣະອົງ? 1 ໂກລິນໂທ 15:3,4 ໄດ້ໃຫ້ພື້ນຖານຄວາມຈິງຂອງຂ່າວປະເສີດ: “ເລື່ອງຊື່ງຂ້າພະເຈົ້າຮັບໄວ້ນັ້ນ ຂ້າພະເຈົ້າໄດ້ປະກາດແກ່ທ່ານທັງຫຼາຍກ່ອນ ຄືວ່າພຣະຄຣິດໄດ້ຊົງວາຍພຣະຊົນເພາະບາບຂອງເຮົາທັງຫຼາຍ ຕາມທີ່ຂຽນໄວ້ໃນພຣະຄໍາພີ ແລະຊົງຖືກຝັງໄວ້ ແລ້ວວັນທີສາມ ພຣະອົງຊົງເປັນຂຶ້ນມາໃໝ່ຕາມທີ່ຂຽນໄວ້ໃນພຣະຄໍາພີ”(1 ໂກລິນໂທ 15:3,4 ) ພຣະເຢຊູຊົງເລິ່ມເອົາຂ່າວປະເສີດໃຫ້ພວກສາວົກຂອງພຣະອົງປະມານປີໜຶ່ງຫຼັງຈາກທີ່ພວກເຂົາເລິ່ມຕິດຕາມພຣະອົງ, ມັນຖືກບັນທຶກໄວ້ໃນມັດທາຍ 16:21,22: "ຕັ້ງແຕ່ເວລານັ້ນມາ ພຣະເຢຊູຊົງເລີ່ມເຜີຍແກ່ເຫລົ່າສາວົກຂອງພຣະອົງວ່າ ພຣະອົງຈະຕ້ອງສະເດັດໄປກຸງເຢຣູຊາເລັມ ແລະຈະຕ້ອງທົນທຸກທໍລະມານຫລາຍປະການຈາກພວກຜູ້ໃຫຍ່ ແລະພວກປະໂລຫິດໃຫຍ່ແລະພວກນັກທຳ ຈົນຕ້ອງຖືກປະຫານ ແຕ່ໃນວັນທີ່ສາມຈະຊົງບັນດານໃຫ້ເປັນຂຶ້ນມາໃໝ່ ຝ່າຍເປໂຕເອົາມືຈັບພຣະອົງ ເລີ່ມທູນທ້ວງພຣະອົງວ່າ ພຣະອົງເຈົ້າຂ້າ ໃຫ້ເຫດການນັ້ນຢູ່ຫ່າງໄກຈາກພຣະອົງເຖີດ ຢ່າໃຫ້ເປັນຢ່າງນັ້ນແກ່ພຣະອົງເລີຍ"(ມັດທາຍ 16:21,22) ເປໂຕໄດ້ຕິດຕາມພຣະເຢຊູປະມານປີໜຶ່ງແລ້ວ, ແມ່ນເປໂຕໄດ້ຕໍານິພຣະເຢຊູເພາະການເວົ້າວ່າພຣະອົງຈະ “ຖືກປະຫານ ແຕ່ໃນວັນທີ່ສາມຈະຊົງບັນດານໃຫ້ເປັນຂຶ້ນມາໃໝ່”(ມັດທາຍ 16:21)ເຫັນໄດ້ແຈ້ງວ່າເປໂຕຍັງບໍ່ເຂົ້າໃຈຂ່າວປະເສີດຢ່າງໜ້ອຍປີໜຶ່ງຫຼັງຈາກທີ່ລາວໄດ້ກາຍເປັນສາວົກຂອງພຣະເຢຊູ. ຕໍ່ມາໃນປີນັ້ນພຣະເຢຊູກໍໄດ້ໃຫ້ຂ່າວປະເສີດແກ່ພວກສາວົກອີກ: “ຄັ້ນພຣະອົງກັບເຫລົ່າສາວົກອາໄສຢູ່ໃນແຂວງກາລິລີ ພຣະເຢຊູຈຶ່ງກ່າວກັບພວກເຂົາວ່າ "ບຸດມະນຸດຈະຕ້ອງຖືກທໍລະຍົດໃຫ້ຢູ່ໃນເງື້ອມມືຂອງຄົນທັງຫລາຍ ແລະເຂົາທັງຫລາຍຈະປະຫານຊີວິດທ່ານເສຍ ໃນວັນທີ່ສາມທ່ານຈະກັບຟື້ນຂຶ້ນມາໃໝ່" ພວກສາວົກກໍພາກັນເປັນທຸກໃຈຫຼາຍ”(ມັດທາຍ 17:22,23) ສັງເກດວ່າພວກເຂົາໄດ້ເຫັນພຣະເຢຊູຊົງປ່ຽນຮູບກາຍແລ້ວ, ຫຼັງຈາກທີ່ພວກເຂົາເຫັນພຣະເຢຊູປ່ຽນຮູບພວກສາວົກກໍລົ້ມເຫຼວທີ່ຈະໄລ່ຜີອອກຈາກຊາຍໜຸ່ມຄົນໜຶ່ງ, ເມື່ອພວກເຂົາຖາມພຣະເຢຊູວ່າເປັນຫຍັງພວກເຂົາຈື່ງບໍ່ສາມາດໄລ່ຜີອອກໄດ້, ພຣະເຢຊູຊົງກ່າວວ່າ: “ເພາະຄວາມບໍ່ເຊື່ອຂອງທ່ານ”(ມັດທາຍ 17:20), ແລ້ວພຣະເຢຊູກໍໃຫ້ຂ່າວປະເສີດແກ່ພວກເຂົາອີກ “ພວກເຂົາຈະປະຫານຊີວິດທ່ານ(ພຣະເຢຊູ) ແລະໃນວັນທີ່ສາມທ່ານ(ພຣະເຢຊູ)ຈະກັບຟື້ນຂຶ້ນມາໃໝ່" ພວກເຂົາ(ພວກສາວົກ)ກໍພາກັນເປັນທຸກໃຈຫຼາຍ”(ມັດທາຍ 17:23NKJV) ພວກສາວົກຍັງບໍ່ເຂົ້າໃຈຂ່າວປະເສີດ. ເທື່ອທີ່ສາມທີ່ພຣະເຢຊູໄດ້ໃຫ້ຂ່າວປະເສີດແກ່ພວກສາວົກຖືກບັນທຶກໄວ້ໃນມັດທາຍ 20:17-19 ຂໍ້ພຣະຄໍາພີທີ່ຄ້າຍຄືກັນແມ່ນຢູ່່ໃນລູກາ 18:31-34. “ພຣະອົງຊົງພາສາວົກສິບສອງຄົນໄປກັບພຣະອົງແລ້ວກ່າວກັບພວກເຂົາວ່າ"ເບິ່ງແມ້ພວກເຮົາຈະຂຶ້ນໄປຍັງກຸງເຢຣູຊາເລັມ ແລະສິ່ງສາລະພັດຊຶ່ງພວກສາສະດາພະຍາກອນໄດ້ຂຽນໄວ້ດ້ວຍເລື່ອງບຸດມະນຸດນັ້ນຈະສຳເລັດ ເພາະວ່າບຸດມະນຸດນັ້ນຈະຕ້ອງຖືກມອບໄວ້ກັບຄົນຕ່າງຊາດ ແລະເຂົາຈະເຍາະເຍີ້ຍທ່ານ, ເຮັດຫຍາບຄາຍແກ່ທ່ານ, ຖົ່ມນ້ຳລາຍຮົດທ່ານ ເຂົາຈະ ຄ້ຽນຕີ ແລະຂ້າທ່ານ ແລ້ວໃນວັນທີ່ສາມທ່ານຈະເປັນຂຶ້ນມາໃໝ່" ຝ່າຍເຫລົ່າສາວົກບໍ່ໄດ້ເຂົ້າໃຈໃນສິ່ງເຫລົ່ານັ້ນເລີຍ ແລະຄຳນັ້ນກໍຖືກເຊື່ອງໄວ້ຈາກເຂົາ ແລະພວກເຂົາບໍ່ຮູ້ເນື້ອເລື່ອງຊຶ່ງພຣະອົງກ່າວນັ້ນ” (ລູກາ 18:31-34) ພວກສາວົກຍັງຄົງບໍ່ເຂົ້າໃຈຂ່າວປະເສີດຫຼັງຈາກທີ່ພຣະເຢຊູຊົງສອນພວກເຂົາເປັນເວລາສອງປີມາແລ້ວ. “ຝ່າຍເຫລົ່າສາວົກບໍ່ໄດ້ເຂົ້າໃຈໃນສິ່ງເຫລົ່ານັ້ນເລີຍ ແລະຄຳນັ້ນກໍຖືກເຊື່ອງໄວ້ຈາກເຂົາ ແລະພວກເຂົາບໍ່ຮູ້ເນື້ອເລື່ອງຊຶ່ງພຣະອົງກ່າວນັ້ນ”(ລູກາ 18:31-34) ແມ່ນແຕ່ຫຼັງຈາກການໄດ້ຍິນຂ່າວປະເສີດຫຼາຍເທື່ອພວກສາວົກກໍຍັງຄົງບໍ່ເຂົ້າໃຈໃນສິ່ງທີ່ ພຣະເຢຊູກໍາລັງກ່າວນັ້ນ! ແຕ່ພຣະເຢຊູຊົງບອກພວກເຂົາອີກວ່າ "ທ່ານທັງຫລາຍຮູ້ຢູ່ວ່າອີກສອງວັນຈະເຖິງເທດສະການປັດສະຄາ ແລະບຸດມະນຸດ(ພຣະເຢຊູ)ຈະຕ້ອງຖືກທໍລະຍົດໃຫ້ຖືກຄຶງທີ່ກາງແຂນ"(ມັດທາຍ 26:2). ຕອນນີ້ຫຼັງຈາກທີ່ໄດ້ຍິນຂ່າວປະເສີດເປັນເວລາຫຼາຍເທື່ອແລ້ວ,ໜຶ່ງໃນພວກສາວົກຄືຢູດາໄດ້ຕັດສິນໃຈທໍລະຍົດພຣະເຢຊູໃຫ້ແກ່ພວກປະໂລຫິດໃຫຍ່!(ມັດທາຍ 26:14,15). ອີກເທື່ອໜຶ່ງພຣະເຢຊູໄດ້ໃຫ້ຂ່າວປະເສີດແກ່ພວກເຂົາ(ມັດທາຍ 26:31,32),ເປໂຕກັບສາວົກຄົນອື່ນໆໄດ້ໄປນອນຢູ່ໃນສວນເກັດເສມານີ, ຕອນທີ່ພວກທະຫານມາຈັບ ພຣະເຢຊູ,ເປໂຕໄດ້ດຶງດາບຂອງຕົນອອກ ແລ້ວພະຍາຍາມຂ້າພວກທະຫານ, “ແລ້ວສາວົກທັງໝົດກໍໄດ້ປະຖິ້ມພຣະອົງ(ພຣະເຢຊູ) ແລະພາກັນໜີໄປ”(ມັດທາຍ 26:56). ຕອນນີ້ພວກເຮົາມາຮອດຕອນສຸດທ້າຍຂອງການເກີດໃໝ່, ການກັບໃຈໃໝ່ຂອງພວກສາວົກສິບເອັດຄົນ, ຢູດາໄດ້ຜູກຄໍຕົວເອງແລ້ວ ແລະບໍ່ເຄີຍພົບກັບການເກີດໃໝ່ເລີຍ ພຣະເຢຊູຜູ້ຟື້ນຈາກຕາຍໄດ້ປາກົດແກ່ພວກສາວົກຄົນອື່ນໆ, ພຣະອົງຊົງສໍາແດງຮອຍແຜຂອງພຣະອົງໃຫ້ເຂົາເບິ່ງ, “ແລ້ວພຣະອົງຊົງບັນດານໃຫ້ໃຈເຂົາທັງຫລາຍເກີດຄວາມສະຫວ່າງຂຶ້ນເພື່ອຈະໄດ້ເຂົ້າໃຈພຣະຄຳພີ”(ລູກາ 24:45) ການເລິ່ມຕົ້ນຂອງການບັງເກີດໃໝ່ຂອງເຂົາເຈົ້າປາກົດຂຶ້ນຢູ່ນີ້ໃນຂະນະທີ່ພຣະເຢຊູ “ຊົງບັນດານໃຫ້ໃຈເຂົາທັງຫລາຍເກີດຄວາມສະຫວ່າງຂຶ້ນເພື່ອຈະໄດ້ເຂົ້າໃຈພຣະຄຳພີ”ທີ່ກ່ຽວຂ້ອງກັບຂ່າວປະເສີດ(ລູກາ 24:46). ດຽວນີ້ຂໍໃຫ້ເຮົາເປີດໂຢຮັນ 20:21-22, ນີ້ຄືການເກີດໃໝ່ຂອງພວກສາວົກ,ພຣະເຢຊູຜູ້ຊົງຟື້ນຄືນຈາກຕາຍໄດ້ສະເດັດມາຫາພວກເຂົາ: “ຈາກນັ້ນພຣະເຢຊູຊົງກ່າວກັບພວກເຂົາອີກວ່າ "ສັນຕິສຸກຈົ່ງດຳລົງຢູ່ກັບທ່ານທັງຫລາຍເຖີດ ພຣະບິດາຂອງເຮົາຊົງໃຊ້ເຮົາມາສັນໃດ ເຮົາກໍໃຊ້ທ່ານທັງຫລາຍໄປສັນນັ້ນ" ຄັ້ນພຣະອົງກ່າວດັ່ງນັ້ນແລ້ວຈຶ່ງຊົງລະບາຍລົມຫາຍໃຈອອກເໜືອພວກເຂົາ ແລະກ່າວກັບພວກເຂົາວ່າ "ທ່ານທັງຫລາຍຈົ່ງຮັບພຣະວິນຍານບໍລິສຸດເຖີດ”(ໂຢຮັນ 20:21,22) ພວກເຂົາໄດ້ຮັບພຣະວິນຍານບໍລິສຸດ ແລະສຸດທ້າຍພວກເຂົາກໍໄດ້ບັງເກີດໃໝ່! ພວກຄອມເມັນເທເຕີລຸ້ນເກົ່າເຫັນດ້ວຍກັບເລື່ອງນີ້, ຄົນໜຶ່ງທີ່ຄວນຈະອ່ານຄືມັດທິວເຮັນຣີ່ ແລະໂດຍສະເພາະແມ່ນຈອນຊາລສ໌ເອລີຄອທໃນລູກາ 24:45, ດຣ.ເຈ.ເວີນັນ ແມັກກີ້ໄດ້ກ່າວວ່າ: “ໂດຍສ່ວນຕົວແລ້ວຂ້າພະເຈົ້າເຊື່ອວ່າໃນວິນາທີທີ່ອົງພຣະຜູ້ເປັນເຈົ້າຊົງລະບາຍລົມຫາຍໃຈເທິງພວກເຂົາ ແລະກ່າວວ່າ ‘ທ່ານທັງຫລາຍຈົ່ງຮັບພຣະວິນຍານບໍລິສຸດເຖີດ’ ຄົນເຫຼົ່ານີ້ກໍໄດ້ຮັບການເກີດໃໝ່(ບັງເກີດໃໝ່),ກ່ອນໜ້ານີ້ພວກເຂົາຍັງບໍ່ໄດ້ຖືກພຣະວິນຍານຂອງພຣະເຈົ້າສະຖິດຢູ່ນໍາ...ພຣະເຢຊູຄຣິດຊົງລະບາຍລົມຫາຍໃຈແຫ່ງຊີວິດນິລັນດອນເໜືອຄົນເຫຼົ່ານີ້”(J. Vernon McGee, Thru the Bible, note on John 20:22) ດຣ.ໂທມັສເຮວໄດ້ເຮັດໃຫ້ຊັດເຈນເຊັ່ນກັນວ່າ: “ການປະທານພຣະວິນຍານບໍລິສຸດໃຫ້ຄືສິ່ງທີ່ສໍາຄັນທີ່ສຸດໃນຊີວິດຂອງພວກສາວົກ, ເພາະຕອນເອງທີ່ພວກເຂົາໄດ້ຮັບການບັງເກີດໃໝ່...ນີ້ແມ່ນຕອນທີ່ພວກເຂົາຮັບເອົາຄວາມຈິງແລະຄວາມເຊື່ອຢ່າງເຕັມລົ້ນ, ນີ້ແມ່ນຕອນທີ່ພວກເຂົາຮັບເອົາຊີວິດຝ່່າຍວິນຍານ”Thomas Hale, M.D., The Applied New Testament Commentary, note on John 20:22, p. 448 ຂ້າພະເຈົ້າໄດ້ໃຫ້ພວກທ່ານສຶກສາເລື່ອງການບັງເກີດໃໝ່ຂອງພວກສາວົກຂອງ ພຣະຄຣິດດ້ວຍເຫດຜົນສອງຢ່າງ. 1. ມັນແກ້ໄຂຄວາມຄິດສະໄໝໃໝ່ເລື່ອງການເກີດໃໝ່ກ່ອນຕາມມາດ້ວຍການ ເປັນສາວົກ, ນັ້ນຄືທິດສະດີທີ່ຍຶດຖືໂດຍຄຣິສຕະຈັກສ່ວນຫຼາຍໃນປັດຈຸ ບັນນີ້. 2. ມັນໄດ້ໃຫ້ວິທີການສ້າງສາວົກຂອງພຣະຄຣິດແກ່ເຮົາ: ທໍາອິດ ທ່ານຕ້ອງ ສອນພວກເຂົາ ແລະຈາກນັ້ນທ່ານຕ້ອງເຮັດວຽກເພື່ອການກັບໃຈຂອງ ພວກເຂົາ, ນີ້ແມ່ນສິ່ງທີ່ກົງກັນຂ້າມກັບສິ່ງທີ່ຖືກໃຫ້ຢູ່ໃນໜັງສືໂດຍພວກ ຜູ້ນໍາທາງ,The Lost Art of Disciple Making, ໜັງສືເຫຼັ້ມນີ້ຕາມຄວາມຄິດ ຂອງຂ້າພະເຈົ້າແລ້ວມັນຜິດ, ພຣະເຢຊູຊົງສອນພວກເຂົາໃຫ້ເປັນສາວົກ ກ່ອນທີ່ພວກເຂົາຈະໄດ້ຮັບການບັງເກີດໃໝ່. ພຣະເຢຊູຊົງສັ່ງພວກເຮົາໃຫ້ “ສ້າງສາວົກ”ຢູ່ໃນພຣະມະຫາບັນຊາ(ມັດທາຍ 28:19,20 ສະບັບNASB) “ເຫດສະນັ້ນ ທ່ານທັງຫລາຍຈົ່ງອອກໄປ(ສ້າງສາວົກNASB)ຊົນທຸກຊາດ ໃຫ້ຮັບບັບຕິດສະມາໃນພຣະນາມແຫ່ງພຣະບິດາ, ພຣະບຸດ ແລະພຣະວິນຍານບໍລິສຸດ ສອນເຂົາໃຫ້ຖືຮັກສາສິ່ງສາລະພັດຊຶ່ງເຮົາໄດ້ສັ່ງພວກທ່ານໄວ້ ເບິ່ງແມ້ ເຮົາຈະຢູ່ກັບທ່ານທັງຫລາຍສະເໝີໄປ ຈົນກວ່າຈະສິ້ນໂລກ ເອເເມນ”(ມັດທາຍ 28:19-20) ສິດຍາພິບານຂອງຂ້າພະເຈົ້າ ດຣ.ທິໂມທີລິນ ໄດ້ກ່າວວ່າ: “ມີພຽງຄໍາກິລິຍາ ‘ສ້າງສາວົກ’ເທົ່ານັ້ນທີ່ຢູ່ໃນອາລົມຄໍາສັ່ງ...ອີກຄໍາໜື່ງ ‘ໄປ’ບໍ່ແມ່ນຄໍາສັ່ງ(ທີ່ນີ້)ແຕ່‘ສ້າງສາວົກ’ ເປັນຄໍາສັ່ງ,ມັນເປັນຫົວໃຈຫຼັກຂອງພຣະມະຫາບັນຊາອັນຍິ່ງໃຫຍ່” (The Secret of Church Growthໜ້າ57) ພຣະຄຣິດຊົງສັ່ງພວກເຮົາໃຫ້ “ສອນທຸກຊົນຊາດ”-ແປຕາມໂຕອັກສອນວ່າ “ສ້າງສາວົກ”-ດັບໂບຢູ.ເອ.ຄຣິສແວວ, ຄວາມຈິງແລ້ວພຣະຄໍາພີສະບັບNew American Standard Bible ແປແບບນັ້ນວ່າ “ສ້າງສາວົກ” ເລື່ອງນີ້ຖືກເຮັດເປັນເວລາສາມຮ້ອຍປີໃນຫ້ອງຮຽນຕ່າງໆ,ບ່ອນທີ່ພວກສາວົກຖືກສອນໃຫ້ຄົນໃໝ່ກ່ອນທີ່ພວກເຂົາຈະຮັບບັບຕິດສະມາ, ດຣ.ຟີລິບສຊາຟນັກປະຫວັດສາດ ຄຣິສຕຽນໄດ້ກ່າວວ່າ “(ຄວາມຍາວ)ຂອງຄໍາສອນນີ້ໄດ້ຮັບການແກ້ໄຂບາງເທື່ອເປັນເວລາສອງປີບາງເທື່ອກໍສາມປີ” ຮິບໂປລີທັສເປັນບາດຫຼວງຂອງໂຣມຕັ້ງແຕ່ປີຄ.ສ.217ຫາ ຄ.ສ.235 ຮິບໂປລີທັສກ່າວວ່າ “ຈົ່ງປ່ອຍໃຫ້ພວກເຂົາຢູ່ສາມປີໃນຖານະຜູ້ຟັງພຣະທໍາ”(The Apostolic Tradition of Hippolytus, part I) ຊ່ວງເວລາການສ້າງສາວົກນີ້ມາກ່ອນພິທີບັບຕິດສະມາ, ຢ່າງໜ້ອຍມີສອງຕົວຢ່າງຂອງສິ່ງທີ່ອັກຄະສາວົກໂປໂລສອນແບບຖາມຕອບໃນໜັງສືກິດຈະການ, ບາຣະນາບັດໄດ້ພາໂປໂລໄປທີ່ເມືອງອັນຕິໂອກ. “ຕໍ່ມາທ່ານທັງສອງໄດ້ປະຊຸມກັນກັບຄຣິສຕະຈັກຕະຫຼອດປີໜຶ່ງໄດ້ສັ່ງສອນຄົນເປັນຈໍານວນຫຼາຍ”(ກິດຈະການ 11:26) ໂປໂລເຮັດແບບດຽວກັນຢູ່ໃນເມືອງລິສຕຣາ,ອີໂຄນີຢູມແລະອີກເທື່ອໜື່ງໃນອັນທິໂອກ. “ເຕືອນພວກເຂົາໃຫ້ດໍາລົງຢູ່ໃນຄວາມເຊື່ອ ແລະສອນວ່າພວກເຮົາຈໍາເປັນຕ້ອງທົນຄວາມຍາກລໍາບາກຫຼາຍຢ່າງ ຈົນກວ່າຈະໄດ້ເຂົ້າໃນອານາຈັກຂອງພຣະເຈົ້າ”(ກິດຈະການ 14:22) ດຣ.ສຊາຟໄດ້ກ່າວວ່າ: “ຄຣິສຕະຈັກຢູ່ທ່າມກາງໂລກນອກສາສະໜາ...ນາງເຫັນຄວາມຈໍາເປັນຂອງການກຽມ(ຜູ້ຄົນ)ສໍາລັບພິທີບັບຕິດສະມາໂດຍພວກຄູພິເສດ...[ຫ້ອງຮຽນຕ່າງໆ]ຖືກ...ເຊື່ອມຕໍ່ຈາກໂລກສູ່ຄຣິສຕະຈັກ...ເພື່ອນໍາພວກເລິ່ມຕົ້ນກ້າວໄປສູ່ຄວາມເປັນຜູ້ໃຫຍ່,[ພວກນັກຮຽນຮູ້]ຖືກຖືວ່າເປັນພວກຄົນບໍ່ເຊື່ອ, ແຕ່ໃນຖານະເປັນຄຣິສຕຽນເຄີ່ງໜຶ່ງ[ຍັງບໍ່ແມ່ນພວກສາວົກ]”(History of the Christian Church, volume 2, p. 256), ດຣ.ສຊາຟໄດ້ກ່່າວວ່າວິທີນີ້ “ຍັງຄົງເປັນເຫດຜົນ”ຢູ່ໃນສະຖານທີ່ຕ່າງໆຂອງມິດຊັນນາຣີ(ເຫຼັ້ມດຽວກັນໜ້າ 255). ພວກເຮົາກໍາລັງຈະປ່ຽນການນະມັດສະການຊ່ວງເຊົ້າຂອງເຮົາເປັນຫ້ອງຮຽນສ້າງສາວົກ, ຂ້າພະເຈົ້າເຊື່ອວ່າຄວາມລົ້ມເຫຼວຂອງຄຣິສຕະຈັກຕ່າງໆຂອງເຮົາທີ່ຈະເກັບຮັກສາເດັກນ້ອຍຂອງເຮົາເອງ ແລະຄວາມລົ້ມເຫຼວຂອງພວກເຮົາທີ່ຈະດຶງພວກຄົນໜຸ່ມຈາກໂລກສາມາດສືບຫາຮ່ອງຮອຍສູ່ຄວາມຈິງທີ່ວ່າຄຣິສຕະຈັກຕ່າງໆບໍ່ເຂົ້າໃຈວ່າພວກຄົນໜຸ່ມໃນປັດຈຸບັນນີ້ເປັນພວກນອກສາສະໜາ, ປ່າເຖື່ອນຜູ້ຊື່ງຕ້ອງເປັນສາວົກກ່ອນທີ່ພວກເຂົາຈະປະສົບກັບການບັງເກີດໃໝ່ ແລະດໍາເນີນຊີວິດຄຣິສຕຽນ, ພວກແບັບຕິດໃຕ້ສູນເສຍພວກສະມາຊິກກວ່າ 200,000 ຄົນທຸກປີເຊິ່ງເປັນພຽງ “ຄຣິສຕຽນເຄິ່ງໜຶ່ງ”-ບໍ່ເຄີຍຖືກສ້າງສາວົກ! ຈອນເອັສ.ດິກເກີສັນໄດ້ກ່າວວ່າ ປະຊາກອນຄຣິສຕຽນຄົນໜຸ່ມພວກຂ່າວປະເສີດຈະຫຼຸດລົງ “ຈາກປະມານ 7%ຂອງຊາວອາເມລິກາຕອນນີ້ເຫຼືອພຽງປະມານ 4%ຫຼືນ້ອຍກວ່າ - ນອກຈາກວ່າພວກສາວົກໃໝ່ຈະໄດ້ຮັບການເກີດໃໝ່”(ໜ້າThe Great Evangelical Recession314) ນັ້ນຄືເປົ້າໝາຍຂອງພວກເຮົາ! ເປົ້າໝາຍຂອງພວກເຮົາກໍຄືເພື່ອຊ່ວຍພວກຄົນໜຸ່ມໃຫ້ໄປເຖິງສັກກະຍາພາບສູງສຸດຂອງພວກເຂົາໃນພຣະຄຣິດ,ພວກເຮົາຢູ່ນີ້ເພື່ອຊ່ວຍຄົນໜຸ່ມໃຫ້ເຂົ້າມາຄຣິສຕະຈັກຂອງເຮົາ,ກາຍເປັນສາວົກຂອງພຣະເຢຊູ, ບັງເກີດໃໝ່ ແລະເຮັດວຽກເພື່ອພາຄົນອື່ນໆເຂົ້າມາໃນ ຄຣິສຕະຈັກຂອງເຮົາເພື່ອຮຽນຮູ້ຈາກພຣະເຢຊູ,ວາງໃຈໃນພຣະອົງ ແລະຮັບການບັງເກີດໃໝ່! ພວກຄົນໜຸ່ມຜູ້ທີ່ຖືກເລືອກຈະພ້ອມສໍາລັບບາງສິ່ງບາງຢ່າງທີ່ຍາກ ແລະຄວາມທ້າທາຍ, ຄົນທີ່ບໍ່ສົນໃຈໃນຄວາມທ້າທາຍຂອງການເປັນຄຣິສຕຽນແທ້ຈະຖືກກໍາຈັດອອກໄປ, ພວກເຮົາຫວັງວ່າພວກເຂົາຈະບໍ່ຖືກກໍາຈັດອອກແຕ່ພວກເຮົາຮູ້ຈັກໂດຍປະສົບການວ່າພວກເຂົາຈະຖືກ! ຂໍຢ່າໃຫ້ໃຈຂອງທ່ານວິຕົກກັງວົນເວລາພວກເຂົາໄປ, ຈົ່ງລະນຶກສະເໝີວ່າພຣະເຢຊູຊົງກ່າວວ່າ “ຄົນທີ່ຊົງເອີ້ນມີຫຼາຍແຕ່ຄົນທີ່ຊົງເລືອກມີໜ້ອຍ”ມີພຽງສາວົກທີ່ແທ້ຈິງຜູ້ທີ່ບັງເກີດໃໝ່ເທົ່ານັ້ນຈະຢູ່! ຂໍໃຫ້ພວກເຮົາກ້າວໜ້າໄປພ້ອມກັນ ແລະພິສູດໃຫ້ໂລກເຫັນວ່າພຣະເຈົ້າຂອງເຮົາຍັງຄົງພຣະຊົນຢູ່ ແລະມີລິດອໍານາດ, ພວກເຮົາເຮັດຜິດພາດໃນອະດີດ, ແຕ່ພວກເຮົາໄດ້ປະໂຫຍດຈາກຄວາມຜິດພາດຂອງເຮົາ ແລະປະສົບການຕ່າງໆ, ພວກເຮົາປ່ຽນຄວາມລົ້ມເຫຼວຂອງເຮົາເປັນຄວາມສໍາເລັດ, ພວກເຮົາຈະເຫັນຄວາມສໍາເລັດທີ່ຍິ່ງໃຫຍ່ຕື່ມອີກໃນຂະນະທີ່ພວກເຮົາກ້າວໄປຂ້າງໜ້າສ້າງຄຣິສຕະຈັກທີ່ເຂັ້ມແຂງຂອງພວກສາວົກໃນຍຸກປະຖີ້ມຄວາມເຊື່ອທີ່ອ່ອນແອປະຈຸບັນນີ້, ຈົ່ງຈື່ງໄວ້ວ່່າພວກເຮົາຈະບໍ່ມີວັນຢຸດ,ບໍ່ມີວັນຖອຍ ແລະບໍ່ມີວັນໝົດຫວັງ, ພວກເຮົາຈະບໍ່ມີວັນຢຸດຈົນກວ່າຄຣິສຕະຈັກທີ່ດີຂອງເຮົາຈະກາຍເປັນຄຣິສຕະຈັກທີ່ຍິ່ງໃຫຍ່ - ເຊິ່ງທ້າທາຍພວກຄົນໜຸ່ມ ແລະສ້າງພວກເຂົາເປັນກອງທັບທີ່ເກັ່ງກ້າແຫ່ງການເປັນສາວົກທີ່ບັງເກີດໃໝ່! ຈົ່ງຢືນຂຶ້ນແລ້ວຮ້ອງບົດເພງທີຫົກຢູ່ປື້ມເພງຂອງທ່ານ “ຂ້າເປັນທະຫານແຫ່ງໄມ້ກາງແຂນ?”ໂດຍດຣ.ໄອແຊັກວັດ(1674-1748) ຂ້າເປັນທະຫານແຫ່ງໄມ້ກາງແຂນ,ເດີນຕາມພຣະເຢຊູເຈົ້າ |
ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452. (ຈົບຄຳເທດສະໜາ) ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ ບັນເລງເພງກ່ອນຄໍາເທດສະໜາໂດຍ:ເບັນຈາມິນ ຄິນເຄດກຣິຟຟິດ: |