ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ,
ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.
ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່,
www.sermonsfortheworld.com, ສ່ວນອີກຫຼາຍ
ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ
46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ
ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້,
ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ
ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.
ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ
ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.
ຄວາມທຸກແລະໄຊຊະນະຂອງຜູ້ຮັບໃຊ້ພຣະເຈົ້າ (ຄຳເທດສະໜາຕອນທີ່ 1 ໃນອິດສະຢາ 53) ໂດຍ ດຣ. ອາແອວ ໄຮເມີ ຈູເນຍ. ຄຳເທດສະໜາທີ່ເທດທີ່ຄຣິສຕະຈັກແບ໊ບຕິດເທເບີນາໂຄແຫ່ງລອສເອງເຈີລິສ “ເບິ່ງແມ້ຜູ້ຮັບໃຊ້ຂອງເຮົາຂອງເຮົາຈະເຮັດຢ່າງມີສະຕິປັນຍາທ່ານຈະສູງເດັ່ນ ແລະ ເປັນທີ່ເທີດທູນແລະທ່ານຈະສູງຫຼາຍດ້ວຍຄົນເປັນຈຳນວນຫຼາຍຕະລຶງເພາະ ທ່ານສັນໃດໜ້າຕາຂອງທ່ານເສຍໂສມຫຼາຍກວ່າມະນຸດຄົນໃດແລະຮູບຮ່າງຂອງທ່ານກໍ ເສຍໂສມຫຼາຍກວ່າລູກທັງຫຼາຍຂອງມະນຸດຄົນໃດທ່ານກໍຈະເຮັດໃຫ້ບັນດາປະຊາຊາດ ເປັນອັນຫຼາຍຕົກຕະລຶງສັນນັ້ນບັນດາກະສັດກໍຈະປິດພຣະໂອດເພາະທ່ານນັ້ນເພາະ ເຂົາທັງຫຼາຍຈະເຫັນສິ່ງທີ່ບໍ່ມີໃຜບອກເຂົາແລະເຂົາຈະພິລະນາເຖິງສິ່ງທີ່ ເຂົາບໍ່ເຄີຍໄດ້ຍິນ” (ອິດສະຢາ 52:13-15) |
ກະລຸນາເປີດໜ້ານີ້ເອົາໄວ້, ຂໍ້ພຣະຄຳພີເຫຼົ່ານີ້ຈະລວມທັງບົດທີ່ 53 ຫຼາຍກວ່າບົດທີ່ 52, ອີງຕາມທີ່ດຣ. ຈອນກິລເຊັ່ນດຽວກັນກັບນັກບັນຍາຍພຣະຄຳພີສະໄໝທີ່ວ່າ “ສ່ວນຫຼາຍ” ໄດ້ກ່າວໄວ້ (ດຣ.ແຟຣັງອີ.ເກເບລິນ The Expositor’s Bible Commentary, Regency Reference Library, 1986, volume 6, ໜ້າ 300). ຂໍ້ພຣະທຳທັງໝົດຈາກບົດທີ່ 52 ຂໍ້ 13 ເຖິງບົດທີ່ 53 ຂໍ້ 12 ເວົ້າເຖິງ “ຄວາມທຸກລຳບາກຜູ້ຮັບໃຊ້”ຂອງພຣະເຈົ້າ. ທ່ານມັດທິວເຮນຣີ່ໄດ້ເວົ້າວ່າ: ຄຳພະຍາກອນນີ້ຊື່ງເລີ່ມຕົ້ນຈາກບ່ອນນີ້ຕໍ່ຈົນເຖິງຕອນທ້າຍຂອງບົດຕໍ່ໄປຕ່າງກໍຊີ້ໄປທີ່ພຣະເຢຊູຄຣິດຢ່າງຈະແຈ້ງ,ຄົນຢິວສະໄໝກ່ອນມີຄວາມເຂົ້າໃຈເຖິງພຣະເມສິຢາ, ພວກ(ອາຈານ)ສະໄໝໄໝຕ່າງກໍແປບິດເບືອນເຖິງຄວາມຄວາມເຈັບປວດນີ້ໄປ, ແຕ່ຟີລິບ(ຈາກຂໍ້ພຣະຄຳພີນີ້)ໄດ້ເທດສະໜາເຖິງເລື່ອງ ພຣະຄຣິດຕໍ່ຂັນທີໄດ້ກ່າວໂຕ້ແຍ້ງຜ່ານມາວ່າ “ຄຳພະຍາກອນນີ້ໄດ້ກ່າວເຖິງພຣະອົງ”ຄືພຣະອົງບໍ່ແມ່ນຜູ້ອື່ນໃດ ກິດຈະການ 8:34-35 (ຄຳອະທິບາຍຂອງມັດທິວເຮນຣີ່ໃນພຣະຄຳພີທັງເຫຼັ້ມ ສຳນັກພິມ ເຮັນຣີ່ສັນ, ພິມໃຫມ່ 1996 ບົດທີ່ 4 ໜ້າ 235) ຄົນຢິວບູຮານຄົນໜື່ງຊື່ Targum ເວົ້າວ່າ: ນີ້ກ່າວເຖິງພຣະເມດສິຍາຕາມທີ່ທຳມາຈານເຊັ່ນອາເບັນ ເອສຣາແລະອັນເຊກໄດ້ກ່າວເອົາໄວ້ (ດຣ. ຈອນກິລ ການເປີດເຜີຍຂອງພຣະຄຳພີເດີມ, The Baptist Standard Bearer, ພິມໃຫມ່ປີ 1989 , ບົດທີ່ I, ໜ້າ. 309). ເຊັ່ນດຽວກັນຍັງລວມເຖິງນັກບັນຍາຍຄຣິສຕຽນຜ່ານທາງປະຫວັດສາດຫຼາຍຄົນກໍໄດ້ກ່າວວ່າຄຳພະຍາກອນນີ້ເລັ່ງເຖິງພຣະເຢຊູຄຣິດ. ສະເປີໂຈນກ່າວວ່າ: ພວກເຂົາເວົ້າເຖິງຄົນອື່ນໄດ້ແນວໃດ? ຈະມີໃຜອີກທີ່ຜູ້ພະຍາກອນເວົ້າເຖິງ? ຖ້າຫາກບຸລຸດຊາວນາຊາເລັດ,ພຣະບຸດຂອງພຣະເຈົ້າບໍ່ແມ່ນຕາມທີ່ເຫັນໃນຂໍ້ພຣະຄຳພີທັງສາມຂໍ້ເວົ້າເຖິງແລ້ວ ມັນກໍຈະເປັນຄືກັບຄວາມມືດໃນຕອນທ່ຽງຄືນ. ພວກເຮົາບໍ່ເຄີຍລັງເລເລີຍທີ່ຈະປະຍຸກໃຊ້ທຸກໆຄຳເລັງເຖິງພຣະເຢຊູຄຣິດພຣະເຈົ້າຂອງເຮົາ. (ຊີເອຊ ສະເປີໂຈນ, “ໄຊຊະນະທີ່ີແນ່ນອນຂອງ ຜູ້ທີ່ຖືກຄຶງ” The Metropolitan Tabernacle Pulpit, Pilgrim Publications, 1971 reprint, volume XXI, p. 241). ຄືກັບທີ່ໄດ້ເອີຍເຖິງໄປແລ້ວໂດຍມັດທິວເຮັນຣີ່, ຟີລິບນັກປະກາດຂ່າວປະເສີດໄດ້ເວົ້າເຖິງໃນຂໍ້ພຣະຄຳພີນີ້ເລັງເຖິງຄວາມທຸກລຳບາກຂອງພຣະຄຣິດ. “ຂັນທີຈຶ່ງຖາມຟີລິບວ່າ "ສາດສະດາພະຍາກອນໄດ້ກ່າວຢ່າງນັ້ນເລັງເຖິງຜູ້ໃດ ເລັງເຖິງຕົວທ່ານເອງ ຫລືເລັງເຖິງຜູ້ອື່ນບອກຂ້າພະເຈົ້າເຖີດ"ຝ່າຍຟີລິບຈຶ່ງເລີ່ມຕົ້ນເລົ່າເລື່ອງກ່າວຕາມພຣະຄຳພີຂໍ້ນັ້ນຊີ້ແຈງເຖິງເລື່ອງພຣະເຢຊູ” (ກິດຈະການ 8:34-35) ພວກເຮົາບໍ່ສາມາດເຮັດດີໄປກວ່ານັກບູຮານເຊັ່ນທາກຳທຳມາຈານສະໄໝບູ ຮານ, ຜູ້ປະກາດຂ່າວປະເສີດຟີລິບແລະຄຣິສຕຽນນັກອະທິບາຍທຸກຍຸກທຸກສະໄໝ. ຂໍ້ພຣະຄຳພີແຕ່ລະຂໍ້ໃນຫົວຂໍ້ຂອງເຮົາໄດ້ພະຍາກອນເຖິງພຣະເມດສິຍາຄືພຣະເຈົ້າ ພຣະເຢຊູຄຣິດ. I. ປະການທີ່ໜື່ງເຮົາເຫັນການຮັບໃຊ້ຂອງພຣະຄຣິດຕໍ່ພຣະເຈົ້າ ຄືພຣະເຈົ້າພຣະບິດາທີ່ເປັນຜູ້ກ່າວໃນຂໍ້ທີ່ 13 “ເບິ່ງແມ້ຜູ້ຮັບໃຊ້ຂອງເຮົາຂອງເຮົາຈະເຮັດຢ່າງມີສະຕິປັນຍາທ່ານຈະສູງເດັ່ນ ແລະເປັນທີ່ເທີດທູນແລະທ່ານຈະສູງຫຼາຍ” (ອິດສະຢາ 52:13) ພຣະເຈົ້າບອກພວກເຮົາໃຫ້ເບິ່ງທີ່ “ຜູ້ຮັບໃຊ້” ຂອງພຣະອົງເມື່ອພຣະເຢຊູຄຣິດສະເດັດເຂົ້າມາໃນໂລກ ພຣະອົງ: “ແຕ່ໄດ້ຊົງກະທຳພຣະອົງເອງໃຫ້ບໍ່ມີຊື່ສຽງໃດໆແລະຊົງຮັບສະພາບຢ່າງຜູ້ຮັບໃຊ້ຊົງຖືກຳເນີດໃນລັກສະ ນະຂອງມະນຸດ” (ຟີລິບປອຍ 2:7) ໃນຖານະຜູ້ຮັບໃຊ້ຂອງພຣະເຈົ້າໃນໂລກນີ້ພຣະຄຣິດຊົງມີຄວາມຮອບຄອບແລະປະພຶດຕົນຢ່າງສະຫຼຽວສະຫຼາດ. ທຸກສິ່ງທີ່ພຣະເຢຊູຊົງກ່າວແລະກະທຳໃນຊ່ວງທີ່ຮັບໃຊ້ໃນໂລກນີ້ສຳເລັດລົງດ້ວຍສະຕິປັນຍາທີ່ຍິ່ງໃຫຍ່. ໃນຕອນທີ່ເປັນເດັກນ້ອຍໃນພຣະວິຫານພວກອາຈານຕ່າງກໍມີຄວາມປະຫຼາດໃຈໃນສະຕິປັນຍາຂອງພຣະອົງ, ຫຼັງຈາກນັ້ນຕໍ່ມາພວກຟາຣິສີແລະພວກສະດຸສີກໍບໍ່ສາມາດຕອບພຣະອົງໄດ້ ແລະແມ່ນແຕ່ປີລາດເຈົ້າ ແຂວງຂອງພວກໂລມັນກໍຕ້ອງຫຸບປາກເມື່ອພຣະອົງຊົງກ່າວອອກໄປ. ຈາກນັ້ນຂໍ້ພຣະຄຳພີ ຂອງເຮົາກໍເວົ້າກ່ຽວຂ້ອງກັບຜູ້ຮັບໃຊ້ຂອງພຣະເຈົ້າວ່າ: “ທ່ານຈະສູງເດັ່ນແລະເປັນທີ່ເທີດທູນແລະທ່ານຈະສູງຫຼາຍ” (ອິດສະຢາ 52:13) ພາສາອັງກິດສະໄໝໃໝ່ສາມາດແປເປັນ “ຍົກ”, “ຍົກຂື້ນ”ແລະ “ຍົກຂື້ນຢ່າງສູງ” ດຣ. ເອັດເວີດເຈຢັງ ໄດ້ຊີ້ບອກວ່າ “ມັນເປັນໄປບໍ່ໄດ້ທີ່ຈະອ່ານຂໍ້ພຣະຄຳພີເຫຼົ່ານີໂດຍປາສະຈາກການເຕືອນສະຕິເຖິງການຍົກຂື້ນຂອງພຣະຄຣິດໃນ ຟີລິບປອຍ 2:9-11 ແລະກິດຈະການ 2:33” (ດຣ. ເອັດເວີດ ເຈ ຢັງໜັງສືອິດສະຢາ ເອີດແມນສ໌ 1972 ເລຶ່ືອງທີ່ 3 ໜ້າ 336) “ເຫດສະນັ້ນພຣະເຈົ້າຈຶ່ງໄດ້ຊົງຍົກພຣະອົງຂຶ້ນຢ່າງສູງທີ່ສຸດດ້ວຍແລະໄດ້ຊົງປະທານພຣະນາມເໜືອນາມທັງປວງໃຫ້ແກ່ພຣະອົງ” (ຟີລິບປອຍ 2:9) “ພຣະເຢຊູນີ້ພຣະເຈົ້າໄດ້ຊົງບັນດານໃຫ້ຄືນພຣະຊົນແລ້ວຂ້າພະເຈົ້າທັງຫລາຍເປັນພະຍານໃນຂໍ້ນີ້ ເຫດສະນັ້ນເມື່ອພຣະຫັດເບື້ອງຂວາຂອງພຣະເຈົ້າໄດ້ຊົງຕັ້ງພຣະອົງຂຶ້ນ...ພຣະອົງໄດ້ຊົງເທລິດເດດນີ້ລົງມາ” (ກິດຈະການ 2:32-33) “ເບິ່ງແມ້ຜູ້ຮັບໃຊ້ຂອງເຮົາຂອງເຮົາຈະເຮັດຢ່າງມີສະຕິປັນຍາທ່ານຈະສູງເດັ່ນ ແລະເປັນທີ່ເທີດທູນ ແລະທ່ານຈະສູງຫຼາຍ ” (ອິດສະຢາ 52:13) ຍົກຍ້ອງ -“ຍົກ” ເທີດທູນ - “ຍົກຂື້ນ”ສູງຫຼາຍ - “ຍົກຂື້ນຢ່າງສູງ” ນີ້ຄືຂໍ້ພຣະຄຳພີທີ່ສະທ້ອນໃຫ້ເຫັນເຖິງຂັ້ນຕອນການຍົກຂື້ນຂອງພຣະເຢຊູ, ພຣະອົງຊົງຟື້ນຂື້ນຈາກຄວາມຕາຍ! ພຣະອົງຊົງຖືກຍົກຂື້ນສູ່ສະຫວັນ! ຕອນນີ້ພຣະອົງຊົງນັ່ງທີ່ເບື້ອງຂວາ ພຣະຫັດຂອງພຣະເຈົ້າ! ຍົກຍ້ອງ -“ຍົກ” ເທີດທູນ - “ຍົກຂື້ນ”ສູງຫຼາຍ - ຈົນກະທັ່ງທີ່ພຣະຫັດຂວາຂອງພຣະເຈົ້າໃນສະຫວັນ! ເອແມນ! ພຣະອົງຊົງຖືກຍົກຂື້ນຈາກຄວາມຕາຍ “ເບິ່ງແມ້ຜູ້ຮັບໃຊ້ຂອງເຮົາຂອງເຮົາຈະເຮັດຢ່າງມີສະຕິປັນຍາທ່ານຈະສູງເດັ່ນ ແລະເປັນທີ່ເທີດທູນແລະທ່ານຈະສູງຫຼາຍ” (ອິດສະຢາ 52:13) ພຣະເຢຊູຄືຜູ້ຮັບໃຊ້ຂອງພຣະບິດາ - ພຣະເຈົ້າພຣະບຸດ - ຊົງຟື້ນຄືນຈາກຄວາມຕາຍສະເດັດຂື້ນສູ່ສະຫວັນ, ຊົງນັ່ງທີ່ພຣະຫັດເບື້ອງຂວາຂອງພຣະບິດາ! ຮາເລລູຢາ! ພຣະຜູ້ຊ່ວຍໃຫ້ລອດ! II. ປະການທີ່ສອງເຮົາເຫັນການເສຍສະຫຼະຂອງພຣະຄຣິດເພື່ອຄວາມບາບ ກະລຸນາອ່ານຂໍ້ 14 ດັງໆ “ດ້ວຍຄົນເປັນຈຳນວນຫຼາຍຕະລຶງເພາະທ່ານສັນໃດ ໜ້າຕາຂອງທ່ານເສຍໂສມຫຼາຍກວ່າມະນຸດຄົນໃດແລະຮູບຮ່າງຂອງທ່ານກໍເສຍໂສມຫຼາຍກວ່າລູກທັງຫຼາຍຂອງມະນຸດຄົນໃດ” (ອິດສະຢາ 52:14) ດຣ. ຢັງກ່າວວ່າຄົນທີ່ໄດ້ເຫັນ “ບັນຫາການເສຍໂສມຂອງຜູ້ຮັບໃຊ້[ອາດຈະເປັນ]ເຮັດໃຫ້ໜ້າຢ້ານແລະທຸບຕີໂດຍເຮັດໃຫ້ຢ້ານ…ການເສຍໂສມຂອງພຣະອົງ[ອາດຈະເປັນ]ເປັນເລື່ອງໃຫຍ່ຫຼາຍຈົນພຣະອົງບໍ່ປາກົດເຫັນວ່າຄືມະນຸດອີກ…ຮູບຮ່າງຂອງ ພຣະອົງເສຍໂສມຫຼາຍຈົນບໍ່ມີຄວາມເປັນມະນຸດເລີຍ. ນີ້ຄືຄຳເວົ້າທີ່ຮຸນແຮງຊື່ງໄດ້ເວົ້າເຖິງຄວາມທຸກອັນຍິ່ງໃຫຍ່ຂອງພຣະອົງ (ເຫຼັ້ມດຽວກັນໜ້າ 337-338). ພຣະເຢຊູຄຣິດຊົງເສຍໂສມໃນຊ່ວງເວລາຄວາມທຸກທໍລະມານຂອງພຣະອົງ. ຄືນກ່ອນທີ່ພຣະອົງຈະຖືກຄຶງພຣະອົງຊົງຢູ່ “ໃນຄວາມເຈັບປວດ” “ເມື່ອພຣະອົງຊົງເປັນທຸກຫຼາຍພຣະອົງຍິ່ງປົງພຣະໄທອະທິຖານເຫື່ອຂອງພຣະອົງເປັນເໝືອນເລືອດໄຫລຢາດລົງເຖິງດິນເປັນເມັດໃຫຍ່” (ລູກາ 22:44) ເລື່ອງນີ້ເກີດຂື້ນກ່ອນທີ່ພວກເຂົາຈະມາຈັບພຣະອົງ,ໃນສວນເກດເສມານີທີ່ມືດມົນ,ການພິພາກສາສຳຫຼັບຄວາມບາບຂອງເຮົາໄດ້ຕົກຢູ່ທີ່ພຣະອົງ, ເມື່ອພວກທະຫານມາຈັບ ພຣະອົງ ພຣະອົງຊົງປຽກໂຊມໄປດ້ວຍເລືອດແລ້ວ. ຫຼັງຈາກນັ້ນພວກເຂົາກໍຈັບພຣະອົງແລະຕີພຣະອົງທີ່ໃບໜ້າ. ຜູ້ພະຍາກອນອິດສະຢາໄດ້ກ່າວໄວ້ໃນຂໍ້ອື່ນອີກເລື່ອງຄວາມທຸກທໍລະມານຂອງຜູ້ຮັບໃຊ້ວ່າ: “ຂ້າພະເຈົ້າຫັນຫຼັງໃຫ້ແກ່ຜູ້ທີ່ໂບຍຕີຂ້າພະເຈົ້າແລະຫັນແກ້ມໃຫ້ແກ່ຄົນທີ່ດຶງໜວດເຄົາຂ້າພະເຈົ້າອອກ ຂ້າພະເຈົ້າບໍ່ໜີໜ້າຈາກຄວາມອາຍແກ່ການຖົ່ມນ້ຳ ລາຍຮົດ” (ອິດສະຢາ 50:6) ລູກາກ່າວວ່າ “ເຂົາຈື່ງຕົບພຣະພັກພຣະອົງ” (ລູກາ 22:64). ມາລະໂກກ່າວວ່າປີລາດ “ໄດ້ໃຫ້ຂ້ຽນຕີພຣະອົງ” (ມາລະໂກ 15:15). ໂຢຮັນໄດ້ກ່າວ່າ: “ຂະນະນັ້ນປີລາດຈຶ່ງໃຫ້ເອົາພຣະເຢຊູໄປໂບຍຕີ ແລະພວກທະຫານກໍເອົາໜາມສານເປັນມົງກຸດສວມພຣະສຽນຂອງພຣະອົງ ແລະໃຫ້ພຣະອົງສວມເສື້ອສີມ່ວງແລ້ວທູນວ່າ "ທ່ານກະສັດຂອງພວກຢິວຂໍຊົງພຣະຈະເລີນ" ແລະເຂົາກໍຕົບພຣະອົງດ້ວຍຝ່າມື” (ໂຢຮັນ 19:1-3) ຫຼັງຈາກນັ້ນພວກເຂົາກໍເອົາຕະປູມາຕອກທີ່ມືແລະຕີນຂອງພຣະອົງທີ່ກາງແຂນ. ຄືກັບທີ່ດຣ.ຢັງໄດ້ໃສ່ລົງໄປວ່າ “ໜ້າຕາຂອງພຣະອົງເສຍໂສມຫຼາຍຈົນພຣະອົງບໍ່ມີຄວາມເປັນມະນຸດອີກຕໍ່ໄປ” (ເຫຼັ້ມດຽວກັນໜ້າ 338). “ດ້ວຍຄົນເປັນຈຳນວນຫຼາຍຕະລຶງເພາະທ່ານສັນໃດໜ້າຕາຂອງທ່ານເສຍໂສມຫຼາຍກວ່າມະນຸດຄົນໃດແລະຮູບຮ່າງຂອງທ່ານກໍເສຍໂສມຫຼາຍກວ່າລູກທັງຫຼາຍຂອງມະນຸດຄົນໃດ” (ອິດສະຢາ 52:14) ການແຕ້ມຮູບສະໄໝໄໝສ່ວນຫຼາຍແຕ້ມບໍ່ໃກ້ຄຽງກັບໜັງຂອງ ເມວກິບສັນ ທີ່ຊື່ວ່າ “The Passion of the Christ,” ເປັນການສະແດງເຖິງລັກສະຂອງພຣະອົງຫຼັງຈາກທີ່ຖືກຂ້ຽນ,ຖືກຕີແລະຖືກຄຶງທີ່ກາງແຂນ. ພຣະຄຳພີສະບັບສະກໍຟິວ ສຶກສາ ກ່າວເຖິງຂໍ້ນີ້ວ່າ “ຕາມຫຼັກໂຕອັກສອນແລ້ວສະແດງເຖິງການປະເຊີນກັບບັນຫາ ‘ຈາກພຣະລັກສະນະຄວາມເປັນມະນຸດຂອງພຣະອົງເບິ່ງຄືວ່າຕອນນີ້ພຣະອົງຈະບໍ່ແມ່ນລູກຂອງມະນຸດອີກຕໍ່ໄປ’ – ‘ບໍ່ແມ່ນມະນຸດຈາກບາດແຜທີ່ ມັດທາຍ 26 ໄດ້ອະທິບາຍເອົາໄວ້…” ໃຫ້ເຮົາຟັງເພງຂອງໂຢເຊບຮາດທ໌ (ຄ.ສ.1712-1768). ດ້ວຍໜາມຮ່າງກາຍຂອງພຣະອົງຈື່ງມີແຜເລິກແລະເລືອດອອກ ເປັນຫຍັງພຣະຜູ້ຊ່ວຍໃຫ້ລອດທີ່ຮັກບອກຂ້າພະເຈົ້າວ່າເປັນຫຍັງ ເປັນຫຍັງພຣະຜູ້ຊ່ວຍໃຫ້ລອດທີ່ຮັກບອກຂ້າພະເຈົ້າວ່າເປັນຫຍັງໜ້າຕາຂອງ ພຣະອົງ“ເສຍໂສມຫຼາຍກວ່າມະນຸດຄົນໃດແລະຮູບຮ່າງຂອງທ່ານກໍເສຍໂສມຫຼາຍກວ່າລູກທັງຫຼາຍຂອງມະນຸດຄົນໃດ”? ຄຳຕອບໄດ້ບອກໄວ້ໃນຕອນທ້າຍຂອງຂໍ້ທີ່ 12 ໃນບົດທີ່ 53, “ທ່ານກໍແບກບາບຂອງຄົນເປັນອັນຫຼາຍ” (ອິດສະຢາ 53:12) ນີ້ຄືການເສຍສະຫຼະຂອງພຣະຄຣິດເພື່ອຄວາມຜິດບາບທັງຫຼາຍຂອງເຮົາ, ຊົງເສຍສະຫຼະແທນ - ພຣະເຢຊູຊົງທົນທຸກທໍລະມານແລະຕາຍເພື່ອບາບຂອງເຮົາ, ໃນສະຖານທີ່ຂອງເຮົາ - ເທິງໄມ້ກາງແຂນ! ດັ່ງນັ້ນເຮົາຈື່ງເຫັນການຮັບໃຊ້ຂອງພຣະຄຣິດຕໍ່ພຣະເຈົ້າ, ດັ່ງນັ້ນເຮົາຈື່ງເຫັນການເສຍສະຫຼະເພື່ອຈ່າຍໜີບາບໃຫ້ກັບເຮົາ. III. ປະການທີ່ສາມເຮົາເຫັນຄວາມລອດຂອງພຣະຄຣິດທີ່ນຳມາໃຫ້ເຮົາ ກະລຸນາຢືນຂື້ນແລະອ່ານອິດສະຢາ 52:15 ດັງໆ. “ທ່ານກໍຈະເຮັດໃຫ້ບັນດາປະຊາຊາດເປັນອັນຫຼາຍຕົກຕະລຶງສັນນັ້ນບັນດາກະສັດກໍຈະປິດພຣະໂອດເພາະທ່ານນັ້ນເພາະເຂົາທັງຫຼາຍຈະເຫັນສິ່ງທີ່ບໍ່ມີໃຜບອກເຂົາແລະເຂົາຈະພິລະນາເຖິງສິ່ງທີ່ເຂົາບໍ່ເຄີຍໄດ້ຍິນ” (ອິດສະຢາ 52:15). ກະລຸນານັ່ງລົງ. ດຣ.ຢັງໄດ້ເວົ້າຢູ່ໃນຂໍ້ນີ້ວ່າ ການເສຍສະຫຼະແລະຄວາມທຸກຂອງພຣະຄຣິດໃນຂໍ້ 14 ໄດ້ອະທິບາຍແລະນຳໃຊ້ຄື: ຜູ້ພະຍາກອນອະທິບາຍນວ່າເປັນຫຍັງພຣະອົງ[ພຣະຄຣິດ]ຈື່ງເສຍໂສມ. ດັ່ງນັ້ນໃນສະຖານະການການເສຍໂສມນີ້ “ທ່ານກໍຈະເຮັດໃຫ້ບັນດາປະຊາຊາດເປັນອັນຫຼາຍຕົກຕະລຶງ” [ເຈາະຈົງ]ຄົນທີ່ຖືກທໍາລາຍເສຍໂສມຄືຜູ້ຮັບໃຊ້ ທີ່ເຮັດບາງຢ່າງເພື່ອຄົນອື່ນ,ນີ້ຄືການສະແດງເຖິງຄວາມບໍລິສຸດຂອງພຣະອົງ, ການເສຍໂສມຂອງພຣະອົງ [ໃນການທົນທຸກຂອງ ພຣະອົງ]ເປັນ…ສະຖານະການທີ່ພຣະອົງເອງໄດ້ນຳການຊຳລະລ້າງມາສູ່ປະຊາຊາດ. ປະໂຫຍກ ທ່ານກໍ ຈະແພ່ອອກໄປ [ຄຳເວົ້າ]ເໝືອນການກະຈາຍຂອງນ້ຳຫຼືເລືອດທີ່ຊົງຊຳລະ… ມັນຄືວຽກຂອງ [ພຣະຄຣິດໃນຖານະປະໂລຫິດ] ທີ່ຊົງເຮັດເພື່ອຈຸດປະສົງໃນການນໍາຄວາມບໍລິສຸດແລະການຊຳລະລ້າງມາສູ່ຜູ້ອື່ນ, ພຣະອົງເອງໃນຖານະປະໂລຫິດຈະຊົງແພ່ນ້ຳແລະພຣະໂລຫິດແລະຄວາມບໍລິສຸດສູ່ປະ ຊາຊາດເປັນອັນຫຼາຍ, ພຣະອົງຊົງກະທຳແບບນີ້ໃນຖານະຜູ້ທົນທຸກ ຊື່ງການທົນທຸກຄືເພື່ອນຳຄວາມບໍລິສຸດມາສູ່ຄົນທີ່ປະສົງຮ້າຍແລະປ່ຽນແປງພຶດຕິກຳຂອງພວກເຂົາ (ເຫຼັ້ມດຽວກັນ ໜ້າ 338-339). ແນ່ນອນເລື່ອງນີ້ຄືສຳເລັດຕາມຄຳພະຍາກອນ, ການປະກາດຂ່າວປະເສີດຂອງພຣະຄຣິດໄດ້ທຳລາຍຄວາມເຊື່ອຂອງລັດທິຢູດາຍແລະກາຍມາເປັນຄວາມເຊື່ອຂອງປະຊາຊາດ. ຈາກສະຕະວັດທີ່ໜື່ງ “ປະຊາຊາດຫຼາຍຊາດ” ໄດ້ຖືກປະກາດໄປ ແລະຜູ້ຄົນທົ່ວທຸກມຸມໂລກໄດ້ຮັບການຊຳລະໃຫ້ບໍລິສຸດໂດຍພຣະໂລຫິດຂອງພຣະເຢຊູ ໄດ້ນຳພວກເຂົາສູ່ຄວາມລອດພົ້ນໃນພຣະເຢຊູຄຣິດ, ດຣ.ຢັງ ກ່າວວ່າ “ການປ່ຽນແປງພຶດຕິກຳຂອງຄົນທີ່ທຳຮ້າຍພຣະອົງ” .ເຖິງຢ່າງໃດກໍຕາມບໍ່ແມ່ນກະສັດທຸກອົງຂອງຫຼາຍຊາດຈະໄດ້ຮັບຄວາມລອດ, ແມ່ນ ພວກຄຣິສຕຽນໄດ້ແພ່ຂະຫຍາຍຢູ່ທົ່ວໂລກ, ແຕ່ເຂົາ “ປິດປາກໃສ່ພຣະອົງ” ແລະກາຍເປັນຄຣິສຕຽນແຕ່ຫຸ່ນ(ພາຍນອກ ຜູ້ແປ)ແລະບໍ່ໄດ້ຕໍ່ຕ້ານພຣະອົງ. ແມ້ກະທັ່ງປະຈຸບັນນີ້ ລາຊິນີເອລີຊາເບັດ ທີ່ 2 ກໍຍັງປິດປາກ “ໃສ່ພຣະອົງ” ແລະກົ້ມກາບລົງເຄົາລົບຕໍ່ພຣະອົງທີ່ວິຫານເວສມິນສະເຕີ ຕອນທີ່ພວກຄຣິສຕຽນຈັດການປະຊຸມນະມັສການ. ແລະຢ່າງໜ້ອຍປະມຸກລັດຂອງຫຼາຍຊາດທັງໃນໂລກຕາເວັນຕົກແລະຕາເວັນອອກກໍໃຫ້ກຽດພຣະອົງເຊັ່ນກັນ, ແລະໃນຈຳນວນນັ້ນມີ ລາຊິນີ ວິກຕໍເຣຍ ກໍທຳການເຄົາລົບນັບຖືພຣະອົງຫຼາຍກວ່າສິ່ງໃດໝົດ. ຄວາມຈິງແລ້ວ ກໍຍັງມີຈັກກະພັດ ຄອນສະແຕນຕິນ ໃນຍຸກຕົ້ນຂອງພວກຄຣິສຕຽນແລະຄົນອື່ນໆອີກກໍໄດ້ໃຫ້ກຽດແກ່ພຣະອົງ. “ເພາະເຂົາທັງຫຼາຍຈະເຫັນສິ່ງທີ່ບໍ່ມີໃຜບອກເຂົາແລະເຂົາຈະພິລະນາເຖິງສິ່ງທີ່ເຂົາບໍ່ເຄີຍໄດ້ຍິນ” (ອິດສະຢາ 52:15). ການພະຍາກອນລ່ວງໜ້າຂອງຜູ້ພະຍາກອນນີ້, ຂ່າວປະເສີດຂອງພຣະຄຣິດໄດ້ແຜ່ຂະຫຍາຍໄປສູ່ປະຊາຊາດໃນໂລກ. “ທ່ານກໍຈະເຮັດໃຫ້ບັນດາປະຊາຊາດເປັນອັນຫຼາຍຕົກຕະລຶງ” (ອິດສະຢາ 52:15) ແມ່ນແຕ່ປະທານາທິບໍດີຂອງສະຫະລັດອາເມລິກາ ເປັນຄຣິສຕຽນແຕ່ຊື່ເທົ່ານັ້ນ ກໍຍັງໄດ້ກົ້ມຫົວໃນຄຣິສຕະຈັກແລະປິດປາກ “[ຂອງເຂົາ] ໃສ່ພຣະອົງ”. ແຕ່ຂ້າພະເຈົ້າຕ້ອງຂໍກ່າວວ່າຄຳພະຍາກອນທີ່ປະເສີດນີ້ບໍ່ກ່າວເຖິງຫຼາຍຕໍ່ຊາດ ຢູໂລບ,ສະຫະລາຊະອານາຈັກແລະອາເມລິກາຄືກັບທີ່ຄັ້ງໜື່ງເຄີຍເປັນ. ຄຣິສຕະຈັກຫຼາຍແຫ່ງໃນຕາເວັນຕົກມີຄວາມສັບສົນແລະຂໍ້ຫຍຸ້ງຍາກເພາະສາເຫດການໂຈມຕີຂອງ “ເສລີພາບ” ຕໍ່ພຣະຄຳພີແລະຕໍ່ຄວາມອ່ອນແອຂອງຄຣິສຕະຈັກຕ່າງໆຜ່ານທາງການບິດເບືອນຂ່າວປະເສີດໂດຍຟິນນີ ແລະຜູ້ຕິດຕາມເຂົາສະໄໝໃໝ່ ທີ່ສອນວິທີລອດໂດຍ “ການຕັດສິນໃຈ” ຕ່າງໆນາໆ ບໍ່ແມ່ນທາງພຣະຄຣິດທາງດຽວ, ສ່ວນໃນໂລກທີ່ສາມໄດ້ມີການຕື່ນຂື້ນແລະຟື້ນຟູ່ໃຫຍ່ ແຕ່ຄຣິສຕະຈັກທາງດ້ານຕາເວັນຕົກກັບກໍຍົງຄົງອ່ອນແອໄປ. ຈິດໃຈຂອງພວກເຮົາຕ່າງກໍຊື່ນຊົມຍິນດີເມື່ອເຮົາໄດ້ອ່ານການເພີ່ມຂື້ນຂອງຜູ້ຄົນໃນປະເທດຈີນ, ໃນອາຊີຕາເວັນອອກສຽງໃຕ້, ໃນອິນເດຍ ແລະສ່ວນອື່ນໆຂອງໂລກ ຊື່ງໄດ້ຫຼັງໄຫຼສູ່ການປະກາດຂ່າວປະເສີດໃນຊົ່ວໂມງນີ້ ແນ່ນອນ ພວກເຂົາຖືກຂົ່ມເຫງຕະຫຼອດ ເຊັ່ນດຽວກັບ ເທີທູລຽນ ໄດ້ກ່າວໄວ້ໃນສະຕະວັດທີ່ສອງວ່າ “ເລືອດຂອງຜູ້ສະຫຼະຊີວິດຄືເມັດພັນຂອງຄຣິສຕະຈັກ” ຄວາມຈິງທີ່ເຫັນໄດ້ຈາກປະເທດທີ່ສາມໃນເວລານີ້,ໃນເມື່ອອາເມລິກາແລະແຖວຕາເວັນຕົກທົ່ວໄປກຳລັງເຊື່ອມ ລົງຈາກພື້ນຖານຂອງຄຣິສຕຽນແລະບໍ່ສາມາດແກ້ໄຂພວກມະນຸດໄດ້, ເຮັດໃຫ້ຝ່າຍວິນຍານເກີດສົງໄສສັບສົນ ຄືກັບທີ່ສະເປີໂຈນທຳນາຍໄວ້: ພຣະເຢຊູຄຣິດຈະບໍ່ເຜີຍແຜ່ແຕ່ພວກຢິວເທົ່ານັ້ນ ແຕ່ເຖິງຊາວຕ່າງຊາດທຸກແຫ່ງຫົນ, ແຜ່ນດິນທຸກແຫ່ງຈະໄດ້ຍິນເຖິງພຣະອົງແລະຮູ້ສຶກເຖິງການສະເດັດລົງມາຂອງພຣະອົງເໝືອນຫ່າຝົນທີ່ຕົກເທິງໃບຫຍ້າ. ຊາດເຜົ່າພັນມືດມົນທີ່ຫ່າງອອກໄປ ແລະຜູ້ອາໄສໃນດິນ ແດນທາງຕາເວັນຂື້ນຈະໄດ້ຍິນຄຳສອນຂອງພຣະອົງແລະຈະດື່ມດຳມັນ…ພຣະອົງຈະຊົງແຜ່ຕໍ່ຫຼາຍປະຊາຊາດດ້ວຍພຣະດຳລັດແຫ່ງພຣະຄຸນຂອງພຣະອົງ (ເຫຼັ້ມດຽວກັນ ໜ້າ 248) ຂໍ້ຄວາມ“ຄຳທຳນາຍ” ຂອງສະເປີໂຈນເປັນຄວາມຈິງຫຼາຍກວ່າໃນທຸກມື້ນີ້ ຄຳເວົ້າຂອງລາວເຫຼົ່ານັ້ນໄດ້ຜ່ານເວລາຫຼາຍຮ້ອຍປີມາແລ້ວ. ພວກເຮົາກໍມີຊື່ນຊົມຍິນດີກ່ຽວກັບເລື່ອງນີ້ເຊັ່ນກັນ ເອແມນ! ຄຳສັນຍານີ້ຍັງບໍ່ໄດ້ສຳເລັດໝົດ ແຕ່ມັນຈະສຳເລັດ ເພາະພຣະໂອດຂອງພຣະເຈົ້າໄດ້ກ່າວມັນໂດຍປາກຂອງ ອິດສະຢາ ຜູ້ພະຍາກອນ ຊື່ງເວົ້າວ່າ: “ບັນດາປະຊາຊາດຈະມາຍັງຄວາມສະຫວ່າງຂອງເຈົ້າ” (ອິດສະຢາ 60:3) “ຄວາມມັ່ງຄັ່ງຂອງບັນດາປະຊາຊາດຈະມາຍັງເຈົ້າ” (ອິດສະຢາ 60:5) “ເບິ່ງແມ້ ພວກເຫຼົ່ານີ້ຈະມາຈາກເມືອງໄກ ແລະເບິ່ງແມ້ ບາງພວກມາຈາກເໜືອແລະຈາກຕາເວັນຕົກ ແລະບາງພວກມາຈາກແຜ່ນດິນສະເວເນ” (ອິດສະຢາ 49:12) ເຈມສ໌ ຮັດສັນ ເທເລີ ມິດຊັນນາຣີຍຸກກ່ອນທີ່ໄປປະກາດທີ່ປະເທດຈີນກ່າວວ່າ ດິນແດນ“ຊິນິມ”(ພຣະຄຳພີພາສາໄທ-ລາວເອີ້ນວ່າ ສະເວເນ)ຄືແຜ່ນດິນຂອງປະເທດຈີນ ເໝືອນກັບທີ່ພຣະຄຳພີສະບັບ ສະກໍຟິວສຶກສາ ໄດ້ກ່າວເຖິງໃນໜັງສືອິດສະຢາ 49:12. ເຮົາຈະບໍ່ເຫັນດ້ວຍກັບທ່ານ ເທເລີແລະສະກໍຟິວໄດ້ແນວໃດ ໃນເມື່ອເຮົາເຫັນວ່າເຫດການນີ້ກຳລັງເກີດຂື້ນໃນປະເທດຈີນກ່ອນທີ່ຕາເຮົາຈະເບິ່ງເຫັນໃນທຸກມື້ນີ້? ແນ່ນອນວ່າມັນຄືຄວາມຈິງຢ່າງໜ້ອຍກໍໂດຍການເອົາມາປະຍຸກໃຊ້. ຄົນເປັນພັນໆໄດ້ກັບໃຈມາຫາພຣະຄຣິດທຸກຊົ່ວໂມງທີ່ປະເທດສາທາລະນະລັດປະຊາຊົນຈີນແລະທີ່ແຜ່ນດິນທີ່ຫ່າງອອກໄປອື່ນອີກ, ພວກເຮົາຕ່າງກໍມີຄວາມຍິນດີກ່ຽວກັບເລື່ອງນີ້. ໃນປະເທດອາເມລິກາມີຂ້າຕະກອນທີ່ເກີດຈາກການເອົາລູກອອກເປັນສາມພັນຄົນທີ່ບໍ່ມີໃຜຊ່ວຍທຸກໆມື້ແລະຄຣິສຕະຈັກເປັນພັນໆໄດ້ປິດໂຕລົງ, ກົງກັນຂ້າມກັບປະເທດອື່ນໆທີ່ຢູ່ໄກອອກໄປພັນທະກິດຂອງພຣະຄຣິດກຳລັງຈະເລີນເຕີບໂຕແລະລຸລ່ວງໄປດ້ວຍດີ! ພຣະເຈົ້າຊົງອວຍພອນໃຫ້ມີຄົນກັບໃຈເພີ່ມຂື້ນພຣະເຈົ້າຊົງອວຍພຣະພອນໃຫ້ຄົນທີ່ໄດ້ຮູ້ຈັກກັບພຣະຄຣິດແລ້ວແລະເຕັມໃຈທົນທຸກເພື່ອພຣະນາມຂອງພຣະອົງ ຈະໄດ້ຮັບໄຊຊະນະທ່າມກາງປະຊາດທັງຫຼາຍໃນການສະເດັດມາຄັ້ງທີ່ສອງຂອງ ພຣະອົງ. ແຕ່ຂ້າພະເຈົ້າຂໍຖາມພວກທ່ານໃນເຊົ້າມື້ນີ້ວ່າ“ທ່ານຮູ້ຈັກັບພຣະຄຣິດແລ້ວຫຼືຫຍັງ? ເຮົາເຄີຍແນມເບິ່ງພຣະອົງດ້ວຍຄວາມເຊື່ອບໍ ຜູ້ຊື່ງ “ເສຍໂສມຫຼາຍກວ່າມະນຸດຄົນໃດ” ເພື່ອຈ່າຍແທນຄວາມບາບຂອງທ່ານ, ແມ່ນຂອງທ່ານ, ພຣະອົງໄດ້ແພ່(ພົມ)ພຣະໂລຫິດຂອງພຣະອົງເທິງຄວາມບາບຂອງທ່ານທີ່ໄດ້ບັນທຶກໄວ້ໃນໜັງສືແຫ່ງຊີວິດໃນສະຫວັນແລ້ວຫຼືຫຍັງ? ທ່ານໄດ້ຮັບການຊຳລ້າງດ້ວຍພຣະໂລຫິດຂອງພຣະເມສານ້ອຍທີ່ໄດ້ຍົກເອົາຄວາມບາບຂອງໂລກໄປແລ້ວບໍ? ຖ້າບໍ ເຮົາຈະປິດປາກຂອງ ເຮົາຕໍ່ພຣະພັກຂອງພຣະອົງແລະກົ້ມກາບທີ່ພຣະເຢຊູແລ້ວຕ້ອນຮັບເອົາພຣະອົງມາເປັນພຣະຜູ້ຊ່ວຍໃຫ້ພົ້ນສ່ວນຕົວຂອງທ່ານບໍ? ທ່ານພ້ອມທີ່ຈະເຮັດດຽວນີ້ບໍ? ກະລຸນາຢືນຂື້ນແລະເປີດໜັງສືເພງຂອງທ່ານໄປທີ່ບົດທີ່ເຈັດເຮົາຈະຮ້ອງເພງກັນ. ຄວາມຊົ່ວຊ້າອັນມະຫາສານຂອງມະນຸດໄດ້ວາງເທິງພຣະຜູ້ຊ່ວຍ ຖ້າທ່ານຫາກຢາກຈະລົມກັບພວກເຮົາກ່ຽວກັບການວາງໃຈໃນພຣະຄຣິດແລະການເປັນຄຣິສຕຽນ, ກະລຸນາຍ່າງໄປຂ້າງຫຼັງຫ້ອງປະຊຸມດຽວນີ້ເລີຍ ດຣ. ເຄແກນ ຈະພາທ່ານໄປບ່ອນທີ່ສະຫງົບງຽບເພື່ອທີ່ເຮົາຈະສາມາດສົນທະນາກັນໄດ້. ກະລຸນາໄປຕອນນີ້ເລີຍ, ຂໍເຊີນ ດຣ. ແຊນ ນຳເຮົາອະທິຖານເພື່ອຜູ້ທີ່ຕອບຮັບດ້ວຍ ເອແມນ. (ຈົບຄຳເທດສະໜາ) ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ ອ່ານພຣະຄຳພີກ່ອນເທດສະໜາໂດຍ ທ່ານ ອາເບວ ພຣຸດໂຮມ ໃນ ມັດທາຍ 27:26-36 |
ໂຄງຮ່າງບົດເທດສະໜາ ຄວາມທຸກແລະໄຊຊະນະຂອງຜູ້ຮັບໃຊ້ພຣະເຈົ້າ ໂດຍດຣ. ອາ ແອວ ໄຮເມີ ຈູເນຍ. “ເບິ່ງແມ້ຜູ້ຮັບໃຊ້ຂອງເຮົາຂອງເຮົາຈະ ເຮັດຢ່າງມີສະຕິປັນຍາທ່ານຈະສູງເດັ່ນ ແລະ ເປັນທີ່ເທີດທູນແລະທ່ານຈະສູງ ຫຼາຍດ້ວຍຄົນເປັນຈຳນວນຫຼາຍຕະລຶງເພາະ ທ່ານສັນໃດໜ້າຕາຂອງທ່ານເສຍໂສມຫຼາຍ ກວ່າມະນຸດຄົນໃດແລະຮູບຮ່າງຂອງທ່ານກໍ ເສຍໂສມຫຼາຍກວ່າລູກທັງຫຼາຍຂອງມະນຸດ ຄົນໃດທ່ານກໍຈະເຮັດໃຫ້ບັນດາປະຊາຊາດ ເປັນອັນຫຼາຍຕົກຕະລຶງສັນນັ້ນບັນດາ ກະສັດກໍຈະປິດພຣະໂອດເພາະທ່ານນັ້ນເພາະ ເຂົາທັງຫຼາຍຈະເຫັນສິ່ງທີ່ບໍ່ມີໃຜ ບອກເຂົາແລະເຂົາຈະພິລະນາເຖິງສິ່ງທີ່ ເຂົາບໍ່ເຄີຍໄດ້ຍິນ” (ອິດສະຢາ 52:13-15) (ກິດຈະການ 8:34-35) I. ປະການທີ່ໜື່ງ ເຮົາເຫັນການຮັບໃຊ້ຂອງພຣະຄຣິດຕໍ່ພຣະເຈົ້າ II. ປະການທີ່ສອງເຮົາເຫັນການເສຍສະຫຼະຂອງພຣະຄຣິດເພື່ອຄວາມບາບ III. ປະການທີ່ສາມເຮົາເຫັນຄວາມລອດຂອງພຣະຄຣິດທີ່ນຳມາໃຫ້ເຮົາ |