ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ,
ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.
ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່,
www.sermonsfortheworld.com, ສ່ວນອີກຫຼາຍ
ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ
46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ
ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້,
ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ
ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.
ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ
ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.
ຂອງຂວັນຂອງພວກນັກປາດTHE GIFTS OF THE WISE MEN ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ “ຄັ້ນພວກເຂົາເຂົ້າໄປໃນເຮືອນກໍພົບກຸມານກັບນາງມາລີແມ່ ຈຶ່ງກາບຖວາຍນະມັດການກຸມານນັ້ນ ແລ້ວເປີດຫີບຈັບເອົາຊັບສົມບັດຂອງພວກເຂົາອອກມາຖວາຍແກ່ກຸມານເປັນເຄື່ອງບັນນາການ ຄື ຄຳ ກຳຍານ ແລະຢາງໄມ້ຫອມ” (ມັດທາຍ 2:11) |
ຕອນທີ່ຂ້າພະເຈົ້າຮຽນຢູ່ປໍຫ້າຂ້າພະເຈົ້າຫຼີ້ນເປັນໜື່ງໃນນັກປາດສາມຄົນນັ້ນໃນວັນຄຣິສມາດ,ຫຼີ້ນຢູ່ໃນໂຮງຮຽນຝ່າຍໂລກທີ່ຢູ່ໃນເມືອງລອສແອງເຈີລິສນີ້ແລະ,ແນ່ນອນຕອນ ນັ້ນຢູ່ຊ່ວງຕົ້ນປີ 1950, ຫຼັງຈາກນັ້ນເອຊີແອລຢູກັບຕົວແທນຂອງຊາຕານພວກອື່ນໆກໍໄດ້ ຫ້າມບໍ່ໃຫ້ເອີຍເຖິງເລື່ອງລາວຂອງຄຣິສມາດຢູ່ໃນໂຮງຮຽນອີກ,ພວກເຂົາຫ້າມແມ່ນແຕ່ຄໍາ ວ່າ“ຄຣິສມາດ”ພວກເຮົາສາມາດເວົ້າໄດ້ວ່າພວກເຂົາເປັນສະມຸນຊາຕານເພາະພວກເຂົາໄດ້ໂປໂມດວັນ“ຮາໂລວີນ”ຕ່າງໆແຕ່ພວກເຂົາພັດເຮັດທຸກສິ່ງທຸກຢ່າງເພື່ອປ້ອງກັນລູກຫຼານ ຂອງເຂົາຈາກການຄິດເຖິງເລື່ອງພຣະຄຣິດໃນວັນຄຣິສມາດແລະວັນອິສເຕີ,ພວກເຂົາເຄີຍ ເອີ້ນມັນວ່າ“ວັນພັກການອິສເຕີ” - ແຕ່ດຽວນີ້ເຂົາເອີ້ນມັນວ່າ“ວັນພັກການລະດູໃບໄມ້ປົ່ງ” ແຕ່ຂ້າພະເຈົ້າເປັນໜື່ງໃນພວກນັກປາດຕອນທີ່ສະແດງລະຄອນ, ພວກເຮົາຕ້ອງ ຮ້ອງເພງທີ່ທ້າວກຣິຟຟິດຫາກໍຮ້ອງໄປມື້ກີ່ວ່າ“ພວກເຮົາທັງສາມຄືພວກໂຫຣາຈານ”ໜື່ງໃນ ເດັກນ້ອຍຄົນໜື່ງຕອນທີ່ພວກເຮົາຢູ່ຕ່າງຫາກຕື່ມຄໍາເວົ້າເຂົ້າໄປວ່າ, “ພວກເຮົາທັງສາມ ຄືພວກໂຫຣາຈານສູບຢາຢູ່ໃນເຕັ້ນ”ພວກທ່ານຮູ້ຈັກເພງນີ້,ຂ້າພະເຈົ້າບໍ່ເຄີຍໄດ້ຍິນເພງນັ້ນ ໂດຍບໍ່ຄິດເຖິງຄົນທີ່ຮ້ອງເພງນັ້ນ!ແລະລາວມີສຽງທີ່ພິລຶກຫຼາຍ,ຂ້າພະເຈົ້າໝາຍເຖິງວ່າສຸດຍອດຫຼາຍ!ສຸດທ້າຍຂ້າພະເຈົ້າກໍໃຫ້ລາວຮ້ອງດ້ວຍຄວາມນຸ່ມນວນຊື່ງມັນດີກວ່າເກົ່າໜ້ອຍໜື່ງ,ແຕ່ຂ້າພະເຈົ້າສົງໄສວ່ານັກປາດທັງສາມຄົນນີ້ແມ່ນໃຜແລະເປັນຫຍັງພວກເຂົາຈື່ງເດີນທາງໄກເພື່ອມາເບິ່ງພຣະກຸມມານເຢຊູ. ທ້າວພຣຸດໂຮມຫາກໍອ່ານເລື່ອງລາວຂອງພວກນັກປາດແລະພຣະກຸມມານເຢຊູໃນ ມັດທາຍບົດທີ່ສອງ,ເລື່ອງລາວງ່າຍໆ, ພວກນັກປາດມາຈາກທິດຕາເວັນອອກຕິດຕາມດາວ ດວງໜື່ງ, ພວກເຮົາບໍ່ໄດ້ຖືກບອກວ່າມີພວກນັກປາດຈັກຄົນ, ພາບຕ່າງໆທີ່ພວກເຮົາເຫັນ ຢູ່ໃນໃບອວຍພອນວັນຄຣິສມາດສະແດງໃຫ້ເຫັນວ່າມີສາມຄົນ,ແຕ່ພຣະຄໍາພີບໍ່ໄດ້ບອກວ່າມີສາມຄົນ,ຄວາມຄິດທີ່ວ່າມີສາມຄົນມາຈາກຄວາມຈິງທີ່ວ່າພວກເຂົາໄດ້ມອບຂອງຂວັນໃຫ້ ແກ່ພຣະກຸມມານເຢຊູສາມຢ່າງຄືຄໍາ,ກໍາຍານແລະຢາງໄມ້ຫອມ, ແຕ່ດຣ.ແມັກກີ້ກ່າວວ່າຈະ ຕ້ອງມີຫຼາຍກວ່າສາມຄົນ, ລາວເວົ້າວ່ານັກປາດສາມຄົນໜ້າຈະບໍ່ເຮັດໃຫ້“ເຮໂຣດວຸ້ນວາຍພຣະໄທ ທັງຊາວກຸງເຢລູຊາເລັມກໍພອຍວຸ້ນວາຍໃຈດ້ວຍ”(Thru the Bible; note on Matthew 2:1) ດຣ.ແມັກກີກ່າວວ່າຈະຕ້ອງມີພວກນັກປາດເປັນຈໍານວນຫຼາຍ. ນັກປາດພວກນີ້ມາຈາກບາບິໂລນ, ດານຽນ 2:27 ເວົ້າເຖິງ“ພວກນັກປາດແລະ ນັກດາລາສາດ”ໃນຖານະເປັນຄົນໜຸ່ມຄົນໜື່ງດານຽນໄດ້ຖືກອົບຮົ່ມຖ້າມກາງພວກ“ນັກປາດ”ນັກຫຼີ້ນກົນຂອງບາບິໂລນ,ໃນຕອນນັ້ນດານຽນໄດ້ກາຍເປັນຫົວໜ້າຂອງພວກນັກປາດເຫຼົ່ານີ້,ຕອນທີ່ພຣະຄຣິດເກີດມາກໍຍັງຄົງມີພວກນັກປາດຢູ່ບ່ອນນັ້ນ, ພວກເຂົາໜ້າຈະມີພຣະ ຄໍາພີຂອງດານຽນທີ່ໄດ້ຈົດໄວ້ຢູ່, ໃນຂະນະທີ່ພວກເຂົາສຶກສາດານຽນ 9:24-26 ພວກເຂົາ ໜ້າຈະໄດ້ຮຽນຮູ້ເຖິງການສະເດັດມາຂອງພຣະເມຊີອາ, ຫຼັງຈາກນັ້ນພວກເຂົາກໍເຫັນດາວ ດວງໜື່ງຊື່ງເຂົາບໍ່ເຄີຍເຫັນມາກ່ອນ,ເປັນດາວທີ່ເໜືອທໍາມະຊາດ, ພວກເຂົາເຊື່ອວ່ານີ້ຄື ເຄື່ອງໝາຍທີ່ມາຈາກສະຫວັນຢ່າງໜື່ງທີ່ວ່າພຣະເມຊີອາກະສັດຂອງພວກຢິວໄດ້ສະເດັດ ມາແລ້ວ, ພວກເຂົາໄດ້ເດີນທາງໄປເຢຣູຊາເລັມເພື່ອນໍາເອົາຂອງຂວັນໄປມອບໃຫ້ແກ່ພຣະ ອົງ,ເມື່ອພວກເຂົາມາເຖິງເຢຣູຊາເລັມແລ້ວພວກນັກທໍາກໍອ່ານໜັງສືມີຄາ 5:2 ໃຫ້ເຂົາຟັງ ວ່າພຣະເມຊີອາຈະມາເກີດທີ່ເບັດເລເຮມຊື່ງເປັນໄລຍະທາງໃກ້ໆກັບເຢຣູຊາເລັມ,ຫຼັງຈາກ ນັ້ນດາວກໍປາກົດອີກເທື່ອໜື່ງແລ້ວເຄື່ອນທີ່ໄປຂ້າງໜ້າເຂົາ “ຈົນມາຢຸດຢູ່ເໜືອສະຖານທີ່ ພຣະກຸມມານຢູ່ນັ້ນ”(ມັດທາຍ 2:9),ພວກເຮົາຮູ້ວ່າມັນເປັນດາວທີ່ເໜືອທໍາມະຊາດເພາະ ມັນໄດ້ເຄື່ອນທີ່ແລະນໍາເຂົາມາຫາພຣະເຢຊູ, ຕອນນີ້ຂໍໃຫ້ເຮົາເປີດພຣະຄໍາພີໄປໃນໜັງສື ມັດທາຍ 2:11 ໜ້າ 995 ຂອງພຣະຄໍາພີສະກໍຟິວ,ຂໍເຊີນຢືນຂື້ນໃນເວລາທີ່ຂ້າພະເຈົ້າ ອ່ານຂໍ້ພຣະຄໍາພີນັ້ນ. “ຄັ້ນພວກພວກເຂົາເຂົ້າໄປໃນເຮືອນກໍພົບກຸມານກັບນາງມາລີແມ່ ຈຶ່ງກາບຖວາຍນະມັດການກຸມານນັ້ນ ແລ້ວເປີດຫີບຈັບຊັບສົມບັດຂອງພວກເຂົາອອກມາຖວາຍແກ່ກຸມານເປັນເຄື່ອງບັນນາການ ຄື ຄຳ ກຳຍານ ແລະຢາງໄມ້ຫອມ”(ມັດທາຍ 2:11) ຂໍເຊີນນັ່ງລົງ. ມີບົດຮຽນສອງສາມຢ່າງທີ່ພວກເຮົາສາມາດຮຽນຮູ້ຈາກມັດທາຍບົດນີ້,ຕົວຢ່າງພວກເຮົາສາມາດປຽບທຽບເພື່ອໃຫ້ເຫັນຄວາມແຕກຕ່າງລະຫວ່າງກະສັດເຮໂຣດຜູ້ຊົ່ວຮ້າຍກັບ ພວກນັກປາດໄດ້, ເຮໂຣດເປັນຄົນທີ່ມັກອິດສາແລະຢ້ານສູນເສຍມົງກຸດຂອງຕົນ, ເຮໂຣດ ບໍ່ແມ່ນຄົນຢິວ,ລາວເປັນຄົນອິດູມຊື່ງໄດ້ຊື້ຕໍາແໜ່ງຂອງຕົນຈາກກະສັດໂຣມັນ,ນັ້ນແລະຄື ເຫດຜົນທີ່ລາວຢາກຂ້າເດັກນ້ອຍຜູ້ຊື່ງພວກນັກປາດເອີ້ນວ່າ “ກະສັດຂອງພວກຢິວ” (ມັດ ທາຍ 2:9),ແຕ່ລາວບໍ່ໄດ້ຕ້ອງການທີ່ຈະນະມັດສະການພຣະເຢຊູ,ລາວຢາກຂ້າພຣະອົງຖີ້ມ ເພື່ອບໍ່ໃຫ້ພຣະອົງມາຍາດຊີງບັນລັງຂອງລາວ,ພວກນັກປາດຕ້ອງການທີ່ຈະນະມັດສະການພຣະເຢຊູ,ແຕ່ກະສັດເຮໂຣດຕ້ອງການທີ່ຈະຂ້າພຣະອົງ. ຂ້າພະເຈົ້າສາມາດເອົາບົດເທດສະໜາໜື່ງທີ່ສະແດງໃຫ້ເຫັນເຖິງຫົນທາງທີ່ໂລກມີປະຕິກິລິຍາຕໍ່ພຣະເຢຊູ,ໃນປະຈຸບັນມີຄຣິສຕຽນທີ່ດີຫຼາຍຄົນຕ້ອງການທີ່ຈະນະມັດສະການພຣະເຢຊູ, ແຕ່ຄົນຊົ່ວຄືກັບພວກທີ່ຢູ່ໃນເອຊີແອວຢູຕ້ອງການທີ່ຈະເອົາພຣະເຢຊູອອກໄປ, ພວກເຂົາຫ້າມຮ້ອງເພງຄຣິສມາດຢູ່ໃນໂຮງຮຽນແລະແມ່ນແຕ່ສະຖານທີ່ສາທາລະນະໃນ ປະຈຸບັນນີ້,ພວກເຂົາໄດ້ຫ້າມເຫດການເລື່ອງການເກີດ,ພວກເຂົາຫ້າມແມ່ນແຕ່ຄໍາວ່າ“ຄຣິສມາດ”ເພາະຄໍານີ້ມີຄໍາວ່າພຣະຄຣິດຢູ່ນໍາ, ຂ້າພະເຈົ້າສາມາດເທດສະໜາປຽບທຽບຄວາມ ຕ່າງລະຫວ່າງຄົນທີ່ຄືກັບເຮໂຣດແລະຄົນທີ່ຄືກັບພວກນັກປາດຜູ້ຊື່ງຮັກພຣະເຢຊູແລະຢາກຈະນະມັດສະການພຣະອົງໄດ້. ຫຼືຂ້າພະເຈົ້າສາມາດປຽບທຽບຄວາມແຕກຕ່າງລະຫວ່າງພວກນັກປາດກັບພວກນັກທໍາ, ພວກນັກທໍາຮູ້ດີວ່າພຣະເຢຊູຈະມາບັງເກີດທີ່ບ້ານເບັດເລເຮມແຕ່ພວກເຂົາບໍ່ໄດ້ໄປ ບ່ອນນັ້ນເພື່ອພົບພຣະອົງ,ພວກເຂົາຮູ້ຈັກກ່ຽວກັບພຣະເຢຊູແຕ່ພວກເຂົາບໍ່ໄດ້ຍ່າງໄປບ້ານ ເບັດເລເຮມເພື່ອມານະມັດສະການພຣະອົງ,ພວກນັກປາດໄດ້ເດີນທາງເປັນໄລຍະທາງຍາວໄກເພື່ອໄປຫາບ່ອນທີ່ພຣະເຢຊູຊົງຢູ່, ຈື່ໄດ້ບໍ່ວ່າພວກເຂົາໄດ້ເດີນທາງໄກ,ຍາກລໍາບາກຢູ່ ເທິງຫຼັງອູດ,ມັນບໍ່ແມ່ນເລື່ອງງ່າຍຫຼືສະບາຍທີ່ຈະຂີ່ຫຼັງໂຕອູດ,ຂ້າພະເຈົ້າຮູ້ດີ, ຂ້າພະເຈົ້າ ກັບເອລີນາໄດ້ຂີ່ໂຕອູດຕອນທີ່ພວກເຮົາໄປປະເທດອີຢິບ,ຂ້າພະເຈົ້າຂີ່ລັງອູດອ້ອມປິຣາມິດ ໃຫຍ່ຢູ່ໃກ້ໆເມືອງສະຟິນຊ໌, ມັນເປັນປະສົບການທີ່ບໍ່ຄ່ອຍດີປານໃດທີ່ຈະເວົ້າເຖິງ! ຂ້າພະ ເຈົ້າສາມາດເທດສະໜາເລື່ອງແບບນັ້ນໄດ້ - ປຽບທຽບພວກນັກທໍາຜູ້ທີ່ຮູ້ຈັກວ່າພຣະເຢຊູຢູ່ ໃສແຕ່ບໍ່ໄດ້ໄປຊອກຫາກັບພວກນັກປາດຊື່ງໄດ້ເດີນທາງໄກ,ລໍາບາກເພື່ອຕາມຫາພຣະເຢຊູ ຂ້າພະເຈົ້າສາມາດເອົາພວກນັກທໍາມາປະຍຸກໃຊ້ກັບ“ຄຣິສຕະຈັກເດັກ”ທີ່ຮູ້ຈັກພຣະຄໍາພີແຕ່ບໍ່ໄດ້ເຊື່ອວາງໃຈໃນພຣະເຢຊູ - ທຽບກັບພວກຄົນໜຸ່ມທີ່ອອກມາຈາກໂລກແລະມີຄວາມ ຍາກລໍາບາກທີ່ຈະມາຫາພຣະເຢຊູ. ຫຼືຂ້າພະເຈົ້າສາມາດເທດບົດເທດທີ່ສາມ-ໃນເລື່ອງຄົນຢິວທີ່ປະຕິເສດພຣະອົງໃນ ແບບທີ່ພວກນັກບັນທຶກແລະພວກນັກທໍາເຮັດ - ຕໍ່ພວກຕ່າງຊາດຊາວບາບິໂລນທີ່ມາໂດຍ ການຜ່ານຊ່ວງຍາກລໍາບາກເພື່ອພົບພຣະອົງ,ຂ້າພະເຈົ້າສາມາດປຽບທຽບພວກນັກປາດຕໍ່ ຜູ້ຄົນທີ່ຢູ່ໃນໂລກທີ່ສາມ(ໃນປະເທດຈີນ,ໃນໂລກມູສະລິມ, ໃນປ່າຂອງປະເທດກໍາປູເຈຍ ແລະຫວຽດນາມ) - ຊື່ງພົບບັນຫາການຕໍ່ສູ້ອັນຍິ່ງໃຫຍ່ເພື່ອສະແຫວງພຣະເຢຊູແລະນະ ມັດສະການພຣະອົງ,ຂ້າພະເຈົ້າສາມາດເທດວ່າພວກອາເມລິກາກັບພວກຕາເວັນຕົກທົ່ວໄປມີຄຣິສຕະຈັກຢູ່ທຸກໆແຈມຸມແຕ່ຫັນຫຼັງໃສ່ແລ້ວຍ່າງໜີ,ນັ້ນຄືຫຼັກຖານທີ່ຢູ່ໃນຊ່ວງຄຣິສມາດ. ພວກເຮົາເຄີຍມີຄົນທີ່ຕໍ່ສູ້ພວກເຮົາແລະເວົ້າຮ້າຍໆໃສ່ຂ້າພະເຈົ້າເພາະການບອກ ໃຫ້ພວກຄົນໜຸ່ມຢູ່ໃນຄຣິສຕະຈັກໃນວັນຄຣິສມາດແລະປີໃໝ່ສາກົນ!ມີຜູ້ຍິງຄົນໜື່ງພະຍາ ຍາມເຮັດທຸກສິ່ງທຸກຢ່າງທີ່ລາວເຮັດໄດ້ເພື່ອດຶງລູກຊາຍຂອງລາວອອກໄປຈາກໂບດ,ເມື່ອ ລາວອອກໄປຈາກໂບດລາວກໍໄປເຂົ້າແກັງນັກເລງແລ້ວກໍຖືກຂ້າຕາຍ,ຫຼັງຈາກນັ້ນຜູ້ຍິງຄົນດຽວກັນທີ່ໄດ້ດຶງລູກຊາຍອອກໄປຈາກໂບດກໍມາຂໍຮ້ອງໃຫ້ຂ້າພະເຈົ້າຈັດງານສົບໃຫ້ລູກ ຊາຍຂອງຕົນ-ເມື່ອມັນສວາຍເກີນໄປທີ່ຈະຊ່ວຍຊີວິດຂອງລາວໄດ້! ແນ່ນອນຂ້າພະເຈົ້າ ໄດ້ໄປຈັດພິທີສົບໃຫ້ແຕ່ມັນຊ້າເກີນໄປທີ່ຈະຊ່ວຍຊີວິດຂອງລູກຊາຍຂອງລາວໄດ້!ຄົນພວກນີ້ຈັ່ງແມ່ນໂງ່!ພວກເຂົາຢາກໃຫ້ລູກຂອງພວກເຂົາໄປງານລ້ຽງແບບໂລກຫຼາຍກວ່າທີ່ຈະໃຫ້ລູກຂອງເຂົາຢູ່ໃນຄຣິສຕະຈັກໃນວັນຄຣິສມາດແລະປີໃໝ່,ໃນໜັງສືເລື່ອງ“ຄວາມຝັນຂອງ ຄືນກາງລະດູແລ້ງອັນໜື່ງ”ເຊັກສະເປຍມີຕົວລະຄອນ“ພັກ”ທີ່ເວົ້າວ່າ“ຄົນພວກນີ້ເປັນໂງ່ທີ່ບໍ່ມີສິນລະທໍາ” ຊ່າງເປັນຄວາມຈິງທີ່ໜ້າເສົ້າ! ພວກເຂົາເປັນຄົນຕາບອດຄືກັບພວກນັກທໍາ - ແລະບາງຄົນໃນພວກເຂົາຊົ່ວຄືກັບກະສັດເຮໂຣດ!ທ່ານຢ່າປ່ອຍໃຫ້ຜູ້ໃດມາຂັດຂວາງ ທ່ານບໍ່ໃຫ້ຢູ່ໃນຄຣິສຕະຈັກໃນວັນຄຣິສມາດແລະປີໃຫມ່!ຢ່າປ່ອຍໃຫ້ເຂົາດຶງພວກທ່ານອອກໄປຈາກຄຣິສຕະຈັກເພື່ອໄປກິນດື່ມໃນງານລ້ຽງຫຼືງານທີ່ເປັນຂອງໂລກ!ຢ່າປ່ອຍໃຫ້ເຂົາເຮັດແບບນັ້ນຕໍ່ທ່ານ!ຢ່າປ່ອຍໃຫ້ເຂົາເຮັດແບບນັ້ນຕໍ່ທ່ານ!ຈົ່ງຢືນຢັດແລະໝັ້ນຄົງຄືກັບພວກນັກ ປາດ! ຢ່າຂາດໂບດຄືກັບພວກນັກທໍາແລະເຮໂຣດທີ່ບໍ່ເຊື່ອເຮັດ! ພຣະຄໍາພີກ່າວວ່າ: “ອົງພຣະຜູ້ເປັນເຈົ້າຕັດວ່າ `ເຫດສະນັ້ນເຈົ້າຈົ່ງອອກຈາກໝູ່ພວກເຂົາເຫລົ່ານັ້ນ ແລະຈົ່ງແຍກຕົວອອກຈາກເຂົາທັງຫລາຍ ຢ່າແຕະຕ້ອງສິ່ງຊຶ່ງບໍ່ສະອາດ ແລ້ວເຮົາຈຶ່ງຈະຮັບພວກເຈົ້າທັງຫລາຍ ເຮົາຈະເປັນພໍ່ຂອງພວກເຈົ້າແລະພວກເຈົ້າຈະເປັນລູກຊາຍລູກສາວຂອງເຮົາ' ອົງພຣະຜູ້ເປັນເຈົ້າຜູ້ຊົງລິດທານຸພາບທັງສິ້ນໄດ້ຕັດດັ່ງນັ້ນ”(2 ໂກລິນໂທ 6:17, 18) “ຈົ່ງອອກມາຈາກຖ້າມກາງເຂົາເຫຼົ່ານັ້ນ”ແລະຢູ່ກັບຄົນຂອງພຣະເຈົ້າໃນວັນຄຣິສມາດແລະປີໃຫມ່! ຈົ່ງຢູ່ກັບພວກຄຣິສຕຽນ,ນະມັດສະການພຣະຄຣິດ - ບໍ່ແມ່ນຢູ່ກັບຄົນທີ່ບໍ່ເຊື່ອໃນ ງານລ້ຽງພະຂອງໂລກ,ໃນການກິນເບຍຫຼືໃນການກິນເຫຼົ້າທີ່ຄົນບໍ່ມີພຣະຄຣິດພາກັນເຮັດ! ຈົ່ງມາແລະນະມັດສະການພຣະຄຣິດໃນວັນປີໃໝ່ແລະວັນຄຣິສມາດ!ເຊີນມາຄືກັບພວກນັກ ປາດແລະນະມັດສະການພຣະຄຣິດພຽງຜູ້ດຽວ! ຈົ່ງມາກາບໄຫວ້ພຣະເຢຊູ ຂໍເຊີນຢືນຂື້ນແລ້ຮ້ອງກັບຂ້າພະເຈົ້າ ຈົ່ງມາກາບໄຫວ້ພຣະເຢຊູ ເອແມນ! ເຊີນນັ່ງລົງໄດ້ ແຕ່ແທນທີ່ຈະເທດສະໜາໃນຫົວຂໍ້ພວກນັ້ນ,ຂ້າພະເຈົ້າຈະຂໍເທດໃນເລື່ອງຈໍ້ພຣະ ຄໍາພີຂອງເຮົາໃນມັດທາຍ 2:11 “ຄັ້ນພວກເຂົາເຂົ້າໄປໃນເຮືອນກໍພົບກຸມານກັບນາງມາລີແມ່ ຈຶ່ງກາບຖະວາຍນະມັດການກຸມານນັ້ນ ແລ້ວເປີດຫີບຈັບຊັບສົມບັດຂອງພວກເຂົາອອກມາຖວາຍແກ່ກຸມານເປັນເຄື່ອງບັນນາການ ຄື ຄຳ ກຳຍານ ແລະຢາງໄມ້ຫອມ”(ມັດທາຍ 2:11) I. ໜື່ງ ພວກເຂົາໄດ້ເຂົ້າມາຂ້າງໃນເຮືອນ. ຂໍ້ພຣະຄໍາພີຂອງເຮົາກ່າວວ່າ“ຄັ້ນພວກເຂົາເຂົ້າໄປໃນເຮືອນ” “ແຕ່” ພວກທ່ານ ອາດຈະເວົ້າວ່າ “ພຣະຄຣິດບໍ່ໄດ້ເກີດໃນຄອກງົວແລະຖືກວາງໄວ້ໃນນຮາງຫຍ້າບໍ່ແມ່ນ ບໍ?” ແມ່ນແລ້ວໜັງສືຂ່າວປະເສີດຂອງລູກາໄດ້ກ່າວວ່າ: “ນາງຈຶ່ງປະສູດບຸດຊາຍຫົວປີ ເອົາຜ້າອ້ອມພັນແລະວາງໄວ້ໃນຮາງຫຍ້າ ເພາະວ່າບໍ່ມີບ່ອນວ່າງສໍາຫຼັບເຂົາໃນໂຮງແຮມ”(ລູກາ 2:7) ແຕ່ພວກນັກປາດບໍ່ໄດ້ເຂົ້າໄປທີ່ຄອກສັດແລະພົບພຣະກຸມມານເຢຊູໃນຮາງຫຍ້າ, ບໍ່ແມ່ນ ພວກເຂົາ“ເຂົ້າໄປໃນເຮືອນ”(ມັດທາຍ 2:11), ພວກນັກປາດບໍ່ໄດ້ມາໃນເວລາດຽວກັນກັບ ພວກລ້ຽງແກະ, ພວກລ້ຽງແກະພົບພຣະກຸມມານເຢຊູໃນຄອກສັດຢູ່ໃນຮາງຫຍ້າ,ຮາງທີ່ ໃສ່ຫຍ້າສໍາຫຼັບເກືອສັດ, ພວກລ້ຽງແກະມາໃນຕອນທີ່ພຣະເຢຊູຫາກໍ່ເກີດ, ແຕ່ພວກນັກ ປາດພາກັນມາຫຼັງຈາກນັ້ນ, ພວກເຂົາມາຫຼັງຈາກທີ່ມາລີ,ໂຢເຊບແລະພຣະກຸມມານເຢຊູໄດ້ ຍ້າຍເຂົ້າໄປໃນເຮືອນຫຼັງນ້ອຍໆແລ້ວ,ເພາະເຮືອນທຸກຫຼັງນ້ອຍໝົດ,ແຕ່ຕອນນີ້ພວກເຂົາຢູ່ ໃນເຮືອນນ້ອຍຫຼັງໜື່ງ. ດຣ.ແມັກກີກ່າວວ່າໜ້າຈະເປັນສອງສາມເດືອນຫຼັງຈາກທີ່ພຣະເຢຊູເກີດພວກນັກ ປາດຈື່ງພາກັນເອົາຂອງຂວັນມາໃຫ້, ພວກທ່ານເຫັນບໍພວກເຂົາໜ້າຈະເຫັນດາວໃນ ຕອນທີ່ພຣະເຢຊູເກີດ, ຫຼັງຈາກນັ້ນພວກເຂົາກໍຕັດສິນໃຈທີ່ຈະໄປຫາພຣະອົງແລະພວກ ເຂົາຕ້ອງໃຊ້ເວລາສອງສາມເດືອນຈື່ງໄປເຖິງບ່ອນນັ້ນ, ເລື່ອງນີ້ຖືກສະໜັບສະໜູນໂດຍ ຄວາມຈິງທີ່ວ່າພຣະເຢຊູໜ້າຈະຮັບພິທີຕັດແລ້ວ,ແລະນົກເຂົາຄູ່ໜື່ງຖືກຖະວາຍໃນພຣະວິ ຫານແລ້ວ(ລູກາ 2:24),ຄວາມຈິງທີ່ວ່າພວກເຂົາບໍ່ໄດ້ຖະວາຍລູກແກະໂຕໜື່ງຊື່ງສະແດງ ໃຫ້ເຫັນວ່າພວກເຂົາທຸກຍາກຫຼາຍ, ຖ້າພວກນັກປາດໄດ້ມາພ້ອມກັບຂອງຂວັນລາຄາແພງ ແລ້ວພວກເຂົາກໍໜ້າຈະຖະວາຍລູກແກະໂຕໜື່ງໄປແລ້ວ,ເຫດການເຫຼົ່ານີ້ສະແດງໃຫ້ເຫັນ ວ່າພວກນັກປາດໄດ້ພາກັນມາສອງສາມເດືອນຕໍ່ມາຫຼັງຈາກທີ່ພຣະເຢຊູເກີດມາແລ້ວ. ຂ້າພະເຈົ້າຄວນບອກພວກທ່ານວ່າດາວທີ່ປາກົດເປັນເລື່ອງເໜືອທໍາມະຊາດຊື່ງວັດຈະນານຸກົມໄດ້ກ່າວວ່າເປັນ“ດາວດວງໜື່ງທີ່ໃນທັນໃດນັ້ນກໍມີແສງສະຫວ່າງເພີ່ມຂື້ນຫຼາຍ ແລ້ວແສງກໍຄ່ອຍໆຫາຍໄປເປັນແບບເກົ່າໃນຊ່ວງເວລາສອງສາມເດືອນ” (ວັດຈະນານຸກົມ Merriam-Webster’s) ພວກເຂົາເຫັນດາວດວງໜື່ງທາງທິດຕາເວັນອອກ,ຫຼັງຈາກນັ້ນເບິ່ງຄື ວ່າມັນຫາຍໄປ, ແຕ່ເມື່ອພວກນັກປາດມາຮອດເຢລູຊາເລັມດາວກໍປາກົດຂື້ນອີກເທື່ອໜື່ງ ເມື່ອພວກເຂົາເຫັນດາວອີກເທື່ອໜື່ງ“ພວກເຂົາກໍມີຄວາມຊື່ນຊົມຍິນດີຫຼາຍ”(ມັດທາຍ 2: 10),ແຕ່ດາວດວງນີ້ບໍ່ແມ່ນດາວທໍາມະດາ, ມັນເຄື່ອນທີ່ “ຈົນມາຢຸດຢູ່ເໜືອສະຖານທີ່ທີ່ກຸມມານຢູ່ນັ້ນ”(ມັດທາຍ 2:9), ນັກອະທິບາຍບາງຄົນປຽບທຽບດາວນີ້ກັບ“ເຊຄິນາ”ແສງສະ ຫວ່າງຂອງພຣະຄໍາພີເດີມແລະເສົາໄຟທີ່ນໍາລູກຫຼານອິດສະຣາເອວໃນຖີ່ນທຸລະກັນດານໃນຕອນກາງຄືນຊື່ງ“ໄປກ່ອນໜ້າພວກເຂົາ…ນໍາພາເຂົາ…ໃນຕອນກາງຄືນເປັນເສົາໄຟ”(ອົບພະຍົບ 13:21) ພວກນັກປາດໄດ້ເດີນທາງເປັນໄລຍະທາງໄກ, ພວກເຂົາໄດ້ເສຍສະຫຼະອັນໃຫຍ່ ຫຼວງ ແລະຜ່ານການທົດສອບກັບຄວາມຍາກລໍາບາກຫຼາຍຢ່າງເພື່ອມາຫາພຣະເຢຊູໃນ ເຮືອນຫຼັງນ້ອຍໆໃນບ້ານເບັດເລເຮມ, ຂໍໃຫ້ພວກເຮົາທຸກຄົນຕິດຕາມແບບຢ່າງຂອງພວກ ເຂົາແລະຢູ່ໃນຄຣິສຕະຈັກໃນວັນຄຣິສມາດ - ແທນທີ່ຈະແລ່ນໄປງານລ້ຽງແບບຊາວໂລກ! ໃຫ້ເຮົາຮ້ອງຂໍ້ຊ້ຳອີກເທື່ອໜື່ງຂໍເຊີນຢືນຂື້ນແລ້ວຮ້ອງມັນ! ຈົ່ງມາກາບໄຫວ້ພຣະເຢຊູ II. ສອງ ພວກເຂົາໄດ້ກາບລົງແລະນະມັດສະການພຣະອົງ. “ຄັ້ນພວກພວກເຂົາເຂົ້າໄປໃນເຮືອນກໍພົບກຸມານກັບນາງມາລີແມ່ ຈຶ່ງກາບຖວາຍນະມັດການກຸມານນັ້ນ”(ມັດທາຍ 2:11) ພວກທີ່ບໍ່ເຊື່ອບາງຄົນທີ່ເອີ້ນວ່າ“ພວກນັກສຶກສາ”ແລະລັດທິທຽມເທັດໄດ້ກ່າວວ່າ ມັນຜິດທີ່ຈະນະມັດສະການພຣະເຢຊູ,ພວກເຂົາເວົ້າວ່າພວກເຮົາຄວນນະມັດສະການພຣະ ເຈົ້າພຽງແຕ່ອົງດຽວ, ຊື່ງສະແດງໃຫ້ເຫັນວ່າພວກເຂົາປະຕິເສດພຣະຄໍາພີເພາະພຣະເຢຊູ ເປັນຜູ້ຮັບສະພາບເນື້ອໜັງຂອງພຣະເຈົ້າ-ພຣະເຈົ້າໃນສະພາບຂອງເນື້ອໜັງມະນຸດ! ອັກ ຄະສາວົກໂຢຮັນເອີ້ນພຣະເຢຊູວ່າ“ພຣະທໍາ”ໃນໂຢຮັນບົດທີ່ໜື່ງ, ອັກຄະສາວົກກ່າວວ່າ: “ພຣະວາທະໄດ້ຊົງສະພາບຂອງເນື້ອໜັງ ແລະຊົງຢູ່ຖ້າມກາງເຮົາ (ແລະເຮົາທັງຫລາຍໄດ້ເຫັນສະຫງ່າລາສີຂອງພຣະອົງ ຄືສະຫງ່າລາສີອັນສົມກັບພຣະບຸດອົງດຽວທີ່ບັງເກີດຈາກພຣະບິດາ) ບໍລິບູນດ້ວຍພຣະຄຸນແລະຄວາມຈິງ” ໃນບົດເພງອັນຍິ່ງໃຫຍ່ຂອງຊາລ໌ເວສລີໄດ້ກ່າວວ່າ: ພຣະຜູ້ເປັນເຈົ້າຍິ່ງໃຫຍ່ສູງສຸດ ຈາກນັ້ນໃຫ້ສັງເກດວ່າພວກນັກປາດ“ພົບກຸມານກັບນາງມາລີແມ່ ຈຶ່ງກາບຖະວາຍນະມັດສະການກຸມມານນັ້ນ”(ມັດທາຍ 2:11),ດຣ.ເຈ.ເວີນັນແມັກກີ້ໄດ້ກ່າວວ່າ“ຖ້າຫາກ ເຄີຍມີຊ່ວງເວລາໜື່ງເມື່ອມາລີຄວນໄດ້ຮັບການນະມັດສະການກໍຈະເປັນເວລານີ້ແລະ,ແຕ່ ພວກເຂົາບໍ່ໄດ້ນະມັດສະການນາງ - ພວກນັກປາດ! ພວກເຂົາໄດ້ນະມັດສະການພຣະອົງ …”(ເຫຼັ້ມດຽວກັນບັກທຶກໃນມັດທາຍ 2:11)ພຣະຄໍາພີບໍ່ເຄີຍບອກເຮົາໃຫ້ນະມັດສະການ ນາງມາລີຍິງພົມມະຈັນຫຼືອະທິຖານຕໍ່ນາງ!ນາງຄວນໄດ້ຮັບກຽດໃນຖານະແມ່ຂອງພຣະເຢຊູ ແຕ່ພວກເຮົາບໍ່ຕ້ອງນະມັດສະການນາງຫຼືອະທິຖານຕໍ່ນາງເປັນເດັດຂາດ. ຈົ່ງມາກາບໄຫວ້ພຣະເຢຊູ ເມື່ອພວກສາວົກເຫັນພຣະຄຣິດຜູ້ຊົງຟື້ນຈາກຕາຍໃນແຂວງກາລິລີພວກເຮົາຖືກບອກວ່າ “ເມື່ອເຂົາເຫັນພຣະອົງຈຶ່ງກາບລົງນະມັດສະການພຣະອົງ” (ມັດທາຍ 28:17; ລູກາ 24:52) ເອແມນ! ຂໍໃຫ້ພວກເຮົານະມັດສະການພຣະອົງຢູ່ໃນຄຣິສຕະຈັກໃນວັນຄຣິສມາດ,ເພາະ ພຣະອົງພຽງຜູ້ດຽວຊົງສົມຄວນໄດ້ຮັບການນະມັດສະການໃນວັນຄຣິສມາດແລະຕະຫຼອດປີ III. ສາມ ພວກເຂົາໄດ້ເອົາເຄື່ອງບັນນາການມາຖະວາຍໃຫ້ແກ່ພຣະອົງ. “ຄັ້ນພວກພວກເຂົາເຂົ້າໄປໃນເຮືອນກໍພົບກຸມານກັບນາງມາລີແມ່ ຈຶ່ງກາບຖວາຍນະມັດການກຸມານນັ້ນ ແລ້ວເປີດຫີບຈັບຊັບສົມບັດຂອງພວກເຂົາອອກມາຖວາຍແກ່ກຸມານເປັນເຄື່ອງບັນນາການ ຄື ຄຳ ກຳຍານ ແລະຢາງໄມ້ຫອມ”(ມັດທາຍ 2:11) “ພວກເຂົາຖວາຍແກ່ກຸມານເປັນເຄື່ອງບັນນາການ…”ດຣ.ຈອນອາ.ໄຣສ໌ກ່າວວ່າ: ພວກເຂົາກົ້ມໜ້າລົງແລະນະມັດສະການພຣະອົງ! ຫຼັງຈາກນັ້ນດ້ວຍນໍ້າຕາ ແຫ່ງຄວາມດີໃຈພ້ອມກັບປາກສັ່ນ ແລະຫົວໃຈເຕັ້ນເປັນຈັ່ງຫວະດ້ວຍ ຄວາມຍິນດີ,ນິ້ວມືທີ່ປະມ່າຂອງເຂົາໄດ້ເປີດຫີບທີ່ໃສ່ເຄື່ອງ ຫຼືເຈ້ຍຫໍ່ເກີບ ແຕະທີ່ມັດຊັບສົມບັດຂອງເຂົາແລະເປີດມັນອອກ,ພວກເຂົາໄດ້ມອບຂອງດີທຸກຢ່າງທີ່ເຂົາມີແດ່ພຣະເຢຊູຄຣິດເຈົ້າ! (John R. Rice, D.D., “Gifts of the Wise Men,” I Love Christmas, Sword of the Lord Publishers, 1955, p. 47). ຫຼັງຈາກນັ້ນດຣ.ໄຣສ໌ກ່າວວ່າ: ພວກເຂົາເປີດຊັບສົມບັດຂອງເຂົາອອກແລ້ວມອບຖະວາຍແດ່ພຣະເຢຊູ ເຈົ້າ,ຂ້າພະເຈົ້າຂໍຮ້ອງພວກທ່ານໃນມື້ນີ້… ຈົ່ງເອົາພຣະເຢຊູເຂົ້າມາໃນ ສ່ວນລຶກລັບເລິກສຸດຂອງໃຈທ່ານ,ເປີດສົມບັດຂອງທ່ານອອກມາແລ້ວຖະ ວາຍຊັ້ນຍອດແລະທຸກຢ່າງທີ່ດີທີ່ສຸດແດ່ພຣະອົງ,ມອບທຸກສິ່ງແດ່ພຣະອົງ ແລະຍິນດີທີ່ພຣະອົງຍອມຫຼຸດກຽດ(ຍອມຮັບເຮັດສິ່ງທີ່ໂຕຖືວ່າຕໍ່າກວ່າຖາ ນະຂອງຕົນ)ເພື່ອທີ່ຈະໄດ້ພວກມັນມາ(ເຫຼັ້ມດຽວກັນໜ້າ 48) ຂ້າພະເຈົ້າມັກເພງເກົ່າໆທີ່ຮ້ອງໂດຍຟຣານເຊສແຮບເວີກັລສະເໝີ“ຊີວິດຂ້າຂໍມອບຖວາຍ” ຊີວິດຂ້າຂໍມອບຖະວາຍສຸດແຕ່ພຣະເຈົ້າຊົງນໍາໄປ ທຸກສິ່ງເພື່ອພຣະເຢຊູທຸກສິ່ງເພື່ອພຣະເຢຊູ ຖ້າບົດເພງເຫຼົ່ານັ້ນໝາຍເຖິງທຸກສິ່ງແລ້ວ,ມັນກໍສອນພວກເຮົາໃຫ້ຢູ່ໃນຄຣິສຕະຈັກ,ນະມັດສະການພຣະຄຣິດໃນວັນຄຣິສມາດ - ຫຼາຍກວ່າທີ່ຈະໄປງານລ້ຽງແບບຊາວໂລກ! ເມື່ອພວກນັກປາດນະມັດສະການພຣະເຢຊູເຈົ້າ,ພວກເຂົາໄດ້ເອົາຄໍາ,ກໍາຍານແລະຢາງໄມ້ຫອມມາຖະວາຍ, ທັງສາມຢ່າງນີ້ເປັນຂອງຂວັນທີ່ແພງຫຼາຍຊື່ງເປັນສິ່ງທີ່ດີທີ່ສຸດທີ່ ພວກນັກປາດມີ, ຄໍາເປັນພາບຂອງຂວັນທີ່ມອບແກ່ກະສັດ,ກໍາຍານເປັນເຄື່ອງຫອມທີ່ຫາ ຄ່າບໍ່ໄດ້,ບັນພະບຸລຸດແຫ່ງຄຣິສຕະຈັກອໍຣິຈິນ(185-254)ໄດ້ກ່າວວ່າມັນເປັນເຄື່ອງຫອມ ແຫ່ງຄວາມເປັນພຣະເຈົ້າ, ອໍຣິຈິນເວົ້າຜິດໃນບາງເລື່ອງແຕ່ລາວພັດເວົ້າຖືກກ່ຽວກັບເລື່ອງ ນີ້, ກໍາຍານສື່ເຖິງພຣະອົງໃນຖານະເປັນພຣະເຈົ້າທີ່ເກີດມາເປັນມະນຸດ, ຢາງໄມ້ຫອມເປັນ ເຄື່ອງເທດອັນໜື່ງທີ່ຖືກໃຊ້ໂດຍຄົນຢິວຕອນທີ່ພວກເຂົາຝັງສົບຄົນຕາຍ, ໃນຢອນ 19:39 ພວກເຮົາຖືກບອກວ່ານິໂຄເດມັສໄດ້ນໍາເອົາຢາງໄມ້ຫອມແລ້ວໃສ່ລົງໄປໃນພຣະສົບຂອງ ພຣະເຢຊູ“ຕາມທຳນຽມຝັງສົບຂອງພວກຢິວ” ຄໍາສໍາຫຼັບກະສັດ,ກໍາຍານສໍາຫຼັບພຣະເຈົ້າ ຜູ້ຊົງຮັບສະພາບຂອງມະນຸດ,ຢາງໄມ້ຫອມສໍາຫຼັບພຣະອົງຜູ້ຊື່ງທຸກທໍລະມານແລະຕາຍເທິງໄມ້ກາງແຂນເພື່ອຈ່າຍໜີ້ບາບໃຫ້ກັບພວກເຮົາ, ຂໍເຊີນຢືນຂື້ນແລ້ວຮ້ອງເພງບົດທີ່ຫ້າຢູ່ໃນ ປື້ມເພງຂອງທ່ານ ຂໍເຊີນທ່ານຜູ້ວາງໃຈ ຊື່ນໃຈຍິນດີມີໄຊ ແລະຖ້າພວກທ່ານຍັງບໍ່ທັນໄດ້ຮັບຄວາມລອດເທື່ອຈົ່ງມາຫາພຣະອົງ! ວາງໃຈໃນພຣະອົງ ແລະພຣະອົງຈະຊົງອະໄພບາບຂອງທ່ານ,ຊໍາລະທ່ານໃຫ້ສະອາດດ້ວຍພຣະໂລຫິດອັນປະ ເສີດຂອງພຣະອົງ! ເອແມນ, ຂໍເຊີນ ດຣ.ແຊນ ມານໍາພວກເຮົາອະທິຖານແດ່. |
(ຈົບຄຳເທດສະໜາ) ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່
rlhymersjr@sbcglobal.net ຫຼືຈະຂຽນ ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: ມັດທາຍ 2:1-10. ໂຄງຮ່າງບົດເທດສະໜາ ຂອງຂວັນຂອງພວກນັກປາດ ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ “ຄັ້ນພວກພວກເຂົາເຂົ້າໄປໃນເຮືອນກໍພົບກຸມານກັບນາງມາລີແມ່ ຈຶ່ງກາບຖວາຍນະມັດການກຸມານນັ້ນ ແລ້ວເປີດຫີບຈັບຊັບສົມບັດຂອງພວກເຂົາອອກມາຖວາຍແກ່ກຸມານເປັນເຄື່ອງບັນນາການ ຄື ຄຳ ກຳຍານ ແລະຢາງໄມ້ຫອມ”(ມັດທາຍ 2:11) (ດານຽນ 2:27; ມັດທາຍ 2:9, 2; 2 ໂກລິນໂທ 6:17, 18) I. ໜື່ງ ພວກເຂົາໄດ້ເຂົ້າມາຂ້າງໃນເຮືອນ. ລູກາ 2:7, 24; ມັດທາຍ 2:10,9; II. ສອງ ພວກເຂົາໄດ້ກາບລົງແລະນະມັດສະການພຣະອົງ. ໂຢຮັນ 1:14; ມັດທາຍ 28:17; ລູກາ 24:52. III. ສາມ ພວກເຂົາໄດ້ເອົາເຄື່ອງບັນນາການມາຖະວາຍໃຫ້ແກ່ພຣະອົງ. |