Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຂໍ້ຂັດແຍ້ງເຖິງການຝັງພຣະສົບຂອງພຣະຄຣິດ

(ບົດເທດສະໜາ ຕອນທີ່ 10 ໃນອິດສະຢາ 53)
THE PARADOX OF CHRIST’S BURIAL
(SERMON NUMBER 10 ON ISAIAH 53)
(Laotian)

ໂດຍ ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄຳເທດສະໜາເທດທີ່ຄຣິສຕະຈັກແບ໊ບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 7/4/2013
A sermon preached at the Baptist Tabernacle of Los Angeles
Lord’s Day Evening, April 7, 2013

“ແລະເຂົາຈັດຫລຸມສົບຂອງທ່ານໄວ້ກັບຄົນຊົ່ວ ໃນຄວາມຕາຍ ຂອງທ່ານເຂົາຈັດໄວ້ກັບເສດຖີ ແມ່ນທ່ານບໍ່ໄດ້ເຮັດການທາ ລຸນປະການໃດເລີຍ ແລະບໍ່ມີການຫລອກລວງໃນປາກຂອງ ທ່ານ” (ອິດສະຢາ 53:9)


ມີຄຳເທດສະໜາຫຼາຍປານໃດທີ່ທ່ານໄດ້ຍິນກ່ຽວກັບການຝັງພຣະສົບຂອງພຣະ ຄຣິດ? ຂ້າພະເຈົ້າບໍ່ເຄີຍໄດ້ຍິນແມ່ນແຕ່ເທື່ອດຽວ, ເຖິງແມ່ນວ່າຂ້າພະເຈົ້າໄດ້ເທດສະໜາ 55 ປີແລະຢູ່ໃນຄຣິສຕະຈັກ 59 ປີມາແລ້ວກໍຕາມ, ຂ້າພະເຈົ້າຈື່ບໍ່ໄດ້ແມ່ນແຕ່ອ່ານບົດ ເທດສະໜາໃນຫົວຂໍ້ການຝັງພຣະສົບຂອງພຣະຄຣິດ! ເຮົາຄວນໄດ້ຍິນຫຼາຍກວ່ານີ້, ເໜືອ ສິ່ງອື່ນໃດ ການຝັງພຣະສົບຂອງພຣະອົງບໍ່ແມ່ນບໍ່ໍສໍາຄັນ, ຄວາມຈິງແລ້ວມັນຄືຈຸດທີ່ສອງ ຂອງຂ່າວປະເສີດ.

“ພຣະຄຣິດໄດ້ຊົງວາຍພຣະຊົນເພາະບາບຂອງເຮົາທັງ ຫຼາຍຕາມທີ່ຂຽນໄວ້ໃນພຣະຄຳພີ” (1 ໂກລິນໂທ 15:3)

ນັ້ນຄືຈຸດທຳອິດຂອງຂ່າວປະເສີດ

“ແລະພຣະອົງຊົງຖືກຝັງໄວ້” (1 ໂກລິນໂທ 15:4)

ນັ້ນຄືຈຸດທີ່ສອງຂອງຂ່າວປະເສີດ

ເຮົາສາມາດເວົ້າໄດ້ແນວໃດວ່າເຮົາປະກາດຂ່າວປະເສີດຖ້າເຮົາບໍ່ເຄີຍແມ່ນກະທັ່ງ ເວົ້າເຖິງຈຸດທີ່ສອງເລີຍ? ໃນທຸກມື້ນີ້ມີພຽງໜ້ອຍບົດເທດທີ່ເຈາະຈົງເຖິງຈຸດທີ່ໜື່ງຫຼືສາມ ເຊັ່ນກັນ, ນັ້ນຄືໜື່ງໃນຄວາມອ່ອນແອທີ່ຍິ່ງໃຫຍ່ຂອງຄຳເທດສະໜາສະໄໝໃໝ່,ເຮົາຕ້ອງ ເຮັດໃຫ້ຂ່າວປະເສີດຢູ່ໃຈກາງ, ເຮົາຈະຕ້ອງໃຫ້ຄວາມເຄົາລົບນັບຖືພຣະຄຣິດຫຼາຍຂື້ນ ແລະໃຫ້ພາລະກິດການຊົງໄຖ່ຂອງພຣະອົງເປັນຂໍ້ຫຼັກໃນຄຳເທດສະໜາຂອງເຮົາ.

ໜ້າເສົ້າຫຼາຍກັບຄວາມຈິງທີ່ວ່າເກືອບບໍ່ມີການເທດສະໜາໃດທີ່ຍິ່ງໃຫຍ່ໃນປະຈຸ ບັນນີ້, ຂ້າພະເຈົ້າເຫັນດ້ວຍໝົດ,ມີຄຳເທດສະໜາທີ່ດີໜ້ອຍຫຼາຍໃນປະຈຸບັນນີ້,ມີໜ້ອຍແທ້ ແຕ່ເປັນຫຍັງນີ້ຈື່ງເປັນຄວາມຈິງ?ມັນຄືເລື່ອງໃຫຍ່ເພາະວ່າມີການເທດສະໜາຂ່າວປະເສີດ ໜ້ອຍຫຼາຍ. ສິດຍາພິບານຫຼາຍຄົນ “ສອນຄຣິສຕຽນ” ແທນທີ່ຈະເທດຂ່າວປະເສີດຕໍ່ຄົນທີ່ ຫລົງຫາຍ,ແມ່ນກະທັ່ງຄຣິສຕະຈັກຂອງພວກເຂົາເອງກໍເຕັມໄປດ້ວຍຜູ້ຄົນທີ່ຫລົງຫາຍ,“ຄຳ ສອນເລື່ອງສິນລະທຳ” ຕໍ່ຄົນທີ່ເອີ້ນວ່າ “ຄຣິສຕຽນ” ບໍ່ເຄີຍພິຈາລະນາການເທດສະໜາທີ່ ຍິ່ ງໃຫຍ່ ເມື່ອພຣະຄຣິດບໍ່ໄດ້ຢູ່ຈຸດສູນກາງ ການເທດສະໜາກໍບໍ່ແມ່ນຄວາມຈິງທີ່ຍິ່ງໃຫຍ່.

ຄວາມຮູ້ເລື່ອງຂ່າວປະເສີດຍັງຫ່າງໄກຈາກການຮູ້ຄວາມຈິງ ກ່ຽວກັບພຣະຄຣິດ, ຄວາມຮູ້ທີ່ແທ້ຈິງຂອງຂ່າວປະເສີດຄືຄວາມຮູ້ກ່ຽວກັບພຣະຄຣິດພຣະອົງເອງ, ພຣະເຢຊູ ກ່າວວ່າ:

“ແລະນີ້ຄືຊີວິດນິລັນດອນຄືທີ່ເຂົາຮູ້ຈັກພຣະອົງ ຜູ້ຊົງເປັນ ພຣະເຈົ້າທ່ຽງແທ້ອົງດຽວ ແລະຮູ້ຈັກພຣະເຢຊູຄຣິດທີ່ພຣະ ອົງຊົງໃຊ້ມາ” (ໂຢຮັນ 17:3)

ຈອຊ ຣິກເກີ ເບີຣີ ເວົ້າວ່າຄໍາວ່າ “ຮູ້” ແປໃນຂໍ້ນີ້ໝາຍເຖິງ “ຮູ້…ໂດຍປະສົບການ” (Greek-English New Testament Lexicon). ການເປັນຄຣິສຕຽນແທ້ທ່ານຈະຕ້ອງຮູ້ຈັກ ພຣະຄຣິດໂດຍປະສົບການ , ຄວາມຮູ້ເລື່ອງຄວາມຈິງຕ່າງໆນາໆບໍ່ສາມາດຊ່ວຍທ່ານໃຫ້ ລອດໄດ້, ທ່ານຈະຕ້ອງຮູ້ຈັກຄວາມຕາຍຂອງພຣະອົງເພື່ອບາບຂອງເຮົາໂດຍປະສົບການ, ທ່ານຕ້ອງຮູ້ຈັກການຝັງຂອງພຣະອົງໂດຍປະສົບການ,ທ່ານຕ້ອງຮູ້ຈັກການຟື້ນຄືນພຣະຊົນຂອງພຣະອົງໂດຍປະສົບການ, ນັ້ນຄືຫົນທາງສູ່ຄວາມລອດ,ນັ້ນຄືຫົນທາງສູ່ຊີວິດນິລັນ.

“ແລະນີ້ຄືຊີວິດນິລັນດອນຄືທີ່ເຂົາຮູ້ຈັກພຣະອົງ ຜູ້ຊົງເປັນ ພຣະເຈົ້າທ່ຽງແທ້ອົງດຽວ ແລະຮູ້ຈັກພຣະເຢຊູຄຣິດທີ່ພຣະ ອົງຊົງໃຊ້ມາ” (ໂຢຮັນ 17:3)

ຖ້າທ່ານບໍ່ເຄີຍມີປະສົບການເຫຼົ່ານີ້, ຂ້າພະເຈົ້າຫວັງວ່າຂ້າພະເຈົ້າໄດ້ເຮັດໃຫ້ທ່ານ ຮູ້ສຶກບໍ່ງ່າຍເລີຍ,ເພາະບໍ່ສາມາດມີຄຳຖາມທີ່ວ່າທ່ານບໍ່ແມ່ນຄຣິສຕຽນແທ້ ເພາະທ່ານຍັງ ບໍ່ມີປະສົບການການກັບໃຫມ່ທີ່ແທ້ຈິງ, ທ່ານກຳລັງມີບັນຫາແລະເສຍໃຈຈົນກະທັ່ງທ່ານ ປ່ຽນຄວາມຄິດຂອງແລ້ວທ່ານລົ້ມລົງທີ່ພຣະບາດຂອງພຣະເຢຊູແລ້ວພົບຄວາມລອດທີ່ແທ້ຈິງໃນພຣະອົງພຽງຜູ້ດຽວ.

ທີ່ຈະຮູ້ຈັກພຣະຄຣິດທ່ານຕ້ອງໄປທີ່ກາງແຂນແລະເບິ່ງພຣະອົງໂດຍຄວາມເຊື່ອ ພຣະອົງຊົງເສຍສະຫຼະເພື່ອໄຖ່ບາບຂອງເຮົາ, ທ່ານຕ້ອງລົງໄປທີ່ອຸບໂມງຂອງພຣະຄຣິດ ເຊັ່ນກັນໂດຍຄວາມເຊື່ອແລະ

“ຖືກຝັງໄວ້ກັບພຣະອົງແລ້ວໂດຍບັບຕິດສະມາເຂົ້າສ່ວນ ໃນຄວາມຕາຍນັ້ນ” (ໂລມ 6:4ກ)

ເພື່ອໃນຄວາມຕາຍກັບພຣະອົງແລ້ວຟື້ນຄືນເພື່ອເຮົາຈະໄດ້ “ດຳເນີນຊີວິດໃຫມ່” (ໂລມ 6:4ຂ)

ສັນນັ້ນ ໃຫ້ເຮົາມາສູ່ຂໍ້ພຣະຄຳພີຂອງເຮົາເພື່ອຮຽນຮູ້ການຝັງພຣະສົບຂອງພຣະອົງ ເພື່ອທີ່ເຮົາຈະສາມາດມີປະສົບການກັບມັນໄດ້.

“ແລະເຂົາຈັດຫລຸມສົບຂອງທ່ານໄວ້ກັບຄົນຊົ່ວ ໃນຄວາມ ຕາຍຂອງທ່ານເຂົາຈັດໄວ້ກັບເສດຖີ ແມ່ນທ່ານບໍ່ໄດ້ເຮັດການ ທາລຸນປະການໃດເລີຍ ແລະບໍ່ມີການຫລອກລວງໃນປາກ ຂອງທ່ານ” (ອິດສະຢາ 53:9)

ພວກເຮົາພົບໃນຂໍ້ນີ້ເຖິງຄວາມຂັດແຍ້ງເລື່ອງຝັງພຣະສົບຂອງພຣະຄຣິດ,ປາກົດການໂຕ້ ຖຽງກັນ,ປິດສະນາຂອງມັນແລະຈາກນັ້ນພວກເຮົາກໍພົບຄຳຕອບເຖິງປິດສະນານັ້ນ.

I. ໜື່ງ ຄວາມຂັດແຍ້ງຂອງການຝັງພຣະສົບຂອງພຣະອົງ

“ແລະເຂົາຈັດຫລຸມສົບຂອງທ່ານໄວ້ກັບຄົນຊົ່ວ ໃນຄວາມ ຕາຍຂອງທ່ານເຂົາຈັດໄວ້ກັບເສດຖີ” (ອິດສະຢາ 53:9)

ໃນສະໄໝພຣະຄຣິດ “ຄົນຊົ່ວ”ຄືອາດຊະຍາກອນທັງຫຼາຍ, “ຄົນລວຍ”ຖືກພິຈາລະນາວ່າ ມີກຽດ, ມັນເປັນໄປໄດ້ແນວໃດທີ່ຫລຸມຝັງສົບຂອງພຣະອົງມີທັງຄົນຊົ່ວແລະໃນເວລາດຽວ ກັນ “ໃນຄວາມຕາຍຂອງທ່ານເຂົາຈັດໄວ້ກັບເສດຖີ”? ນີ້ຈື່ງເຮັດໃຫ້ນັກອະທິບາຍຄົນ ຢິວສະໄໝບູຮານສັບສົນ,ມັນຄືຄວາມຂັດແຍ້ງ,ເບິ່ງຄືວ່າໂຕ້ຖຽງກັນໃນຄວາມຄິດຂອງເຂົາ.

ແຕ່ປິດສະໜານີ້ໄດ້ຮັບການແກ້ໄຂໃນຂ່າວປະເສີດຂອງໂຢຮັນ, ພຣະເຢຊູຊົງສິ້ນ ພຣະຊົນເທິງໄມ້ກາງແຂນລະຫວ່າງໂຈນສອງຄົນ,ຂ້າງຊ້າຍຄົນໜື່ງແລະອີກຄົນໜື່ງຢູ່ທາງ ຂວາ, ພວກເຂົາຖືກກ່າວເຖິງໃນຂໍ້ພຣະຄຳພີຂອງເຮົາເປັນຄືກັບ“ຄົນຊົ່ວ” ພຣະເຢຊູຊົງສິ້ນ ພຣະຊົນກ່ອນໃນຂະນະທີ່ໂຈນທັງສອງຄົນຍັງຄົງມີຊີວິດຢູ່ອີກຈັກໜ້ອຍ.

“ເພາະວັນນັ້ນເປັນວັນກຽມ ພວກຢິວຈຶ່ງຂໍໃຫ້ປີລາດທຸບຂາຂອງຜູ້ທີ່ຖືກຄຶງໃຫ້ຫັກ ແລະໃຫ້ເອົາສົບໄປ ເພື່ອບໍ່ໃຫ້ສົບຄ້າງຢູ່ທີ່ກາງແຂນໃນວັນສະບາໂຕ” (ໂຢຮັນ19:31)

ພວກທະຫານໄດ້ທຸບຂາຂອງໂຈນທັງສອງຄົນ, ນີ້ເພື່ອບໍ່ເຮັດໃຫ້ພວກເຂົາສາມາດດັນຕົວ ເອງຂື້ນຫາຍໃຈໄດ້ແລະຕາຍໄວ, ແຕ່ເມື່ອພວກເຂົາມາເຖິງພຣະເຢຊູທີ່ຖືກຫ້ອຍຢູ່ທາງກາງ ໄມ້ກາງແຂນພຣະອົງຊົງສິ້ນພຣະຊົນແລ້ວ, ທະຫານຄົນໜື່ງໄດ້ເອົາຫອກແທງເຂົ້າໄປທີ່ສີ່ ຂ້າງຂອງພຣະອົງເພື່ອໃຫ້ແນ່ໃຈວ່າຕາຍແທ້, ນ້ຳແລະເລືອດໄດ້ໄຫຼອອກມາສະແດງໃຫ້ ເຫັນວ່າພຣະອົງຊົງສິ້ນພຣະຊົນຈາກການຢຸດເຕັ້ນຂອງຫົວໃຈ.

ພຣະອົງບໍ່ໄດ້ຊົງຄອງບັນລັງດ້ວຍງາຊ້າງ
ພຣະອົງຊົງສິ້ນພຣະຊົນເທິງໄມ້ກາງແຂນ
ເພື່ອຄົນບາບທີ່ພຣະອົງນັບໄວ້ ແຕ່ສູນຫາຍ
ພຣະອົງຊົງສຳລວດອານາຈັກຂອງພຣະອົງຈາກກາງແຂນ
ໄມ້ກາງແຂນແສນທົນກາຍເປັນບັນລັງຂອງພຣະອົງ
ອານາຈັກຂອງພຣະອົງຢູ່ໃນໃຈເທົ່ານັ້ນ
ພຣະອົງຂຽນຄວາມຮັກຂອງພຣະອົງດ້ວຍສີແດງເຂັ້ມ
ແລະສວມມົງກຸດໜາມເທິງຫົວຂອງພຣະອົງ
(“ມົງກຸດໜາມ” ໂດຍໄອຣາ ເອັຟ.ສະແຕນຟິວ 1914-1993)

ແຕ່ຈາກນັ້ນສິ່ງທີ່ບໍ່ຄາດຄິດກໍເກີດຂື້ນ, ຜູ້ຊາຍສອງຄົນທີ່ມີຊື່ສຽງໄດ້ມາເພື່ອຂໍເອົາ ພຣະສົບຂອງພຣະຄຣິດ, ເຂົາຄືໂຢເຊບຊາວອາຣິມາເທຍຊື່ງເປັນເສດຖີແລະເປັນສະມາຊິກ ສະພາສານເຮດຣິນຂອງພວກຢິວກັບນິໂຄເດມັສຂຸນນາງຂອງພວກຢິວຜູ້ຊື່ງມາຫາພຣະເຢ ຊູໃນຕອນກາງຄືນ (ໂຢຮັນ 3:1-2), ພວກເຂົາທັງສອງເປັນສາວົກລັບໆແຕ່ຕອນນີ້ພວກ ເຂົາໄດ້ເປີດເຜີຍຕົນເອງເປັນຄັ້ງທໍາອິດ, ຄວາມຈິງແລ້ວພວກເຂົາໄດ້ສ່ຽງຊີວິດຂອງເຂົາ ເພື່ອເຮັດແບບນີ້. ດຣ. ແມັກກີ ໄດ້ເວົ້າວ່າ:

ຢ່າໃຫ້ເຮົາວິຈານສອງຄົນນີ້ເກີນໄປ,ພວກເຂົາຢູ່ໃນແບບຂອງເຂົາເພາະ ຕອນນີ້ພວກສາວົກຂອງພຣະເຈົ້າໝົດທຸກຄົນໄດ້ກະຈາຍໄປຄືແກະແລະ ຫລົງໄປຈົນຫາບໍ່ພົບ, ສອງຄົນນີ້ຈື່ງອອກມາເປີດເຜີຍຕົນ (J. Vernon McGee, Th.D., Thru the Bible, Thomas Nelson, 1983, volume IV, p. 494).

ໂຢເຊບຊາວບ້ານອາຣິມາເທຍແລະນິໂຄເດມັສເອົາພຣະສົບຂອງພຣະເຢຊູໄປ, ໂຢເຊບຄື ເສດຖີແລະໄດ້ເອົາພຣະສົບຂອງພຣະເຢຊູໄປປົງໄວ້ໃນອຸບໂມງໃຫມ່ຂອງຕົນ.

“ຊຶ່ງເຂົາໄດ້ສະກັດໄວ້ໃນຫີນ ເຂົາກໍກິ້ງຫີນໃຫຍ່ປິດປາກອຸບໂມງໄວ້ແລ້ວກໍຈາກໄປ” (ມັດທາຍ 27:60)

ສັນນັ້ນຄວາມຂັດແຍງເລື່ອງການຝັງພຣະສົບຂອງພຣະຄຣິດໄດ້ຖືກອະທິບາຍ, ແມ່ນພຣະສົບຂອງພຣະອົງຖືກຝັງໄວ້ກັບຄົນຊົ່ວ,ໂດຍທີ່ຊົງສິ້ນພຣະຊົນເທິງໄມ້ກາງແຂນ ລະຫວ່າງໂຈນສອງຄົນ,ແຕ່ພຣະອົງຊົງຖືກຝັງ “ໃນຄວາມຕາຍຂອງທ່ານເຂົາຈັດໄວ້ກັບ ເສດຖີ” (ອິດສະຢາ 53:9) ໃນອຸບໂມງຂອງເສດຖີ, ພຣະຄຣິດຊົງປະສົບກັບຄວາມຕາຍ ຂອງຜູ້ຮ້າຍ,ແຕ່ພຣະອົງໄດ້ຮັບການຝັງຢ່າງມີກຽດກັບເສດຖີ, ນີ້ຊີ້ໃຫ້ເຫັນວ່າຄວາມຖ່ອມ ໃຈຂອງພຣະເຈົ້າຂອງເຮົາໄດ້ຈົບລົງ, ພຣະສົບຂອງພຣະອົງບໍ່ໄດ້ໂຍນລົງໃນຫລຸມສົບ ຂອງຄົນທຳມະດາກັບໂຈນສອງຄົນ, ຊົງຖືກວາງລົງດ້ວຍຄວາມເຄົາລົບແລະກຽດທີ່ພຣະ ອົງຄວນໄດ້ຮັບໃນອຸບໂມງຄົນຄົນລວຍແລະມີກຽດ, ແລະໂດຍຄວາມຂັດແຍງນີ້ຊື່ງພວກອາ ຈານຜູ້ອາວຸໂສຜູ້ໄດ້ສຶກສາໄດ້ຮັບການອະທິບາຍຢ່າງແຈ່ມແຈ້ງໃນຂໍ້ພຣະຄຳພີຂອງເຮົາ.

“ແລະເຂົາຈັດຫລຸມສົບຂອງທ່ານໄວ້ກັບຄົນຊົ່ວ ໃນຄວາມ ຕາຍຂອງທ່ານເຂົາຈັດໄວ້ກັບເສດຖີ” (ອິດສະຢາ 53:9)

ແຕ່ຍັງມີເຫດຜົນອື່ນອີກວ່າເປັນຫຍັງພຣະຄຣິດຈື່ງຈັດຫລຸມສົບຂອງພຣະອົງກັບ ຄົນຊົ່ວແລະຄົນລວຍ, ຄືກັບທີ່ຂ້າພະເຈົ້າໄດ້ເວົ້າແລ້ວວ່າຄົນຢິວຄິດວ່າອາດຊະຍາກອນ ແລະຜູ້ທຳລາຍພຣະບັນຍັດເປັນຄືກັບ “ຄົນຊົ່ວ”ແລະເຂົາຄິດເຖິງ“ຄົນລວຍ”ວ່າເປັນຄົນໜ້າ ໃຫ້ຄວາມເຄົາລົບ, ຄວາມຈິງທີ່ວ່າພຣະເຢຊູ “ຈັດຫລຸມສົບຂອງທ່ານ” ກັບຄົນທັງສອງກຸ່ມ ນີ້ສະແດງວ່າພວກອາຈານບູຮານຜິດໃນການແຍກ “ຄົນຊົ່ວ”ແລະ“ຄົນລວຍ”, ພວກເຂົາບໍ່ ແມ່ນກຸ່ມຄົນສອງກຸ່ມອີກຕໍ່ໄປ ທັງສອງກຸ່ມນີ້ເປັນຄົນບາບ.

ແລະນີ້ກໍເປັນຄວາມຈິງໃນປະຈຸບັນນີ້ເຊັ່ນກັນ, ຄົນທີ່ໜ້າເຄົາລົບຄືຄົນບາບຊື່ງທຽບ ເທົ່າກັບຄົນທີ່ເອີ້ນວ່າ “ຄົນຊົ່ວ” ຄືກັບທີ່ຂ້າພະເຈົ້າໄດ້ນັ່ງລົງຕຽມບົດເທດນີ້ກໍມີຄົນຈາກສູນ ໂທລະສັບໂທມາຖາມເລື່ອງການບໍລິຈາກສຳຫຼັບວຽກງານ “ນັກອະນຸລັກ”, ຜູ້ໂທເວົ້າວ່າ “ຂໍ້ໃດທີ່ທ່ານຄິດວ່າມັນຄືບັນຫາສຳຄັນທີ່ສຸດທີ່ອາເມລິກາກຳລັງປະເຊີນເຊັ່ນ:ການເອົາລູກ ອອກ,ຄວາມຫລົ້ມເຫຼວໃນການສະໜັບສະໜູນອິດສະຣາເອວ ຫຼືການແຕ່ງງານຂອງເພດ ດຽວກັນ?” ຂ້າພະເຈົ້າຕອບວ່າ“ບໍ່ແມ່ນຈັກອັນ, ບັນຫາທີ່ສຳຄັນທີ່ອາເມລິກາກຳລັງປະເຊີນ ຢູ່ຄືສິດຍາພິບານຂອງເຮົາບໍ່ໄດ້ເທດສະໜາເລື່ອງຄວາມບາບຕໍ່ສະມາຊິກໃນຄຣິສຕະຈັກ ຂອງພວກເຂົາ” ເຈົ້າໝາຍຄວາມວ່າແນວໃດ? ຂ້ອຍໝາຍຄວາມວ່າການເອົາລູກອອກ, ການແຕ່ງງານຂອງເພດດຽວກັນແລະການຫລົ້ມເຫຼວທີ່ຈະສະໜັບສະໜູນອິດສະຣາເອວ ບໍ່ແມ່ນບັນຫາທີ່ແທ້ຈິງມັນເປັນພຽງອາການຄວາມເຈັບປ່ວຍເທົ່ານັ້ນ, ທ່ານສາມາດຮັກສາ ອາການຕ່າງໆໄດ້ແຕ່ມັນຈະບໍ່ຊ່ວຍຍັງຈົນກວ່າທ່ານຈະແກ້ໄຂເຊື້ອພະຍາດທີ່ແຝງຢູ່,ແລະ ເຊື້ອພະຍາດນັ້ນຄືບາບ,ບາບນັ້ນໄດ້ຂ້າທັງເສລີພາບແລະນັກອະນຸລັນນິຍົມ,ຄວາມບາບນັ້ນ ໄດ້ທຳລາຍທັງພັກເດໂມເຄຣັກແລະພັກຣີພັບລິກັນ, ບາບນັ້ນໄດ້ທໍາລາຍທັງ “ຄົນຊົ່ວ”ແລະ “ຄົນລວຍ”.

ບາບນອນຢູ່ໃນໃຈ, ໃຈຂອງມະນຸດຜິດພາດບໍ່ແມ່ນພຽງການກະທໍາພາຍນອກເທົ່າ ນັ້ນ, ຄວາມບາບຄວບຄຸມຢູ່ໃນສ່ວນເລິກແລະຄວາມປາດຖະໜາຂອງມະນຸດ, ໃຈບາບ ຂອງທ່ານບອກທ່ານໃຫ້ຄິດກ່ຽວກັບສິ່ງນັ້ນວ່າຜິດ, ຈາກນັ້ນທໍາມະຊາດບາບຂອງທ່ານກໍ ເຄື່ອນໄຫວທ່ານໃຫ້ກະບົດຕໍ່ສູ້ພຣະເຈົ້າແລ້ວກໍເຮັດບາບຕາມທີ່ທ່ານຄິດນັ້ນ, ຄວາມບາບ ຄອບງຳຊີວິດຂ້າງໃນຂອງທ່ານແລະນຳທ່ານໃຫ້ກະບົດຕໍ່ສູ້ກັບສິດທິອຳນາດ,ກະບົດຕໍ່ສູ້ກັບ ພຣະເຈົ້າ, ການກະບົດຂອງໃຈຂອງທ່ານຕໍ່ສູ້ພຣະເຈົ້າມັນແຂງແຮງຫຼາຍຈົນບໍ່ມີສິ່ງໃດທີ່ ທ່ານສາມາດປ່ຽນມັນໄດ້, ຫຼືທຳລາຍການຄວບຄຸມຂອງທ່ານ, ທ່ານຈະຕ້ອງຖືກນຳມາບ່ອນ ທີ່ເວົ້າໄດ້ຄືກັບອັກຄະສາວົກວ່າ “ໂອ ຂ້າພະເຈົ້າເປັນຄົນເຂັນໃຈແທ້ ໃຜຈະຊ່ວຍຂ້າພະເຈົ້າໃຫ້ພົ້ນຈາກຮ່າງກາຍແຫ່ງຄວາມຕາຍນີ້ໄດ້” (ໂລມ 7:24). ຈາກນັ້ນທ່ານຈະເຂົ້າໃຈເຖິງ ຄວາມສຳຄັນທີ່ພຣະເຢຊູຊົງຈັດຫລຸມສົບຂອງພຣະອົງກັບ “ຄົນຊົ່ວ”ແລະກັບ“ຄົນລວຍ” – “ໃນຄວາມຕາຍຂອງພຣະອົງ”, ບໍ່ວ່າເບື້ອງຫຼັງຈະເປັນແນວໃດ ພຣະຄຣິດຊົງສິ້ນພຣະຊົນ ແລ້ວຖືກຝັງໄວ້ ເພື່ອຄວາມບາບຂອງທ່ານຈະໄດ້ຮັບການອະໄພແລະຍົກເອົາໄປ. ຄືກັບ ດຣ. ເຈ.ວິວເບີ ແຊັບແມນ ຂຽນໃນບົດເພງຂອງລາວວ່າ “ຝັງໄວ້ ພຣະອົງຊົງແບກຄວາມ ບາບຂອງຂ້າໄປ” (“One Day” by Dr. J. Wilbur Chapman, 1859-1918). ມີພຽງພຣະ ຄຣິດເທົ່ານັ້ນທີ່ສາມາດຍົກບາບຂອງທ່ານໄດ້! ມີພຽງພຣະຄຣິດເທົ່ານັ້ນທີ່ສາມາດປ່ຽນໃຈ ກະບົດແຫ່ງບາບຂອງທ່ານໄດ້.

“ແລະເຂົາຈັດຫລຸມສົບຂອງທ່ານໄວ້ກັບຄົນຊົ່ວ ໃນຄວາມ ຕາຍຂອງທ່ານເຂົາຈັດໄວ້ກັບເສດຖີ” (ອິດສະຢາ 53:9)

II. ສອງ ຄວາມຂັດແຍງຖືກອະທິບາຍ

ສ່ວນທີ່ສອງຂອງຂໍ້ພຣະຄຳພີຂອງເຮົາຊີ້ໃຫ້ເຫັນວ່າເປັນຫຍັງພຣະຄຣິດເຖິງສິ້ນ ພຣະຊົນຢ່າງບໍ່ມີກຽດກັບໂຈນ, ຖືກຝັງໄວ້ໃນຄວາມເຄົາລົບແລະມີກຽດ, ກະລຸນາຢືນຂືນ ແລ້ວອ່ານສ່ວນທີ່ສອງເລີ່ມຕົ້ນດ້ວຍປະໂຫຍກ “ແມ່ນທ່ານບໍ່ໄດ້ເຮັດການທາລຸນປະການ ໃດເລີຍ…” (ອິດຊະຢາ 53:9)

“ແລະເຂົາຈັດຫລຸມສົບຂອງທ່ານໄວ້ກັບຄົນຊົ່ວ ໃນຄວາມຕາຍ ຂອງທ່ານເຂົາຈັດໄວ້ກັບເສດຖີ ແມ່ນທ່ານບໍ່ໄດ້ເຮັດການທາ ລຸນປະການໃດເລີຍ ແລະບໍ່ມີການຫລອກລວງໃນປາກຂອງ ທ່ານ” (ອິດສະຢາ 53:9)

ຂໍເຊີນນັ່ງລົງ.

ຂໍ້ນີ້ໄດ້ໃຫ້ເຫດຜົນການຝັງໄວ້ຢ່າງມີກຽດຂອງພຣະຄຣິດ, ກຽດນີ້ໄດ້ຖືກໃຫ້ພຣະອົງ ເພາະທ່ານບໍ່ໄດ້ເຮັດການທາລຸນປະການໃດເລີຍຫຼືເຮັດໃຫ້ຜູ້ໃດບາດເຈັບເລີຍ, ພຣະອົງບໍ່ ໄດ້ເຮັດຊົ່ວດ້ວຍການກົດຂີ່ໃຜຫຼືເປັນຂະໂມຍ,ເປັນຂ້າຕະກອນຫຼືທໍາຮ້າຍໃຜເລີຍ,ພຣະອົງບໍ່ ເຄີຍເຂົ້າຮ່ວມຊຸມນຸມຕໍ່ຕ້ານໃຜເລີຍຫຼືເປັນຜູ້ເລີ່ມກໍ່ການຕໍ່ຕ້ານລັດຖະບານບໍ່ວ່າຈະເປັນຢິວຫຼືໂລມັນ.ແລະບໍ່ມີການຫລອກລວງໃນປາກຂອງພຣະອົງເລີຍ, ພຣະອົງບໍ່ເຄີຍສອນຄໍາສອນ ປອມ,ພຣະອົງບໍ່ເຄີຍຫລອກລວງປະຊາຊົນຕາມທີ່ຖືກກ່າວຫາໂດຍພະຍານທີ່ຂີ້ຕົວະ, ພຣະ ອົງບໍ່ໄດ້ພະຍາຍາມຊັກຊວນຜູ້ໃດໃຫ້ເລີກຈາກນະມັດສະການພຣະເຈົ້າທີ່ແທ້ຈິງ, ພຣະອົງ ຊົງຍຶດໝັ້ນແລະເຄົາລົບຕໍ່ບັນຍັດຂອງໂມເສດແລະຜູ້ທໍານາຍຢ່າງໜຽວແໜ້ນ, ພຣະອົງບໍ່ ແມ່ນສັດຕູຂອງສາສະໜາຫຼືລັດຖະບານຂອງເຂົາເຈົ້າ, ສັນນັ້ນພຣະອົງບໍ່ໄດ້ເຮັດຜິດບາບ ໃດໆເລີຍ,ອັກຄະສາວົກເປໂຕກ່າວວ່າ ພຣະຄຣິດ:

“ບໍ່ໄດ້ເຮັດບາບເລີຍແລະບໍ່ໄດ້ພົບອຸບາຍໃນພຣະໂອດຂອງ ພຣະອົງເລີຍ” (1 ເປໂຕ 2:22)

ດຣ. ຢັງເວົ້າວ່າ: “[ພຣະຄຣິດ] ຊົງຖືກຝັງຢ່າງສົມກຽດຫຼັງຈາກທີ່ຊົງຕາຍຢ່າງບໍ່ມີກຽດ ເພາະຄວາມບໍລິສຸດສົມບູນຂອງພຣະອົງ, [ນັບຕັ້ງແຕ່] ພຣະອົງບໍ່ໄດ້ເຮັດໂຕຄືກັບສັດຕູ ທີ່ເປັນອາດຊະຍາກອນ ພຣະອົງຈື່ງບໍ່ໄດ້ຮັບການບັນຈຸໄວ້ກັບຄົນເຫຼົ່ານັ້ນແຕ່ຊົງໄດ້ຮັບ ການຝັງໄວ້ຢ່າງສົມກຽດກັບເສດຖີ”

ນັ້ນຄືຄຳເຕືອນສະຕິຂ້າພະເຈົ້າຂອງເຊີວິນສະຕັນເຊີດຊ໌ຊິວຜູ້ທີ່ເລືອກຝັງຢ່າງມີກຽດ ຂ້າງພໍ່ຂອງລາວໃນຄຣິສຕະຈັກທີ່ຊົນນະບົດແຫ່ງໜື່ງ, ຫຼາຍກວ່າທີ່ຈະຖືກຝັງໄວ້ຢ່າງບໍມີ ກຽດກັບຄົນ ທີ່ເປັນສັດຕູພໍ່ຂອງທ່ານແລະສັດຕູຂອງທ່ານເອງທ່າມກາງຄົນທີ່ທໍລະຍົດຕໍ່ປະ ເທດອັງກິດ,ພິທີຝັງສົບໄດ້ຈັດຢ່າງຍິ່ງໃຫຍ່ໃນວິຫານເວສມິນສະເຕີ, ດູໝີ່ນພຶດຕິກໍາຂອງ ພວກຂາຍຊາດຕໍ່ໜ້າຂອງຮິດເລີແລະລະບົບນາຊີຂອງເຂົາ. ເຖິງແມ່ນວ່າເຊີດຊິວຈະບໍ່ ແມ່ນຄຣິສຕຽນທີ່ບັງເກີດໃຫມ່ກໍຕາມ ລາວກໍເປັນຄົນທີ່ມີກຽດ.

ແນ່ນອນພຣະເຢຊູຊົງເປັນມະນຸດຜູ້ຍິ່ງໃຫຍ່ທີ່ສຸດທີ່ເຄີຍມີຊີວິດຢູ່, ແມ່ນພຣະອົງຄື ມະນຸດຄົນໜື່ງ “ພຣະເຢຊູຄຣິດຊົງສະພາບເປັນມະນຸດ” (1 ຕິໂມທຽວ 2:5)ຄວາມຍິ່ງ ໃຫຍ່ສຸດຂອງພຣະອົງຖືກວາງລົງໃນຄວາມຈິງທີ່ວ່າພຣະອົງຊົງປະທານຊີວິດດ້ວຍເຕັມໃຈ ເພື່ອຈ່າຍຄ່າບາບຂອງເຮົາໃນສາຍພຣະເນດຂອງພຣະເຈົ້າພຣະບິດາ, ຊ່ວງເວລາສັ້ນໆ ກ່ອນທີ່ພຣະອົງຈະຖືກຄຶງພຣະເຢຊູຕັດວ່າ:

“ບໍ່ມີຜູ້ໃດມີຄວາມຮັກທີ່ຍິ່ງໃຫຍ່ກວ່ານີ້ ຄືການທີ່ຜູ້ໜຶ່ງຜູ້ໃດຈະສະລະຊີວິດຂອງຕົນເພື່ອມິິດສະຫາຍຂອງຕົນ” (ໂຢຮັນ 15:13)

ໄມ້ກາງແຂນແສນທົນກາຍເປັນບັນລັງຂອງພຣະອົງ
ອານາຈັກຂອງພຣະອົງຢູ່ໃນໃຈເທົ່ານັ້ນ
ພຣະອົງຂຽນຄວາມຮັກຂອງພຣະອົງດ້ວຍສີແດງເຂັ້ມ
ແລະສວມມົງກຸດໜຸ່ມເທິງສີສະຂອງພຣະອົງ

ເພື່ອທີ່ຮັກ ຕອນນີ້ທ່ານຈະເຮັດແນວໃດກັບພຣະເຢຊູຜູ້ທີ່ເອີ້ນວ່າພຣະຄຣິດ? ຄືກັບ ທີ່ ຊີ.ເອັສ.ລູອິສ ຂຽນວ່າ:ມີຢູ່ສອງຢ່າງທີ່ເປັນໄປໄດ້ “ທ່ານສາມາດຖົ່ມນ້ຳລາຍໃສ່ພຣະອົງ ແລະຂ້າພຣະອົງຄືກັບພະຍາມານຫຼືທ່ານສາມາດລົ້ມລົງທີ່ພຣະບາດຂອງພຣະອົງແລະເອີ້ນ ພຣະອົງວ່າອົງພຣະຜູ້ເປັນເຈົ້າ” ທ່ານຈະເລືອກເອົາອັນໃດ? ທາງເລືອກທີ່ສາມຄືເມີນເສີຍ ຕໍ່ພຣະອົງແລະໄປຕາມຊີວິດຂອງທ່ານ, ຄິດເສຍວ່າຄວາມເຈັບປວດແລະຄວາມທຸກຂອງ ພຣະອົງບໍ່ມີຄວາມໝາຍຫຍັງຕໍ່ທ່ານ, ຂ້າພະເຈົ້າຮູ້ສຶກເສົ້າໃຈຫຼາຍຕໍ່ຄົນທີ່ປະຕິບັດຕໍ່ພຣະຜູ້ ໂຜດໃຫ້ພົ້ນແບບບໍ່ໃຫ້ກຽດ, ໄດ້ແຕ່ຫວັງວ່າທ່ານຈະບໍ່ແມ່ນໜື່ງໃນເຂົາເຫຼົ່ານັ້ນ, ເຂົາເຫຼົ່າ ນັ້ນເປັນພວກທີ່ ທີ.ເອັສ.ອີລຽດ ເອີ້ນວ່າ “ມຸດນຸດໂພງ” - ຄົນທີ່ມີຊີວິດເພື່ອຄວາມສະໜຸກ ສະໜານຊົ່ວຄາວ, ແມ່ນ ຂ້າພະເຈົ້າໄດ້ແຕ່ຫວັງວ່າທ່ານຈະບໍ່ແມ່ນໜື່ງໃນເຂົາເຫຼົ່ານັ້ນ, ເພາະພວກເຂົາຈະຕ້ອງຢູ່ໃນສ່ວນເລິກຂອງນາລົກ.

ຢ່າໃຫ້ຂ້າລືມເກັດເສມານີ
ຢ່າໃຫ້ຂ້າລືມຄວາມທໍລະມານ
ຢ່າໃຫ້ຂ້າລືມຄວາມຮັກອ່ອນຫວານ
ໂຜດນຳໄປເຖິງກາງແຂນ
(“ໂຜດນຳໄປເຖິງກາງແຂນ” ໂດຍ:ເຈນນີ ອີ.ຮັສນີ 1874-1958)

ຂ້າພະເຈົ້າຂໍອະທິຖານໃຫ້ທ່ານຈະມາຫາພຣະເຢຊູ,ວາງໃຈພຣະອົງດ້ວຍສຸດໃຈຂອງທ່ານ ແລະພົ້ນຈາກຄວາມຕາຍໄປສູ່ຊີວິດຄຣິສຕຽນໃນກັບໃຫມ່ຢ່າງແທ້ຈິງ.

ຂໍທຸກຄົນຢືນຂື້ນພ້ອມກັນ, ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບການໄດ້ຮັບ ການຊຳລະລ້າງບາບຂອງທ່ານໂດຍພຣະເຢຊູ, ກະລຸນາຍ່າງໄປຂ້າງຫຼັງຫ້ອງປະຊຸມຕອນ ນີ້ເລີຍ, ດຣ. ເຄແກນ ຈະພາທ່ານໄປບ່ອນງຽບໆບ່ອນທີ່ເຮົາສາມາດສົນທະນາກັນໄດ້. ຂໍໃຫ້ລີມາອະທິຖານເພື່ອຜູ້ທີ່ຕອບຮັບແດ່. ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍດຣ.ໄຄຣ້ທັນ ແອວ.ຊານ:ອິດສະຢາ 53:1-9.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
“ມົງກຸດໜາມ” (ໂດຍ ໄອຣາ ເອັຟ.ສະແຕນຟິວ 1914-1993)
“ໂຜດນຳໄປເຖິງກາງແຂນ” (ໂດຍ:ເຈນນີ ອີ.ຮັສນີ 1874-1958).


ໂຄງຮ່າງບົດເທດສະໜາ

ຄວາມຂັດແຍງການຟັງພຣະສົບຂອງພຣະຄຣິດ

(ຄໍາເທດສະໜາຕອນທີ 10 ໃນອິດສະຢາ 53)

ໂດຍ: ດຣ. ອາ.ແອວ.ໄຮເມີ ຈູເນຍ

“ແລະເຂົາຈັດຫລຸມສົບຂອງທ່ານໄວ້ກັບຄົນຊົ່ວ ໃນຄວາມຕາຍ ຂອງທ່ານເຂົາຈັດໄວ້ກັບເສດຖີ ແມ່ນທ່ານບໍ່ໄດ້ເຮັດການທາ ລຸນປະການໃດເລີຍ ແລະບໍ່ມີການຫລອກລວງໃນປາກຂອງ ທ່ານ” (ອິດສະຢາ 53:9)

( 1 ໂກລິນໂທ 15:3-4; ໂຢຮັນ 17:3; ໂລມ 6:4)

I.   ໜື່ງ ຄວາມຂັດແຍງຂອງການຝັງພຣະສົບຂອງພຣະອົງ ອິດສະຢາ 53:9ກ.
ໂຢຮັນ 19:31; ມັດທາຍ 27:60; ໂລມ 7:24

II.  ສອງ ຄວາມຂັດແຍງຖືກອະທິບາຍ ອິດສະຢາ 53:9ຂ; 1 ເປໂຕ 2:22
1 ຕິໂມທຽວ 2:5; ໂຢຮັນ 15:13.