ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ,
ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.
ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່,
www.sermonsfortheworld.com, ສ່ວນອີກຫຼາຍ
ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ
46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ
ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້,
ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ
ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.
ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ
ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.
ການຟື້ນຟູເພື່ອຄວາມຢູ່ລອດREVIVAL FOR SURVIVAL ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ |
ຂໍເຊີນຢືນຂື້ນຮ້ອງເພງບົດທີ 19 ຢູ່ປື້ມເພງຂອງທ່ານ “ນີ້ຄືຄວາມຮັກ,ໃຫຍ່ດັ່ງມະຫາສະໝຸດ” ນີ້ຄືຄວາມຮັກໃຫຍ່ດັ່ງມະຫາສະໝຸດ,ຄວາມຮັກໃຫຍ່ດັ່ງນໍ້າຖ້ວມ ຂໍໃຫ້ທຸກຄົນອະທິຖານຂໍພຣະເຈົ້າໃຫ້ສະຖິດຢູ່ກັບພວກເຮົາໃນຄືນນີ້(ພວກເຂົາອະທິຖານ), ຕອນນີ້ຮ້ອງບົດເພງທີ່ 22 “ການຕໍ່ສູ້ຈົບລົງແລ້ວ” ອາເລລູຢາ! ອາເລລູຢາ! ອາເລລູຢາ! ຂໍໃຫ້ທຸກຄົນອະທິຖານເພື່ອທີ່ພຣະເຢຊູຄຣິດຈະໄດ້ຮັບກຽດໃນຄືນນີ້(ພວກເຂົາອະທິຖານ), ດຽວນີ້ໃຫ້ເຮົາຮ້ອງເພງບົດທີ 23 “ແລະເປັນໄປໄດ້ຫຼືບໍ່?” ເປັນໄປໄດ້ບໍ່ທີ່ຂ້ານ້ອຍໄດ້ຮັບຄວາມສົນໃຈໃນໂລຫິດພຣະຜູ້ຊ່ວຍ? ຂໍເຊີນນັ່ງລົງ, ຜູ້ຊ່ວຍອາວຸໂສຂອງພວກເຮົາ,ເບັນກຣິຟຟິດຈະມາຮ້ອງເພງໃຫ້ເຮົາຟັງ. ພວກເຮົາມາຢູ່ນີ້ໃນຄືນນີ້ເພື່ອສັນເສີນແລະຖະວາຍກຽດພຣະເຢຊູຄຣິດເຈົ້າ- ແລະ ພຣະອົງຜູ້ດຽວ!ຕອນນີ້ຂໍໃຫ້ທ່ານເປີດພຣະທໍາຂອງທ່ານໃນໜັງສືສຸພາສິດ 14:14 ຢູ່ໜ້າທີ່ 681 ໃນພຣະທໍາສະກໍຟິວສຶກສາ, ຂໍເຊີນຢືືນຂື້ນອີກໃນຂະນະທີ່ຂ້າພະເຈົ້າອ່ານ. “ຄົນທີ່ມີໃຈຫັນຫຼັງຈະຖືກຕື່ມເຕັມດ້ວຍທາງຂອງເຂົາເອງ” (ສຸພາສິດ 14:14) ຈົ່ງຖາມໂຕທ່ານເອງວ່າ-“ຂ້ອຍຖືກຕື່ມເຕັມດ້ວຍທາງຂອງຂ້ອຍເອງບໍ່?” ໃຈຂອງ ຂ້ອຍເກີດເຢັນຊ່າຂື້ນບໍ່?ຂ້ອຍພະຍາຍາມຈະອະທິຖານຕອນທີ່ຢູ່ຄົນດຽວ, ແຕ່ຂ້ອຍພັດບໍ່ຮູ້ ສຶກເຖິງພຣະພັກຂອງພຣະເຈົ້າ” ທ່ານເປັນແບບນັ້ນບໍ່? ເມື່ອທ່ານອອກໄປປະກາດຂ່າວປະ ເສີດມີໄຟຢູ່ໃນກະດູກຂອງທ່ານທີ່ບັງຄັບທ່ານໃຫ້ຊອກຫາຈິດວິນຍານທີ່ຫຼົງຫາຍບໍ່? ຫຼືວ່າ ທ່ານມີຄວາມກະຕືລືລົ້ນໜ້ອຍກວ່າທີ່ເຄີຍມີເພື່ອການປະກາດຂ່າວປະເສີດ?ເມື່ອທ່ານໄດ້ຍິນບາງຄົນອະທິຖານສຽງດັງໃຈຂອງທ່ານແລະປາກຂອງທ່ານເວົ້າວ່າ ເອແມນ ໃນແຕ່ລະ ເທື່ອບໍ່?ຫຼືທ່ານຄິດວ່່າພວກເຂົາບໍ່ເກັ່ງຄືທ່ານຕອນທີ່ທ່ານເລິ່ມອະທິຖານໃໝ່ໆບໍ່?ຫຼືທ່ານຄິດ ວ່າ“ບໍ່ດົນພວກເຂົາກໍຈະລົ້ມລົງໄປ”ບໍ່? ພວກທ່ານແນມເບິ່ງຄວາມຜິດພາດໃນໂຕຄຣິສຕຽນ ໃໝ່ບໍ່?ທ່ານຄິດວ່າພວກເຂົາບໍ່ດີຄືກັບທ່ານຕອນທີ່ທ່ານລອດຕອນທໍາອິດບໍ່? ເມື່ອຄໍາເທດ ສະໜາເຮັດໃຫ້ທ່ານຄິດເຖິງຄວາມຜິດຂອງທ່ານ,ທ່ານຄິດວ່າ “ຂ້ອຍຈະບໍ່ມີວັນສາລະພາບ ມັນເດັດຂາດ, ເຈົ້າຈະບໍ່ມີວັນເຮັດໃຫ້ຂ້ອຍສາລະພາບໄດ້ດອກ”ບໍ່? ທ່ານດີໃຈບໍ່ເວລາມີຄົນ ໃໝ່ຕັ້ງໃຈຟັງ? ຫຼືທ່ານຄິດວ່າພວກເຂົາບໍ່ດີຄືກັບທີ່ຂ້ອຍເປັນຕອນທີ່ຂ້ອຍເຊື່ອໃໝ່ໆບໍ່? ຫຼືໃຈຂອງທ່ານໄດ້ເຢັນຊ່າລົງແລະວ່າງເປົ່າ? “ຄົນທີ່ມີໃຈຫັນຫຼັງຈະຖືກຕື່ມເຕັມດ້ວຍທາງຂອງເຂົາເອງ” (ສຸພາສິດ14:14) ຕອນທີ່ທ່ານໄດ້ຮັບຄວາມລອດໃໝ່ທ່ານຈະເຮັດທຸກສິ່ງທຸກຢ່າງເພື່ອພຣະເຈົ້າ,ຍ້ອນກັບໄປທ່ານເວົ້າວ່າ“ຂ້ອຍມັກຮັບໃຊ້ພຣະເຢຊູ, ຂ້ອຍບໍ່ເຄີຍໄດ້ເຮັດຫຍັງຫຼາຍເພື່ອພຣະອົງ” ດຽວນີ້ທ່ານຍັງສາມາດເວົ້າມັນແລະໝາຍຄວາມວ່າແນວນັ້ນໄດ້ບໍ່? ຫຼືທ່ານເປັນຄຣິສຕຽນທີ່ ເສື່ອມຖອຍ? ຂ້າພະເຈົ້າບໍ່ໄດ້ເວົ້າກັບພວກຄົນໜຸ່ມເທົ່ານັ້ນ, ຂ້າພະເຈົ້າກໍາລັງເວົ້າກັບຄົນ “39 ຄົນ”-ຂ້າພະເຈົ້າກໍາລັງເວົ້າກັບຜູ້ເຖົ້າເຊັ່ນດຽວກັບພວກຄົນໜຸ່ມ, ຂ້າພະເຈົ້າບໍ່ໄດ້ເວົ້າ ກັບຄົນທີ່ບໍ່ເຊື່ອ, ຂ້າພະເຈົ້າກໍາລັງເວົ້າກັບພວກທ່ານທີ່ໄດ້ຮັບຄວາມລອດເປັນເວລາດົນ ແລ້ວ, ທ່ານໄດ້ປະຖີ້ມຄວາມຮັກດັ່ງເດີມຂອງທ່ານແລ້ວບໍ່? ທ່ານຍັງມີຄວາມຮັກເຕັມລົ້ນຕໍ່ ພຣະຄຣິດແບບທີ່ທ່ານເຄີຍເປັນຕອນທີ່ໄດ້ຮັບຄວາມລອດໃໝ່ໆບໍ່? ພຣະເຢຊູກ່າວຕໍ່ຄຣິສ ຕຽນຢູ່ເມືອງເອເຟໂຊວ່າ: “ແຕ່ເຮົາມີຂໍ້ທີ່ຈະຕໍ່ສູ້ເຈົ້າແດ່ ຄືວ່າເຈົ້າປະຖິ້ມຄວາມຮັກດັ້ງເດີມຂອງເຈົ້າ ເຫດສະນັ້ນ ຈົ່ງລະນຶກເຖິງສະພາບເດີມທີ່ເຈົ້າໄດ້ຫລົ່ນຈາກມາແລ້ວນັ້ນ ຈົ່ງກັບໃຈເສຍໃໝ່ ແລະປະພຶດຕາມຢ່າງເດີມ” (ພະນິມິດ 2:4,5) ຂ້າພະເຈົ້າເປັນນັກເທດມາເກືອບ 60 ປີແລ້ວ, ໃຈຂອງຂ້າພະເຈົ້າເສື່ອມຖອຍ ຫຼາຍເທື່ອໃນ 6 ສະຕະວັດນັ້ນ, ຂ້າພະເຈົ້າອອກມາຈາກສະພາບການເສື່ອມຖອຍໄດ້ແນວ ໃດ? ມັນເກີດຂື້ນແບບນີ້, ທໍາອິດຂ້າພະເຈົ້າຮູ້ສຶກວ່າໃຈຂອງຕົນເອງຖືກຕື່ມເຕັມໄປດ້ວຍ ທາງຂອງຕົນເອງ, ຂ້າພະເຈົ້າຮູ້ສຶກເສຍໃຈຕໍ່ຕົນເອງ, ຮູ້ສຶກເສົ້າ, ຂ້າພະເຈົ້າຈົ່ມກຽວກັບ ສິ່ງທີ່ຍາກ, ອັນທີ່ສອງ,ຂ້າພະເຈົ້າເລີ່ມເຂົ້າໃຈວ່າຕົນເອງໄດ້ປະຖີ້ມຄວາມຮັກທີ່ມີຕໍ່ພຣະ ເຢຊູໄປແລ້ວ, ອັນທີ່ສາມ,ຂ້າພະເຈົ້າລະນຶກເຖິງວ່າຕົນເອງລົ່ນໄປໄກສໍາໃດແລ້ວ, ຂ້າພະ ເຈົ້າສໍານຶກເລື່ອງບາບທີ່ເກີດຂື້ນລະຫວ່າງຕົນເອງກັບພຣະເຢຊູ, ແລ້ວຂ້າພະເຈົ້າກໍລະນຶກ ເຖິງພຣະເຢຊູເທິງໄມ້ກາງແຂນ, ຕາຍເພື່ອຈ່່າຍຄ່າຄວາມຜິດບາບຂອງຕົນ, ຂ້າພະເຈົ້າກັບ ໃຈແລ້ວວາງໃຈພຣະອົງໃໝ່, ມັນເກືອບເປັນການກັບໃຈໃໝ່ເທື່ອທີ່ສອງ “ໂຜດຕື່ມເຕັມທຸກ ນິມິດຂອງຂ້າ” ເຊີນຮ້ອງ. ພຣະຜູ້ຊ່ວຍໂຜດຕື່ມເຕັມນິມິດຂອງຂ້າ ຂ້າພະເຈົ້າຈະບໍ່ຂໍໃຫ້ພວກທ່ານເຮັດບາງສິ່ງບາງຢ່າງທີ່ຂ້າພະເຈົ້າຈະບໍ່ເຮັດກັບຕົນ ເອງ, ຂ້າພະເຈົ້າແນະນໍາໃຫ້ຈອນເຄແກນອຸທິດຊີວິດເພື່ອເທດສະໜາ, ສຸດທ້າຍລາວກໍເວົ້າ ວ່າລາວຈະ,ແລ້ວຂ້າພະເຈົ້າກໍພົບວ່າລາວເປັນນັກເທດທີ່ດີກວ່າຕົນເອງ, ລາວມີກໍາລັງຂອງ ຄວາມໜຸ່ມໃນຂະນະທີ່ຂ້າພະເຈົ້າເຖົ້າ ແລະສູນເສຍຄວາມແຂງແຮງໄປແລ້ວ,ຂ້າພະເຈົ້າ ອິດສາຈອນ, ມັນທໍລະມານຂ້າພະເຈົ້າຈົນຄືນໜືຶ່ງຂ້າພະເຈົ້າໄດ້ສາລະພາບມັນຕໍ່ພຣະອົງ, ແລ້ວຂ້າພະເຈົ້າກໍສາລະພາບມັນຕໍ່ພວກທ່ານ, ຕໍ່ມາຂ້າພະເຈົ້າກໍຖືກຮັກສາ ແລະຄວາມຍິນ ດີຂອງຂ້າພະເຈົ້າກໍກັບຄືນມາ, ຂ້າພະເຈົ້າກໍາລັງຂໍໃຫ້ພວກທ່ານເຮັດຄືກັນໃນຄືນນີ້ແບບທີ່ ຂ້າພະເຈົ້າເຮັດ, ຂ້າພະເຈົ້າມີໃຈເສື່ອມຖອຍຫຼາຍເຊິ່ງຂ້າພະເຈົ້າຢ້ານວ່າພວກທ່ານອາດຈະ ບໍ່ຢາກໃຫ້ຂ້າພະເຈົ້າເທດໃຫ້ພວກທ່ານຟັງອີກ, ແລ້ວພຣະເຈົ້າກໍສົົ່ງການແຕະຕ້ອງຂອງ ການຟື້ນຟູສູ່ຄຣິສຕະຈັກຂອງເຮົາ ແລ້ວຂ້າພະເຈົ້າກໍກັບໃຈ ແລະກັບໄປຫາພຣະເຢຊູເພື່ອ ຊໍາລະໃນພຣະໂລຫິດຂອງພຣະອົງອີກເທື່ອໜຶ່ງ, ມັນເບິ່ງຄືວ່າແປກສໍາຫຼັບທ່ານບໍ່ທີ່ຜູ້ເຖົ້າ ອາຍຸ 76 ປີທີ່ເຄີຍເທດສະໜາເປັນເວລາ 60 ປີແລ້ວຕ້ອງການທີ່ຈະກັບໃຈໃໝ່? ບໍ່ມັນບໍ່ ແປກເລີຍ, ມັນຄືຫົນທາງດຽວທີ່ຈະຟື້ນຟູໃຈຂອງທ່ານຄືນມາໃໝ່, “ຈົ່ງກັບໃຈເສຍໃໝ່ ແລະປະພຶດຕາມຢ່າງເດີມ”(ພະນິມິດ 2:5), ຈົ່ງກັບໃຈໃໝ່ອີກ ອີກ, ຈົ່ງກັບມາຫາພຣະເຢ ຊູ ແລະຖືກຊໍາລະໂດຍພຣະໂລຫິດຂອງພຣະອົງອີກ ອີກເທື່ອໜຶ່ງ! ນັກປະຕິຮູບຜູ້ຍິ່ງ ໃຫຍ່ໄດ້ກ່າວວ່າ: “ທັງຊີວິດຂອງພວກເຮົາຄືທີ່ຈະຕ້ອງກັບໃຈໃໝ່ເລື່ອຍໆແລະບໍ່ຢຸດ”ລູເທີ ໄດ້ກັບໃຈເລື່ອຍໆ ແລະມາຫາພຣະເຢຊູເພື່ອຊໍາລະລ້າງ,ດັ່ງນັ້ນພວກທ່ານກັບຂ້າພະເຈົ້າ ຈະຕ້ອງເຮັດເຊັ່ນກັນ. ຂ້າພະເຈົ້າເຊື່ອວ່າຢາໂກໂບ 5:16 ເອົາມາປະຍຸກໃຊ້ໄດ້ໃນການຟື້ນຟູ,,ມັນເວົ້່າວ່າ “ຈົ່ງສາລະພາບຄວາມຜິດຕໍ່ກັນແລະກັນ ແລະອະທິຖານເພື່ອກັນແລະກັນ ເພື່ອທ່ານຈະໄດ້ ຮັບການຮັກສາໃຫ້ຫາຍ...” ຈົ່ງສັງເກດຄໍາວ່າ “ຄວາມຜິດ”ພາສາກຣີກແມ່ນ “paraptōma” ດຣ.ສຕຣອງເວົ້າວ່າຄວາມໝາຍຫຼັກໆຂອງຄໍານີ້ແມ່ນ “ຄວາມຜິດພາດ, ຂໍ້ຜິດພາດ ຫຼືຄວາມຜິດ ແລະບາບອື່ນໆ” ສິ່ງທີ່ພວກເຮົາຖືກຂໍໃຫ້ສາລະພາບບໍ່ແມ່ນພຽງບາບໃຫຍ່ເທົ່ານັນແຕ່ໃນນີ້ພວກ ເຮົາຖືກບອກໃຫ້ສາລະພາບ “ຄວາມຜິດພາດ” ຂໍ້ຜິດພາດ ແລະຄວາມຜິດ”ຂອງເຮົາ, ຄວາມໃຈຮ້າຍໃສ່ຜູ້ໃດໜື່ງຂອງເຮົາ, ການບໍ່ຍອມຍົກໂທດຂອງເຮົາ, ຄວາມອິດສາຂອງເຮົາ, ການຂາດຄວາມຮັກຂອງເຮົາ, ຄວາມຜິດອັນອື່ນທີ່ເກີດຂື້ນລະ ຫວ່າງເຮົາກັບພຣະເຈົ້າ. ໃຈຂອງພວກເຮົາມັກຈະຖືກຮັກສາດ້ວຍການສາລະພາບຄວາມຜິດຂອງເຮົາຕໍ່ພຣະເຈົ້າໂດຍກົງ, ຂ້າພະເຈົ້າສັງເກດເບິ່ງໜ້າຂອງໄກເພີງເບີກບານດ້ວຍຄວາມຮັກແລະຄວາມ ຫ່ວງໃຫຍ່, ກ່ອນໜ້ານັ້ນລາວມີຄວາມຂົ່ມຂື່ນ,ໃບໜ້າທີ່ໃຈຮ້າຍ, ຂ້າພະເຈົ້າຖາມລາວວ່າ ເກີດຫຍັງຂື້ນ, ລາວບອກຂ້າພະເຈົ້າວ່າ “ຂ້ອຍເຫັນໃນສິ່ງທີ່ພຣະວິນຍານບໍລິສຸດເຮັດວຽກ ໃນໂຕນາງເຊີລີ ລີ, ຂ້ອຍຢາກຈະມີສັນຕິສຸກແລະຄວາມຍິນດິີທີ່ລາວມີ, ຂ້ອຍສາລະພາບຕໍ່ ພຣະເຈົ້າວ່າຂ້ອຍໃຈຮ້າຍໃສ່ເຈົ້າ,ອາຈານ, ແລ້ວຄວາມໃຈຮ້າຍຂອງຂ້ອຍກໍໝົດໄປ ແລະຂ້ອຍມີສັນຕິສຸກ ແລະຄວາມຫ່ວງໃຍສໍາຫຼັບຄົນອື່ນໆ” ອັດສະຈັນ! ມັນເຮັດໃຫ້ຂ້າພະເຈົ້າ ມີຄວາມດີໃຈເມື່ອໄດ້ຍິນລາວເວົ້າແບບນັ້ນ! ຂ້າພະເຈົ້າບອກລາວວ່າຕົນເອງຮັກລາວ,ນັ້ນແຫຼະຄືຄວາມໝາຍຂອງການສາລະພາບ, ມັນກ່ຽວກັບການອະໄພໃຫ້ຄົນອື່ນ ແລະມີສັນຕິສຸກ ແລະຄວາມຍິນດີິຈາກພຣະເຈົ້າ! ນັ້ນແຫຼະຄືສິ່ງທີ່ການຟື້ນຟູເຮັດ-ທ່ານຈະມີສັນຕິສຸກ ໃໝ່ແລະຄວາມຍິນດີິເມື່ອທ່ານສາລະພາບຄວາມຜິດຂອງທ່ານຕໍ່ພຣະເຈົ້າ. ແຕ່ເມື່ອພຣະເຈົ້າຊົງຂັບເຄື່ອນທ່າມກາງພວກທ່ານ, ທ່ານກໍຄວນສາລະພາບຄວາມຜິດຂອງທ່ານຕໍ່ພີ່ນ້ອງຊາຍຍິງໂດຍກົງ, ທ່ານຄວນຈະສາລະພາບຄວາມຜິດຕໍ່ກັນແລະກັນ ຢາໂກໂບ 5:16 ສາມາດແປໄດ້ວ່າ “ຈົ່ງເຮັດການຝຶກແຫ່ງການສາລະພາບຄວາມຜິດຂອງທ່ານຕໍ່ກັນແລະກັນ ແລະຈົ່ງຝຶກການອະທິຖານເພື່ອກັນແລະກັນ’ ນີ້ໝາຍຄວາມວ່າທ່ານບໍ່ຕ້ອງຖ້າຈົນທ່ານເຈັບປ່ວຍຈື່ງສາລະພາບ”( R. C. H. Lenski) ຢູ່ໃນປະເທດຈີນພວກເຂົາເຝິກ ເລື່ອງການສາລະພາບຄວາມຜິດຂອງເຂົາຕໍ່ກັນແລະກັນ ແລະເຝິກເລື່ອງການອະທິຖານເພື່ອເຊິ່ງກັນແລະກັນ, ນັ້ນແຫຼະທີ່ວ່າເປັນຫຍັງຈື່ງມີການຟື້ນຟູຢູ່ຈີິນຕະຫຼອດ. ຂ້າພະເຈົ້າບອກນ້ອງຊາຍຄົນໜື່ງວ່າຂ້າພະເຈົ້າຈະມີການເຊື້ຶ້ອເຊີນໃຫ້ພວກທ່ານມາ ແລະມາອະທິຖານເພື່ອຄືກັບທີ່ຂ້າພະເຈົ້າເຮັດສອງເທື່ອທີ່ຜ່ານມາ, ຂ້າພະເຈົ້າຖາມລາວວ່າ “ເຈົ້າຄິດວ່າຈະມີຄົນມາບໍ່?” ລາວກໍຄິດໜ້ອຍໜື່ງແລ້ວຕອບວ່າ “ບໍ່, ບໍ່ມີໃຜມາດອກ”ຂ້າພະເຈົ້າຖາມລາວວ່າເປັນຫຍັງເຈົ້າຈື່ງຄິດວ່າບໍ່ມີໃຜມາ, ລາວບອກວ່າເຈົ້າຄິດວ່າຂ້ອຍຕ້ອງການການຟື້ນຟູ ເພື່ອທີ່ຜູ້ຄົນຫຼາຍຄົນຈະມາຄຣິສຕະຈັກຂອງເຮົາ, ແຕ່ອັນນັ້ນບໍ່ແມ່ນເຫດຜົນ, ຈົ່ງຖາມໂຕເອງວ່າສິ່ງດີອັນໃດຈະເກີດຖ້າຫາກມີຫຼາຍຄົນເຂົ້າມາ? ພວກເຮົາຈະຊ່ວຍເຂົາໄດ້ແນວໃດຖ້າພວກເຂົາຫາກມາ? ພວກເຮົາຍື່ນມິດຕະພາບ, ຄວາມຍິນດີແລະຄວາມສໍາພັນທີ່ເລິກເຊິ່ງໃຫ້ເຂົາເຈົ້າ,ແຕ່ ໃນໂຕພວກທ່ານເອງມີແບບນັ້ນບໍ່? ມີບໍ່? ຫຼືທ່ານມີແຕ່ໜ້າຂອງສາສະໜາອັນໜື່ງໂດຍປາສາຈາກ ຄວາມຮັກເທົ່່ານັ້ນບໍ່? ພວກທ່ານບໍ່ໄດ້ຮັກແລະເປັນຫ່ວງເຊິ່ງກັນແລະກັນ,ແມ່ນບໍ່?ທ່ານບໍ່ໄດ້ມີມິດສໍາພັນທີ່ເລິກເຊິ່ງ, ແມ່ນບໍ່? ທ່ານບໍ່ມີຄວາມຍິນດີ,ແມ່ນບໍ່? ທ່ານບໍ່ມີຄວາມສໍາພັນທີ່ເລິກເຊິ່ງແມ່ນບໍ່? ໃຈຂອງທ່ານເລິກໆແລ້ວບໍ່ມີຄວາມຮັກກັບຄົນໃໝ່ໆ,ແມ່ນບໍ່? ຈົ່ງສັດຊື່ທ່ານບໍ່ມີຄວາມຮັກທີ່ເລິກເຊິ່ງສໍາຫຼັບພຣະເຢຊູອີກຕໍ່ໄປແມ່ນບໍ່? ພວກເຮົາຈະຍື່ນສະເໜີສິ່ງເຫຼົ່ານີ້ໃຫ້ຄົນອື່ນໄດ້ແນວໃດໃນເມື່ອພວກເຮົາເອງກໍບໍ່ມີ? ເມື່ອຂ້າພະເຈົ້າຂໍໃຫ້ພວກທ່ານມາສາລະພາບຄວາມຜິດແລະຄວາມບາບຂອງທ່ານ,ທ່ານກໍຄິດວ່າ “ມັນເຮັດຂ້ອຍອຶດອັດໃຈທີ່ຈະເຮັດແບບນັ້ນ” ພວກທ່ານເຮັດວຽກແລ້ວ-ເຮັດຫຼາຍຢ່າງ! ມັນບໍ່ແມ່ນວຽກເພີ່ມຂື້ນທີ່ທ່ານຕ້ອງການ, ມັນຄືຄວາມຮັກຫຼາຍຂື້ນ! ຄວາມຮັກ ເພືື່ອພຣະຄຣິດເພີິ່ມຂື້ນ! ຄວາມຮັກສໍາຫຼັບກັນແລະກັນເພີິ່ມຂື້ນສາມາດເກີດຂື້ນໄດ້ເມື່ອພວກເຮົາມີຄວາມຮັກຕໍ່ພຣະອົງເພີ່ມຂື້ນ! ໂຜດຕື່ມເຕັມນິມິດທຸກຢ່າງທຸກຄວາມປາດຖະໜາ ຂ້າພະເຈົ້າຄິດເຖິງເລື່ອງຂອງແຊມສັນໃນຄືນໜື່ງ,ທັງສີ່ບົດໃນພຣະຄໍາພີເວົ້າເຖິງແຊມສັນ, ລາວຖືກບັນທຶກໃນຖານະຄົນທີ່ລອດແລ້ວໃນພຣະທໍາເຮັບເລີ 11:32,ລາວລອດ ຕອນໃດ? ຂ້າພະເຈົ້າເຊື່ອວ່າລາວຍັງບໍ່ລອດຈົນສອງສາມນາທີສຸດທ້າຍກ່ອນທີ່ລາວຈະຕາຍ,ຕອນທີ່ສຸດທ້າຍແລ້ວລາວກໍຮ້ອງຫາຄວາມຊ່ວຍເຫຼືອຈາກພຣະເຈົ້າ”, ແຕ່ພຣະເຢຊູໄດ້ເອີ້ນລາວວ່າເປັນຄົນບໍລິສຸດ “ນາຊີຣີີແກ່ພຣະເຈົ້າ”(ພວກຜູ້ປົກຄອງ 13:5) “ພຣະວິນຍານຂອງພຣະເຢໂຮວາກໍເລີ່ມຂັບເຄື່ອນໃນໃຈຂອງລາວຕັ້ງແຕ່ເວລານັ້ນ” (ພວກຜູ້ປົກຄອງ 13:5),ແຕ່ແຊມສັນບໍ່ເສັງຕົກທີ່ຈະຮັກພຣະເຈົ້າໝົດທັງຫົວໃຈຂອງລາວ, ເພາະຊີວິດທີ່ສັ້ນໆຂອງລາວສ່ວນຫຼາຍລາວເປັນຄືກັບພວກທ່ານ, ລາວຄິດວ່າລາວດໍາເນີນຊີວິດຄຣິສຕຽນໂດຍອໍານາດຂອງຕົນເອງ, ໂດຍກໍາລັງຂອງຕົນເອງ, ແຕ່ລາວບໍ່ສາມາດເຮັດໄດ້, ລາວເສັງຕົກແລ້ວເສັງຕົກອີກ,ຄືກັບພວກທ່ານກັບຂ້າພະເຈົ້າເປັນ, ສຸດທ້າຍກໍາລັງຂອງຊາຕານກໍຈັບລາວແລ້ວຄວັກແກ່ນຕາລາວອອກ “ແລະໃຫ້ລາວໂມ້ແປ້ງຢູ່ໃນຄຸກ” (ພວກຜູ້ປົກຄອງ 16:21). ພີ່ນ້ອງຊາຍແລະຍິງທັງຫຼາຍ,ບໍ່ແມ່ນພວກທ່ານບາງຄົນບໍ່ທີ່ເປັນຄືກັບແຊມສັນຜູ້ໜ້າສົງສານ?ພວກທ່ານຖືກເອີ້ນໂດຍພຣະເຢຊູ, ຖືກຂັບເຄື່ອນໂດຍພຣະວິນຍານບໍລິສຸດເພື່ອໃຫ້ເຮັດສິ່ງທີ່ຍິ່ງໃຫຍ່ຕ່າງໆເພື່ອພຣະເຈົ້າໃນອະດີດ,ແຕ່ເທື່ອລະເລັກລະໜ້ອຍທ່ານກໍກາຍມາຂົມ ແລະໂສກເສົ້າ, ຕອນນີິ້ພວກທ່ານບໍ່ມີຄວາມສຸກແລ້ວ, ພວກທ່ານບໍ່ມີຄວາມຮັກແທ້ ເພື່ອຄຣິສຕະຈັກໃນຕອນນີ້, ທ່ານມາຄຣິສຕະຈັກດ້ວຍຕາທີ່ບອດ, ສາສະໜາຂອງທ່ານເປັນສິ່ງທີ່ໜ້າເບື່ອ,ເຮັດວຽກໜັກໂດຍບໍ່ມີຄວາມສຸກ, ວຽກທີ່ເປັນຕາເບື່ອ,ວຽກແບບທາດເທົ່ານັ້ນ! ທ່ານມາໂບດໃນຖານະທາດຄົນໜື່ງ, ມັນເປັນຕາເບື່ອແທ້ໆ, ທ່ານບໍ່ຮັກທີ່ຈະຢູ່ທີ່ນີ້ອີກຕໍ່ໄປ, ທ່ານ “ໂມ້ແປ້ງຢູ່ໃນຄຸກ”ຄືກັບແຊມສັນຜູ້ໜ້າສົງສານ, ຂ້າພະເຈົ້າບໍ່ຮູ້ວ່າຄົນອື່ນຄິດເຖິງເລື່ອງຂອງລາວແນວໃດແດ່, ແຕ່ຂ້າພະເຈົ້າຮ້ອງໄຫ້ຢ່າງຂົມຂື່ນເມື່ອອ່ານເລື່ອງຂອງລາວ, “ກໍາລັງໂມ້ແປ້ງຢູ່ໃນຄຸກ”-ຖືກມັດດ້ວຍຫ່ວງແຂນຫຼືຂານັກໂທດ ແລະໂສ້,ໂມ້ແປ້ງ, ຍູ້ເຄື່ອງບົດເຂົ້າເປັນເວລາຫຼາຍຊົ່ວໂມງ. ແລະຂ້າພະເຈົ້າຮູ້ດີວ່າອັນນັ້ນແມ່ນສາສະໜາຂອງທ່ານເຊັ່ນກັນ, ແລະບາງເທື່ອໃຈຂອງຂ້າພະເຈົ້າກໍຮ້ອງໄຫ້ເພື່ອພວກທ່ານ, ພວກທ່ານບໍ່ມີຄວາມສຸກ, ພວກທ່ານບໍ່ມີຄວາມຮັກ, ພວກທ່ານບໍ່ມີຄວາມຫວັງ, ທ່ານພຽງແຕ່ສືບຕໍ່ໂມ້ແປ້ງໃນເໝືອນດັ່ງທາດຢູ່ໃນຄຸກ,ແມ່ນ! ສໍາຫຼັບພວກທ່ານບາງຄົນຄຣິສຕະຈັກນີິ້ຄືຄຸກ, ຄຸກບ່ອນທີ່ທ່ານໂມ້ແປ້ງຊ່ວງນະມັດສະການ, ບ່ອນທີ່ທ່ານໂມ້ແປ້ງຜ່ານທາງວຽກທາດຂອງການປະກາດຂ່າວປະເສີດ, ພວກທ່ານຊັງມັນ! ແຕ່ບໍ່ຮູ້ວິທີທີ່ຈະໜີ! ທ່ານຖືກມັດດ້ວຍໂສ້ຝ່າຍຈິດວິນຍານ,ໂມ້ແປ້ງ, ໂມ້ແປ້ງ, ໂມ້ແປ້ງຢູ່ໂດຍບໍ່ມີຄວາມຫວັງ, ບາງເທື່ອພວກທ່ານກໍຄິດທີ່ຈະໜີໄປ, ຂ້າພະເຈົ້າຮູ້ດີວ່າບາງຄົນເຮັດ, ແຕ່ພວກທ່ານອອກໄປບໍ່ໄດ້, ໝູ່ຄູ່ທີ່ທ່ານມີຢູ່ທີ່ນີ້, ພີ່ນ້ອງທີ່ທ່ານມີຢູ່ນີ້! ທ່ານຈະໜີອອກຈາກການໂມ້ແປ້ງທີ່ບໍ່ຢຸດບໍ່ເຊົາ,ວຽກທີ່ເບື່ອໜ່າຍແລະວຽກຂອງຄຣິສຕະຈັກທີ່ເບິ່ງຄືວ່າເປັນຄຸກສໍາຫຼັບທ່ານໄດ້ແນວໃດ? ຂ້າພະເຈົ້າຢາກຊ່ວຍພວກທ່ານ! ພຣະເຈົ້າຮູ້ດີວ່າຂ້າພະເຈົ້າຢາກຊ່ວຍ! ມີພຽງຫົນທາງດຽວທີ່ຈະໜີໄປໄດ້, ນັກເທດເຈົ້າຮູ້ໄດ້ແນວໃດ? ກໍເພາະຂ້າພະເຈົ້າເຄີຍຢູ່ໃນບ່ອນທີ່ພວກທ່ານຢູ່ໃນຕອນນີ້! ຂ້າພະເຈົ້າເຄີຍຖືກໂສ້ຢູ່ໃນໂບດ,ໂມ້ແປ້ງ,ໂມ້ແປ້ງ, ຊັງມັນ-ແຕ່ບໍ່ພົບທາງທີ່ຈະໜີໄປໄດ້! ມີພຽງຫົນທາງດຽວທີ່ຈະໜີ ໄດ້ກໍຄືພຣະເຢຊູ! ຈົ່ງສາລະພາບຄວາມຜິດຂອງທ່ານ! ເປັນຫຍັງ? ຄວາມຜິດຕ່າງໆຄືໂສ້ທີ່ມັດທ່ານຢູ່! ຈົ່ງກໍາຈັດມັນອອກໄປ! ຈົ່ງກັບໃຈໃໝ່ແລ້ວຖືກຊໍາລະໂດຍພຣະໂລຫິດ,ເພາະມີພຽງພຣະເຢຊູເທົ່ານັ້ນທີ່ສາມາດແກ້ໂສ້ ແລະປົດປ່ອຍທ່ານໃຫ້ເປັນອິດສະຫຼະອີກໄດ້. “ທ່ານທັງຫຼາຍຈົ່ງສາລະພາບຄວາມຜິດຕໍ່ກັນແລະກັນ ແລະອະທິຖານເພື່ອກັນແລະກັນ, ເພື່ອທ່ານຈະໄດ້ຮັບການຮັກສາໃຫ້ຫາຍ…” (ຢາໂກໂບ 5:16) ຈົ່ງສາລະພາບຄວາມຢ້ານຂອງທ່ານ,ຄວາມສົງໄສຂອງທ່ານ, ຄວາມບາບ, ຄວາມໃຈຮ້າຍ,ຄວາມຂົມຂື່ນ, ຄວາມອິດສາຂອງທ່ານ, “ທ່ານທັງຫຼາຍຈົ່ງສາລະພາບຄວາມຜິດຕໍ່ກັນແລະກັນ ແລະອະທິຖານເພື່ອກັນແລະກັນ, ເພື່ອທ່ານຈະໄດ້ຮັບການຮັກສາໃຫ້ຫາຍ…”(ຢາໂກໂບ 5:16) ນາງລີໄດ້ເຮັດແລ້ວ! ແລະພຣະເຢຊູກໍຮັກສານາງ, ໄກເພີງກໍເຮັດແລ້ວແລະ ພຣະເຢຊູກໍຮັກສາລາວ, ຕອນນີ້ຍັງມີແສງແຫ່ງຄວາມຫວັງ, ທ່ານຄິດວ່າ “ມັນແມ່ນຄວາມຈິງບໍ່?” ແມ່ນ! ມັນແມ່ນຄວາມຈິງ! ທຸກໆຄົນ,ຂໍໃຫ້ອະທິຖານເພື່ອບາງຄົນທີ່ຈະສາລະພາບ ຄວາມຜິດຂອງເຂົາ ແລະໄດ້ຮັບການຮັກສາໂດຍພຣະເຢຊູ(ພວກເຂົາອະທິຖານ). “ພຣະຄຣິດກ່າວວ່າ ‘ບຸກຄົນຜູ້ໃດໂສກເສົ້າ ຜູ້ນັ້ນເປັນສຸກ’(ມັດທາຍ 5:4)ຊຶ່ງເລັ່ງໃສ່ຄົນເຫຼົ່ານັ້ນທີ່ຮູ້ສຶກເສື່ອມຖອຍ ແລະຮ້ອງໄຫ້ເສຍໃຈ, ຄວາມບາບມັກແມ່ນບັນຫາຕໍ່ພວກຄຣິສຕຽນທີ່ສະແຫວງຫາການຟື້ນຟູ ແລະການຟື້ນຟູມັກຈະຈັດການກັບສິ່ງຕ່າງໆທີ່ບໍ່ສະດວກສະບາຍທີ່ໂລກເບິ່ງບໍ່ເຫັນ, ການຟື້ນຟູໂຍນແສງສະຫວ່່າງສູ່ບ່ອນມືດມົນ...ເພື່ອຕຽມການຟື້ນຟູ, ອີແວນໂຣເບີດ ຈະເຕືອນສະຕິພວກເຂົາວ່າພຣະວິນຍານ(ບໍລິສຸດ)ຈະບໍ່ມາຈົນກວ່າຜູ້ຄົນຈະກຽມພ້ອມ, ‘ພວກເຮົາຕ້ອງກໍາຈັດ(ຄຣິສຕະຈັກ)ຄວາມຮູ້ສຶກທີ່ບໍ່ດີທຸກຢ່າງອອກໄປ-ຄວາມຄິດຮ້າຍທຸກຢ່າງ, ອິດສາ, ອະຄະຕິ ແລະຄວາມເຂົ້າໃຈຜິດ, (ຢ່າອະທິ ຖານ)ຈົນກວ່າຄວາມສະດຸດທຸກຢ່າງຖືກອະໄພ, ແຕ່ຖ້າທ່ານຮູ້ສຶກວ່າທ່ານບໍ່ສາມາດອະໄພໄດ້, ຈົ່ງງໍມັນລົງສູ່ດິນ ແລ້ວຂໍຈິດວິນຍານແຫ່ງການອະໄພ, ແລ້ວທ່ານຈະໄດ້ມັນ’”...ມີພຽງ ຄຣິສຕຽນທີ່ສະອາດເທົ່ານັ້ນຈະສາມາດມີຊິີວິດທີ່ໃກ້ຊິດກັບພຣະເຈົ້າໄດ້(ໄບຣ້ອັນເອັຈ.ເອັດ ເວີດ Revival, Evangelical Press, 2004, p. 113)...“ທຸກຄົນຈົ່ງອະໄພໃຫ້ຄົນອື່ນ, ແຕ່ລະຄົນໜ້າຕໍ່ໜ້າກັບພຣະເຈົ້າ(ແບບທີ່ເຂົາສາລະພາບຂອງເຂົາ)...(ນີ້ຄື)ປະເພດຂອງການຟື້ນຟູທຸກ ອັນທີ່ຖືກບັນທຶກໄວ້,ບໍ່ມີການຟື້ນຟູທີ່ປາສະຈາກການສໍານຶກທີ່ເລິກເຊິ່ງ, ບໍ່ສະດວກສະບາຍ ແລະຄວາມຖ່ອມໃຈເລື່ອງບາບ”(ເຫຼັ້ມດຽວກັນໜ້າ 116)...“ພວກເຮົາມີຄຣິສຕະຈັກທີ່ບໍ່ບໍລິ ສຸດໃນປັດຈຸບັນນີ້ເພາະພວກຄຣິສຕຽນບໍ່ຮູ້ສຶກບາບຫຼືຢ້ານມັນ...ຄົນທີ່ສະແຫວງຫາການຟື້ນຟູຄວນເລິ່ມຕົ້ນໂດຍການກວດສອບໃຈຂອງຕົນ ແລະມີຊີວິດທີ່ບໍລິສຸດຢູ່ຕໍ່ໜ້າພຣະເຈົ້າ, ຖ້າພວກເຮົາປົກປິດຄວາມບາບຂອງເຮົາ ແລະບໍ່ສາລະພາບມັນຕອນນີ້(ພວກເຮົາກໍຈະບໍ່ມີການຟື້ນຟູ)...ພຣະເຈົ້າຜູ້ບໍລິສຸດຊົງເຮັດໃຫ້ພວກຄຣິສຕຽນຮູ້ສຶກແມ່ນແຕ່ບາບທີ່ໜ້ອຍທີ່ສຸດ...ວຽກແຫ່ງການໂນມນ້າວທີ່ເລິກເຊິ່ງນີ້ມັກຈະນໍາອິດສະຫຼະພາບ ແລະຄວາມຍິນດີິໃນການພົບປະສົບການໃໝ່ແຫ່ງການໃຫ້ອະໄພ, ຕິດຕາມດ້ວຍ ‘ການແທງຂອງໃຈ’ອອກມາຈາກຄວາມຍິນດີແຫ່ງຄວາມລອດ”(ເຫຼັ້ມດຽວກັນໜ້າ 120). ພວກເຮົາມີຄົນໜຸ່ມສິບເຈັດຄົນທີ່ຫວັງວ່່າລອດແລ້ວໃນການນະມັດສະການເຫຼົ່ານັ້ນ,ພວກເຮົາປະສົບການແຕະຕ້ອງຂອງການຟື້ນຟູໃນການນະມັດສະການເຫຼົ່ານັ້ນ, ຢ່າງໜ້ອຍພວກຄົນໜຸ່ມເຫຼົ່ານັ້ນກໍຕື່ນຂື້ນ, ບໍ່ມີໃຜຄາດວ່າເຂົາຈະຕື່ນຂື້ນ ແລະຫວັງວ່າລອດແລ້ວ,ເມື່ອຂ້າພະເຈົ້າປະກາດຊື່ຂອງພວກເຂົາ, ບໍ່ມີໃຜຍິນດີຢູ່ໃນໂບດຂອງເຮົາ, ເປັນຫຍັງພວກທ່ານຈື່ງບໍ່ດີໃຈນໍາ? ຢູ່ປະເທດຈີນເຂົາຈະຮ້ອງໄຫ້ດ້ວຍຄວາມຍິນດີ! ເປັນຫຍັງຢູ່ນີ້ບໍ່ມີ? ສິບເຈັດຄົນທີ່ຫວັງວ່າລອດແລ້ວແຕ່ບໍ່ມີນໍ້າຕາແຫ່ງຄວາມຍິິນດີ,ບໍ່ມີຄວາມດີໃຈໃນພວກເຮົາ, ເປັນຫຍັງ? ກໍເພາະ“ຄົນທີ່ມີໃຈຫັນຫຼັງຈະຖືກຕື່ມເຕັມດ້ວຍທາງຂອງເຂົາເອງ” (ສຸພາສິດ14:14) “ພຣະອົງຈະບໍ່ຊົງໃຫ້ພວກຂ້ານ້ອຍຟື້ນອີກບໍ່ ເພື່ອປະຊາຊົນຂອງພຣະອົງຈະໄດ້ຍິນດີໃນພຣະອົງ?” (ເພງສັນລະເສີນ 85:6) ພວກເຮົາບໍ່ສາມາດຍິນດີໃນນໍ້າຕາໄດ້ຈົນກວ່າພວກເຮົາຈະສາລະພາບຄວາມຜິດຂອງເຮົາດ້ວຍນໍ້າຕາ! ນັ້ນຄືສິ່ງທີ່ເກີດຂື້ນຢູ່ປະເທດຈີນ, ເປັນຫຍັງບໍ່ແມ່ນຢູ່ໂບດຂອງເຮົາ? ພວກທ່ານຢ້ານທີ່ຈະສາລະພາບຄວາມຜິດຂອງທ່ານຕໍ່ກັນແລະກັນ ແລະອະທິຖານເພື່ອກັນແລະກັນ, ເພື່ອທ່ານຈະໄດ້ຮັບການຮັກສາ, ການຢ້ານໃນສິ່ງທີ່ຄົນອື່ນຈະຄິດຢຸດຢັ້ງພວກທ່ານຈາກການສາລະພາບ, ເອຊາຢາໄດ້ເວົ້າວ່າ “ເຈົ້າແມ່ນໃຜທີ່ຄວນຢ້ານມະນຸດຜູ້ຊື່ງຈະຕາຍ...ແລະລືມພຣະເຢໂຮວາຜູ້ສ້າງຂອງຕົນ...” (ເອຊາຢາ 51:12,13). “ຂ້າແດ່ພຣະເຈົ້າ ຂໍຊົງຄົ້ນເບິ່ງຂ້ານ້ອຍ ແລະຊາບຈິດໃຈຂອງຂ້ານ້ອຍ ພວກທ່ານບໍ່ໄດ້ມາກ່ອນ, ທ່ານຮູ້ວ່າທ່ານຄວນມາແຕ່ທ່ານພັດຢ້ານ, ເມຍຂອງ ດຣ.ແຊນບອກຂ້າພະເຈົ້າວ່ານາງເປັນຄົນທີ່ຖອຍຫຼັງທາງໂທລະສັບ, ແລ້ວຂ້າພະເຈົ້າກໍ ແນມເບິ່ງລາວໃນເຊົ້າວັນອາທິດ-ລາວກໍແນມເບິ່ງຂ້າພະເຈົ້າ, ຂ້າພະເຈົ້າສາມາດບອກໄດ້ ວ່່ານາງຢາກຈະມາ, ຂ້າພະເຈົ້າກໍເລີຍຈັບມືຂອງລາວແລ້ວເວົ້າວ່າ“ມາ”ລາວກໍມາ,ນາງເຄີຍ ຢ້ານທີ່ຈະມາ, ແລ້ວສຸດທ້າຍລາວກໍໄດ້ເປັນເມຍຂອງດຣ.ແຊນ! ຜູ້ຄົນຈະຄິດແນວໃດຖ້າ ນາງຫາກສາລະພາບຄວາມຜິດຂອງຕົນ?ຈົ່ງລືມໃນສິ່ງທີ່ຄົນອື່ນຄິດ! ໃນຂະນະທີ່ພວກເຮົາ ຢືນຂື້ນຮ້ອງເພງ,ເຊີນມາຄຸເຂົ່່າລົງທີ່ນີ້ ແລ້ວສາລະພາບຄວາມຜິດຂອງທ່ານ,ພຣະເຈົ້າໂນມ ນ້າວທ່ານແລ້ວພຣະໂລຫິດພຣະຄຣິດທີ່ຫຼັ່ງລົງມາຈາກໄມ້ກາງແຂນຈະຊໍາລະທ່ານໃຫ້ເປັນຄົນໃໝ່. ໂຜດຕື່ມເຕັມທຸກນິມິດຂອງຂ້າຂໍໃຫ້ຄວາມດື້ຂອງບາບ |
ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452. (ຈົບຄຳເທດສະໜາ) ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ: |