ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ,
ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.
ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່,
www.sermonsfortheworld.com, ສ່ວນອີກຫຼາຍ
ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ
46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ
ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້,
ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ
ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.
ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ
ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.
ການລົ້ມລົງຂອງມະນຸດTHE FALL OF MAN ໂດຍດຣ. ອາ.ແອວ.ໄຮເມີ ຈູເນຍ. |
ໜັງສືປະຖົມມະການຄື “ແຫລ່ງກໍາເນີດ”ຂອງພຣະຄໍາພີ, ໜຶ່ງໃນຈຸດເດັ່ນທີ່ໜ້າສົນໃຈທີ່ສຸດຂອງປະຖົມມະການກໍຄື ຄວາມຈິງທີ່ວ່າມັນໄດ້ຕອບຄວາມຂີ້ຕົວະສະໄໝໃໝ່ຫຼາຍຢ່າງ, ຊີ.ເອັສ.ລູອິສຕອນໃກ້ຈະຕາຍລາວໄດ້ກ່າວວ່າວິວັດທະນາການດາວິນ “ຄືສູນກາງຂອງການຂີ້ຕົວະ”ແຫ່ງຍຸກສະໄໝໃໝ່. ຄວາມຂີ້ຕົວະຂອງວິວັດທະນາການດາວິນຖືກປະຕິເສດໂດຍໜັງສືປະຖົມມະການໃນສອງຫົນທາງດ້ວຍກັນ. ໜຶ່ງ ພວກເຮົາຖືກບອກຢໍ້າໄປມາວ່າພວກສັດຕ່າງໆແລະພືດຜັກຕ່າງໆຖືກສ້າງໂດຍກົງຈາກພຣະເຈົ້າ. ສອງ ໜັງສືປະຖົມມະການບອກພວກເຮົາວ່າພືດຜັກທຸກຊະນິດແລະສັດຕ່າງໆສາມາດແຜ່ພັນ “ຕາມຊະນິດຂອງມັນ” ພວກສັດແລະພືດຕ່າງໆສາມາດແຜ່ພັນພາຍໃນ “ຊະນິດ”ຂອງມັນເອງເທົ່ານັ້ນ, ເລື່ອງນີ້ໄດ້ປະຕິເສດທິດສະດີວິວັດ ທະນາການຊຶ່ງກ່າວວ່າການແຜ່ພັນສາມາດເກີດຂຶ້ນຂ້າມ“ຊະນິດ”ຂອງມັນໄດ້, ໜຶ່ງໃນການໂຕ້ຖຽງທີ່ອ່ອນແອທີ່ສຸດຂອງວິວັດທະນາການກໍຄືວ່າສາມາດຂ້າມສາຍພັນຈາກ“ຊະນິດ”ໜຶ່ງໄປຫາຊະນິດອື່ນໄດ້, “ຊະນິດ”ໜຶ່ງສາມາດພັດທະນາໄປສູ່ອັນອື່ນໄດ້, ເລື່ອງນີ້ບໍ່ເຄີຍຖືກພິສູດເລີຍ, ເພາະສະນັ້ນໜັງສືປະຖົມມະການຈື່ງສະແດງໃຫ້ເຫັນວ່າໜຶ່ງໃນຂໍ້ສົມມຸດພຶ້ນຖານຂອງທິດສະດີແຫ່ງວິວັດທະນາການເປັນເລື່ອງຂີ້ຕົວະຢ່າງສິ້ນເຊີງ! ໝາບໍ່ຈະບໍ່ມີວັນປ່ຽນເປັນມ້າໄດ້, ນົກອິນຊີກໍບໍ່ມີວັນປ່ຽນເປັນໄກ່ໄດ້, ບໍ່ມີການຂ້າມສາຍພັນຈາກ“ຊະນິດ”ໜຶ່ງໄປສູ່ອັນອື່ນໄດ້, ປະຖົມມະການສະແດງໃຫ້ເຫັນໜຶ່ງໃນຂໍ້ສົມມຸດພຶ້ນຖານຂອງທິດສະດີແຫ່ງວິວັດທະນາການເປັນເລື່ອງຂີ້ຕົວະທີ່ສົກກະປົກ. ສອງ ການຂີ້ຕົວະທີ່ວ່າຄວາມເປັນມະນຸດຖືກໍາເນີດຈາກສະພາບແວດລ້ອມຂອງພວກເຂົາຖືກປະຕິເສດໂດຍໜັງສືປະຖົມມະການ, ພໍ່ແມ່ຄູ່ທໍາອິດຂອງພວກເຮົາອາໄສຢູ່ໃນສະພາບແວດລ້ອມທີ່ສົມບູນແບບ, ແຕ່ພວກເຂົາກໍຍັງເປັນຄົນບາບຢູ່ດີ, ແລະລູກຊາຍຜູ້ທໍາອິດຂອງພວກເຂົາກໍເປັນຂ້າຕະກອນ! ສາມ, ຄວາມຄິດທີ່ວ່າບັນຫາຂອງຄວາມຊົ່ວຮ້າຍເປັນເລື່ອງເປັນໄປບໍ່ໄດ້ທີ່ຈະເຂົ້າ ໃຈຖືກປະຕິເສດໂດຍປະຖົມມະການ, ສວນເອເດນເປັນບ່ອນນັ່ງຂອງພວກປີສາດແລະກິດຈະກໍາແບບຊາຕານ, ຊາຕານໄດ້ສິງຢູ່ໃນງູທີ່ຫລອກລວງເອວາໃຫ້ເຮັດບາບ, “ຄວາມເສື່ອມຊາມ”ຂອງບົດທີ່ຫົກແມ່ນຜົນກໍາເນີດຂອງຜູ້ຊາຍທີ່ຖືກຜີສິງທີ່ຫລັບນອນກັບຜູ້ຍິງທໍາມະດາ, ເພາະສະນັ້ນ “ບັນຫາ”ຂອງຄວາມຊົ່ວຮ້າຍເປັນເລື່ອງຂີ້ຕົວະ,ແຕ່ງຂຶ້ນມາໂດຍພວກສະໄໝໃໝ່ຊື່ງລົ້ມເຫຼວທີ່ຈະຍອມຮັບຄວາມຈິງເລື່ອງຊາຕານແລະພວກຜີປີສາດ. ສີ່ ທິດສະດີຢູນິໂຟມິເທຣຽນຂອງທໍລະນີວິທະຍາສະໄໝໃໝ່ໄດ້ສະແດງໃຫ້ເຫັນວ່າເປັນເລື່ອງຂີ້ຕົວະໂດຍປະຖົມມະການ, ໂລກສະແດງໃຫ້ເຫັນຫຼັກຖານຢ່າງຫຼວງຫຼາຍເລື່ອງ ນໍ້າຖ້ວມໂລກ, ພວກຢູນິໂຟມິເທຣຽນເວົ້າວ່າ “ທຸກສິ່ງທຸກຢ່າງສືບຕໍ່ເປັນແບບທີ່ພວກມັນເປັນຕອນເມື່ອເລິ່ມສ້າງ”(2 ເປໂຕ 3:4), ພວກເຂົາ “ຕັ້ງໃຈປະຕິເສດ”ເລື່ອງນໍ້າຖ້ວມໃຫຍ່ໃນສະໄໝຂອງໂນອາ, ພວກທໍລະນີວິທະຍາສະໄໝໃໝ່ບໍ່ມີຄວາມໜ້າເຊື່ອຖືໃນການອະທິ ບາຍເຖິງລັກສະນະພິເສດເຊັ່ນແກຣນແຄນຢອນເກີດມາໄດ້ແນວໃດ ຫຼືພວກຟອສຊິວທະເລປາກົດຂຶ້ນເທິງພູທີ່ສູງທີ່ສຸດໄດ້ແນວໃດ, ເພາະສະນັ້ນປະຖົມມະການຈື່ງປະຕິເສດຄວາມຂີ້ຕົວະທີ່ຢູ່ເບື້ຶ້ອງຫຼັງພວກທໍລະນີວິທະຍາສະໄໝໃໝ່. ຫ້າ, ການອະທິບາຍເລື່ອງຄວາມເສື່ອມຊາມຂອງມະນຸດເຊື່ອຖືບໍ່ໄດ້ ແລະຕາມຈິງທິດສະດີທັງໝົດຖືກພິສູດວ່່າເປັນເລື່ອງຂີ້ຕົວະ ເພາະໜັງສືປະຖົມມະການໄດ້ສະແດງໃຫ້ເຫັນຢ່າງແຈ່ມແຈ້ງເຖິງການທີ່ມະນຸດລົ້ມລົງຈາກຄວາມຊອບທໍາດັ່ງເດີມຂອງຕົນສູ່ຄວາມໂຫດຮ້າຍປ່າເຖື່ອນທີ່ພວກເຮົາເຫັນຢູ່ອ້ອມຮອບພວກເຮົາໃນໂລກສະໄໝໃໝ່ “ເພາະເຖິງແມ່ນວ່າພວກເຂົາໄດ້ຮູ້ຈັກພຣະເຈົ້າແລ້ວ ພວກເຂົາກໍບໍ່ໄດ້ຖະວາຍກຽດແດ່ພຣະອົງໃຫ້ສົມກັບທີ່ຊົງເປັນພຣະເຈົ້າ ຫຼືບໍ່ໄດ້ຂອບພຣະຄຸນ ແຕ່ພວກເຂົາກັບຄິດໃນສິ່ງທີ່ບໍ່ມີສາລະ ແລະໃຈທີ່ໂງ່ຂອງພວກເຂົາກໍມືດມົວ”(ໂຣມ 1:21) ເພາະສະນັ້ນທິດສະດີຫຼາຍອັນຂອງພວກຈິດຕະວິທະຍາສະໄໝໃໝ່ຖືກພິສູດແລ້ວວ່າເປັນເລື່ອງຂີ້ຕົວະໂດຍໜັງສືປະຖົມມະການ. ໃນຄືນນີ້ພວກເຮົາຈະໂຟກັດໃນລາຍລະອຽດກວ່າກ່ຽວກັບເລື່ອງຂີ້ຕົວະນີ້, ກະລຸນາເປີດປະຖົມມະການ 3:1-10. “ໃນເວລານີ້ງູນັ້ນສະຫລາດຫຼັກແຫຼມກວ່າບັນດາສັດປ່າຕາມທ້ອງທົ່ງຊຶ່ງພຣະເຢໂຮວາພຣະເຈົ້າໄດ້ຊົງສ້າງໄວ້ ແລະມັນເວົ້າກັບຜູ້ຍິງນັ້ນວ່າ “ແມ່ນບໍທີ່ພຣະເຈົ້າກ່າວວ່າ ‘ພວກເຈົ້າຈົ່ງຢ່າກິນໝາກຈາກຕົ້ນໄມ້ທຸກຊະນິດໃນສວນນີ້’” ແລະຜູ້ຍິງນັ້ນຈຶ່ງເວົ້າກັບງູວ່າ “ໝາກຂອງຕົ້ນໄມ້ຊະນິດຕ່າງໆ ໃນສວນນີ້ພວກເຮົາກິນໄດ້ ແຕ່ໝາກຂອງຕົ້ນໄມ້ຕົ້ນໜຶ່ງຊຶ່ງຢູ່ກາງສວນ ພຣະເຈົ້າກ່າວວ່າ ‘ພວກເຈົ້າຈົ່ງຢ່າກິນມັນ ຫລືແຕະຕ້ອງມັນ ຢ້ານວ່າພວກເຈົ້າຈະຕາຍ’” ແລະງູຈຶ່ງກັບຜູ້ຍິງນັ້ນວ່ “ພວກເຈົ້າຈະບໍ່ຕາຍຢ່າງແນ່ນອນ ເພາະວ່າພຣະເຈົ້າຊົງຮູ້ວ່າ ພວກເຈົ້າກິນຫມາກໄມ້ນັ້ນວັນໃດ ຕາຂອງພວກເຈົ້າຈະສະຫວ່າງຂຶ້ນວັນນັ້ນ ແລະພວກເຈົ້າຈະເປັນເໝືອນພຣະເຈົ້າທີ່ຮູ້ດີຮູ້ຊັ່ວ” ແລະເມື່ອຜູ້ຍິງນັ້ນເຫັນວ່າ ຕົ້ນໄມ້ນັ້ນເໝາະສຳລັບເປັນອາຫານແລະມັນງາມເປັນຕາເບິ່ງ ແລະຕົ້ນໄມ້ຕົ້ນນັ້ນເປັນທີ່ໜ້າປາດຖະ ຫນາເພື່ອໃຫ້ເກີດປັນຍາ ນາງຈຶ່ງເກັບຫມາກໄມ້ນັ້ນ ແລະໄດ້ກິນ ແລະສົ່ງໃຫ້ຜົວຂອງນາງດ້ວຍ ແລະລາວກໍໄດ້ກິນ ແລະຕາຂອງເຂົາທັງສອງກໍສະຫວ່າງຂຶ້ນ ແລະພວກເຂົາກໍຮູ້ວ່າຕົນເອງເປືອຍກາຍຢູ່ ແລະພວກເຂົາກໍເອົາໃບມະເດື່ອມາຫຍິບເຂົ້າດ້ວຍກັນ ແລະເຮັດເຄື່ອງປົກປິດສຳລັບຕັວເອງ ແລະໃນຕອນແລງວັນນັ້ນ, ພວກເຂົາໄດ້ຍິນພຣະສຸລະສຽງຂອງພຣະເຢໂຮວາພຣະເຈົ້າສະເດັດຍ່າງຢູ່ໃນສວນ ທັງອາດັມແລະເມຍຂອງລາວພາກັນລີ້ຈາກພຣະພັກຂອງພຣະເຢໂຮວາພຣະເຈົ້າທ່າມກາງຕົ້ນໄມ້ຕ່າງໆ ໃນສວນນັ້ນ ແລະພຣະເຢໂຮວາພຣະເຈົ້າຊົງເອີ້ນອາດັມແລະກ່າວກັບລາາວວ່າ “ເຈົ້າຢູ່ໃສ” ແລະລາວທູນວ່າ “ຂ້ານ້ອຍໄດ້ຍິນພຣະສຸລະສຽງຂອງພຣະອົງໃນສວນ ແລະຂ້ານ້ອຍກໍຢ້ານ ເພາະວ່າຂ້ານ້ອຍເປືອຍກາຍຢູ່ ແລະຂ້ານ້ອຍຈື່ງໄປລີ້”(ປະຖົມມະການ 3:1-10) ອາເທີດັບໂບຢູພີ້ງແມ່ນນັກສາສະໜາສາດແລະນັກອະທິບາຍພຣະຄໍາພີຊາວອັງກິດພີ້ງເວົ້າຖືກຕ້ອງວ່າ ບົດທີສາມຂອງປະຖົມມະການຄືໜຶື່ງໃນຂໍ້ພຣະຄໍາພີທີ່ສໍາຄັນທີ່ສຸດໃນ ພຣະຄໍາທັງໝົດຂອງພຣະເຈົ້າ, ພີ້ງກ່າວວ່າ: ມັນຄື “ເມັດພັນໂຄງເລື່ອງຂອງພຣະຄໍາພີ” ນີ້ຄືຮາກຖານຊື່ງຫຼັກຄໍາສອນທີ່ສໍາຄັນຕ່າງໆແຫ່ງຄວາມເຊື່ອຂອງພວກເຮົາສ່ວນຫຼາຍອີງໃສ່, ຢູ່ນີ້ເຮົາມີຮ່ອງຮອຍຍ້ອນກັບໄປສູ່ແຫລ່ງທີ່ມາຂອງແມ່ນໍ້າຫຼາຍສາຍແຫ່ງຄວາມຈິງເລື່ອງພຣະເຈົ້າ, ຢູ່ນີ້ເລິ່ມຕົ້ນດ້ວຍເຫດການທີ່ຕື່ນເຕັ້ນອັນຍິ່ງໃຫຍ່ຊື່ງຖືກປະກາດໃຊ້ໃນຊ່ວງໄລຍະແຫ່ງປະຫວັດສາດມະນຸດ... ໃນນີ້ພວກເຮົາພົບການອະທິບາຍຂອງພຣະເຈົ້າເລື່ອງການລົ້ມລົງໃນປະຈຸບັນ ແລະສະພາບຄວາມເສຍຫາຍ(ຂອງເຊື້ອຊາດມະນຸດ), ໃນນີ້ພວກເຮົາໄດ້ຮຽນຮູ້ເລື່ອງແຜນທີ່ມີເລ່ລ່ຽມຂອງສັດຕູຂອງພວກເຮົາຄືພະຍາມານ... ໃນນີ້ພວກເຮົາມີ ເຄື່ອງໝາຍສາກົນຂອງທໍາມະຊາດມະນຸດທີ່ຕັ້ງໃຈເພື່ອປົກປິດຄວາມອັບ ອາຍທາງສິນລະທໍາຂອງຕົວເອງໂດຍອຸປະກອນສີມືຂອງຕົວເອງ(Arthur W. Pink, Gleanings in Genesis, Moody Press, 1981 edition, p. 33). ບົດທີສາມບອກພວກເຮົາວ່າຊາຕານໄດ້ເຂົ້າມາໃນສວນເອເດນ, ເຂົ້າສິງ ແລະເວົ້າຜ່ານທາງປາກຂອງງູແນວໃດແດ່, ໃນນັ້ນພວກເຮົາເຫັນວ່າຊາຕານໄດ້ເວົ້າກັບຜູ້ຍິງ,ໂຍນຄວາມສົງໄສເທິງສິ່ງທີ່ພຣະເຈົ້າໄດ້ກ່າວກັບອາດາມ, ບິດເບືອນແລະຫຼຸດຄ່າພຣະຄໍາທີ່ພຣະເຈົ້າມອບໃຫ້, ໂດຍບອກນາງວ່່າ “ເຈົ້າຈະບໍ່ຕາຍແທ້ດອກ”ຖ້າເຈົ້າກິນໝາກໄມ້ຈາກຕົ້ນໄມ້ຫວງຫ້າມຄື “ຕົ້ນໄມ້ແຫ່ງຄວາມຮູ້ດີແລະຮູ້ຊົ່ວ” ຄວນຈື່ໄວ້ສະເໝີວ່່າຊາຕານໃນເວລານີ້ເປັນເຈົ້ານາຍແຫ່ງການຫລອກລວງ, ພຣະຄໍາພີກ່າວໄວ້ໃນໜັງສືພະນິມິດວ່າ: “ຫາງຂອງຍານາກດຶງດວງດາວໃນທ້ອງຟ້າຖິ້ມລົງມາທີ່ແຜ່ນດິນໂລກ ໜຶ່ງໃນສາມສ່ວນ...”(ພະນິມິດ 12:4) ຄວາມໝາຍຂອງຂໍ້ພຣະຄໍາພີຖືກນໍາອອກມາຢ່າງຊັດເຈນໃນສອງສາມຂໍ້ຕໍ່ມາໃນພະນິມິດ 12:9 ວ່າ: “ພະຍານາກໃຫຍ່ຊຶ່ງເປັນງູດຶກດຳບັນ ທີ່ເຂົາເອີ້ນກັນວ່າ ພະຍາມານແລະຊາຕານ ຜູ້ລໍ້ລວງມະນຸດທັງໂລກ ພະຍານາກແລະພວກທູດຂອງມັນກໍຖືກໂຍນຖິ້ມລົງມາໃນແຜ່ນດິນໂລກ”(ພະນິມິດ 12:9) ດຣ.ເຮັນຣີ່ເອັມມໍຣິສກ່າວວ່າ: ພະຍານາກໃນທີ່ນີ້ມີລັກສະນະຄືງູຂອງສວນເອເດນ(ປະຖົມມະການ 3:1) ...ແລະຄືກັບພະຍາມານທີ່ມາທົດລອງພຣະເຢຊູ(ໃນຖີ່ນແຫ້ງແລ້ງກັນດານ) (Henry M. Morris, Ph.D., The Defender’s Study Bible, World Publishing, 1995, p. 1448;ໝາຍເຫດໃນພະນິມິດ 12:9) ຊາຕານຖືກໂຍນອອກຈາກສະຫວັນເພາະການກະບົດຕໍ່ສູ້ພຣະເຈົ້າ ແລະການສະ ແຫວງຫາທີ່ຈະຢຶດເອົາບັນລັງຂອງພຣະເຈົ້າ(ເອຊາຢາ 14:12-15; ເອເສກຽນ 28:13-18), ຊາຕານຖືກໂຍນອອກຈາກສະຫວັນລົງມາໃນໂລກບ່ອນທີ່ມັນກາຍເປັນ, “...ເຈົ້າແຫ່ງອໍານາດໃນອາກາດ, ຄືວິນຍານທີ່ຕອນນີ້ເຮັດວຽກຢູ່ໃນພວກລູກແຫ່ງການບໍ່ເຊື່ອຟັງ”(ເອເຟໂຊ 2:2) ແລ້ວພວກທູດສະຫວັນທີ່ຕິດຕາມຊາຕານໃນການກະບົດຕໍ່ພຣະເຈົ້າເດ່ເປັນແນວ ໃດ? ພະນິມິດ 12:9 ເວົ້າວ່າ: “ພະຍານາກແລະພວກທູດຂອງມັນກໍຖືກໂຍນຖິ້ມລົງມາໃນແຜ່ນດິນໂລກ”(ພະນິມິດ 12:9) ມີທູດສະຫວັນຈັກອົງທີ່ກະບົດກັບຊາຕານ? ພວກມັນຫຼາຍປານໃດທີ່ຖືກ “ໂຍນຖີ້ມກັບມັນ”ລົງສູ່ໂລກ? ພະນິມິດ 12:4 ເວົ້າວ່າ: “ຫາງຂອງພະຍານາກກໍດຶງດວງດາວໃນທ້ອງຟ້າຖິ້ມລົງມາໃນແຜ່ນດິນໂລກ ໜຶ່ງໃນສາມສ່ວນ...”(ພະນິມິດ 12:4) ດຣ.ເອັມມໍຣິສກ່າວວ່າ: ‘ດວງດາວໃນທ້ອງຟ້າ’ ເຫຼົ່ານີ້ຄືຶຕົວຕົນຂອງພວກທູດຂອງຊາຕານໃນໜັງສືພະນິມິດ 12:9(ມໍຣິສ ເຫຼັ້ມດຽວກັນໜ້າ 1447) ເພາະສະນັ້ນພວກເຮົາເຊື່ອວ່າໜຶ່ງໃນສາມຂອງພວກທູດສະຫວັນໃນສະຫວັນທີ່ກະບົດກັບຊາຕານຜູ້ນໍາຂອງພວກມັນ ແລະຖືກໂຍນຖີ້ມລົງມາສູ່ໂລກໄດ້ກາຍເປັນພວກຜີປິສາດທີ່ ພຣະເຢຊູມັກປະເຊີນໜ້າໃນການຮັບໃຊ້ຢູ່ໃນໂລກນີ້ຂອງພຣະອົງ. ຊາຕານໄດ້ຕົວະພວກທູດສະຫວັນເຫຼົ່ານີ້, ບໍ່ຕ້ອງສົງໄສເລີຍທີ່ໄດ້ມັນໃຊ້ຮູບແບບຕົວະອັນດຽວກັນທີ່ມັນໃຊ້ຕໍ່ອາດາມກັບເອວາໃນສວນເອເດນເມື່ອມັນກ່າວວ່າ “ເຈົ້າຈະເປັນ ເໝືອນພະ”(ປະຖົມມະການ 3:5), ນັ້ນຄືການຕົວະຢ່າງບໍ່ຕ້ອງສົງໄສທີ່ໄດ້ທໍາລາຍທູດສະຫວັນເຫຼົ່ານັ້ນ “ຈົ່ງມາກັບຂ້າ, ແລ້ວເຈົ້າຈະເປັນເໝືອນພະ” ພວກເຂົາເຊື່ອຄໍາຕົວະຂອງພະຍາມານ,ແຕ່ພວກເຂົາບໍ່ໄດ້ “ກາຍເປັນເໝືອນພະ”ບໍ່ເລີຍ! ພວກເຂົາໄດ້ກາຍເປັນຜີປີສາດທີ່ສົກກະປົກ, ທ່ອງທ່ຽວໄປໃນໂລກຢ່າງບໍ່ມີຈຸດໝາຍດ້ວຍຄວາມໃຈຮ້າຍ, ດ້ວຍຕັນຫາແລະຄວາມໂມໂຫ! ແລະຄືກັບທີ່ຊາຕານຕົວະພວກທູດສະຫວັນໂດຍການທົດລອງພວກເຂົາໃຫ້ກະບົດຕໍ່ພຣະເຈົ້າ, ດັ່ງນັ້ນມັນຈື່ງເຮັດອີກເທື່ອໜຶ່ງເມື່ອມັນຕົວະມະນຸດ,ຄວາມຄິດອັນດຽວກັນທີ່ມັນ ໃຊ້ເພື່ອລໍ້ໃຈພວກທູດສະຫວັນເຫຼົ່ານັ້ນຊື່ງໄດ້ທໍາລາຍພວກເຂົາກໍຄ້າຍກັບຄວາມຄິດຜິດໆທີ່ມັນໃຊ້ເພື່ອທົດລອງອາດາມກັບເອວາໃນສວນເອເດນ, ຈົ່ງຟັງປະຖົມມະການ 3:4-5: “ແລະງູຈຶ່ງເວົ້າກັບຜູ້ຍິງນັ້ນວ່າ “ເຈົ້າຈະບໍ່ຕາຍແທ້ດອກ ເພາະວ່າພຣະເຈົ້າຊົງຮູ້ວ່າ ພວກເຈົ້າກິນຫມາກໄມ້ນັ້ນວັນໃດ ຕາຂອງເຈົ້າຈະສະຫວ່າງຂຶ້ນວັນນັ້ນ ແລະພວກເຈົ້າຈະເປັນເໝືອນພະເຈົ້າທີ່ຮູ້ດີຮູ້ຊັ່ວ”(ປະຖົມມະການ 3:4-5) ຊາຕານຈະຕ້ອງໃຊ້ການໂຕ້ແຍ້ງທີ່ຄ້າຍຄືກັນ, ຄໍາຕົວະຄ້າຍຄືກັນເພື່ອພາທູດສະຫວັນໜຶ່ງໃນສາມອອກຈາກສະຫວັນໃນການລົ້ມລົງອັນຍິ່ງໃຫຍ່ຈາກຕໍາແໜ່ງອັນສູງສົ່ງຂອງພວກເຂົາໃນສະຫວັນ. ແລະຕອນນີ້ມັນໄດ້ນໍາເອົາຄໍາຕົວະນັ້ນ ແລະການບິດເບືອນພຣະຄໍາຂອງພຣະເຈົ້ານັ້ນມາສູ່ພໍ່ແມ່ຄູ່ທໍາອິດຂອງພວກເຮົາ, ເໝືອນກັບພວກທູດສະຫວັນພໍ່ແມ່ຂອງພວກເຮົາທີ່ຢູ່ໃນສວນເຊື່ອຄໍາຕົວະຂອງມັນເຊັ່ນກັນ ແລະພົບຫາຍະນະເໝືອນກັບທີ່ພວກທູດສະຫວັນທີ່ເຊື່ອ “ພໍ່ແຫ່ງການມຸສາ”ເພາະນັ້ນຄືສິ່ງທີ່ພຣະເຢຊູຄຣິດເຈົ້າຂອງເຮົາຊົງເອີ້ນຊາຕານເມື່ອ ພຣະອົງຊົງກ່າວກັບພວກຟາຣິສີວ່າ: “ທ່ານທັງຫລາຍມາຈາກພໍ່ຂອງທ່ານຄືພະຍາມານ ແລະທ່ານຢາກຈະເຮັດຕາມຄວາມປາດຖະຫນາຂອງພໍ່ທ່ານ ມັນເປັນຄາດຕະກອນຕັ້ງແຕ່ເດີມມາ ແລະບໍ່ໄດ້ຕັ້ງຢູ່ໃນຄວາມຈິງ ເພາະຄວາມຈິງບໍ່ໄດ້ຢູ່ໃນມັນ ເມື່ອມັນເວົ້າຕົວະ ມັນກໍເວົ້າຕາມສັນດານຂອງມັນເອງ ເພາະມັນເປັນຜູ້ຂີ້ຕົວະ ແລະເປັນພໍ່ຂອງການຂີ້ຕົວະ”(ໂຢຮັນ 8:44) ໃນຂໍ້ນັ້ນພຣະເຢຊູຊົງບອກພວກເຮົາເຖິງສອງສິ່ງທີ່ສໍາຄັນກ່ຽວກັບຊາຕານ (1) “ມັນເປັນຄາດຕະກອນຕັ້ງແຕ່ເດີມມາ” ແລະ(2) “ມັນເປັນຜູ້ຂີ້ຕົວະ,ເປັນພໍ່ຂອງການຂີ້ຕົວະ” ຊາຕານຕົວະພວກທູດສະຫວັນເມື່ອມັນທົດລອງພວກເຂົາໃຫ້ຕິດຕາມມັນ, ຊາຕານຕົວະອາດາມແລະເອວາເມື່ອມັນທົດລອງພວກເຂົາໃຫ້ກິນໝາກໄມ້ຈາກຕົ້ນໜຶ່ງທີ່ຢູ່ໃນສວນຊື່ງຖືກຫ້າມບໍ່ໃຫ້ກິນ. ຊາຕານ“ມັນເປັນຄາດຕະກອນຕັ້ງແຕ່ເດີມມາ” ຜ່ານທາງຄໍາຕົວະຂອງມັນມັນໄດ້ “ຂ້າ”ພວກທູດສະຫວັນທີ່ຕິດຕາມມັນ “ສະມຸນຂອງມັນ”ເພາະພວກເຂົາຖືກໂຍນຖີ້ມອອກຈາກສະຫວັນລົງສູ່ໂລກບ່ອນທີ່ພວກມັນກໍາລັງລໍຖ້າທີ່ຈະພົບກັບຫາຍະນະໃນໄຟນາລົກ,“ທີ່ ໄດ້ຕຽມໄວ້ສໍາລັບພະຍາມານແລະສະມຸນຂອງພວກມັນ”(ມັດທາຍ 25:41) “ມັນເປັນຄາດຕະກອນຕັ້ງແຕ່ເດີມມາ”ເພາະບໍ່ພຽງແຕ່ມັນ “ເປັນຂ້າຕະກອນ”ໜຶ່ງໃນສາມຂອງພວກທູດສະຫວັນໃນສະຫວັນເທົ່ານັ້ນ, ມັນຍັງໄດ້ຂ້າເຊື້ອສາຍມະນຸດທັງໝົດດ້ວຍໂດຍການຫລອກລວງແລະຕົວະ, ພຣະເຢຊູຊົງກ່າວວ່າ: “ມັນເປັນຂ້າຕະກອນຕັ້ງແຕ່ເດີມມາ ແລະບໍ່ໄດ້ຕັ້ງຢູ່ໃນຄວາມຈິງເພາະຄວາມຈິງບໍ່ໄດ້ຢູ່ໃນມັນ...”(ໂຢຮັນ 8:44) ຊາຕານໄດ້ທໍາລາຍໜຶ່ງໃນສາມຂອງພວກທູດສະຫວັນໃນການລົ້ມລົງຂອງພວກເຂົາ, ແລະຊາຕານໄດ້“ຄາດຕະກໍາ”ເຊື້ອສາຍມະນຸດທັງໝົດໂດຍການດັກຈັບພວກເຂົາໃນຄວາມບາບອັນຍິ່ງໃຫຍ່ນີ້ທີ່ພວກເຂົາເຮັດໂດຍຂັດຂືນຄໍາສັ່ງພຣະເຈົ້າຜູ້ຊົງພຣະຊົນຢູ່ ແລະຕິດຕາມພະຍາມານສູ່ຫາຍະນະໃນການລົ້ມລົງຂອງມະນຸດ, ທີ່ຖືກບັນທຶກໄວ້ໃນຂໍ້ພຣະຄໍາພີເປີດຫົວເລື່ອງຂອງພວກເຮົາໃນປະຖົມມະການ 3:1-10. ເມື່ອອາດາມເຮັດບາບລາວບໍ່ແມ່ນມະນຸດທໍາມະດາ, ລາວເປັນຫົວໜ້າຂອງເຜົ່າພັນມະນຸດຊາດ ແລະຫົວໜ້າສະຫະພັນເຊັ່ນກັນ, ເໝືອນກັບການກະບົດຂອງຊາຕານກະທົບໂດຍກົງໜຶ່ງສ່ວນສາມຂອງພວກທູດສະຫວັນໃນສະຫວັນ, ດັ່ງນັ້ນການກະບົດຂອງອາດາມ ແລະຄວາມບາບໃນການລົ້ມລົງກໍມີຜົນກະທົບຕໍ່ຜູ້ອື່ນເຊັ່ນກັນ, ຊາດມະນຸດທັງໝົດລົ້ມລົງໃນອາດາມໃນຖານະຫົວໜ້າເຜົ່າພັນຂອງພວກເຂົາ, ໜັງສືແບບຮຽນພວກພິວຣິທັນເຫຼັ້ມໜຶ່ງສໍາລັບເດັກເວົ້າຖືກວ່າ “ໃນການລົ້ມລົງຂອງອາດາມພວກເຮົາທຸກຄົນຈື່ງບາບ” ໂດຍການເຊື່ອຟັງຄໍາຕົວະຂອງຊາຕານ ແລະການກິນໝາກໄມ້ຕ້ອງຫ້າມ, ອາດາມໄດ້ນໍາຄວາມຕາຍມາສູ່ລູກຫຼານຂອງລາວທຸກຄົນ - ມາສູ່ຊາດມະນຸດທັງໝົດ,ຄືກັບອັກຄະສາວົກໂປໂລໄດ້ກ່າວວ່າ: “ເຊັ່ນດຽວກັບທີ່ບາບໄດ້ເຂົ້າມາໃນໂລກເພາະຄົນໆດຽວ(ອາດາມ) ແລະຄວາມຕາຍກໍເກີດມາເພາະບາບນັ້ນ ແລະຄວາມຕາຍກໍໄດ້ແຜ່ໄປເຖິງມວນມະນຸດທຸກຄົນ...”(ໂຣມ 5:12) ຜົນກະທົບຂອງບາບອາດາມເທິງເຊື້ອຊາດມະນຸດແມ່ນໃຫຍ່ຫຼາຍ,ກ່ອນການລົ້ມລົງ ພຣະເຈົ້າກັບມະນຸດມີຄວາມສໍາພັນທີ່ດີ, ຫຼັງຈາກການລົ້ມລົງແລ້ວການສາມັກຄີທໍາກໍຈົບລົງ ພວກເຂົາຖືກຕັດອອກຈາກພຣະເຈົ້າ, ຫຼັງຈາກການລົ້ມລົງພວກເຂົາພະຍາຍາມທີ່ຈະລີ້ໜ້າຈາກພຣະເຈົ້າ. ກ່ອນລົ້ມລົງມະນຸດເປັນຄົນບໍລິສຸດແລະບໍ່ມີບາບ, ອາດາມກັບເອວາໃນທໍາມະຊາດແລ້ວບໍ່ມີບາບເລີຍ, ຫຼັງຈາກການລົ້ມລົງພວກເຂົາກໍເປັນຄົນບາບແລະອັບອາຍ, ອັກຄະສາວົກໂປໂລໄດ້ກ່າວວ່າ: “ບາບໄດ້ເຂົ້າມາໃນໂລກເພາະຄົນໆດຽວ”(ໂຣມ 5:12) ຂໍ້ພຣະຄໍາພີນັ້ນບໍ່ໄດ້ເວົ້າວ່າ “ຄວາມບາບຕ່າງໆ”ໄດ້ເຂົ້າມາໃນໂລກ, ມັນເວົ້າວ່າ “ຄວາມບາບ”ອັນດຽວ, ອາດາມບໍ່ໄດ້ນໍາເອົາຄວາມບາບມາສູ່ໂລກໂດຍການສ້າງແບບຢ່າງທີ່ບໍ່ດີ, ການກະທໍາແຫ່ງຄວາມບາບຂອງລາວໄດ້ນໍາການປ່ຽນແປງມາສູ່ທໍາມະຊາດທີ່ແທ້ຈິງຂອງລາວ, ໃຈຂອງລາວໄດ້ເສື່ອມຊາມລົງ. ກ່ອນການລົ້ມລົງມະນຸດສາມາດກິນໝາກໄມ້ແຫ່ງຊີວິດ ແລະມີຊີວິດຢູ່ຕະຫຼອດໄປ ໄດ້(ປະຖົມມະການ 2:9;3:22).ຫຼັງຈາກການລົ້ມລົງຄວາມຕາຍທາງຮ່າງກາຍໄດ້ກາຍເປັນສ່ວນໜຶ່ງຂອງການລົງໂທດສໍາລັບຄວາມບາບຂອງອາດາມ,ໂຣມ 5:12 ກ່າວວ່າ: “ເຊັ່ນດຽວກັບທີ່ບາບໄດ້ເຂົ້າມາໃນໂລກເພາະຄົນໆດຽວ ແລະຄວາມຕາຍກໍເກີດມາເພາະບາບນັ້ນ”(ໂຣມ 5:12) ເລື່ອງນີ້ແນ່ໃສ່ທັງຄວາມຕາຍຝ່າຍວິນຍາານແລະຝ່າຍຮ່່າງກາຍ,ຫຼັງຈາກອາດາມເຮັດບາບ, ພຣະເຈົ້າໄດ້ກ່າວວ່າ: “...ເພາະເຈົ້າເປັນຂີ້ດິນ ແລະເຈົ້າຈະກັບໄປເປັນຂີ້ດິນ”(ປະຖົມມະການ 3:19) ເພາະສະນັ້ນ, ຄວາມຕາຍຝ່າຍເນື້ອໜັງກໍເໝືອນກັບຝ່າຍວິນຍານນັ້ນຄືຜົນຂອງຄວາມບາບຂອງອາດາມ. ຍ້ອນຜົນການລົ້ມລົງຂອງອາດາມ, ຄວາມບາບໄດ້ຕົກສູ່ມະນຸດທົ່ວໂລກ, ຕອນນີ້ມະນຸດທຸກຄົນເກີີດມາພ້ອມກັບທໍາມະຊາດບາບ, ສືບທອດມາຈາກອາດາມ, ຫົວໜ້າແຫ່ງເຜົ່າພັນມະນຸດ, ພຣະຄໍາພີກ່າວວ່າ: “ເຫດສະນັ້ນເຊັ່ນດຽວກັບທີ່ບາບໄດ້ເຂົ້າມາໃນໂລກເພາະຄົນໆດຽວ ແລະຄວາມຕາຍກໍເກີດມາເພາະບາບນັ້ນ ແລະຄວາມຕາຍກໍໄດ້ແຜ່ໄປເຖິງມວນມະນຸດທຸກຄົນ ເພາະມະນຸດທຸກຄົນເຮັດບາບ”(ໂຣມ 5:12) ສັນດານບາບຂອງການລົ້ມລົງຂອງມະນຸດຖືກໃຫ້ຢູ່ທົ່ວພຣະຄໍາພີ. “ເພາະບໍ່ມີມະນຸດຈັກຄົນໜຶ່ງຊຶ່ງບໍ່ໄດ້ເຮັດບາບ”(1 ກະສັດ 8:46) “ເພາະບໍ່ມີຄົນຊອບທຳຈັກຄົນເທິງແຜ່ນດິນໂລກ ທີ່ໄດ້ປະພຶດລ້ວນແຕ່ຄວາມດີ ແລະບໍ່ເຮັດບາບເລີຍ”(ປັນຍາຈານ 7:20) “ຕາມທີ່ມີຂຽນໄວ້ແລ້ວວ່າ `ບໍ່ມີຜູ້ໃດເປັນຄົນຊອບທຳຈັກຄົນ ບໍ່ມີເລີຍ, ບໍ່ມີຄົົນທີ່ເຂົ້າໃຈ, ບໍ່ມີຄົົນທີ່ສະແຫວງຫາພຣະເຈົ້າ, ພວກເຂົາທຸກຄົນຫລົງທາງໄປຫມົດ ພວກເຂົາທັງໝົດເປັນຄົນບໍ່ມີຄ່າຄືກັນໝົດ ບໍ່ມີຈັກກຄົນທີ່ເຮັດດີ ບໍ່ມີເລີຍ” (ໂຣມ 3:10-12) “ເພື່ອປິດປາກທຸກຄົນ ແລະເພື່ອໃຫ້ມະນຸດທຸກຄົນໃນໂລກມີຄວາມຜິດສະເພາະພຣະພັກພຣະເຈົ້າ”(ໂຣມ 3:19) “ຖ້າພວກເຮົາທັງຫຼາຍຈະເວົ້າວ່່າ ພວກເຮົາບໍ່ມີບາບ ພວກເຮົາກໍຫລອກຕົວເອງ ແລະຄວາມຈິງບໍ່ໄດ້ຢູ່ໃນເຮົາເລີຍ”(1 ໂຢຮັນ 1:8) ຄວາມບາບຂອງອາດາມຖືກສົ່ງຕໍ່ໃຫ້ກັບລູກຫຼານທັງໝົດຂອງລາວ, ນັ້ນຄືຊາດມະນຸດທັງໝົດ, ຍ້ອນຄວາມເປັນອັນດຽວກັນຂອງມະນຸດຊາດພຣະເຈົ້າຈື່ງຊົງກໍານົດບາບຂອງອາດາມທັນທີໃຫ້ກັບລູກຫຼານຂອງລາວ, ເພາະສະນັ້ນທໍາມະຊາດທີ່ມະນຸດທຸກຄົນຄອບຄອງຢູ່ຕອນນີ້ກໍເປັນທໍາມະຊາດທີ່ເສື່ອມຊາມອັນດຽວກັນທີ່ຄອບຄອງໂດຍອາດາມຫຼັງຈາກການລົ້ມລົງ, ອີງຕາມໂຣມ 5:12 ຄວາມຕາຍ(ທັງຝ່າຍວິນຍານແລະຮ່າງກາຍ)ໄດ້ແຜ່ໄປເຖິງມະນຸດທຸກຄົນຍ້ອນຄວາມບາບທັງໝົດທີ່ຢູ່ໃນອາດາມຫົວໜ້າເຜົ່າພັນຂອງພວກເຂົາ. ນີ້ຄືສິ່ງທີ່ພວກເຮົາໝາຍເຖິງ “ຄວາມເສື່ອມຊາມຢ່າງສິ້ນເຊີງ”ຂອງມະນຸດຊາດ, ໝາຍຄວາມວ່າມະນຸດເຮົາທີ່ຢູ່ໃນສະພາບທໍາມະຊາດທີ່ເສື່ອມຊາມບໍ່ມີຄວາມຮັກແທ້ຕໍ່ພຣະເຈົ້າ, ໝາຍຄວາມວ່າມະນຸດເລືອກຕົນເອງກວ່າພຣະເຈົ້າ,ໝາຍເຖິງເຂົາຮັກຕົນເອງຫຼາຍກວ່າພຣະຜູ້ສ້າງຂອງຕົນ, ຄວາມເສື່ອມຊາມຢ່າງສິ້ນເຊີິງຍັງໝາຍເຖິງທີ່ທຸກຄົນໃນສະພາບ ທໍາມະຊາດຂອງເຂົາບໍ່ມັກພຣະເຈົ້າ, ມີຄວາມລັງກຽດຫຼືກຽດຊັງພຣະເຈົ້າແລະຕໍ່ສູ້ພຣະອົງ. “ເພາະໃຈຊື່ງປັກໃຈຢູ່ກັບເນື້ອໜັງນັ້ນກໍເປັນສັດຕູຕໍ່ພຣະເຈົ້າ”(ໂຣມ 8:7) “ໃຈຊື່ງປັກຢູ່ກັບເນື້ອໜັງ”ແນ່ໃສ່ “ຄົນທີ່ບໍ່ເກີດໃໝ່”ບໍ່ໄດ້ຮັບການບັງເກີດໃໝ່(The Geneva Bible, 1599, ໝາຍເຫດໃນໂຣມ 8:7). ເພາະສະນັ້ນ,ການລົ້ມລົງຂອງອາດາມໃນປະຖົມມະການບົດທີສາມຈື່ງມີຜົນກະທົບໂດຍກົງຕໍ່ທ່ານ, ບໍ່ວ່າພວກທ່ານຈະຖືກລ້ຽງໃຫຍ່ມາໃນຄຣິສຕະຈັກຫຼືບໍ,ທ່ານກໍໄດ້ຮັບທໍາມະຊາດທີ່ບໍ່ມັກພຣະເຈົ້າແລະພຣະຄຣິດ,ສົ່ງລົງມາຈາກພໍ່ເກົ້າເຄົ້າຄືອາດາມຂອງທ່ານ, ບໍ່ມີອັນໃດທີ່ທ່ານຄິດ, ຮຽນຮູ້ ຫຼືເຮັດສາມາດລຶບຄວາມເສື່ອມທີ່ສືບທອດມາຈາກພາຍໃນຂອງທ່ານໄດ້, ເພາະສະນັ້ນຄວາມລອດຈະຕ້ອງມາຈາກແຫຼ່ງທີ່“ບໍ່ທໍາມະດາ”,ຈາກແຫຼ່ງທີ່ຢູ່ນອກຕົວຂອງທ່ານເອງ, ແລະແຫລ່ງນັ້ນກໍຄືພຣະເຈົ້າເອງ, ພຣະເຈົ້າຈະຕ້ອງປຸກໃຫ້ທ່ານຕື່ນຂຶ້ນ ຈາກຄວາມເສື່ອມຊາມພາຍໃນຂອງທ່ານ, ພຣະເຈົ້າຈະຕ້ອງຊັກນໍາທ່ານມາຫາພຣະຄຣິດ ເພື່ອທັງຊໍາລະແລະສ້າງຊີວິດໃໝ່ພາຍໃນທ່ານ, ຍ້ອນຄວາມບາບຂອງອາດາມຈື່ງບໍ່ມີໃຜນອກຈາກພຣະຄຣິດຄື“ອາດາມທີສອງ”ທີ່ສາມາດຊ່ວຍທ່ານໃຫ້ລອດໄດ້, ນັ້ນຄືຄວາມລອດໂດຍພຣະຄຸນພຽງຢ່າງດຽວ,ຜ່ານທາງພຣະຄຣິດຜູ້ດຽວ, ນັ້ນຄືສິ່ງທີ່ພວກເຮົາເຊື່ອແລະປະກາດຢູ່. ກ່ອນອາດາມຈະລົ້ມລົງ,ລາວມີຄວາມສໍາພັນທີ່ສົມບູນແບບກັບພຣະເຈົ້າ, ລາວຍ່າງໄປກັບພຣະເຈົ້າຄືໝູ່ກັນ, ແຕ່ຫຼັງຈາກທີ່ລາວເຮັດບາບ ອາດາມກັບເມຍຂອງລາວກໍໄປລີ້ ພຣະເຈົ້າຕາມຕົ້ນໄມ້ຕ່າງໆທີ່ຢູ່ໃນສວນນັ້ນ. ພວກທ່ານຄືລູກຫຼານຂອງອາດາມ, ນັ້ນແຫຼະທີ່ວ່າເປັນຫຍັງຄວາມຄິດເລື່ອງພຣະເຈົ້າຂອງທ່ານຈື່ງບໍ່ຖືກຕ້ອງ! ແທນທີ່ການວາງໃຈເຊື່ອໃນພຣະເຈົ້າພວກທ່ານພັດກະບົດຕໍ່ ສູ້ພຣະອົງ ແລະລີ້ໜ້າຈາກພຣະອົງເໝືອນທີ່ພໍ່ກົ້ກເຄົ້າຂອງທ່ານເຮັດ, ນັ້ນແຫຼະທີ່ວ່າເປັນຫຍັງພວກທ່ານຈື່ງເຮັດຜິດອັນນີ້ອັນນັ້ນເມື່ອທ່ານພະຍາຍາມທີ່ຈະວາງໃຈເຊື່ອໃນພຣະຄຣິດແລະນັ້ນແຫຼະທີ່ວ່າເປັນຫຍັງຄວາມຄິດຂອງທ່ານຈື່ງວົນວຽນໄປມາ- ເຮັດຜິດແບບດຽວກັນເຮັດແລ້ວເຮັດອີກ ແລະເຮັດແລ້ວເຮັດອີກບໍ່ຈົບສິ້ນ. ຄໍາພະຍານຂອງນັກສຶກສາຄົນໜຶ່ງ ຂ້ອຍມີການກັບໃຈໃໝ່ທີ່ຜິດໆອັນໜຶ່ງຫຼັງຈາກອັນອື່ນ, ຂ້ອຍຄິດວ່າຂ້ອຍຈໍາເປັນຕ້ອງມີຄວາມຮູ້ສຶກໃນການກັບໃຈໃໝ່, ການມີການກັບໃຈຜິດໆຄືຊ່ວງເວລາທີ່ໂຫດຮ້າຍສໍາລັບຂ້ອຍ. ເມື່ອຂ້ອຍໄປຂໍຄໍາປຶກສາ, ຂ້ອຍກໍຈະພະຍາຍາມທີ່ຈະຄິດເຖິງບາງຢ່າງທີ່ຈະເວົ້າ, ຂ້ອຍພະຍາຍາມທີ່ຈະຄິດໃນສິ່ງທີ່ຖືກເວົ້າຢູ່ໃນຄໍາເທດສະໜາ, ດັ່ງນັ້ນຂ້ອຍຈື່ງເວົ້າຄືນບາງສິ່ງບາງຢ່າງຈາກມັນ, ແຕ່ຄໍາເວົ້າຂອງຂ້ອຍບໍ່ເຄີຍມີຄວາມໝາຍຫຍັງເລີຍ, ຂ້ອຍພະຍາ ຍາມທີ່ຈະກັອບປີ້ຄໍາພະຍານການກັບໃຈໃໝ່ຂອງຄົນອື່ນ, ຊ່າງບ້າແທ້ໆ! ຂ້ອຍເລີ່ມອະທິຖານຜູ້ດຽວ ແລະຄິດກ່ຽວກັບບາບຂອງຕົນເອງ, ຈາກນັ້ນການເທດສະໜາເລື່ອງຂ່າວປະເສີດກໍຊັດເຈນຂື້ນສໍາລັບຂ້ອຍ, ຂ້ອຍຈື່ງມາຫາພຣະເຢຊູໃນຖານະຄົນບາບທີ່ໜ້າສົງສານພ້ອມກັບບໍ່ມີຄວາມຫວັງໃນຕົນເອງ-ແຕ່ຄວາມຫວັງຂອງຂ້ອຍຢູ່ໃນພຣະເຢຊູຄຣິດ, ສິ່ງທີ່ສໍາຄັນທີ່ສຸດສໍາລັບຂ້ອຍຄືການມາຫາພຣະເຢຊູ ແລະຄວາມບາບຂອງຂ້ອຍຖືກລ້າງໃຫ້ສະອາດແລ້ວໂດຍພຣະໂລຫິດຂອງພຣະອົງ, ຂ້ອຍເຊື່ອວາງໃຈໃນພຣະໂລຫິດຂອງພຣະອົງ. ຄໍາພະຍານຂອງຜູ້ຍິງນັກສຶກສາຄົນໜຶ່ງ ຊາຕານສືບຕໍ່ບອກຂ້ອຍວ່າ “ຄົນພວກນີ້ເຂົາຜິດ, ເຈົ້າເປັນຄົນສົມບູນແບບໃນແບບທີ່ເຈົ້າເປັນ, ເຈົ້າບໍ່ຈໍາເປັນຕ້ອງການພຣະເຢຊູດອກ” ຈາກນັ້ນຂ້ອຍກໍມາຄຣິສຕະຈັກແລະຮູ້ວ່າຕົນເອງຜິດ, ຂ້ອຍຈື່ງໄຫ້ແລະບໍ່ສາມາດຢຸດໄຫ້ໄດ້, ດຣ.ເຄແກນຖາມຂ້ອຍວ່າ “ເຈົ້າຈະມາຫາພຣະເຢຊູບໍ?” ຂ້ອຍກໍຕອບວ່າ “ເຈົ້າ,ຂ້ອຍຈະມາຫາພຣະອົງ, ຂ້ອຍຈະມາຫາພຣະອົງ” ຂ້ອຍຈື່ງຖີ້ມຕົວເອງລົງເທິງພຣະເຢຊູໃນວັນນັ້ນ, ຂ້ອຍໄດ້ຖວາຍຊີວິດຂອງຕົນເອງຢ່າງໝົດສິ້ນແກ່ພຣະເຢຊູ, ພຣະເຢຊູຄຣິດຊົງກອດຂ້ອຍ ແລະຄວາມບາບຂອງຂ້ອຍຖືກລ້າງອອກໄປໃນພຣະໂລຫິດຂອງພຣະອົງ. ຄໍາພະຍານຂອງຊາຍໜຸ່ມຄົນໜຶ່ງ ຂ້ອຍບໍ່ສາມາດປະຕິເສດຄວາມຈິງທີ່ວ່່າໃຈຂອງຂ້ອຍຂີິ້ຮ້າຍ, ກະບົດ,ເຕັມໄປດ້ວຍ ຄວາມຊົ່ວຮ້າຍແລະຕໍ່ສູ້ພຣະເຈົ້າໄດ້, ໃຈຂອງຂ້ອຍບໍ່ສາມາດຫລອກຂ້ອຍເຂົ້າສູ່ການຄິດວ່່າຂ້ອຍເປັນຄົນດີອີິກຕໍ່ໄປ, ຂ້ອຍບໍ່ໄດ້ໂອເຄແລະບໍ່ມີຄວາມດີໃນຂ້ອຍເລີຍ, ຂ້ອຍຮູ້ດີວ່າຖ້າຂ້ອຍຕາຍດຽວນີ້ຂ້ອຍກໍຈະໄປນາລົກເລີຍ, ຂ້ອຍສົມຄວນທີ່ຈະຕົກນາລົກ, ຂ້ອຍເປັນຄົນບາບ, ຂ້ອຍຄິດວ່າຂ້ອຍສາມາດເຊື່ອງຄວາມບາບຂອງຕົນຈາກຜູ້ຄົນໄດ້, ແຕ່ຂ້ອຍບໍ່ສາມາດເຊື່ອງມັນຈາກພຣະເຈົ້າໄດ້, ພຣະເຈົ້າຊົງເຫັນບາບທຸກຢ່າງຂອງຂ້ອຍ, ຂ້ອຍຮູ້ສຶກຄືກັບອາດາມທີ່ພະຍາຍາມລີ້ຈາກພຣະເຈົ້າຫຼັງຈາກທີ່ລາວກິນໝາກໄມ້ຫວງຫ້າມນັ້ນ, ຂ້ອຍຮູ້ສຶກໝົດຫວັງສຸດໆ, ຄວາມດີທຸກຢ່າງຂອງຂ້ອຍບໍ່ສາມາດຊ່ວຍຄົນບາບຜູ້ໜ້າສົງສານຄືຂ້ອຍໄດ້, ພຣະຄຣິດຜູ້ດຽວຊົງຊ່ວຍຂ້ອຍໄດ້, ພຣະໂລຫິດຂອງພຣະອົງປົກຫຸ້ມຂ້ອຍ ແລະລ້າງຂ້ອຍອອກຈາກບາບທຸກຢ່າງຂອງຂ້ອຍ, ພຣະຄຣິດຊົງປົກຂ້ອຍໃນໂລຫິດຂອງພຣະອົງ, ພຣະອົງຊົງປົກຂ້ອຍໃນຄວາມຊອບທໍາຂອງພຣະອົງ, ພຣະໂລຫິດຂອງພຣະອົງໄດ້ລ້າງໃຈບາບຂອງຂ້ອຍ, ຄວາມເຊື່ອ ແລະຄວາມໝັ້ນໃຈຂອງຂ້ອຍຢູ່ໃນພຣະຄຣິດພຽງຜູ້ດຽວ, ຂ້ອຍເປັນຄົນບາບ-ແຕ່ພຣະເຢຊູຊົງຊ່ວຍຂ້ອຍໃຫ້ພົ້ນແລ້ວ. ຄໍາພະຍານຂອງຍິງສາວຄົນໜຶ່ງ ຂ້ອຍຍ່າງເຂົ້າມາໃນຄຣິສຕະຈັກແລະໃຈຂອງຂ້ອຍມັນໜັກຫຼາຍ, ຂ້ອຍຮູ້ສຶກວ່າຂ້ອຍເປັນຄົນບາບ, ຂ້ອຍບໍ່ສາມາດປະຕິເສດຄວາມຈິງທີ່ວ່າໃຈຂອງຂ້ອຍມັນຂີ້ຮ້າຍ, ກະ ບົດ,ເຕັມໄປດ້ວຍຄວາມຊົ່ວຮ້າຍຕໍ່ສູ້ພຣະເຈົ້າໄດ້ອີກຕໍ່ໄປ, ຫຼັງຈາກນັ້ນໃນຂະນະທີ່ຄໍາເທດສະໜາໃກ້ຈົບ, ຂ້ອຍກໍໄດ້ຍິນຂ່າວປະເສີດເປັນຄັ້ງແລກ, ເມື່ອກ່ອນມັນບໍ່ມີຄວາມໝາຍຫຍັງສໍາລັບຂ້ອຍ, ພຣະຄຣິດຊົງຕາຍໃນບ່ອນຂອງຂ້ອຍເທິງໄມ້ກາງແຂນ,ເພື່ອຈ່າຍສໍາລັບ ບາບຂອງຂ້ອຍ, ພຣະອົງຊົງຕາຍເທິງໄມ້ກາງແຂນເພື່ອຂ້ອຍ, ພຣະໂລຫິດຂອງພຣະອົງຊົງໄຫຼເພື່ອຂ້ອຍ! ຂ້ອຍຈໍາເປັນຕ້ອງມີພຣະເຢຊູ, ຕາຂອງຂ້ອຍຖືກຍົກໄປຈາກຂ້ອຍ,ຂ້ອຍ ຈື່ງແນມໄປທີ່ພຣະຄຣິດເທື່ອທໍາອິດ ແລະໃນວິນາທີນັ້ນພຣະຄຣິດຊົງຊ່ວຍຂ້ອຍໃຫ້ລອດ! ຕອນນີ້ຂ້ອຍເຂົ້າໃຈແລ້ວໃນສິ່ງທີ່ຈອນນິວຕັນເວົ້າເຖິງ “ພຣະຄຸນພຣະເຈົ້ານັ້ນແສນຊື່ນໃຈ ຊ່ວຍໄດ້ຄົນຊົ່ວຢ່າງຂ້າ! ຄັ້ງໜຶ່ງຂ້າຫຼົງພຣະອົງອົງພົບ,ຕາບອດແຕ່ດຽວນີ້ເຫັນແລ້ວ” ຂ້ອຍ ເປັນຄົນບາບຄົນໜື່ງ ແລະພຣະເຢຊູຄຣິດຊົງຊ່ວຍຂ້ອຍຈາກບາບຂອງຂ້ອຍ. ຂ້ອຍບໍ່ໄດ້ເຫັນຫຼືສໍາພັດພຣະເຢຊູ, ຂ້ອຍບໍ່ໄດ້ມີປະສົບການທາງສາສະໜາຍັງເລີຍ ຂ້ອຍພຽງແຕ່ເຊື່ອວາງໃຈໃນພຣະອົງ, ໃນວິນາທີທີ່ຂ້ອຍເຊື່ອວາງໃຈໃນພຣະເຢຊູ,ພຣະອົງຊົງລ້າງຄວາມຜິດບາບຂອງຂ້ອຍອອກໄປດ້ວຍພຣະໂລຫິດຂອງພຣະອົງ. ຂ້າໄດ້ຍິນສຽງພຣະຜູ້ຊ່ວຍເອີ້ນ,ຂ້າໄດ້ຍິນສຽງພຣະຜູ້ຊ່ວຍເອີ້ນ ຂ້້າກໍາລັງມາພຣະເຈົ້າຂ້າ,ມາຫາພຣະອົງດຽວນີ້ |
ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452. (ຈົບຄຳເທດສະໜາ) ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ ບັນເລງເພງກ່ອນຄໍາເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ: |