ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ,
ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.
ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່,
www.sermonsfortheworld.com, ສ່ວນອີກຫຼາຍ
ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ
46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ
ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້,
ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ
ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.
ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ
ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.
ສວນສາມແຫ່ງບອກເລົ່າເລື່ອງລາວTHREE GARDENS TELL THE STORY ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ “ເພາະວ່າຄວາມຕາຍໄດ້ເກີດຂຶ້ນເພາະມະນຸດຄົນໜຶ່ງເປັນເຫດສັນໃດ ການເປັນຂຶ້ນມາຈາກຄວາມຕາຍກໍໄດ້ເກີດຂຶ້ນເພາະມະນຸດຜູ້ໜຶ່ງເປັນເຫດສັນນັ້ນ ເພາະວ່າຄົນທັງປວງຕ້ອງຕາຍກ່ຽວເນື່ອງກັບອາດາມສັນໃດ ຄົນທັງປວງກໍຈະກັບໄດ້ຊີວິດກ່ຽວເນື່ອງກັບພຣະຄຣິສສັນນັ້ນ” (1 ໂກລິນໂທ 15:21-22) |
ການຕາຍຝ່າຍຮ່າງກາຍແລະຈິດວິນຍານມາຈາກອາດາມ,ເພາະຄວາມບາບຂອງ ອາດາມມະນຸດທຸກຄົນຈື່ງເກີດມາໃນຄວາມບາບ,ພວກເຮົາເກີດມາພ້ອມກັບທໍາມະຊາດບາບແຕ່ເພາະຄວາມຊອບທໍາຂອງພຣະຄຣິສທຸກຄົນທີ່ລອດໂດຍພຣະອົງຖືກເຮັດໃຫ້ເປັນຄົນ ຊອບທໍາແລະໄດ້ຮັບຊີວິດອັນຕະຫຼອດໄປເປັນນິດ,ໃນຂໍ້ທີ່ສີ່ສິບຫ້າພວກເຮົາໄດ້ອ່ານເຖິງອາດາມທີ່ໜື່ງແລະອາດາມທີ່ສອງ,ອາດາມທີ່ໜື່ງໄດ້ນໍາເອົາຄວາມບາບແລະຄວາມຕາຍມາສູ່ ມະນຸດຊາດໂດຍຄວາມບາບຂອງລາວ,ອາດາມທີ່ສອງພຣະເຢຊູຄຣິສໄດ້ນໍາເອົາຄວາມລອດແລະຊີວິດມາໃຫ້ມະນຸດຜູ້ທີ່ເຊື່ອວາງໃຈພຣະອົງໃນປະສົບການແຫ່ງການກັບໃຈໃຫມ່, ຄວາມບາບແລະວິທີປົວມັນສາມາດເປັນພາບໃນສວນສາມບ່ອນໄດ້ຊື່ງເປັນປະເພດຂອງ ຄວາມບາບແລະຄວາມລອດ, ຂ້າພະເຈົ້າບໍ່ສາມາດຄິດເຖິງທາງທີ່ດີກວ່ານີ້ເພື່ອນໍາສະເໜີ ພາບທີ່ຈະແຈ້ງຂອງຄວາມບາບແລະຄວາມລອດນອກຈາກໄປຫາຄວາມໝາຍຂອງສວນທັງສາມບ່ອນນັ້ນ: I. ໜື່ງ ໃຫ້ເຮົາຄິດໜ້ອຍໜື່ງກ່ຽວກັບສວນເອເດນ. ພຣະຄໍາພີສອນວ່າພຣະເຈົ້າຊົງສ້າງຜູ້ຊາຍຄົນທໍາອິດຂື້ນມາ, ພຣະຄໍາພີສອນວ່າ ຄວາມຈິງແລ້ວມີຜູ້ຊາຍຄົນໜື່ງທີ່ພຣະເຈົ້າໄດ້ນໍາມາວາງລົງໃນສວນເອເດນ “ພຣະເຢໂຮວາພຣະເຈົ້າຊົງປູກສວນແຫ່ງໜຶ່ງໄວ້ໃນເອເດນທາງທິດຕະເວັນອອກ ແລະພຣະອົງໄດ້ຊົງໃຫ້ມະນຸດຊຶ່ງພຣະອົງໄດ້ຊົງປັ້ນມານັ້ນອາໄສຢູ່ບ່ອນນັ້ນ”(ປະຖົມມະການ 2:8)ຜູ້ຊາຍຄົນນີ້ ຖືກນໍາມາໄວ້ໃນສວນເອເດນເພື່ອໃຫ້ປົກຄອງທົ່ວໂລກ,ແລະເຝົ້າຮັກສາສວນນັ້ນ, ລາວຖືກ ຫ້າມບໍ່ໃຫ້ກິນໝາກໄມ້ແຫ່ງຄວາມຮູ້ດີແລະຮູ້ຊົ່ວ. “ແຕ່ຕົ້ນໄມ້ແຫ່ງຄວາມຮູ້ດີແລະຮູ້ຊົ່ວ ເຈົ້າຢ່າກິນໝາກຈາກຕົ້ນນັ້ນເປັນເດັດຂາດ ເພາະວ່າເຈົ້າກິນໃນມື້ໃດ ເຈົ້າຈະຕາຍແນ່ໃນມື້ນັ້ນ” (ປະຖົມມະການ 2:17) ແຕ່ຊາຕານໄດ້ເຂົ້າມາໃນສວນເພື່ອທົດສອບມະນຸດໃຫ້ກິນໝາກໄມ້ຫວງຫ້າມນັ້ນ,ລາວກໍໄດ້ກິນມັນແລ້ວໄດ້ນໍາການສາບແຊ່ງຂອງພຣະເຈົ້າສູ່ເຊື້ອມະນຸດຊາດ, ຜູ້ຊາຍແລະເມຍຂອງ ລາວໄດ້ຖືກຂັບໄລ່ອອກໄປຈາກສວນເອເດນ, ສະພາບແວວລ້ອມຂອງໂລກກໍໄດ້ຕົກຢູ່ພາຍ ໃຕ້ຄໍາສາບແຊ່ງຂອງພຣະເຈົ້າເຊັ່ນກັນ, ໂລກກາຍເປັນສັດຕູຕໍ່ທຸກສິ່ງທີ່ມີຊີວິດໃນຖານະທີ່ ເປັນຜົນມາຈາກຄວາມບາບທີ່ຍິ່ງໃຫຍ່ຂອງອາດາມຊື່ງບໍ່ເຊື່ອຟັງພຣະເຈົ້າ, ຄວາມຕາຍໄດ້ ແຜ່ມາຈາກອາດາມໄປສູ່ເຊື້ອສາຍມະນຸດທຸກຄົນ,ເລື່ອງນີ້ໄດ້ສະແດງອອກໃນການຕາຍຝ່າຍຈິດວິນຍານແລະເຮັດໃຫ້ຫ່າງເຫີນໄປຈາກພຣະເຈົ້າ, ຕາບອດຕໍ່ຄວາມຈິງໃນຖານະເປັນ ຄວາມຕາຍຝ່າຍຮ່າງກາຍ ດຣ.ມາຕິນລອຍ-ໂຈນໄດ້ ກ່າວໄວ້ວ່າ: ເລື່ອງລາວທັງໝົດຂອງເຊື້ອຊາດມະນຸດສາມາດສະຫຼຸບໄດ້ໃນຮູບແບບ ຂອງເຫດການທີ່ເກີດຂື້ນເພາະອາດາມ...ຄິດເຖິງຄວາມທຸກຍາກທຸກຢ່າງ ແລະການຂາດຄວາມສຸກ, ສິນລະທໍາໄດ້ຖືກທໍາລາຍ,ຂະໂມຍ,ໂຈນ,ຂ້າຕະ ກອນ,ການປະກັນ,ການແຍກຈາກກັນຄືສິ່ງທັງໝົດນີ້, ເປັນຫຍັງມັນຈື່ງເປັນ ແບບນັ້ນ? ແລະເປັນຫຍັງມັນຈື່ງເຄີຍເປັນແບບນັ້ນ? ໜັງສືເລື່ອງປະຫວັດ ສາດໄດ້ບອກພວກເຮົາວ່ານີ້ມັກເປັນຮູບແບບຕົວຢ່າງຂອງສິ່ງຂອງຕ່າງໆ, ໂລກໃນປະຈຸບັນນີ້ບໍ່ໄດ້ແຕກຕ່າງຈາກເລີຍທີ່ເຄີຍເປັນມາກ່ອນ, ແຕ່ເປັນ ຫຍັງມັນຈື່ງເປັນແບບນີ້? ອັກຄະສາວົກເປົາໂລໄດ້ໃຫ້ຄໍາຕອບຕໍ່ຄໍາຖາມນີ້ [ໃນໂລມ 5:12-21], ລາວເວົ້າວ່າມັນເປັນຜົນມາຈາກອາດາມທັງໝົດ, ມັນກ່ຽວຂ້ອງກັບສິ່ງທີ່ອາດາມເຮັດແລະຄວາມສໍາພັນຂອງເຮົາກັບລາວ (Martyn Lloyd-Jones, M.D., Romans – Exposition of Chapter Five, The Banner of Truth Trust, 2003, p. 178). ພຣະຄໍາພີໄດ້ເວົ້າຢ່າງຊັດເຈນວ່າ: “ເຫດສະນັ້ນເຊັ່ນດຽວກັບທີ່ບາບໄດ້ເຂົ້າມາໃນໂລກເພາະຄົນໆດຽວ ແລະຄວາມຕາຍກໍເກິດມາເພາະບາບນັ້ນ ແລະຄວາມຕາຍກໍໄດ້ແຜ່ໄປເຖິງມວນມະນຸດທຸກຄົນ ເພາະມະນຸດທຸກຄົນເຮັດບາບ” (ໂລມ 5:12) ຄວາມຕາຍທີ່ໄດ້ແຜ່ມາເຖິງພວກເຮົາຜ່ານທາງມໍລະດົກລວມທັ້ງສັດຕູຫຼືຄວາມເປັນສັດຕູ ແລະ ຄວາມຂົມຂື່ນຕໍ່ສູ້ພຣະເຈົ້າ. “ເຫດວ່າໃຈຊຶ່ງປັກຢູ່ກັບເນື້ອໜັງນັ້ນກໍເປັນສັດຕູຕໍ່ພຣະເຈົ້າ” (ໂລມ 8:7) ຄວາມຕາຍຂອງອາດາມນີ້ຍັງເຮັດໃຫ້ໃຈຂອງມະນຸດບອດຕໍ່ຄວາມຈິງຈາກພຣະຄໍາພີ “ແຕ່ມະນຸດທຳມະດາຈະຮັບສິ່ງເຫລົ່ານັ້ນຊຶ່ງເປັນຂອງພຣະວິນຍານແຫ່ງພຣະເຈົ້າບໍ່ໄດ້ ເພາະເຂົາເຫັນວ່າເປັນສິ່ງໂງ່ຈ້າ ແລະເຂົາບໍ່ສາມາດເຂົ້າໃຈໄດ້ ເພາະວ່າຈະເຂົ້າໃຈສິ່ງເຫລົ່ານັ້ນໄດ້ກໍຕ້ອງສັງເກດດ້ວຍຈິດວິນຍານ” (1 ໂກລິນໂທ 2:14) ເດິະສະປິຣິດອັອບເດິະຣິໂຟເມຊັນສະຕາດີໄບໂບ ກ່າວວ່າ: ການປະຕິຮູບສາສະໜາສາດໄດ້ອີງຕາມຄວາມເປັນຈິງທາງປະຫວັດສາດ ແຫ່ງການລົ້ມລົງສູ່ບາບ…ອາດາມໄດ້ຖືກສ້າງທໍາອິດແມ່ນມີຄວາມຊອບທໍາແຕ່ໄດ້ລົ້ມລົງສູ່ຄວາມເສື່ອມຊາມແລະການພິພາກສາ...ການບັນລະຍາຍ ແຫ່ງການລົ້ມລົງໄດ້ກຽມການອະທິບາຍເຖິງປະຫວັດສາດທີ່ເປັນຕາເຊື່ອ ຂອງຄວາມເສື່ອມຊາມແລະທໍາມະຊາດບາບຂອງມະນຸດ (Spirit of the Reformation Study Bible, Zondervan Publishing House, 2003, p. 14). ເຫດສັນນັ້ນພວກເຮົາສາມາດສືບຫາຮ່ອງຮອຍບາບ,ການຕາບອດແລະທໍາມະຊາດກະບົດທີ່ຜິດປົກກະຕິຂອງເຊື້ອຊາດມະນຸດຕໍ່ຄວາມເສື່ອມຊາມທີ່ພິລຶກຂອງການບໍ່ເຊື່ອຟັງ ຂອງອາດາມຕໍ່ພຣະເຈົ້າໃນສວນເອເດນ,ໃນຕອນເລີ່ມຕົ້ນຂອງປະຫວັດສາດ,ສວນເອເດນຄືສະຖານທີ່ບ່ອນທີ່ຄວາມບາບໄດ້ເຂົ້າມາທໍາລາຍເຊື້ອສາຍມະນຸດ,ພວກເຮົາສາມາດເອີ້ນມັນວ່າ “ສວນແຫ່ງຄວາມຕາຍ” ໄດ້. ມີພວກທ່ານໜ້ອຍຄົນທີ່ຢູ່ທີ່ນີ້ໃນຄືນນີ້ມີບັນຫາໃນການກັບໃຈໃຫມ່,ພວກທ່ານເວົ້າ ວ່າທ່ານຕ້ອງການທີ່ຈະເຊື່ອວາງໃຈພຣະຄຣິສແຕ່ເບິ່ງຄືວ່າພວກທ່ານບໍ່ສາມາດເຮັດໄດ້, ແມ່ນຫຍັງເປັນບັນຫາກັບທ່ານ?ທ່ານໄດ້ຕາບອດໂດຍຄວາມບາບຂອງອາດາມຊື່ງທ່ານໄດ້ ສືບທອດມາຈາກຢີນສ໌ແລະຊື່ງເປັນຜິດຕໍ່ຈິດວິນຍານຂອງທ່ານ!ພຣະຄໍາພີກ່າວວ່າທ່ານໄດ້ “ຕາຍໃນການບາບ” (ເອເຟຊັດ 2:5), ທ່ານບໍ່ສາມາດຮຽນຮູ້ທີ່ຈະເປັນຄຣິສຕຽນໄດ້ເພາະ ທ່ານຖືກຢາຜິດເພື່ອຈະຕາຍ! ບໍ່ມີຄວາມຫວັງຂອງມະນຸດຄົນໃດເພື່ອທ່ານເພາະນໍ້າບີສີດໍາ ຂອງຄວາມບາບມັນຢູ່ໃນເສັ້ນເລືອດດໍາຂອງທ່ານ, ໄວຣັສມະເລັງໄດ້ເຂົ້າມາໃນເລືອດຂອງ ທ່ານ າກສວນເອເດນ-ສວນແຫ່ງຄວາມຕາຍ! ໂອຄວາມບາບເຈົ້າເປັນນັກຂ້າທີ່ລີ້ຢູ່ II. ສອງ ໃຫ້ເຮົາຄິດກ່ຽວກັບສວນເກັດເສມານີ. ພຣະເຢຊູຊົງກິນປັດສະກາກັບພວກສາວົກຂອງພຣະອົງ,ພວກເຂົາກິນເຂົ້າແລ້ວກໍ ເດິກພໍດີ,ພວກເຂົາພາກັນຮ້ອງເພງແລ້ວຈື່ງອອກໄປ,ພວກເຂົາພາກັນຕິດຕາມພຣະເຢຊູເຂົ້າໄປໃນປ່ານ້ອຍໆເທິງພູໝາກກອກ,ສູ່ຖານທີ່ແຫ່ງນີ້ທີ່ເອີ້ນວ່າສວນເກັດເສມານີ, ພຣະເຢຊູ ປະພວກສາວົກແປດຄົນຂອງພຣະອົງໄວ້ແຄມສວນ,ພຣະອົງພາເປໂຕ,ຢອນແລະຢາໂກໂບເຂົ້າໄປບ່ອນມືດຂອງສວນນັ້ນ, ຕອນນີ້ພຣະອົງຊົງເຈັບປວດສຸດໆ “ກັງວົນຫຼາຍ” – “ໜັກໃຈຫຼາຍ” – “ເປັນທຸກຈົນຈະຕາຍ”(ມາລະໂກ 14:33, 34)-“ເປັນທຸກຈົນຮອດຈຸດ ແຫ່ງຄວາມຕາຍ”(ສະບັບເອັນເອເອັສວີ), ຫຼັງຈາກນັ້ນພຣະອົງຊົງອະທິຖານວ່າ “ພຣະບິດາ ຖ້າເປັນນໍ້າພຣະໄທຂອງພຣະອົງ “ຂໍຊົງເລື່ອນຈອກນີ້ໄປຈາກຂ້າພຣະອົງດ້ວຍ” (ລູກາ 22:42),ແມ່ນຫຍັງຄື“ຈອກນີ້”?ນັກສຶກສາພຣະຄໍາພີສ່ວນຫຼາຍກ່າວວ່າມັນອີງໃສ່ຄວາມຕາຍຂອງພຣະອົງຢູ່ເທິງໄມ້ກາງແຂນໃນມື້ຕໍ່ໄປ, ແຕ່ຄວາມຄິດນີ້ຂັດແຍ້ງກັບເຮັບເລີ 12:2 ຊື່ງບອກພວກເຮົາວ່າພຣະເຢຊູ“ເພາະເຫັນແກ່ຄວາມຍິນດີທີ່ມີຢູ່ທາງໜ້ານັ້ນພຣະອົງຊົງທົນເອົາກາງແຂນຊົງຖືວ່າຄວາມອາຍເປັນສິ່ງບໍ່ສໍາຄັນອັນໃດ” ສະເປີໂຈນຖາມວ່າ“ແມ່ນຫຍັງຄືເຫດຜົນທີ່ພິເສດແຫ່ງຄວາມທຸກຢູ່ເກັດເສມານີ”? ລາວຕອບວ່າມັນບໍ່ແມ່ນມາຈາກຄວາມເຈັບປວດຝ່າຍຮ່າງກາຍ,ລາວບອກວ່າມັນບໍ່ແມ່ນມາຈາກຄວາມເຈັບປວດຂອງການຖືກເຍາະເຍີ້ຍແລະຖືກຄຶງໃນມື້ຕໍ່ມາ,ລາວບົ່ງຊີ້ວ່າພວກພີຊີບຫຼາຍຄົນຊື່ນຊົມຍິນດີຕໍ່ຄວາມຕໍ່ຄວາມຕາຍຂອງເຂົາ,ລາວບອກວ່າ“ພຣະອາຈານຂອງພວກ ເຮົາຈະຕ້ອງບໍ່ຄິດແບບດຽວກັບຜູ້ທີ່ຕໍ່າກວ່າ [ພວກພີຊີບ] ມັນບໍ່ສາມາດເປັນແບບນັ້ນໄດ້, ລາວຄວນຈະໂຕສັ່ນໃນບ່ອນທີ່ພວກເຂົາມີຄວາມກ້າຫານ”ລາວຍັງໄດ້ກ່າວອີກວ່າຄວາມເຈັບປວດຂອງພຣະຄຣິສບໍ່ໄດ້ມາຈາກການຕໍ່ສູ້ຂອງຊາຕານ,ລາວບອກວ່າເຫດຜົນທີ່ແທ້ຈິງຂອງ ຄວາມເຈັບປວດຂອງພຣະຄຣິສໃນສວນກໍຄືວ່າ:“ເປັນນໍ້າພຣະໄທຂອງພຣະເຢໂຮວາທີ່ຈະ ໃຫ້ທ່ານເຈັບຊໍ້າດ້ວຍຄວາມທຸກເມື່ອພຣະອົງຊົງເຮັດໃຫ້ວິນຍານຂອງທ່ານເປັນເຄື່ອງບູຊາ ໄຖ່ບາບ” (ອິດສະຢາ53:10) “ພຣະເຈົ້າຊົງເອົາຄວາມຊົ່ວຊ້າຂອງເຮົາທຸກຢ່າງວາງລົງທີ່ ພຣະອົງ” (ອິດສະຢາ 53:6). ດຣ.ອາ.ຊີ.ເອັຊ.ເລັນສະກີກ່າວໄວ້ວ່າ“ຄວາມເຈັບປວດແຫ່ງເກັດເສມານີຈະຍັງຄົງ ເຕັມໄປດ້ວຍຜູ້ພີຊີບເພື່ອພວກເຮົາສະເໝີ...ຄວາມບາບຂອງໂລກໄດ້ຖືກຮັບເອົາໂດຍພຣະ ເຢຊູໃນລະຫວ່າງຊີວິດທັງຊີວິດຂອງພຣະອົງ, ແຕ່ໃນສວນເກັດເສມານີນີ້ຊ່ວງເວລາແຫ່ງ ການຮັບເອົາພາລະໄດ້ມາເຖິງແລ້ວ” (R. C. H. Lenski, Ph.D., The Interpretation of St. Luke’s Gospel, Augsburg Publishing House, 1946, p. 1074). ຂ້າພະເຈົ້າເຊື່ອວ່າພຣະເຢຊູຊົງເອົາຄວາມບາບຂອງພວກເຮົາວາງລົງເທິງພຣະອົງ ໃນສວນເກັດເສມານີ,ແລະມັນໃກ້ຈະຂ້າພຣະອົງແລ້ວ-ເພາະ“ພຣະເຈົ້າຊົງເອົາຄວາມຊົ່ວຊ້າ ຂອງເຮົາທຸກຢ່າງວາງລົງທີ່ພຣະອົງ”ຖືກບີບຄັ້ນທັງພາຍໃນແລະພາຍນອກໂດຍຄວາມບາບຂອງພວກເຮົາ. “ເຫື່ອຂອງພຣະອົງເປັນເໝືອນເລືອດໄຫລຢອດລົງເຖິງດິນເປັນເມັດໃຫຍ່” (ລູກາ 22:44) ພຣະອົງຊົງເອົາຄວາມບາບຂອງພວກເຮົາຈາກສວນເກັດເສມານີໄປທີ່ໄມ້ກາງແຂນແລະຊົງໄຖ່ເພື່ອພວກເຂົາຢູ່ຫັ້ນໃນມື້ຕໍ່ມາ. ຖ້າກ່ອນ! ອັນນີ້ບໍ່ແມ່ນຫຼັກຄໍາສອນຂອງມໍມອນ! ພວກທ່ານບາງຄົນອາດຈະຮູ້ດີວ່າ ພວກມໍມອນສອນວ່າພຣະໂລຫິດຂອງພຣະອົງທີ່ໄຫຼໃນເກັດເສມານີໄດ້ອະໄພບາບເຮົາ, ບຣູສແມັກຄອນກີນັກສາສະໜາສາດມໍມອນກ່າວວ່າ“ການໃຫ້ອະໄພແມ່ນນໍາມາໃຊ້ໄດ້ເພາະ ພຣະຄຣິສເຈົ້າໄດ້ຫຼັງໄຫຼພຣະໂລຫິດເປັນເມັດໃຫຍ່ໃນສວນເກັດເສມານີ” (Bruce R. McConkie, The Promised Messiah, Deseret Book Company, 1978, p. 337), ແຕ່ອັນນັ້ນບໍ່ ແມ່ນສິ່ງທີ່ຂ້າພະເຈົ້າເວົ້າ! ຂ້າພະເຈົ້າວ່າຂ້າພະເຈົ້າເຊື່ອວ່າພຣະເຢຊູຊົງເອົາຄວາມບາບ ຂອງເຮົາວາງລົງເທິງພຣະອົງຈາກສວນເກັດເສມານີຫາໄມ້ກາງແຂນແລະໄຖ່ບາບໃຫ້ເຂົາຢູ່ ຫັ້ນ, ນັ້ນແລະຄືຈຸດທີ່ໜື່ງຂອງຂ່າວປະເສີດ “ພຣະຄຣິດຊົງສິ້ນພຣະຊົນເພື່ອບາບຂອງເຮົາ ທັງຫຼາຍຕາມທີ່ຂຽນໄວ້ໃນພຣະຄໍາພີ” (1 ໂກລິນໂທ 15:3), ພຣະຄໍາພີກ່າວວ່າພຣະຄຣິສ “ຊົງເຮັດໃຫ້ມີສັນຕິພາບໂດຍພຣະໂລຫິດແຫ່ງກາງແຂນຂອງພຣະອົງ” (ໂຄໂລສີ 1:20),- ບໍ່ແມ່ນໂດຍພຣະໂລຫິດທີ່ໄຫຼໃນສວນ! ຄວາມລອດຂອງພວກເຮົາມາໂດຍພຣະຄຣິສທີ່ໄຫຼ ອອກມາເທິງໄມ້ກາງແຂນເທົ່ານັ້ນ, ບໍ່ແມ່ນພຣະໂລຫິດທີ່ອອກມາຈາກນິ້ວມືຂອງພຣະອົງ ເມື່ອພຣະອົງຊົງຕັດມັນ-ບໍ່ແມ່ນແມ່ນກະທັ່ງມາຈາກເລືອດທີ່ໄຫຼອອກໃນສວນນັ້ນ, ມີພຽງ ພຣະໂລຫິດທີ່ພຣະອົງຊົງຫຼັ່ງອອກມາເທິງໄມ້ກາງແຂນເທົ່ານັ້ນສາມາດຊໍາລະລ້າງເຮົາໃຫ້ ພົ້ນຈາກບາບ! ສະນັ້ນຈຸດຢືນຂອງຂ້າພະເຈົ້າຈື່ງເປັນຄືກັບຂອງສະເປີໂຈນ, ນັກປະຕິຮູບ ສາສະໜາສາດ ດຣ.ເຈ.ໂອລີເວີບັສແວວແລະດຣ.ຈອນ.ອາ.ໄຣສ໌ ກົດທີ່ນີ້ເພື່ອອ່ານສິ່ງທີ່ ດຣ.ບັສແວວແລະດຣ.ໄຣສ໌ຂຽນເລື່ອງສວນເກັດເສມານີ, ຄໍາອ້າງອີງແມ່ນຢູ່ໃນບົດເທດ ຂອງຂ້າພະເຈົ້າໃນເລື່ອງ “ຄວາມຮ້າຍກາດຂອງເກັດເສມານີ” ມັນເປັນເຫດການບັງເອີນບໍທີ່ຄວາມບາບຂອງມະນຸດເລີ່ມຕົ້ນໃນສວນແຫ່ງໜື່ງແລະພຣະຄຣິສຊົງເອົາຄວາມບາບຂອງເຮົາວາງລົງພຣະອົງໃນສວນອີກແຫ່ງໜື່ງ? ມັນອາດຈະ ແມ່ນ-ແລະສະເປີໂຈນຜູ້ຍິງໃຫຍ່ກໍຍັງອັດສະຈັນໃຈກ່ຽວກັບເລື່ອງນີ້ລາວກ່າວໄວ້ວ່າ: ຂໍຢ່າໃຫ້ພວກເຮົານຶກຝັນວ່າໃນຂະນະທີ່ຢູ່ໃນສວນ, ການຕາມໃຈຕົນເອງ ຂອງອາດາມໄດ້ເຮັດໃຫ້ເຮົາຫາຍະນະເພື່ອທີ່ຄວາມເຈັບປວດຂອງອາດາມທີ່ສອງໃນສວນອີກແຫ່ງໜື່ງຈະຟື້ນຟູເຮົາຄືນ? ເກັດເສມານີຕອບສະໜອງ ຢາເພື່ອປົວອາການຕ່າງໆທີ່ຕິດຕາມມາຈາກໝາກໄມ້ຕ້ອງຫ້າມແຫ່ງເອ ເດນ (C. H. Spurgeon, “The Agony in Gethsemane,” The Metropolitan Tabernacle Pulpit, volume XX, Pilgrim Publications, 1971, p. 589). ແຕ່ອັນນີ້ໄດ້ນໍາພວກເຮົາໄປສູ່ສວນແຫ່ງທີ່ສາມແລະທັງສາມຢ່າງເປັນພາບການລົ້ມລົງຂອງມະນຸດແລະການຟື້ນຟູຄືນໃຫມ່ໃນພຣະເຢຊູຄຣິສ III. ສາມ ໃຫ້ເຮົາສະຫຼຸບໂດຍການຄິດເຖິງເລື່ອງສວນທີ່ປະກອບໄປດ້ວຍອຸໂມງ ຂອງພຣະຜູ້ຊ່ວຍໃຫ້ລອດ. “ພວກເຂົາອັນເຊີນພຣະສົບພຣະເຢຊູ ແລະເອົາຜ້າປ່ານກັບເຄື່ອງຫອມພັນພຣະສົບນັ້ນຕາມທຳນຽມຝັງສົບຂອງພວກຢິວ ໃນສະຖານທີ່ພຣະອົງຖືກຄຶງທີ່ກາງແຂນນັ້ນມີສວນແຫ່ງໜຶ່ງ ໃນສວນນັ້ນມີອຸໂມງຝັງສົບໃໝ່ທີ່ຍັງບໍ່ໄດ້ຝັງສົບຜູ້ໃດເລີຍ ເພາະວັນນັ້ນເປັນວັນຕຽມຂອງພວກຢິວ ແລະເພາະອຸໂມງນັ້ນຢູ່ໃກ້ ເຂົາຈຶ່ງບັນຈຸພຣະສົບພຣະເຢຊູໄວ້ບ່ອນນັ້ນ”(ໂຢຮັນ 19:40-42) ຮ່າງກາຍຂອງພຣະເຢຊູຖືກວາງລົງໃນອຸບໂມງນີ້ຢູ່ໃນສວນໃກ້ກັບໄມ້ກາງແຂນບ່ອນທີ່ພຣະອົງຊົງຖືກຄຶງ, ພວກເຂົາປິດປາກອຸບໂມງດ້ວຍກ້ອນຫີນໃຫຍ່ແລະຈໍາກາຂອງພວກໂຣມັນ ໃສ່, ພວກເຂົາວາງຄົນຍາມເຝົ້າໃນຕອນກາງຄືນ. ຕອນເຊົ້າໆຂອງວັນອາທິດມາລີຊາວມັກດາລາ ແລະມາລີອີກຄົນໜື່ງໄດ້ນໍາເອົາ ເຄື່ອງມາທີ່ສວນອຸບໂມງເພື່ອທາສົບ, ໃນເວລາທີ່ພວກເຂົາເຂົ້າມາໃກ້ກໍເກີດມີແຜ່ນດິນໄຫວ ໃຫຍ່, ມີທູດສະຫວັນລົງມາແລ້ວກິ້ງກ້ອນຫີນອອກຈາກປາກອຸບໂມງ, ແລ້ວເວົ້າກັບຜູ້ຍິງ ສອງຄັ້ນນັ້ນວ່າ: "ຢ່າຢ້ານເລີຍ ເພາະເຮົາຮູ້ຢູ່ວ່າທ່ານທັງຫລາຍມາຫາພຣະເຢຊູຊຶ່ງຖືກຄຶງທີ່ກາງແຂນ ພຣະອົງບໍ່ໄດ້ປະທັບຢູ່ບ່ອນນີ້ ເພາະພຣະອົງຊົງເປັນຂຶ້ນມາແລ້ວຕາມທີ່ພຣະອົງໄດ້ຕັດໄວ້ນັ້ນ”(ມັດທາຍ 28:5-6) ໃນເວລາທີ່ພວກເຂົາກັບໄປບອກພວກສາວົກພຣະເຢຊູກໍມາພົບເຂົາ“ພວກຜູ້ຍິງເຫຼົ່ານັ້ນກໍມາກອດພຣະບາດຂອງພຣະອົງແລະນະມັດສະການພຣະອົງ”(ມັດທາຍ 28:9), ພຣະອົງຕັດ ວ່າພວກເຂົາຄວນໄປບອກພວກສາວົກ. ການຟື້ນຄືນພຣະຊົນຈາກຄວາມຕາຍຂອງພຣະເຢຊູຄືໜື່ງໃນສອງຫຼັກຄໍາສອນທີ່ສໍາຄັນທີ່ສຸດຂອງຊາວຄຣິສຕຽນ, ຄວາມຕາຍຂອງພຣະອົງໄດ້ຈ່າຍເພື່ອຄວາມບາບຂອງພວກ ເຮົາແລະການຟື້ນຝ່າຍຮ່າງກາຍຂອງພຣະອົງເພື່ອປະທານຊີວິດແກ່ເຮົາຄືສອງສ່ວນຂອງ ຂ່າວປະເສີດ, ຄໍາວ່າ“ຂ່າວປະເສີດ” ໝາຍເຖິງ “ຂ່າວດີ”, ມັນຄືຂ່າວດີທີ່ຈະຮູ້ຈັກວ່າພຣະ ເຢຊູຊົງຟື້ນຈາກຕາຍພ້ອມຮ່າງກາຍ “ເພື່ອໃຫ້ເຮົາເປັນຄົນຊອບທໍາ” (ໂລມ 4:25), ການຟື້ນຄືນຈາກຕາຍໄດ້ຄວາມຊອບທໍາແລະຊີວິດມາສູ່ຄົນທີ່ເປັນໜື່ງດຽວກັບພຣະອົງໂດຍຄວາມເຊື່ອ, ການຟື້ນຈາກຕາຍພຣະເຢຊູໄດ້ຊ່ວຍຜູ້ທີ່ມາຫາພຣະອົງໃຫ້ພົ້ນຈາກການສາບ ແຊ່ງແຫ່ງຄວາມບາບແລະການລົງໂທດເປັນນິດນິລັນ. “ຊົງສ້າງມະນຸດຄົນເດີມຄືອາດຳເປັນຈິດວິນຍານມີຊີວິດຢູ່' ແຕ່ອາດຳຜູ້ຊຶ່ງມາພາຍຫລັງນັ້ນເປັນວິນຍານຜູ້ປະສາດຊີວິດ” (1 ໂກລິນໂທ 15:45) ອາດາມທີ່ໜື່ງໄດ້ພາເຊື້ອຊາດມະນຸດໂດດເຂົ້າໄປສູ່ຄວາມບາບແລະຄວາມຕາຍໂດຍການບໍ່ເຊື່ອຟັງຂອງລາວຕໍ່ພຣະເຈົ້າ, ອາດາມສຸດທ້າຍຄືພຣະຄຣິສໄດ້ມາລົບລ້າງການສາບແຊ່ງ ແຫ່ງບາບແລະປະທານຊີວິດແກ່ເຮົາ, ຄືກັບສະເປີໂຈນໄດ້ກ່າວໄວ້ວ່າ“ຂໍຢ່າໃຫ້ພວກເຮົານຶກ ຝັນວ່າໃນຂະນະທີ່ຢູ່ໃນສວນ, ການຕາມໃຈຕົນເອງຂອງອາດາມໄດ້ເຮັດໃຫ້ເຮົາຫາຍະນະ ເພື່ອທີ່ຄວາມເຈັບປວດຂອງອາດາມທີ່ສອງໃນສວນອີກແຫ່ງໜື່ງຈະຟື້ນຟູເຮົາຄືນ“(ເຫຼັ້ມດຽວກັນ) ແລະພຣະຄຣິສອາດາມສຸດທ້າຍຊົງຟື້ນຈາກຕາຍໃນສວນແຫ່ງທີ່ສາມ-ຈາກສວນອຸບ ໂມງ. “ເພາະວ່າຄວາມຕາຍໄດ້ເກີດຂຶ້ນເພາະມະນຸດຄົນໜຶ່ງເປັນເຫດສັນໃດ ການເປັນຂຶ້ນມາຈາກຄວາມຕາຍກໍໄດ້ເກີດຂຶ້ນເພາະມະນຸດຜູ້ໜຶ່ງເປັນເຫດສັນ ນັ້ນ ເພາະວ່າຄົນທັງປວງຕ້ອງຕາຍກ່ຽວເນື່ອງກັບອາດຳສັນໃດ ຄົນທັງປວງກໍຈະກັບໄດ້ຊີວິດກ່ຽວເນື່ອງກັບພຣະຄຣິສສັນນັ້ນ” (1 ໂກລິນໂທ 15:21-22) ຢູ່ຫັ້ນພວກທ່ານມີຂໍ້ສະຫຼຸບໜື່ງຂອງຫຼັກຄໍາສອນແຫ່ງຄວາມບາບແລະຄວາມລອດທີ່ ໄດ້ໃຫ້ພວກເຮົາໃນຮູບແບບຂອງສວນສາມແຫ່ງ-ສວນແຫ່ງຄວາມບາບ, ສວນແຫ່ງຄວາມ ທຸກທໍລະມານແລະສວນແຫ່ງຊີວິດໃຫມ່! ເລື່ອງນີ້ເປັນເລື່ອງສວຍງາມແລະເປັນຄວາມຈິງ, ແຕ່ມັນຈະເປັນປະໂຫຍດຕໍ່ພວກ ທ່ານບໍ? ບໍ່ມີເລີຍຖ້າທ່ານຫາກຍັງບໍໄດ້ບັງເກີດໃຫມ່, ທ່ານຈະມີຊີວິດແລະຕາຍແລ້ວຕົກນາ ຮົກ, ແລະຄໍາເຫຼົ່ານີ້ທີ່ຂ້າພະເຈົ້າໄດ້ໃຫ້ພວກທ່ານຈາກພຣະຄໍາພີສິງຢູ່ກັບທ່ານແລະທໍລະ ມານທ່ານຕະຫຼອດໄປເປັນນິດ, ຂ້າພະເຈົ້າຂໍອະທິຖານວ່າມັນຈະບໍ່ເກີດຂື້ນກັບທ່ານ,ມັນຈະ ບໍ່ເກີດຂື້ນກັບທ່ານຖ້າຫາກທ່ານຖີ້ມໂຕຂອງທ່ານລົງເທິງພຣະເຢຊູແລະເຊື່ອວາງໃຈໃນພຣະອົງໃນໃຈຂອງທ່ານ. ຈົ່ງຄິດເຖິງສິ່ງທີ່ຍິ່ງໃຫຍ່ທີ່ພຣະເຢຊູເຮັດເພື່ອທ່ານເມື່ອພຣະອົງລົງມາຈາກສະຫວັນ ເພື່ອທຸກທໍລະມານ, ພຣະໂລຫິດຫຼັ່ງໄຫຼແລະຕາຍເພື່ອຊ່ວຍທ່ານໃຫ້ພົ້ນຈາກຄວາມບາບ, ທ່ານຈະຢຸດຄິດກ່ຽວກັບຕົນເອງແລະຄິດເຖິງພຣະອົງພຽງຜູ້ດຽວບໍ? ທ່ານຈະຢຸດພິຈາລະນາ ຕົນເອງແລ້ວພິຈາລະນາເບິ່ງທີ່ພຣະເຢຊູບໍ? ທ່ານຈະເຊື່ອວາງໃຈພຣະອົງແລະບໍ່ແມ່ນ ຄວາມຄິດຂອງຕົນແລະຄວາມຮູ້ສຶກຂອງຕົນບໍ? ເພງເກົ່າໆຖືກຕ້ອງເມື່ອມັນກ່າວວ່າ “ມີແສງສະຫວ່າງເພື່ອແນມເບິ່ງທີ່ພຣະຜູ້ຊ່ວຍ” ໂອຈິດໃຈເຈົ້າອ່ອນເພຍແລະມີບັນຫາ ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບການລອດໂດຍພຣະເຢຊູ ກະລຸນາລຸກ ຈາກຕັ່ງຂອງທ່ານແລ້ວຍ່າງໄປຂ້າງຫຼັງຫ້ອງນີ້, ດຣ.ເຄແກນຈະພາທ່ານໄປອີກຫ້ອງໜື່ງ ບ່ອນທີ່ພວກເຮົາສາມາດອະທິຖານແລະສົນທະນາກັນໄດ້, ຂໍເຊີນດຣ.ແຊນມາອະທິຖານ ເພື່ອຄົນຄົນທີ່ຈະແນມເບິ່ງພຣະເຢຊູແລະຮັບເຊື່ອໃນການຄືນນີ້ແດ່. ເອແມນ (ຈົບຄຳເທດສະໜາ) ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່
rlhymersjr@sbcglobal.net ຫຼືຈະຂຽນ ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ້າວ ອາເບວ ພຣຸດໂຮມ: ລູກາ 22:39-44 |
ໂຄງຮ່າງບົດເທດສະໜາ ສວນສາມແຫ່ງບອກເລົ່າເລື່ອງລາວ ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ “ເພາະວ່າຄວາມຕາຍໄດ້ເກີດຂຶ້ນເພາະມະນຸດຄົນໜຶ່ງເປັນເຫດສັນໃດ ການເປັນຂຶ້ນມາຈາກຄວາມຕາຍກໍໄດ້ເກີດຂຶ້ນເພາະມະນຸດຜູ້ໜຶ່ງເປັນເຫດສັນນັ້ນ ເພາະວ່າຄົນທັງປວງຕ້ອງຕາຍກ່ຽວເນື່ອງກັບອາດາມສັນໃດ ຄົນທັງປວງກໍຈະກັບໄດ້ຊີວິດກ່ຽວເນື່ອງກັບພຣະຄຣິສສັນນັ້ນ” (1 ໂກລິນໂທ 15:21-22) I. ໜື່ງ ໃຫ້ເຮົາຄິດໜ້ອຍໜື່ງກ່ຽວກັບສວນເອເດນ. ປະຖົມມະການ 2:8,17; ໂລມ 5:12; 8:7; 1 ໂກລິນໂທ 2:14; ເອເຟໂຊ 2:5 II. ສອງ ໃຫ້ເຮົາຄິດກ່ຽວກັບສວນເກັດເສມານີ. ມາລະໂກ 14:33,34; ລູກາ 22:42; ເຮັບເລີ 12:2; ອິດສະຢາ 53:10,6; ລູກາ 22:44; 1 ໂກລິນ ໂທ 15:3; ໂຄໂລຊາຍ 1:20 III. ສາມ ໃຫ້ເຮົາສະຫຼຸບໂດຍການຄິດເຖິງເລື່ອງສວນທີ່ປະກອບໄປດ້ວຍອຸໂມງ ຂອງພຣະຜູ້ຊ່ວຍໃຫ້ລອດ. ໂຢຮັນ 19:40-42; ມັດທາຍ 28:5-6,9; ໂລມ 4:25; 1 ໂກລິນໂທ 15:45. |