ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ,
ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.
ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່,
www.sermonsfortheworld.com, ສ່ວນອີກຫຼາຍ
ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ
46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ
ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້,
ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ
ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.
ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ
ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.
ນີ້ຄືສິ່ງທີ່ເກີດຂື້ນໃນການຟື້ນຟູ (ບົດເທດສະໜາຕອນທີ່ 8 ເລື່ອງການຟື້ນຟູ) ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ |
ຕອນນີ້ຂ້າພະເຈົ້າຢາກໃຫ້ພວກທ່ານເປີດພຣະພີຂອງທ່ານໄປໃນກິດຈະການ 8:5 “ສ່ວນຟີລິບຈຶ່ງລົງໄປຍັງເມືອງສະມາເລຍແລະປະກາດເລື່ອງພຣະຄຣິດໃຫ້ຊາວເມືອງນັ້ນຟັງ” ຕອນນີ້ລົງໄປເບິ່ງໃນຂໍ້ທີ່ແປດ “ຈຶ່ງເກີດຄວາມປື້ມປີຕິຢ່າງຍິ່ງໃນເມືອງນັ້ນ”(ກິດຈະການ 8:8) ຊໍເຊີນນັ່ງລົງ ຂ້າພະເຈົ້າໄດ້ປະລາຍລະອຽດຂອງເລື່ອງທີ່ເກີດຂື້ນຢູ່ໃນເມືອງສະມາເລຍໄວ້, ແຕ່ ພວກທ່ານສາມາດເຫັນໄດ້ວ່າມັນເກີດຂື້ນຄ້າຍໆຄືກັບສິ່ງທີ່ເກີດຂື້ນຢູ່ໃນເຢລູຊາເລັມໃນເທດສະການວັນເພັນເທດສະເຕ, ຟີລິບໄດ້ປະກາດເລື່ອງພຣະຄຣິດໃຜ້ຜູ້ຄົນຟັງ,ພວກເຂົາຟັງ ຄໍາເທດສະໜາຂອງລາວດ້ວຍຄວາມຕັ້ງໃຈ, ມີຫຼາຍຄົນໄດ້ກັບໃຈເສຍໃໝ່“ຈຶ່ງເກີດຄວາມປື້ມປີຕິຢ່າງຍິ່ງໃນເມືອງນັ້ນ” ນີ້ຄືເຫດການອັນດຽວກັນທີ່ໄດ້ເກີດຂື້ນໃນວັນເພັນເທດສະເຕ! ເປໂຕ“ໄດ້ກ່າວດ້ວຍ ສຽງດັງ”ແລະໄດ້ເທດເລື່ອງພຣະຄຣິດໃຫ້ແກ່ເຂົາເຈົ້າ,ພວກເຂົາ“ຮັບເອົາຄໍາຂອງທ່ານດ້ວຍຄວາມຍິນດີ”ແລະໄດ້ກັບໃຈເສຍໃໝ່,ພວກເຂົາມີຄວາມຊື່ນຊົມຍິນດີໃນການສາມັກຄີທໍາທຸກໆມື້,ສິ່ງດຽວກັນໄດ້ເກີດຂື້ນດ້ວຍການມີກຸ່ມຜູ້ຊາຍຈໍານວນຫຼາຍໄດ້ຮັບຄວາມລອດເມື່ອພວກອັກຄະສາວົກໄດ້ປະກາດເລື່ອງ“ການເປັນຂື້ນມາຈາກຄວາມຕາຍໂດຍທາງພຣະເຢຊູ”(ກິດ ຈະການ 4:2,4),ໂດຍການອ່ານໜັງສືກິດຈະການພວກເຮົາສາມາດເຫັນສິ່ງຊື່ງໄດ້ປາກົດ ຂື້ນໃນວັນເພັນເທດສະເຕເກີດຂື້ນອີກເທື່ອໜື່ງໆ,ດັ່ງນັ້ນພວກເຮົາຈື່ງສະຫຼຸບໄດ້ວ່າວັນເພັນ ເທດສະເຕບໍ່ແມ່ນເກີດຂື້ນ“ເທື່ອດຽວ”,ແລະຂ້າພະເຈົ້າກໍບໍ່ເຊື່ອວ່າວັນເພັນເທດສະເຕຄື“ວັນ ເກີດຂອງຄຣິສຕະຈັກ”ແບບທີ່ມີບາງຄົນສອນນັ້ນ, ພວກສາວົກແລະຄົນອື່ນໆໄດ້ຮັບຄວາມ ລອດແລ້ວກ່ອນວັນເພັນເທດສະເຕ,ໜື່ງຮ້ອຍຊາວຄົນທີ່ອະທິຖານຢູ່ເທິງຫ້ອງຊັ້ນເທິງກ່ອນ ວັນເພັນເທດສະເຕຖືກເອີ້ນວ່າ“ພວກສາວົກ” ແລະ“ພວກພີ່ນ້ອງ”ຢູ່ໃນກິດຈະການ 1:15 ກ່ອນວັນເພັນເທດສະເຕ,ທີ່ຜູ້ຄົນໄດ້ມາຮ່ວມຕົວປະຊຸມຢູ່ພ້ອມກັນໃນຖານະຄຣິສຕະຈັກສິບມື້ກ່ອນວັນເພັນເທດສະເຕ, ດັ່ງນັ້ນຄຣິສຕະຈັກຈື່ງມີຢູ່ແລ້ວຕອນທີ່ວັນເພັນເທດສະເຕມາ ເຖິງ! ນອກຈາກນີ້ວັນເພັນເທດສະເຕບໍ່ແມ່ນ“ປະສົບການຄັ້ງດຽວ”ທີ່ບໍ່ເຄີຍເກີດຂື້ນອີກຄືກັບ ທີ່ບາງຄົນສອນໃນທຸກມື້ນີ້, ຈຸດເດັ່ນທີ່ສໍາຄັນຂອງວັນເພັນເທດສະເຕໄດ້ເກີດຂື້ນແລ້ວເກີດ ຂື້ນອີກໃນໜັງສືກິດຈະການ - ແລະຜ່ານທາງປະຫວັດສາດຄຣິສຕຽນເຊັ່ນດຽວກັນ. ວັນເພັນເທດສະເຕຄືຫຍັງ? ດຣ.ມາຕິນລອຍ-ໂຈນໄດ້ກ່າວວ່າ: ມັນຄືຄວາມຈິງທີ່ເຫັນໄດ້ງ່າຍ[ຄໍາຢືນຢັນທີ່ເປັນຈິງໜື່ງ]ທີ່ທຸກໆການຟື້ນຟູ ຂອງສາສະໜາທີ່ວ່າຄຣິສຕະຈັກໄດ້ສໍາພັດປະເພດໜື່ງຂອງການເກີດຊໍ້າ ຂອງສິ່ງທີ່ເກີດຂື້ນໃນວັນເພັນເທດສະເຕ...ແລະທຸກໆການຟື້ນຟູຂອງສາ ສະໜາຂ້າພະເຈົ້າຂໍເວົ້າວ່າມັນເກີດຂື້ນຊໍາອີກຂອງສິ່ງທີ່ໄດ້ເກີດຂື້ນໃນວັນ ເພັນເທດສະເຕ...ພວກເຮົາຈະຕ້ອງ[ຢຸດເວົ້າ]ວ່າສິ່ງທີ່ເກີດຂື້ນໃນວັນເພັນ ເທດສະເຕໄດ້ເກີດຂື້ນພຽງຄັ້ງດຽວແລະຈົບແລ້ວ,ມັນບໍ່ແມ່ນແບບນັ້ນມັນຄືຄັ້ງທໍາອິດຂອງຫົວຂໍ້ນີ້(Martyn Lloyd-Jones, M.D., Revival, Crossway Books, 1987, pp. 199, 200) ຂ້າພະເຈົ້າໄດ້ເວົ້າເຖິງໃນບົດເທດສອງເລື່ອງວ່າການຟື້ນຟູມາເມື່ອພຣະວິນຍານບໍລິສຸດໄດ້ເຮັດໃຫ້ສໍານຶກເລື່ອງບາບ(ໂຢຮັນ 16:8),ອັນທີ່ສອງຄືເມື່ອພຣະວິນຍານບໍລິສຸດຊົງ ນໍາຄົນບາບເຂົ້າມາຫາພຣະຄຣິດ(ໂຢຮັນ 16:14, 15) ເຮັດໃຫ້ພຣະຄຣິດເປັນຜູ້ທີ່ມີຊີວິດ ຈິງຕໍ່ຄົນບາບ,ເປັນປີແລ້ວທີ່ສິ່ງນີ້ໄດ້ເກີດຂື້ນໃນຄຣິສຕະຈັກຂອງເຮົາປະມານເດືອນລະເທື່ອນັ້ນຄືກ່ຽວກັບເລື່ອງທີ່ບຸກຄົນໜື່ງໄດ້ກັບໃຈໃໝ່ໃນແຕ່ລະເດືອນ,ແຕ່ເມື່ອການຟື້ນຟູມາເຖິງ ຜູ້ຄົນຫຼາຍກວ່າເກົ່າໄດ້ກັບໃຈໃໝ່ໃນຊ່ວງເວລາພຽງສັ້ນໆ, ອຽນເອັຊເມີເຣໄດ້ກ່າວວ່າ “ຈາກວັນເພັນເທດສະເຕພາຍນອກແລ້ວ ວຽກຂອງພຣະວິນຍານບໍລິສຸດສາມາດເຫັນໄດ້ໃນ ສອງ[ຫົນທາງ]ທາງປົກກະຕິແລະທາງບໍ່ປົກກະຕິ” (Iain H. Murray, Pentecost Today? The Biblical Basis for Understanding Revival, The Banner of Truth Trust, 1998, p. 18), ພວກເຮົາໄດ້ປະສົບກັບວຽກ“ປົກກະຕິ”ຂອງພຣະວິນຍານບໍລິສຸດຢູ່ໃນການກັບໃຈໃໝ່ຂອງ ບຸກຄົນໜື່ງໃນທຸກໆສີ່ຫຼືຫ້າອາທິດ, ແຕ່ເມື່ອພຣະເຈົ້າສົ່ງການຟື້ນຟູມາຖ້າມກາງພວກເຮົາກໍ ຈະມີຈໍານວນຜູ້ຄົນທີ່ກັບໃຈໃຫມ່ຫຼາຍຄົນແບບ“ຜິດປົກກະຕິ” - ບາງເທື່ອສິບຫຼືສິບສອງຄົນ (ຫຼາຍກວ່າ)ຢູ່ໃນຊ່ວງເວລາສັ້ນໆ. ຂ້າພະເຈົ້າຢ້ານວ່າຄົນຂອງພວກເຮົາບາງຄົນຈະຄິດວ່າການຟື້ນຟູເປັນຄືກັບເວລາໜື່ງເມື່ອພວກເຮົາຕ້ອງເຮັດວຽກໃຫ້ໜັກກວ່າເກົ່າ,ທີ່ວ່າພວກເຮົາຈະຕ້ອງຂໍຮ້ອງຄົນບາບໃຫ້ຫຼາຍຂື້ນແລະເຮັດວຽກຢ່າງໜັກໜ່ວງໃນການປະກາດຂ່າວປະເສີດ, ນີ້ຄືຄວາມຄິດທີ່ກັ່ນ ຕອງລົງມາສູ່ພວກເຮົາຈາກຟີນນີ້,ມັນຄືສິ່ງທີ່ກົງກັນຂ້າມກັບສິ່ງທີ່ຈະເກີດຂື້ນເມື່ອພຣະເຈົ້າ ຊົງສົ່ງການຟື້ນຟູມາ. ໃຫ້ເຮົາຄິດເຖິງການຟື້ນຟູເທື່ອທໍາອິດໃນວັນເພັນເທດສະເຕແລະທ່ານກໍຈະເຫັນວ່ານີ້ແມ່ນຄວາມຄິດທີ່ຜິດພາດ, ຂ້າພະເຈົ້າຄິດວ່າພວກເຮົາສາມາດເວົ້າແມ່ນກະທັ່ງວ່າມັນຄື ຄວາມຄິດແບບຊາຕານ,ມັນບໍ່ແມ່ນສິ່ງທີ່ຊາຕານເວົ້າກັບຄົນຫຼົງຫາຍບໍ? ແມ່ນມັນບໍທີ່ເຮັດ ໃຫ້ພວກເຂົາຄິດແບບນັ້ນ? ມັນເວົ້າວ່າ “ຖ້າເຈົ້າລອດມັນຈະຍາກຂື້ນກວ່າດຽວນີ້ຫຼາຍ, ເຈົ້າ ຈະຕ້ອງເຮັດວຽກຫຼາຍຂື້ນແລະເຈົ້າຈະບໍ່ມີການຢຸດພັກຫຼືຄວາມຍິນດີເລີຍ” ແຕ່ພະຍາມານ ມັນເປັນຜູ້ຂີ້ຕົວະ,ກົງກັນຂ້າມກັບຄວາມຈິງ! ເມື່ອທ່ານໄດ້ຮັບຄວາມລອດມັນກໍຈະງ່າຍຂື້ນ ສໍາຫຼັບທ່ານຫຼາຍກວ່າຕອນນີ້ອີກ! ພະຍາມານມັນເປັນຜູ້ຂີ້ຕົວະ,ສ່ວນພຣະເຢຊູບໍ່ເຄີຍຕົວະ ເລີຍ! ພຣະເຢຊູບອກເຮົາຄວາມຈິງສະເໝີ! ພຣະເຢຊູຕັດວ່າ “ເຮົາຈະໃຫ້ເຈົ້າຫາຍເມື່ອຍ ເປັນສຸກ”(ມັດທາຍ 11:28) ແລະພຣະເຢຊູຕັດວ່າ “ທ່ານຈະພົບທີ່ສະຫງົບສຸກໃນໃຈຂອງ ຕົນ”(ມັດທາຍ 11:29), ໃຫ້ເຮົາເປີດໄປເບິ່ງໃນມັດທາຍ 11:28-30, ຂໍໃຫ້ເຮົາຢືນຂື້ນ ແລ້ວອ່ານດັງໆ. “ບັນດາຜູ້ເຮັດວຽກອິດເມື່ອຍແລະແບກພາລະໜັກ ຈົ່ງມາຫາເຮົາ ແລະເຮົາຈະໃຫ້ທ່ານທັງຫລາຍຫາຍເມື່ອຍເປັນສຸກ ຈົ່ງເອົາແອກຂອງເຮົາແບກໄວ້ ແລ້ວຮຽນຈາກເຮົາ ເພາະວ່າເຮົາມີໃຈອ່ອນສຸພາບແລະຖ່ອມລົງ ແລະທ່ານທັງຫລາຍຈະພົບທີ່ສະຫງົບສຸກໃນໃຈຂອງຕົນ ດ້ວຍວ່າແອກຂອງເຮົາກໍແບກງ່າຍ ແລະພາລະຂອງເຮົາກໍເບົາ”(ມັດທາຍ 11:28-30) ເຊີນນັ່ງລົງ ຕອນນີ້ໃຫ້ທຸກຄົນເອົາບິກແລ້ວຂີດກ້ອງປະໂຫຍກສຸດທ້າຍຂອງຂໍ້ທີ່ 28 “ເຮົາ ຈະໃຫ້ທ່ານທັງຫຼາຍຫາຍເມື່ອເປັນສຸກ” ຕໍ່ໄປຂີດກ້ອງປະໂຫຍກສຸດທ້າຍຂອງຂໍ້ທີ່ 29 “ທ່ານທັງຫຼາຍຈະພົບທີ່ສະຫງົບສຸກໃນໃຈຂອງຕົນ” ຕອນນີ້ໃຫ້ຂີດກ້ອງຂໍ້ສາມສິບໝົດຂໍ້ “ດ້ວຍວ່າແອກຂອງເຮົາກໍແບກງ່າຍ ແລະພາລະຂອງເຮົາກໍເບົາ” ຂ້າພະເຈົ້າໄດ້ຍິນຄົນທີ່ເຊື່ອໃໝ່ເວົ້າສະເໝີວ່າ “ເປັນຫຍັງມັນຄືງ່າຍແທ້ຕອນນີ້! ຂ້ອຍຄິດວ່າມັນໜ້າຈະຍາກຫຼາຍຖ້າຂ້ອຍໄດ້ມາເປັນຄຣິສຕຽນຄົນໜື່ງ,ແຕ່ຕອນນີ້ຂ້ອຍໄດ້ ເຊື່ອວາງໃຈໃນພຣະເຢຊູແລ້ວຂ້ອຍຮູ້ສຶກມີຄວາມສະຫງົບ,ມັນງ່າຍຫຼາຍທີ່ຕອນນີ້ພຣະເຢຊູໄດ້ຊ່ວຍຂ້ອຍໃຫ້ລອດແລ້ວ”ຄວາມຄິດພວກນັ້ນທຸກຢ່າງແມ່ນຢູ່ໃນປື້ມເພງຂອງເຮົາ! ພວກ ທ່ານບາງຄົນໄດ້ຮ້ອງເພງນັ້ນແຕ່ຍັງບໍ່ເຄີຍມີປະສົບການເລື່ອງນັ້ນເທື່ອ! ບໍ່ແມ່ນການງານຂອງມືຂ້າ ໃນໂລກທີ່ເຈົ້າລົ້ມເຫຼວທີ່ຈະພົບ ພຣະເຢຊູຊົງເອີ້ນຜູ້ອິດເມຍໃຫ້ມາພັກ ຈາກຄວາມເປັນທາດ,ຄວາມໂສກເສົ້າແລະຄໍ່າຄືນ ໂອຈິດໃຈ ເຈົ້າກັງວົນແລະມີທຸກບໍ? ຂ້າພະເຈົ້າສາມາດຮ້ອງເພງທີ່ໜ້າອັດສະຈັນເຫຼົ່ານີ້ຕໍ່ໄປເລື່ອຍໆ ວັນສະໜຸກ,ວັນສະໜຸກເມື່ອພຣະເຢຊູລ້າງບາບຂອງຂ້າ ພະຍາມານບອກທ່ານວ່າມັນຈະຍາກແລະເກືອບທົນບໍ່ໄດ້ທີ່ຈະເປັນຄຣິສຕຽນຄົນໜື່ງ, ແຕ່ ບົດເພງເວົ້າວ່າມັນຈະເປັນວັນທີ່ມີຄວາມສຸກ! ແລະພຣະເຢຊູຕັດວ່າ“ເຮົາຈະໃຫ້ທ່ານເຊົາ ເມື່ອຍເປັນສຸກ...ດ້ວຍວ່າແອກຂອງເຮົາກໍແບກງ່າຍ ແລະພາລະຂອງເຮົາກໍເບົາ”(ມັດທາຍ 11:28,30). ນັ້ນແລະຄືຫົນທາງມັນຄືຊ່ວງເວລາແຫ່ງການຟື້ນຟູ! “ຈຶ່ງເກີດຄວາມປື້ມປີຕິຢ່າງຍິ່ງໃນເມືອງນັ້ນ”(ກິດຈະການ 8:8), ອັນນັ້ນແລະຄືສິ່ງທີ່ເກີດຂື້ນໃນວັນເພັນເທດສະເຕ, ນັ້ນ ແລະຄືສິ່ງທີ່ເກີດຂື້ນຢູ່ໃນສະມາເລຍ, ນັ້ນແລະຄືສິ່ງທີ່ເກີດຂື້ນຢູ່ໃນທຸກໆການຟື້ນຟູທີ່ແທ້ຈິງ “ຈຶ່ງເກີດຄວາມປື້ມປີຕິຢ່າງຍິ່ງໃນເມືອງນັ້ນ” ດຣ.ລອຍ-ໂຈນໄດ້ກ່າວວ່າ “ທຸກການຟື້ນຟູ... ຂ້າພະເຈົ້າຂໍເວົ້າວ່າມັນຄືສິ່ງທີ່ເກີດຂື້ນຊໍາອີກກັບສິ່ງທີ່ເກີດຂື້ນໃນວັນເພັນເທດສະເຕ (Revival, ibid., pp. 199, 200). ດັ່ງນັ້ນພວກເຮົາຕ້ອງຈື່ໄວ້ສະເໝີວ່າສິ່ງທີ່ເກີດຂື້ນໃນວັນ ເພັນເທດສະເຕ,ປະເດັ່ນຫຼັກທີ່ເກີດຂື້ນຢູ່ໃນການຟື້ນຟູນັ້ນ,ຖ້າພວກເຮົາຫາກຄິດກ່ຽວກັບວັນ ເພັນເທດສະເຕພວກເຮົາກໍຈະຮູ້ເຖິງສິ່ງພວກເຮົາກໍາລັງອະທິຖານເພື່ອແລະສິ່ງທີ່ພວກເຮົາ ກໍາລັງສະແຫວງຫາໃນການຟື້ນຟູອັນໜື່ງ. ເປໂຕໄດ້ຢືນຂື້ນໃນວັນເພັນເທດສະເຕແລະອ້າງຈາກໜັງສືໂຢເອນວ່າ “ເຮົາຈະຖອກພຣະວິນຍານຂອງເຮົາມາເໜືອເນື້ອໜັງທັງປວງ... ໃນຄາວນັ້ນເຮົາຈະຖອກພຣະວິນຍານຂອງເຮົາເທິງຜູ້ຮັບໃຊ້ແລະທາດຍິງຂອງເຮົາ ແລະຄົນເຫລົ່ານັ້ນຈະພະຍາກອນ”(ກິດຈະການ 2:17-18) ພຣະເຈົ້າຊົງຖອກພຣະວິນຍານ“ຂອງ”ພຣະອົງລົງມາໃນການຟື້ນຟູ, ພຣະອົງຕັດວ່າ “ໃນຄາວນັ້ນເຮົາຈະຖອກພຣະວິນຍານຂອງເຮົາ”ມັນແປກທີ່ວ່າການແປສະໄໝໃໝ່ໄດ້ເອົາຄໍາວ່າ“ຂອງ”ອອກໄປ,ມັນມີຢູ່ໃນພາສາກຣີກຄືຄໍາວ່າອາໂປ,ພຣະຄໍາພີເກົ່າສະບັບເຈນີວາມີຄໍາວ່າ“ພຣະວິນຍານຂອງເຮົາ” ສະບັບຄິງເຈມກໍມີຄໍານີ້“ພຣະວິນຍານຂອງເຮົາ” ສ່ວນການແປສະໄໝໃໝ່ມີພຽງສະບັບເອັນເອເອັສວີເທົ່ານັ້ນທີ່ມີຄໍານີ້ຢູ່,ນີ້ແລະຄືເຫດຜົນທີ່ຂ້າພະເຈົ້າບໍ່ເຊື່ອຖືມັນ,ນັ້ນແລະຄືເຫດຜົນທີ່ຂ້າພະເຈົ້າບອກພວກທ່ານໃຫ້ໃຊ້ພຣະຄໍາພີຄິງເຈມສະບັບສະກໍຟິວ,ພວກທ່ານສາມາດເຊື່ອຖືໄດ້,ພວກນັກແປລຸ້ນເກົ່າບໍ່ໄດ້ເອົາຄໍານີ້ອອກຫຼືເອົາຄໍາແບບທີ່ເອີ້ນວ່າ“ການເຄື່ອນທີ່ຂອງສິ່ງທີ່ຄ້າຍຄືກັນ” “ໃນຄາວນັ້ນເຮົາຈະຖອກພຣະວິນຍານຂອງເຮົາ” ນັກເສລີນິຍົມເວົ້າວ່າ“ນັ້ນແລະຄືພວກເຊບທົວຈິນ” ຂ້າພະເຈົ້າວ່າພວກໄຮ້ສາລະ“ເວົ້າສຸ່ມສີ່ສຸມຫ້າ”! ມັນຄືສິ່ງທີ່ພຣະວິນຍານຂອງພຣະເຈົ້າໄດ້ໃຊ້ລົງໄປໃນພຣະຄໍາພີພັນທະສັນຍາໃໝ່ພາສາກຣີກ-ແລະພຣະອົງກໍບໍ່ຕົວະ! ເມື່ອພຣະວິນຍານບໍລິສຸດຂອງພຣະເຈົ້າອ້າງສະບັບເຊບທົວຈິນພາສາກຣີກຕົ້ນສະບັບກໍຖືກ“ຫາຍໃຈອອກມາ”ໂດຍການດົນໃຈ ໃນພັນທະສັນຍາໃໝ່ “ພຣະວິນຍານຂອງເຮົາ” ເປັນຫຍັງມັນຈື່ງສໍາຄັນ? ຂ້າພະເຈົ້າຈະຂໍບອກທ່ານວ່າເປັນຫຍັງຈື່ງສໍາຄັນ, ພຣະເຈົ້າບໍ່ໄດ້ຖອກພຣະວິນຍານຂອງພຣະອົງທັງໝົດ ອອກມາ, ພຣະອົງພຽງແຕ່ສົ່ງຕາມທີ່ພວກເຮົາຕ້ອງການ, ຍ້ອນກັບໄປໃນປີ 1882 ຈອຊ ສມີດຕັນໄດ້ກ່າວວ່າ: ມີເງົາອັນໜື່ງຂອງຄວາມໝາຍທີ່ບໍ່ສູນຫາຍໃນປະໂຫຍກຄໍາວ່າ“ພຣະວິນຍານຂອງເຮົາ”(ອາໂປ)ທີ່ເດັ່ນລະຫວ່າງຂອບເຂດທີ່ໃຫ້ແກ່ມະນຸດແລະຄວາມສົມບູນທີ່ບໍ່ມີຂີດຈໍາກັດຂອງແຫຼ່ງຕ່າງໆແຫ່ງນໍ້າພຸ(George Smeaton, The Doctrine of the Holy Spirit, 1882; reprinted by the Banner of Truth, 1974; p. 28)ຄຣິສຕະຈັກຫຼາຍແຫ່ງທີ່ສືບທອດຄວາມເຊື່ອຈາກພວກສາວົກໄດ້ຮັບການຖອກເທຂອງພຣະວິນຍານຊໍ້າອີກໆເພາະມີການໃຫ້ເພີ້ມຂື້ນຕະຫຼອດ! ຂ້າພະເຈົ້າໄດ້ຮັບພຣະພອນທີ່ບໍ່ທໍາມະດາໃນການຟື້ນຟູສາມເທື່ອ, ຂ້າ ພະເຈົ້າເຫັນດ້ວຍເຕັມທີ່ກັບອຽນເອັຊ.ເມີເຣຜູ້ທີ່ເວົ້າວ່າ “ໄດ້ເປັນພະຍານຕໍ່ການຟື້ນຟູຕ່າງໆທີ່ບໍ່ປ່ຽນແປງແຫ່ງຄໍາເວົ້າເຖິງເລື່ອງບາງສິ່ງບາງຢ່າງທີ່ຖືກໃຫ້ມາຊື່ງມັນບໍ່ໄດ້ຢູ່ຫັ້ນມາກ່ອນ”(ເຫຼັ້ມດຽວກັນໜ້າ 22),ຄົນທີ່ເປັນພະຍານດ້ວຍຕາຕໍ່ການຟື້ນຟູໃນປີ 1859 ຢູ່ທີ່ອັລສະເຕີປະເທດໄອແລນເໜືອໄດ້ກ່າວວ່າ “ພວກຜູ້ຊາຍໄດ້ມີຄວາມຮູ້ສຶກໃນເວລາທີ່ ພຣະເຈົ້າຊົງລະບາຍລົມຫາຍໃຈເທິງພວກເຂົາ, ຕອນທໍາອິດພວກເຂົາຖືກກະທົບດ້ວຍຄວາມຢ້ານແລະເຄົາລົບຢໍາເກງ - ຫຼັງຈາກນັ້ນພວກເຂົາກໍອາບໄປດ້ວຍນໍ້າຕາ - ຈາກນັ້ນກໍຖືກຕື່ມເຕັມໄປດ້ວຍຄວາມຮັກທີ່ບໍ່ສາມາດເວົ້າໄດ້” (William Gibson, The Year of Grace, a History of the Ulster Revival of 1859, Elliott, 1860, p. 432)ໃນວັນທີ່ 29 ເດືອນ 2 ປີ 1860 ສາສະດາຈານຊີ.ເອັຊໂຈນໄດ້ກ່າວວ່າ “ພວກເຮົາຖືກຢ້ຽມຢ້າມດ້ວຍຈໍານວນມະຫາສານຂອງອິດທິພົນຂອງພຣະວິນຍານທີ່ຜິດປົກກະຕິກ, ມັນມາຄືກັບລົມທີ່ພັດມາຢ່າງໄວວາແລະ..ມາເມື່ອຄຣິສຕະຈັກຫຼາຍແຫ່ງມີຄວາມຄາດຫວັງໜ້ອຍ” (ເມີເຣເຫຼັ້ມດຽວກັນໜ້າ 25),ນັ້ນແລະທີ່ວ່າຂ້າພະເຈົ້າໄດ້ເຫັນການຟື້ນຟູມາເຖິງສາມຄັ້ງແນວໃດແດ່ນັ້ນ, ພຣະວິນຍານບໍລິສຸດໄດ້ລົງມາຢ່າງກະທັນຫັນແລະມາແບບບໍ່ຄາດຝັນໄວ້ຊື່ງຂ້າພະເຈົ້າຈະບໍ່ມີມື້ລືມຕາບໃດທີ່ຍັງມີຊີວິດຢູ່! ຂ້າພະເຈົ້າຈະຂໍເອົາມາໃຫ້ພວກທ່ານເຖິງສິ່ງທີ່ເກີດຂື້ນໃນການຟື້ນຟູ,ອ້າງອີງຈາກດຣ.ລອຍ-ໂຈນ ພວກເຂົາບໍ່ມີຄວາມເຊື່ອໜື່ງໃນພຣະເຈົ້າອີກຕໍ່ໄປ, ພຣະເຈົ້າຊົງກາຍເປັນ ຄວາມຈິງອັນໜື່ງຕໍ່ເຂົາເຈົ້າ,ພຣະເຈົ້າໄດ້ລົງມາສູ່ຖ້າມກາງພວກເຂົາ...ທຸກຄົນຄືການຮູ້ສຶກເຖິງຕົວຕົນແລະສະຫງ່າລາສີຂອງພຣະອົງ ຄຣິສຕະຈັກຖືກປະທານໃຫ້ໃນຖານະຜົນຂອງເລື່ອງນີ້,ຄືຄວາມໝັ້ນຄົງອັນຍິ່ງໃຫຍ່ທີ່ກ່ຽວຂ້ອງກັບຄວາມຈິງ(ເຫຼັ້ມດຽວກັນ) ຄຣິສຕະຈັກຖືກຕື່ມເຕັມດ້ວຍຄວາມຍິນດີໃຫຍ່ແລະການສັນລະເສີນ...ເມື່ອຄຣິສຕະຈັກຢູ່ໃນສະພາບແຫ່ງການຟື້ນຟູໜື່ງທ່ານບໍ່ຈໍາເປັນຕ້ອງໜຸນໃຈຜູ້ຄົນໃຫ້ສັນລະເສີນ,ພວກທ່ານບໍ່ສາມາດຢຸດຢັ້ງພວກເຂົາໄດ້,ພວກເຂົາເຕັມລົ້ນໄປດ້ວຍພຣະເຈົ້າ,ໃບໜ້າຂອງເຂົາບົ່ງບອກມັນເອງ, ພວກເຂົາໄດ້ປ່ຽນ ຮູບ...ໃຫ້ຄວາມຊື່ນຊົມຍິນດີຊື່ງ“ບໍ່ສາມາດເວົ້າອອກມາໄດ້ແລະເຕັມດ້ວຍ ສະງ່າລາສີ” (ເຫຼັ້ມດຽວກັນໜ້າ 206) ທ່ານບໍ່ຈໍາເປັນຕ້ອງໜຸນໃຈຜູ້ຄົນໃຫ້ເຂົ້າມານະມັສການ,ສັນລະເສີນແລະຟັງພຣະຄໍາ,ພວກເຂົາຮຽກຮ້ອງມັນ, ພວກເຂົາມາຄືນແລ້ວຄືນອີກແລະພວກ ເຂົາຈະຢູ່ເປັນເວລາຫຼາຍຊົ່ວໂມງຈົນຮອດຕອນເຊົ້າ,ເລື່ອງນີ້ດໍາເນີນຕໍ່ໄປ ຄືນແລ້ວຄືນອີກ(ເຫຼັ້ມດຽວກັນໜ້າ 207). [ຢູ່ໃນການຟື້ນຟູ]ບົດເທດດຽວກັນໄດ້ເທດໄປແລະແມ່ນມັນບໍ່ແມ່ນອັນດຽວກັນ,ໄດ້ມີການສາທິດເຖິງເລື່ອງຂອງພຣະວິນຍານບໍລິສຸດແລະເລື່ອງລິດອໍາ ນາດນີ້(ເຫຼັ້ມດຽວ ກັນໜ້າ 208) ຖ້າທ່ານຢາກໃຫ້ຜູ້ຄົນໃນຄຣິສຕະຈັກຂອງທ່ານອະທິຖານເພື່ອການຟື້ນຟູ ເພາະວ່າໃນວິນາທີທີ່ການຟື້ນຟູເກີດຂື້ນຝູງຊົນຈະມາ(ເຫຼັ້ມດຽວກັນ). ກ່ອນທີ່ລາວຈະຈົບຄໍາເທດສະໜາພວກເຂົາກໍຮ້ອງຂື້ນວ່າ “ພວກເຮົາຈະ ຕ້ອງເຮັດແນວໃດແດ່? ...ພວກເຂົາເຈັບປວດຫົວໃຈ,ທຸກທໍລະມານຢ່າງ ເລິກເຊິ່ງໃນການສໍານຶກເລື່ອງບາບນີ້(ໜ້າ 209) ມັນບໍ່ແມ່ນຄໍາຖາມແຫ່ງການຕັດສິນໃຈເມື່ອທ່ານມີການຟື້ນຟູ,ມັນຄືການກັບໃຈໃຫມ່ທີ່ເລິກເຊີ່ງ,ມັນຄືການປ່ຽນແປງໃໝ່, ຜູ້ຄົນໄດ້ຮັບຊີວິດໃໝ່ແລະຖີ້ມ ຊີວິດເກົ່າ...ອ່ານເລື່ອງລາວຕ່າງໆນີ້ຄືເລື່ອງຈິງ,ອັນນີ້ບໍ່ແມ່ນຄວາມຄິດຂອງຂ້າພະເຈົ້າ,ນີ້ບໍ່ແມ່ນທິດສະດີອັນໜື່ງແຕ່ມັນຄືຄວາມຈິງ(ເຫຼັ້ມດຽວກັນໜ້າ 209). ພວກທີ່ລອດແລ້ວກໍເຂົ້າຮ່ວມກັບຄຣິສຕະຈັກ... ອັນນັ້ນແລະຄືສິ່ງທີ່ພຣະ ເຈົ້າຊົງເລີ່ມຄຣິສຕະຈັກ,ນັ້ນແລະຄືສິ່ງທີ່ພຣະເຈົ້າຊົງສືບຕໍ່ໃຫ້ຄຣິສຕະຈັກມີຊີວິດຢູ່...ອັນນີ້ບໍ່ແມ່ນຄວາມຕ້ອງການສູງສຸດໃນຊົ່ວໂມງນີ້ບໍ? ຖ້າທ່ານ ເຊື່ອແບບນັ້ນ,ຈົ່ງອະທິຖານຕໍ່ພຣະເຈົ້າຢ່າງບໍ່ຢຸດຢ່ອນ... ຂ້າພະເຈົ້າບໍ່ໄດ້ ເວົ້າວ່າທ່ານຄວນຢຸດຄວາມພະຍາຍາມທຸກຢ່າງຂອງທ່ານລົງແລະລໍຖ້າ,ບໍ່ ເລີຍ,ຈົ່ງສືບຕໍ່...ເຮັດທຸກສິ່ງທີ່ທ່ານກໍາລັງເຮັດຢູ່,ແຕ່ຂ້າພະເຈົ້າຂໍເວົ້າແບບນີ້-ໃຫ້ແນ່ໃຈວ່າທ່ານແບ່ງເວລາອະທິຖານເພື່ອການຟື້ນຟູ, ໃຫ້ເຫັນວ່າມີເວ ລາຫຼາຍກວ່າສິ່ງອື່ນໃດ, ເພາະເມື່ອພຣະວິນຍານບໍລິສຸດລົງມາໃນລິດເດດ, ຈະມີຫຼາຍຢ່າງເກີດຂື້ນໃນຊົ່ວໂມງດຽວຫຼາຍກວ່າທີ່ຈະເກີດຂື້ນໃນຊ່ວງຫ້າ ສິບປີຫຼືແມ່ນແຕ່ໜື່ງຮ້ອຍປີໃນຖານະຜົນຂອງຄວາມພະຍາຍາມຂອງທ່ານ,ລິດອໍານາດຂອງພຣະວິນຍານບໍລິສຸດ - ນັ້ນແລະຄືຄວາມໝາຍຂອງວັນ ເພັນເທດສະເຕ...ອະທິຖານເພື່ອໃຫ້ພຣະເຈົ້າອີດູຕົນແລະມີເມດຕາແລະສົ່ງພຣະພອນຂອງພຣະອົງຄືພຣະວິນຍານບໍລິສຸດມາເທິງເຮົາອີກເທື່ອໜື່ງ (ເຫຼັ້ມດຽວກັນໜ້າ 210,211). ຂໍໃຫ້ເຮົາຢືນຂື້ນແລ້ວເປີດປື້ມເພງໄປໃນບົດທີ່ 7 “ພຣະເຢຊູ ຄົນຮັກແຫ່ງຈິດໃຈ ຂ້າ”ໂດຍນັກແຕ່ງເພງແລະກາບກອນຜູ້ຍິ່ງໃຫຍ່ແຫ່ງການຟື້ນຕື່ນຂື້ນຄັ້ງທີ່ໜື່ງຊື່ຊາລເວສລີ ພຣະເຢຊູຜູ້ຊົງຮັກແພງ ຂໍຊົງໂຜດໃຫ້ເພີ່ງພຣະອົງ ຂ້າພະເຈົ້າຂໍອະທິຖານວ່າທ່ານຈະມາຫາພຣະເຢຊູ,ແບບທີ່ຊາລສ໌ເວສລີໄດ້ກ່າວໄວ້ວ່າ:ພຣະເຢຊູຊົງຮັກຈິດວິນຍານຂອງທ່ານ! ພຣະອົງຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າບາບ ຂອງທ່ານ! ພຣະອົງຊົງຫຼັ່ງໄຫຼພຣະໂລຫິດອັນປະເສີດຂອງພຣະອົງເພື່ອລ້າງຊໍາລະທ່ານ ອອກຈາກຄວາມຜິດບາບທຸກຢ່າງຂອງທ່ານ! ພຣະອົງຊົງຟື້ນຂື້ນພ້ອມຮ່າງກາຍຈາກຄວາມ ຕາຍເພື່ອປະທານຊີວິດນິລັນດອນໃຫ້ແກ່ທ່ານ! ເຊີນມາຫາພຣະເຢຊູ, ເຊື່ອໃນພຣະເຢຊູ ເຊື່ອແຕ່ເທົ່ານັ້ນ ເຊື່ອແຕ່ເທົ່ານັ້ນ ດຣ. ແຊນ ຂໍເຊີນມານໍາພວກເຮົາອະທິຖານແດ່. ເອແມນ |
(ຈົບຄຳເທດສະໜາ) ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່
rlhymersjr@sbcglobal.net ຫຼືຈະຂຽນ ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: ກິດຈະການ 2:40-47.
|